ສະຖານທູດຫວຽດນາມປະຈຳອາເມລິກາປະຕິບັດບົດບາດເປັນຂົວເຊື່ອມຕໍ່,ຊຸກຍູ້ການພົວພັນຮອບດ້ານຫວຽດນາມ-ອາເມລິກາ

Chia sẻ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ໄປ​ຢ້ຽມ​ຢາມ​ນະ​ຄອນ ນິວຢອກ.
ສະຖານທູດຫວຽດນາມປະຈຳອາເມລິກາປະຕິບັດບົດບາດເປັນຂົວເຊື່ອມຕໍ່,ຊຸກຍູ້ການພົວພັນຮອບດ້ານຫວຽດນາມ-ອາເມລິກາ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢ້ຽມ​ຢາມ​ສະ​ຖານ​ທູດ
ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ

(vovworld) –​ ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, ວັນ​ທີ 10/7, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ໄປ​ຢ້ຽມ​ຢາມ​ນະ​ຄອນ ນິວຢອກ.

        ກ່ອນ​ໜ້ານັ້ນ, ວັນ​ທີ​ 9/7, ເມື່ອ​ໄປ​ຢ້ຽມ​ຢາມ ແລ​ະ ໂອ້​ລົມ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈ​ຳ ອາ​ເມ​ລິ​ກາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຊີ້​ແຈ້ງວ່າ: ອາ​ເມ​ລິ​ກາ ແມ່ນ​ສະ​ຖານ​ທີ່​ສຳ​ຄັນ​ທີ່​ສຸດ. ດັ່ງ​ນັ້ນ​, ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ​ຕ້ອງ​ຊາບ​ຊຶມ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ​ຢ່າງ​ເລິກ​ເຊິ່ງ, ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ປະ​ຈຳ​ວັນ​ຢ່າງ​ມີ​ໄຫວ​ພິບ, ປະ​ຕິ​ບັດ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ ແລະ ແມ່ນ​ຂົວ​ເຊື່ອມ​ຕໍ່​ຊຸກ​ຍູ້, ຍົກ​ສູງ​ບັນ​ດາ​ກົນ​ໄກ ແລະ ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ລະ​ຫວ່າງ 2 ປະ​ເທດຢ່າງ​ມີປະ​ສິດ​ທິ​ຜົນ​. ດ້ວຍ​ຈິດ​ໃຈ “ປະ​ໄວ້​ອະ​ດີດ​ຕະ​ການ, ມຸ່​ງ​ໄປ​ເຖິງ​ອະ​ນາ​ຄົດ”, ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ຕ້ອງ​ປະ​ກອບ​ສ່ວນ​ສືບ​ຕໍ່​ຊຸກ​ຍູ້, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາ​ມ - ອາ​ເມ​ລິ​ກາ​ເລິກ​ເຊິ່ງ​ກ່​ວາ​ອີກ, ສ້າງ​ທ່າ​ຍຸດ​ທະ​ສາດ​ກ່ຽວ​ກັບ​ດ້ານ​ການ​ທູ​ດກັບ​ບັນ​ດາ​ປະ​ເທດ​ໃຫຍ່, ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ.

        ກໍ່​ໃນ​ວັນ​ທີ 9/7, ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ເ​ປັ​ນ​ສັ​ກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມສັນ​ຍາສິນ​ເຊື່ອ​ລະ​ຫວ່າງ ຫວຽດ​ນາມ ແລະ ທະ​ນາ​ຄານ​ໂລກ 4 ສະ​ບັບ, ​ດ້ວຍ​ຍອດ​ມູນ​ຄ່າ 507 ລ້ານ USD ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ກະ​ສິ​ກຳ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ພັດ​ທະ​ນາ​ລະ​ບົບ​ຄົມ​ມະ​ນາ​ຄົມ​ສາ​ທາ​ລະ​ນະ.