ວັນບຸນວິສາຂະບູຊາ 2024: ພ້ອມກັນມຸ່ງໄປເຖິງໂລກແຫ່ງສັນຕິພາບ, ສັນຕິສຸກ

Chia sẻ
(VOVWORLD) - ນີ້ກໍ່ແມ່ນໂອກາດເພື່ອໃຫ້ພະສົງສຳມະເນນ, ພຸດທະສາສະນິກະຊົນສະແດງຄວາມຮູ້ບຸນຄຸນ, ເຄົາລົບທີ່ມີຕໍ່ພະພຸດທະເຈົ້າ
ວັນບຸນວິສາຂະບູຊາ 2024: ພ້ອມກັນມຸ່ງໄປເຖິງໂລກແຫ່ງສັນຕິພາບ, ສັນຕິສຸກ - ảnh 1ວັນບຸນວິສາຂະບູຊາປີ 2024 ຢູ່ວັດ ງວ້າເວີນ
(ພາບ: TTXVN)

ວັນທີ 18 ພຶດສະພາ, ເປັນຄັ້ງທຳອິດຢູ່ວັດ ງວ້າເວີນ, ເທດສະບານ ດົງຈ່ຽວ, ແຂວງ ກວາງນິງ, ສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ກວາງນິງ ໄດ້ຈັດວັນບຸນວິສາຂະບູຊາປີ 2024, ໂດຍມີການເຂົ້າຮ່ວມຂອງພຸດທະສາສະນິກກະຊົນເກືອບ 2.000 ຄົນມາຈາກທຸກສາລະທິດ. ວັນບຸນວິສາຂະບູຊາ ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນກຳເນີດຂອງພະພຸດທະເຈົ້າ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພະສົງສຳມະເນນ, ພຸດທະສາສະນິກະຊົນສະແດງຄວາມຮູ້ບຸນຄຸນ, ເຄົາລົບທີ່ມີຕໍ່ພະພຸດທະເຈົ້າ ຜ່ານການປະຕິບັດບັນດາຫຼັກຄຳສອນຂອງພະພຸດທະເຈົ້າ. ຈານນັ້ນ, ມີສະຕິ, ມີຄວາມຮັບຜິດຊອບໃນການດຳລົງຊີວິດ, ຮູ້ຈັກຄວາມຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນມຸ່ງໄປເຖິງໂລກສັນຕິພາບ, ສັນຕິສຸກ. ເຫດການຈັດຂຶ້ນດ້ວຍການເຄື່ອນໄຫວຫຼາຍຢ່າງ, ຄື: ພິທີຖະຫວາຍທູບທຽນ, ດອກໄມ້, ພິທີຫົດສົງພະພຸດທະເຈົ້າ ພາວະນາຂໍໃຫ້ປະເທດຊາດມີສັນຕິພາບ ແລະ ວັດທະນາຖາວອນ; ຂໍໃຫ້ບັນດາພຸດທະສາສະນິກະຊົນ ມີຄວາມສະງົບສຸກ.

ຕອບກັບ