ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5)

ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດແຫ່ງຊາດ (VOV5) ຂອງວິທະຍຸກະຈາຍສຽງຫວຽດນາມ ແມ່ນຊ່ອງກະຈາຍສຽງສະຫງວນໃຫ້ຊາວຫວຽດນາມ ແລະ ຊາວຕ່າງປະເທດຢູ່ປະເທດຕ່າງໆໃນໂລກ, ເຊິ່ງອອກອາກາດໃນລະບົບຄື້ນສັ້ນ ແລະ ຄື້ນກາງດ້ວຍ 13 ພາສາຄື: ພາສາອັງກິດ, ຝລັ່ງ, ລັດເຊຍ, ແອັດສະປາຍ, ຍີ່ປຸ່ນ, ປັກກິ່ງ, ເຢັຍລະມັນ, ສ.ເກົາຫຼີ, ລາວ, ໄທ, ກຳປູເຈຍ, ອິນໂດເນເຊຍ ແລະ ພາສາຫວຽດນາມ ທີ່ສະຫງວນໃຫ້ຊາວຫວຽດນາມຢູ່ຕ່າງປະເທດ.

VOV5 ຍັງອອກອາກກາດບັນດາລາຍການກະຈາຍສຽງເປັນ 12 ພາສາດັ່ງກ່າວໃນຄື້ນ FM ຢູ່ຮ່າໂນ້ຍ, ກວາງນິງ, ນະຄອນໂຮ່ຈີມິນ ແລະ ບັນດາເຂດອ້ອມຂ້າງ ເພື່ອຮັບໃຊ້ໃຫ້ປະຊາຄົມຊາວຕ່າງປະເທດທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ ແລະ ຊາວຫວຽດນາມ ຮູ້ພາສາຕ່າງປະເທດ.

ພາຍຫຼັງປະທານ ໂຮ່ຈີມິນ ອ່ານຖະແຫຼງປະກາດເອກະລາດ ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະຈຸບັນແມ່ນປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເປັນເວລາ 5 ວັນ, ວັນທີ 7 ກັນຍາປີ 1945 ລະບົບ VOV5 ໄດ້ອອກອາກາດລາຍການທຳອິດເປັນພາສາຝລັ່ງ, ພາສາອັງກິດ, ພາສາກວາງຕຸ້ງ, ຕໍ່ມາມີພາສາປັກກິງ (ຈີນ), ພາສາສາກົນ (Esperanto) ຕື່ມອີກ. ໃນຕະຫຼອດໄລຍະແຫ່ງການຕໍ່ຕ້ານຕ້ານຝລັ່ງ (1945-1954), ວິທະຍຸກະຈາຍສຽງຫວຽດນາມ ສືບຕໍ່ອອກອາກາດບັນດາລາຍການກະຈາຍສຽງເປັນພາສາຝລັ່ງ, ອັງກິດ, ກວາງຕຸ້ງ, ປັກກິງ. ປີ 1954 ອອກອາກາດຕື່ມອີກລາຍການກະຈາຍສຽງພາກພາສາລາວ ແລະ ບໍ່ອອກອາກາດລາຍການກະຈາຍສຽງເປັນພາສາສາກົນອີກ. ໃນຊຸມປີສົງຄາມຕ້ານອາເມລິກາ (1955-1975), VOV5 ໄດ້ອອກອາກາດຕື່ມອີກບັນດາລາຍການກະຈາຍສຽງເປັນພາສາໄທ, ຍີ່ປຸ່ນ, ອິນໂດເນເຊຍ, ກຳປູເຈຍ, ແອັດສະປາຍ, ລັດເຊຍ, ເກົາຫຼີ. ລາຍການກະຈາຍສຽງເປັນພາສາຫວຽດນາມ ທີ່ສະຫງວນໃຫ້ຊາວຫວຽດນາມ ຢູ່ຕ່າງປະເທດເລີ່ມອອກອາກາດໃນວັນທີ 16 ສິງຫາປີ 1981 ແລະ ວັນທີ 1 ມີນາປີ 2006, VOV5 ໄດ້ອອກອາກາດຕື່ມອີກລາຍການກະຈາຍສຽງເປັນພາສາເຢັຍລະມັນ.

ປີ 1998, ລາຍການກະຈາຍສຽງອອກອາກາດໃນລະບົບ FM ທີ່ສະຫງວນໃຫ້ຊາວຕ່າງປະເທດດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ. ໄລຍະທຳອິດ ພຽງແຕ່ອອກອາກາດລາຍການກະຈາຍສຽງເປັນພາສາອັງກິດ ແລະ ພາສາຝລັ່ງ ເທົ່ານັ້ນ, ຕໍ່ມາໄດ້ອອກອາກາດທັງ 12 ພາສາຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ແຂວງ ກວາງນິງ.

ປະຈຸບັນ VOV5 ລວມມີ 13 ລາຍການກະຈາຍສຽງເປັນພາສາ: ອັງກິດ, ຝລັ່ງ, ລັດເຊຍ, ແອັດສະປາຍ, ຍີ່ປຸ່ນ, ປັກກິ່ງ, ເຢັຍລະມັນ, ລາວ, ໄທ, ກຳປູເຈຍ, ອິນໂດເນເຊຍ, ສ.ເກົາຫຼີ ແລະ ພາສາຫວຽດນາມ ທີ່ສະຫງວນໃຫ້ຊາວຫວຽດນາມ ຢູ່ຕ່າງປະເທດ. ບັນດາລາຍການອອກອາກາດໃນລະບົບ FM ດ້ວຍຄວາມຖີ່ 105.5 MHz ຢູ່ຮ່າໂນ້ຍ ແລະ 105.7 MHz ຢູ່ນະຄອນໂຮ່ຈີມິນ ແລະ ແຂວງກວາງນິງ. VOV5 ອອກອາກາດໃນລະບົບຄື້ນສັ້ນ, ຄື້ນກາງໄປຍັງເອີລົບ, ອາເມລິກາຕາເວັນອອກສ່ຽງເໜືອ, ອາເມລິກາຕາເວັນຕົກສ່ຽງເໜືອ, ບາງເຂດຢູ່ອາເມລິກາກາງ, ອາຊີຕາເວັນອອກສ່ຽງໃຕ້, ອາຊີຕາເວັນອອກສ່ຽງເໜືອ, ບາງເຂດຢູ່ອາຟະລິກາ ແລະ ທາງອິນເຕີແນດໃນເວັບໄຊ http//vovworld.vn ຫຼື http//vov5.vn (ເວັບໄຊຂອງລະບົບກະຈາຍສຽງພາກພາສາຕ່າງປະເທດ). ເວັບໄຊ vovworld.vn ມີບັນດາລາຍການກະຈາຍສຽງປະຈຳວັນເປັນ 13 ພາສາ: ຫວຽດນາມ, ອັງກິດ, ຝລັ່ງ, ລັດເຊຍ, ແອັດສະປາຍ, ຍີ່ປຸ່ນ, ປັກກິງ, ເຢັຍລະມັນ, ລາວ, ໄທ, ກຳປູເຈຍ, ອິນໂດເນເຊຍ, ສ.ເກົາຫຼີ ທັງອອກອາກາດບັນດາລາຍການກະຈາຍສຽງອອນລາຍ, ຍັງແນະນຳບັນດາລາຍການກະຈາຍສຽງປະຈຳວັນອີກດ້ວຍ. ນອກນັ້ນໃນເວັບໄຊ vovworld.vn ຍັງແນະນຳຂ່າວພາບ, ພາບສາລະຄະດີ, ວີດີໂອຄລີບ ແນະນຳກ່ຽວກັບປະເທດຊາດ, ວັດທະນະທຳ, ຊາວຫວຽດນາມ, ຮີດຄອງປະເພນີບັນດາເຜົ່າຢູ່ ຫວຽດນາມ…ໃນເວັບໄຊຍັງມີບັນດາຄໍລຳ ເພື່ອແນະນຳບັນດາເຫດການພິເສດຂອງປະເທດ   ແລະ ແຕ່ລະລາຍການກະຈາຍສຽງກໍ່ມີບັນດາຄໍລຳສະເພາະເພື່ອສະຫງວນໃຫ້ແກ່ຜູ້ຟັງ ຜູ້ຊົມລາຍການຂອງຕົນຄືຄໍລຳ: ຊາຍຄາອາຊຽນ, ສອນພາສາຫວຽດນາມ, ສຸຂະພາບຂອງເພື່ອນ, ຊາວຫວຽດນາມ ຢູ່ໃນໂລກ, ສອນວິທີແຕ່ງກິນ, ພາສາຝລັ່ງ… ເວັບໄຊ vovworld.vn ໄດ້ເຊື່ອມຕໍ່ລາຍການກະຈາຍສຽງເປັນພາສາຕ່າງປະເທດຂອງວິທະຍຸກະຈາຍສຽງຫວຽດນາມ ເຖິງເຂດຕ່າງໆຢູ່ໃນໂລກ ເຊິ່ງລະບົບຄື້ນສັ້ນບໍ່ຕອບສະໜອງໄດ້. ເວັບໄຊ vovworld.vn ກໍ່ປະກອບສ່ວນເຮັດໃຫ້ທ່ານຜູ້ຟັງມີຄວາມໃກ້ຊິດຕິດແທດກັບວິທະຍຸກະຈາຍສຽງຫວຽດນາມ ກໍ່ຄືເພີ່ມທະວີການເຊື່ອມຕໍ່ລະຫວ່າງທ່ານຜູ້ຟັງກັບຜູ້ຈັດລາຍ ການກວ່າ.

ໂຄງປະກອບການຈັດຕັ້ງ

ຊື່ແລະນາມສະກຸນ

ເບີໂທຫ້ອງການ

ຜູ້ອຳນວຍການ ຫວຽນຕ໋ຽນລອງ

(024)38 35 78 70

ຮອງອຳນວຍການ ເລກ໊ວດຮຶງ

(024)38 25 57 61

ຮອງອຳນວຍການ ຟໍ໋ເກີມຮວາ (024)38 24 19 45

ພະແນກບໍລິຫານ - ສັງລວມ

(024)38 26 68 09

ພະແນກເລຂາບັນນາທິການ

(024)38 25 68 62

(024)38 26 50 29

ລາຍການກະຈາຍສຽງເປັນພາສາ ອັງກິດ

(024)38 25 44 82

ລາຍການກະຈາຍສຽງເປັນພາສາ ຝລັ່ງ

(024)38 24 19 45

ລາຍການກະຈາຍສຽງເປັນພາສາ ຍີ່ປຸ່ນ

(024)38 25 36 31

ລາຍການກະຈາຍສຽງເປັນພາສາ ປັກກິ່ງ

(024)38 26 68 06

ລາຍການກະຈາຍສຽງເປັນພາສາ ລັດເຊຍ

(024)38 25 66 33

ລາຍການກະຈາຍສຽງເປັນພາສາ ເຢັຍລະມັນ

(024)39 36 52 18

ລາຍການກະຈາຍສຽງເປັນພາສາ ແອັດສະປາຍ

(024)39 34 28 94

ລາຍການກະຈາຍສຽງເປັນພາສາ ອິນໂດເນເຊຍ

(024)38 25 47 98

ລາຍການກະຈາຍສຽງເປັນພາສາ ລາວ

(024)38 25 66 31

ລາຍການກະຈາຍສຽງເປັນພາສາ ໄທ

(024)38 25 57 63

ລາຍການກະຈາຍສຽງເປັນພາສາ ກຳປູເຈຍ

(024)38 26 68 08

ລາຍການກະຈາສຽງເປັນພາສາຫວຽດ ສະຫງວນໃຫ້ຊາວຫວຽດນາມຢູ່ຕ່າງປະເທດ

(024)38 25 20 70

 

ນັບແຕ່ວັນທີ 01/10/2015 ເປັນຕົ້ນໄປ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດຊ່ອງກະຈາຍສຽງພາກພາສາອັງກິດ 24/7 ດ້ວຍຄວາມຖີ່ 104 MHz ເພື່ອຮັບໃຊ້ຜູ້ຟັງຕ່າງປະເທດຢູ່ທຸກທະວີບ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຊາວຫວຽດນາມ ຮູ້ພາສາອັງກິດ ແລະ ຊາວຕ່າງປະເທດພວມດຳລົງຊີວິດ ແລະ ເຮັດວຽກ, ທ່ອງທ່ຽວຢູ່ຫວຽດນາມ. 

 

ເວລາອອກອາກາດເນື້ອໃນບັນດາລາຍການກະຈາຍສຽງ ຜ່ານລາຍການ “ຟັງອອນລາຍ” ຜ່ານ ເວັບໄຊ vovworld.vn ຫລື vov5.vn

 

ລາຍການກະຈາຍສຽງ

ເວລາອອກອາກາດ

(ຕາມເວລາຫວຽດນາມ)

ເວລາອອກອາກາດ

(ຕາມເວລາ UTC)

ພາກພາສາເຢຍລະມັນ

7h00-7h30

0h00-0h30

ພາກພາສາອັງກິດ

7h30-8h30

0h30-1h30

ພາກພາສາຝລັ່ງ

8h30-9h30

1h30-2h30

ພາກພາສາລັດເຊຍ

9h30-10h00

2h30-3h00

ພາກພາສາຫວຽດ

10h00-11h00

3h00-4h00

ພາກພາສາປັກກີ່ງ(ຈີນ)

11h00-11h30

4h00-4h30

ພາກພາສາຍີ່ປຸ່ນ

11h30-12h00

4h30-5h00

ພາກພາສາອັງກິດ

12h00-13h00

5h00-6h00

ພາກພາສາຝລັ່ງ

13h00-14h00

6h00-7h00

ພາກພາສາລາວ

16h30-17h00

9h30-10h00

ພາກພາສາອິນໂດເນເຊຍ

14h30-15h00

7h30-8h00

ພາກພາສາຂະແມ

15h00-15h30

8h00-8h30

ພາກພາສາລັດເຊຍ

15h30-16h00

8h30-9h00

ພາກພາສາອັງກິດ

16h00-17h00

9h00-10h00

ພາກພາສາອັງກິດ

17h00-17h30

10h00-10h30

ພາກພາສາແອັດສະປາຍ

17h30-18h00

10h30-11h00

ພາກພາສາປັກກີ່ງ

18h00-18h30

11h00-11h30

ພາກພາສາໄທ

18h30-19h00

11h30-12h00

ພາກພາສາອັງກິດ

19h00-20h00

12h00-13h00

ພາກພາສາຝລັ່ງ

20h00-20h30

13h00-13h30

ພາກພາສາຍີ່ປຸ່ນ

20h30-21h00

13h30-14h00

ພາກພາສາອັງກິດ

21h00-22h00

14h00-15h00

ພາກພາສາຫວຽດ

22h00-23h00

15h00-16h00

ພາກພາສາອັງກິດ

23h00-24h00

16h00-17h00

 

ທ່ານຜູ້ຟັງໂປດຊາບ! ນັບແຕ່ວັນທີ 12 ມິຖຸນາ ປີ 2017 ເປັນຕົ້ນໄປ, vovworld.vn ມີເວັບໄຊ ຕື່ມອີກສະຫງວນໃຫ້ smartphone ຜ່ານລະຫັດ  m.vovworld.vn. ໃນເວັບໄຊນີ້, ທ່ານຜູ້ຟັງສາມາດນຳໃຊ້ smartphone ເພື່ອອັບເດັດຂ່າວຄາວ, ຮັບຟັງບັນດາລາຍການກະຈາຍສຽງຢ່າງສະດວກກວ່າ.