ວິທະຍຸກະຈາຍສຽງຫວຽດນາມ

ພາລະບົດບາດ ແລະ ໜ້າທີ່
ວິທະຍຸກະຈາຍສຽງຫວຽດນາມແມ່ນ ວິທະຍຸກະຈາຍສຽງແຫ່ງຊາດ, ທີ່ສັງກັດລັດຖະບານ, ປະຕິບັດພາລະບົດບາດສື່ສານ, ໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ປະກອບສ່ວນຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ຮັບໃຊ້ຊີວິດດ້ານຈິດໃຈຂອງປະຊາຊົນ

ວິທະຍຸກະຈາຍສຽງຫວຽດນາມຂຽນຫຍໍ້ດ້ວຍພາສາຫວຽດນາມວ່າ ວິທະຍຸ TNVN, ຊື່ພົວພັນກັບສາກົນ ດ້ວຍພາສາອັງກິດວ່າ: Voice of Vietnam, ຂຽນຫຍໍ້ວ່າ VOV.

ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຮັບການສ້າງຕັ້ງຂຶ້ນພາຍຫຼັງການປະຕິວັດເດືອນສິງຫາປີ 1945, ອອກອາກາດລາຍການທຳອິດໃນເວລາ 11 ໂມງ 30 ນາທີ ຂອງວັນທີ 7 ກັນຍາ ປີ 1945 ດ້ວຍຄຳຂຶ້ນຕົ້ນ: ”ທີ່ນີ້ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ກະຈາຍສຽງຈາກ ຮ່າໂນ້ຍ, ນະຄອນຫຼວງຂອງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ”. ຮອດເວລາ 11 ໂມງ 30 ນາທີ ຂອງວັນທີ 2 ກໍລະກົດປີ 1976, ຄຳຂຶ້ນຕົ້ນ ນີ້ຖືກປ່ຽນເປັນ: ”ທີ່ນີ້ ສະຖານີວິທະຍຸກະຈາຍສຽງຫວຽດນາມ, ກະຈາຍສຽງຈາກ ຮ່າໂນ້ຍ, ນະຄອນຫຼວງຂອງປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ”.


ໂຄງຮ່າງການຈັດຕັ້ງ:

      
ວິທະຍຸກະຈາຍສຽງຫວຽດນາມແມ່ນອົງການສື່ມວນຊົນ ທີ່ປະກອບດ້ວຍຫຼາຍປະເພດ. ວິທະຍຸກະຈາຍສຽງ ຫວຽດນາມ ມີບັນດາລະບົບກະຈາຍສຽງ: ລະບົບລາຍການສະຖານະການ ການເມືອງສັງລວມ (ເອີ້ນຫຍໍ້ວ່າ VOV1), ລະບົບລາຍການຊີວິດວັດທະນະທຳ ວິທະຍາສາດ ການສຶກສາ (VOV2), ລະບົບລາຍການດົນຕີ ໃຫ້ຂໍ້ມູນຂ່າວ - ການບັນເທິງ (VOV3), ລະບົບລາຍການກະຈາຍສຽງພາກພາສາຊົນເຜົ່າ (VOV4) ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດ (VOV5) ແລະ ຊ່ອງ VOV ລາຍການຄົມມະນາຄົມ. ວິທະຍຸກະຈາຍສຽງຫວຽດນາມມີໜັງສືພິມ ”TIẾNG NÓI VIỆT NAM”, ອອກສະບັບທຳອິດໃນວັນທີ 2 ພະຈິກ ປີ 1998. ວັນທີ 3 ກຸມພາປີ 1999, ວິທະຍຸກະຈາຍສຽງຫວຽດນາມມີສື່ເອເລັກໂຕນິກ VOV online ດ້ວຍເວັບໄຊ: http//vov.vn. ວັນທີ 7 ກັນຍາປີ 2008, ຊ່ອງໂທລະພາບຂອງວິທະຍຸກະຈາຍສຽງຫວຽດນາມໄດ້ອອກອາກາດຢ່າງເປັນທາງການ, ເປັນຂີດໝາຍແຫ່ງການເຕີບໃຫຍ່ຂອງ ວິທະຍຸກະຈາຍສຽງ ຫວຽດນາມດ້ວຍບັນດາປະເພດພາຫະນະສື່ມວນຊົນທີ່ທັນສະໄໝຄື: ວິທະຍຸກະຈາຍສຽງ,  ໂທລະພາບ, ສື່ສິ່ງພິມ ແລະ ສື່ເອເລັກໂຕນິກ.

ວິທະຍຸກະຈາຍສຽງຫວຽດນາມມີສູນຂໍ້ມູນຂ່າວ 1 ແຫ່ງ, ສູນເຕັກນິກ ກະຈາຍສຽງ 1 ແຫ່ງ, ໂຮງຮຽນວິທະຍາໄລການກະຈາຍສຽງ ແລະ ໂທລະພາບ 2 ແຫ່ງ, ສູນໂຄສະນາແລະການບໍລິການກະຈາຍສຽງ (VOVas) 1 ແຫ່ງ, ບໍລິສັດໃຫຍ່ຂາເຂົ້າ - ຂາອອກພາຫະນະອຸປະກອນສື່ສານ (ເອີ້ນຫຍໍ້ວ່າ EMICO).

ວິທະຍຸກະຈາຍສຽງຫວຽດນາມມີ 5 ສຳນັກງານປະຈຳພາຍໃນປະເທດ, ເຊິ່ງຕັ້ງຢູ່ບັນດາເຂດໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ), ພາກກາງ, ເຂດໄຕງວຽນ, ນະຄອນ ໂຮ່ຈີມິນ, ເຂດທົ່ງພຽງແມ່ນ້ຳຂອງ ແລະ 10 ສຳນັກງານປະຈຳຕ່າງປະເທດຢູ່ ປັກກິງ - ຈີນ, ວຽງຈັນ - ລາວ, ບາງກອກ - ໄທ, ພະນົມເປັນ - ກຳປູເຈຍ, ມົດສະກູ - ລັດເຊຍ, ໂຕກຽວ - ຍີ່ປຸ່ນ, ປາຮີ - ຝລັ່ງ, ວໍຊິງຕັນ DC - ອາເມລິກາ, ຄາຍໂຮ - ອີຢີບ, ສ.ເຊັກໂກ.

ຄະນະຜູ້ນຳຂອງ VOV

 

 photo 1
ທ່ານຜູ້ອຳນວຍການໃຫຍ່: ໂດ້ຕຽນຊີ້

ກຳມະການສູນກາງພັກ

ລະດັບຄວາມຮູ້: ປະລິນຍາໂທບໍລິຫານທຸລະກິດ; ປະລິນຍາຕີການເມືອງ; ປະລິນຍາຕີຄູຄະນິດສາດ

 
 photo 2
ທ່ານຮອງຜູ້ອຳນວຍການໃຫຍ່: ເຈິ່ນມິງຮຸ່ງ

ລະດັບຄວາມຮູ້: ປະລິນຍາເອກພາສາສາດ; ປະລິນຍາຕີກົດໝາຍ; ປະລິນຍາຕີພາສາຕ່າງປະເທດ

 photo 3

ທ່ານຮອງຜູ້ອຳນວຍການໃຫຍ່: ໂງມິງຫຽນ

ລະດັບຄວາມຮູ້: ປະລິນຍາຕີພາສາຕ່າງປະເທດ; ປະລິນຍາຕີເສດຖະກິດ

 photo 4ທ່ານຮອງຜູ້ອຳນວຍການໃຫຍ່: ຟ້າມແມງຮຸ່ງ

ລະດັບຄວາມຮູ້: ປະລິນຍາຕີກົດໝາຍເສດຖະກິດ

 
 

 photo 5

ທ່ານຮອງຜູ້ອຳນວຍການໃຫຍ່: ຫວູຫາຍກວາງ

ລະດັບຄວາມຮູ້: ປະລິນຍາໂທ ເອເລັກໂຕນິກໂທລະຄົມມະນາຄົມ; ປະລິນຍາໂທສື່ມວນຊົນ; ປະລິນຍາຕີເສດຖະກິດ