ເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຂົ້າຮ່ວມງານລ້ຽງຢ່າງສົມກຽດຂອງລັດຖະບານອາເມລິກາ

Chia sẻ
(vovworld)- ຕອນ​ທ່ຽງ​ວັນ​ທີ 7/7, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຢ່າງ​ສົມ​ກຽດ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ...

ເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຂົ້າຮ່ວມງານລ້ຽງຢ່າງສົມກຽດຂອງລັດຖະບານອາເມລິກາ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ເຂົ້າ​ຮ່ວມ​ງານ​ລ້ຽງ​ຢ່າງ​ສົມ​ກຽດ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໂດຍ​ທ່ານ ​ຮອງ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ Joe Biden ເປັນ​ເຈົ້າ​ພາບ


(vovworld)- ຕອນ​ທ່ຽງ​ວັນ​ທີ 7/7, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຢ່າງ​ສົມ​ກຽດ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໂດຍ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ Joe Biden ເປັນ​ເຈົ້າ​ພາບ​ພາຍຫຼັງ​ການ​ເຈ​ລະ​ຈາ​ກັບ ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ Obama . ຮອງ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ Joe Biden ຖືວ​່າ ບັນ​ດາ​ເນື້ອ​ໃນ​ແລກ​ປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ ແລະ ເປີດ​ອົກ​ເປີດ​ໃຈ, ແທດ​ຈິງ​ໃນ​ການ​ເຈ​ລະ​ຈາ​ລະ​ຫວ່າງ ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ Obama  ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ສະ​ແດງໃຫ້​ເຫັນ​ວິ​ໄສ​ທັດ​ຢ່າງ​ເລິກ​ເຊິ່ງ ແລະ ຄົບ​ຖ້ວນ​ກ່ຽວ​ກັບ​ກຳ​ນົດ​ທິດ​ພັດ​ທະ​ນາ​ການ​ພົວ​ພັນ​ຫວຽດ​ນາມ- ອາ​ເມ​ລິ​ກາໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ຫວຽດ​ນາມ- ອາ​ເມ​ລິ​ກາໄດ້​ຮັບ​ການກໍ່​ສ້າງ​ບົນຫຼັກ​ການ​ເຄົາ​ລົບ​ຊຶ່ງ​ກັນ ແລະ ກັນ, ເຄົາ​ລົບ​ລະ​ບອບ​ການ​ເມືອງ ແລະ ຜົນ​ປະ​ໂຫຍດ​ຂອງ​ກັນ, ຈະ​ສືບ​ຕໍ່​ພັດ​ທະ​ນາ, ມຸ່ງ​ໄປ​ສູ່​ລະ​ດັບ​ສູງ​ໃໝ່​ໃນ​ອະ​ນາ​ຄົດ.

     ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ຢູ່​ວໍ​ຊິງ​ຕັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ຕາງໜ້າ​ບັນ​ດາ​ຊົນ​ຊັ້ນ​ສັງ​ຄົມ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ ແລະ ລັກ​ສະ​ນະ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ຂອງ​ພື້ນ​ຖານ​ປະ​ຊາ​ຊົນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ແລະ ຢືນ​ຢັນ​ຄວາມ​ຫວັງ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ອັນ​ດີ​ງາ​ມ​ກັບ​ອາ​ເມ​ລິ​ກາ​ໃນ​ຂົງ​ເຂດ​ຕ່າງໆ, ແນ​ໃສ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮອບ​ດ້ານ​ເພື່ອ​ສິດ​ທິ​ມະ​ນຸດ. ສືບ​ຕໍ່​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນຫຼັງ​ໂດຍ​ສົງ​ຄາມກໍ່​ຂຶ້ນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ຫວັງ​ວ່າ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນຂອງ 2 ປະ​ເທດ​ຈະ​ຕັ້ງ​ໜ້າ​ຍູ້​ແຮງ​ການ​ພົບ​ປະ ແລກ​ປ່ຽນ ແລະ ຮ່ວມ​ມື​ກັນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

     ແລະ ກໍ​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງໄດ້​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ການ​ນຳ​ສາ​ສະ​ໜາ​ອາ​ເມ​ລິ​ກາ.