ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີຄ້າຍລີ້ໄພ Jabalia, ກະຕຸກຊຸກຍູ້ສາມັນຊົນຍົກຍ້າຍ

Chia sẻ
(VOVWORLD) - ກອງທັບໄດ້ດັບສູນ “ກຸ່ມທຳລາຍຢູ່ Jabalia ພາຍຫຼັງເກີດການປະທະກັນກັບບັນດາສະມາຊິກຂອງກຸ່ມນີ້ຢູ່ໃນບັນດາຕຶກອາຄານ”.
ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີຄ້າຍລີ້ໄພ Jabalia, ກະຕຸກຊຸກຍູ້ສາມັນຊົນຍົກຍ້າຍ - ảnh 1ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີນະຄອນ Jabalia ຢູ່ທາງທິດເໜືອເຂດ ກາຊາ
(ພາບ: AFP)

ວັນທີ 18 ພຶດສະພາ, ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີນະຄອນ Jabalia ຢູ່ທາງທິດເໜືອເຂດ ກາຊາ, ພ້ອມທັງກະຕຸກຊຸກຍູ້ປະຊາຊົນຢູ່ເຂດນີ້ຍົກຍ້າຍເຖິງບ່ອນຫຼົບໄພທາງທິດຕາເວັນຕົກນະຄອນ ກາຊາ. ໃນສື່ສັງຄົມ X, ໂຄສົກກະຊວງກອງທັບ ອິດສະຣາແອັນ Avichay Adraee, ຖະແຫຼງວ່າ, ກອງທັບໄດ້ດັບສູນ “ກຸ່ມທຳລາຍຢູ່ Jabalia ພາຍຫຼັງເກີດການປະທະກັນກັບບັນດາສະມາຊິກຂອງກຸ່ມນີ້ຢູ່ໃນບັນດາຕຶກອາຄານ”. ໂຄສົກຜູ້ນີ້ບໍ່ສະໜອງຂໍ້ມູນຂ່າວກ່ຽວກັບ “ກຸ່ມທຳລາຍ”, ແຕ່ໃຫ້ຮູ້ວ່າ, ກອງທັບ ອິດສະແອັນ ບໍ່ຖືກເສຍຫາຍໃດໃນການປະທະກັນດັ່ງກ່າວ.

ກ່ອນໜ້ານັ້ນ ໃນວັນດຽວກັນ, ບັນດາແຫຼ່ງຂ່າວສາທາລະນະສຸກ ປາແລັດສະຕິນ ໄດ້ຢັ້ງຢືນວ່າ, ຢ່າງໜ້ອຍສຸດມີ 28 ຄົນ, ໃນນັ້ນ ມີແມ່ຍິງ ແລະ ເດັກນ້ອຍຖືກເສຍຊີວິດໃນບັນດາການບຸກຕີກະທັນຫັນຢ່າງຕໍ່ເນື່ອງຂອງ ອິດສະຣາແອັນ ໃສ່ຄ້າຍລີ້ໄພ Jabalia.

ຕອບກັບ