ການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢູ່ອາເມລິກາ

Chia sẻ
​​(vovworld) - ຕອນ​ບ່າຍ​ວັນ​ທີ 08/07, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ໂຕະມົນກັບບັນດາ​ຜູ້ຕາງໜ້າ​ບັນດາວິ​ສາ​ຫະກິດ​ໃຫຍ່​ຂອງ​ອາ​ເມ​ລິ​ກາ
ການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢູ່ອາເມລິກາ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ເຂົ້າ​ຮ່ວມ​ການ​ເຈລະຈາ​
ກັບບັນດາ​ຜູ້ຕາງໜ້າ​ບັນດາວິ​ສາ​ຫະກິດ​ໃຫຍ່​ຂອງ​ອາ​ເມ​ລິ​ກາ)


​​(vovworld) - ຕອນ​ບ່າຍ​ວັນ​ທີ 08/07, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ໂຕະມົນກັບບັນດາ​ຜູ້ຕາງໜ້າ​ບັນດາວິ​ສາ​ຫະກິດ​ໃຫຍ່​ຂອງ​ອາ​ເມ​ລິ​ກາ, ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ສະພາ​ດຳ​ເນີນ​ທຸ​ລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ ຈັດ​ຕັ້ງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ແລກປ່ຽນ​ກັບ​ບັນດາ​ກຸ່ມ​ບໍລິສັດ​ຂອງ​ອາ​ເມ​ລິ​ກາ ບາງ​ຈຸດ​ໃຫຍ່​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ຂອງ​ຫວຽດນາມ, ບັນດາ​ແຜນ​ນະ​ໂຍບາຍ ​ແລະ ລັດຖະນະ​ໂຍບາຍ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ຊຸກຍູ້ການ​ພັດທະນາ​ເສດຖະກິດ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ກວ່າ​ອີກ. ຜູ້ຕາງໜ້າ​ບັດ​ດາກ​ຸ່ມບໍລິສັດອາ​ເມ​ລິ​ກາ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ສັນຍາ​ການ​ຄ້າ​ຂ້າມ​ປາ​ຊີ​​ຟິກ (TPP) ທີ່ພວມປຶກສາ​ຫາ​ລື ຈະ​ນຳ​ມາ​​ເຊິ່ງກາລະ​ໂອກາດ​ຫຼາຍຢ່າງ​ກ່ຽວ​ກັບດ້ານ​ການ​ຄ້າ ​ແລະ ການ​ລົງທຶນລະຫວ່າງ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ.

      ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ບັນດາ​ສະມາ​ຊິກ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ຮັບ​ຮູ້​ການ​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ສະຫວັດດີ​ການ​ສັງຄົມ​ຂອງຫວຽດນາມ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ຫວຽດນາມ ​ໃຫ້​​ເໝາະສົມກັບ​ທີ່​ຕັ້ງ ​ແລະ ​ແຫຼ່ງກຳລັງ​ຂອງ​ອາ​ເມ​ລິ​ກາ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໃຫ້​ຮູ້​ວ່າ.

      “ບັນດາ​ໂຄງການ​ລົງທຶນຕົ້ນ​ຕໍ່​ຂອງ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ສ່ວນ​ຫຼາຍແມ່ນ​ສຸມ​ໃສ່​​ເຂົ້າ​ໃນຂົງ​ເຂດ​ເຕັກ​​ໂນ​ໂລ​ຊີ, ສື່ສານ, ນ້ຳມັນ​ອາຍ​ແກັດ, ອຸດສາ​ຫະກຳ, ພະລັງງານ, ພື້ນຖານ​ໂຄງ​ລ່າງ, ການ​ເງິນ, ທະນາຄານ, ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບ​ ​ແລະ ມີ​ມູນ​ຄ່າ​ເພີ່ມ​ສູງ… ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ບັນດາ​ນັກ​ລົງທຶນ​ທີ່​ມາ​ຈາກ​ອາ​ເມ​ລິ​ກາ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ຫວຽດນາມ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ”.

      ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງລະຫວ່າງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ກັບ​ຜູ້​ຕ່າງ​ໜ້າ​ປະຊາ​ຄົມ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ, ​ໂດຍ​ຫ້ອງການ​ການ​ຄ້າ​ອາ​ເມ​ລິ​ກາ ​ແລະ ສະພາ​ດຳ​ເນີນ​ທຸລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ ຈັດ​ຕັ້ງ, ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ ປາດ​ຖະໜາ​ວ່າ, ບັນດາວິ​ສາ​ຫະກິດ​ອາ​ເມ​ລິ​ກາ ຈະ​ເຂົ້າ​ຮ່ວມ​ການ​ຂຸດ​ຄົ້ນ​ກາລະ​ໂອກາດ, ​ລົງທຶນ​ເຂົ້າ​ຫວຽດນາມ ບັນດາ​ໂຄງການ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ​ບໍ່​ສົ່ງມົນ​ລະ​ຜິດ​ເຖິງສິ່ງ​ແວດ​ລ້ອມ; ທັງ​ຮັບ​ໃຊ້​ຍຸດ​ທະ​ສາດ​ດຳ​ເນີນ​ທຸລະ​ກິດ​ທົ່ວ​ໂລກ​ຂອງ​ຕົນ, ທັງ​ປະກອບສ່ວນ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ເພື່ອມຸ່ງ​ໄປ​ສູ່ລະ​ດັບ​ສູງ​ໃໝ່.​

​ແລະ ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 8/7, ທ່ານ​ເລຂາທິການ​ໃຫຍ່ ​ຫງວຽນ​ຟູ໋ຈ້ອງ ​ໄດ້​ມາ​ຢ້ຽມຢາມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ​ອາ​ເມ​ລິ​ກາ (CSIS)​ ໃນ​ຖານະ​ເປັນ​ນັກ​ປາຖະກະຖາ​ຕົ້ນຕໍ. ບົດ​ຄຳ​ເຫັນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ​ຫງວຽນ​ຟູ໋ຈ້ອງ ດ້ວຍ​ຫົວ​ຂໍ້​ວ່າ: “ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ​ ໃນ​ໄລຍະ​ພັດທະນາ​ໃໝ່“ ມີ​ເນື້ອ​ໃນ​ເນັ້ນ​ໜັກ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ ກໍ່​ຄື​ຍົກ​ອອກ​ບັນດາ​ວຽກ​ງານ​ທີ່​ຈະ​ຕ້ອງ​ເຮັດ ​ເພື່ອ​ນຳ​ການ​ພົວພັນ​ສອງ​ຝ່າຍ​ຫວຽດນາມ - ອາ​ເມ​ລິ​ກາ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ບົດ​ຄຳ​ເຫັນຂອງທ່ານ​ເລຂາທິການ​ໃຫຍ່ ​ຫງວຽນ​ຟູ໋ຈ້ອງ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຊົມ​ເຊີຍ​ຈາກ​ຜູ້​ເຂົ້າ​ຮ່ວມ.


ການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢູ່ອາເມລິກາ - ảnh 2
ທ່ານ​ເລ​ຂາ​ທິການ​ໃຫຍ່ຫງວຽນ​ຟຸຈ້ອງ ​ພົບ​ປະ​ກັບ​ບັນດາ
​ສະມາຊິກ​ສະພາ​ສູງ, ສະມາຊິກ​ສະພາ​ຕໍ່າ​ອາ​ເມ​ລິ​ກາ
(ພາບ: TTXVN)


ກ່ອນໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 08/07 (ຕາມ​ເວລາ​ອາ​ເມ​ລິ​ກາ), ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ອາ​ເ​ມລິ​ກາ, ທ່ານ​ເລ​ຂາ​ທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ສະມາຊິກ​ສະພາ​ສູງ, ສະມາຊິກ​ສະພາ​ຕໍ່າ​ອາ​ເມ​ລິ​ກາ. ການ​ພົບ​ປະ​ໂດຍ​ທ່ານ​ອະດີດ​ປະທານສະພາ​ສູງອາ​ເມ​ລິ​ກາ Patrick Leahy, ຫົວ​ໜ້າ​ຝ່າຍ​ປະຊາທິປະ​ໄຕ​ຢູ່​ສະພາ​ສູງ​ເປັນ​​ເຈົ້າພາບ. ຢູ່​ທີ່​ນີ້, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດອາ​ເມ​ລິ​ກາ ​ໄດ້​ສະ​ແດງ​ໃຫ້​ເຫັນການ​ສະໜັບສະໜູນ​ຕໍ່ການ​ເພີ່ມ​ທະວີ​ການ​ພົວພັນ​ມິດ​ຕະພາບ ​ແລະ ການຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ປ​າດຖະໜາ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດລະຫວ່າງ​ອາ​ເມ​ລິ​ກາ ​ແລະ ບັນດາ​ລັດ​ຂອງອາ​ເມ​ລິ​ກາ ກັບ​ຫວຽດນາມ​ ​ໃນ​ຂົງ​ເຂດ​ຕ່າງໆ, ​ໃນ​ນັ້ນ​ມີ​ບັນຫາ​ການ​ຄ້າ ​ແລະ ການປ້ອງ​ກັບ​ຄວາມ​ສະຫງົບ. ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​​ຢ່າງ​ສູງ​ຕໍ່ບັນຫາ​ທະ​ເລ​ຕາ​ເວັນ​ອອກ ຫວ່າງ​ມໍ່ໆ​ມາ​ນີ້.

      ກ່າວ​ຄຳ​ເຫັນ​ກັບ​ບັນດາ​ສະ​ມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຖື​ວ່າ, ​ໃນ​ຕະຫຼອດ 20 ປີ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ບັນລຸ​ໄດ້​ບັນດາ​ບາດ​ກ້າວທີ່​ຍາວ​ໄກ​ໃນ​ໄລຍະ​ປະຫວັດສາດ​ອັນ​ສັ້ນໆ. ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕັ້ງ​ໜ້າ​ໃນ​ຕະຫຼອດ 20 ປີຜ່ານມາ ​ແມ່ນ​ອີງ​​ໃສ​່ພື້ນຖານ​ເຄົາລົບ​ບັນດາ​ຫຼັກ​ການ​ພື້ນຖານ​ໃນ​ການ​ພົວພັນ​ກັບ​ສາກົນ, ນັ້ນ​ແມ່ນ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ​ເຄົາລົບ​ເອກະລາດ, ​ອະທິປະ​ໄຕ, ລະບອບ​ການ​ເມືອງ​ຂອງ​ກັນ ​ແລະ ຮ່ວມ​ມື​ຕ່າງ​ຝ່າ​ຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ຢ່າງ​​ເປີດ​ອົກ​ເປີດ​ໃຈ ​ເພື່ອ​ບັນລຸ​ໄດ້​ຄວາມ​ຮັບ​ຮູ້​ລວມ​ໃນ​ບັນ​ດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າ​ງລະຫວ່າງ 2 ປະ​ເທດ. ​​ແລກປ່ຽນ​ກັບ​ບັນດາ​ສະມາຊິກ​ສະພາ​ສູງ, ສະພາ​ຕໍ່າ​​ອາ​ເມ​ລິ​ກາ ກ່ຽວ​ກັບບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຕີ​ລາຄາ​ສູງ​​ເລື່ອງ​ສະພາ​ແຫ່ງຊາ​ດອາ​ເມ​ລິ​ກາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​​ເອົາ​ໃຈ​ໃສ່, ການປະກອບສ່ວນທີ່​ມີ​ລັກສະນະສ້າງສັນ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ຢືນຢັນ​ວ່າ ຫວຽດນາມ ຈະປະຕິບັດ​ແນວທາງການ​ພົວພັນ​ຕ່າງປະ​ເທດ ທີ່​ເປັນ​ເອກະລາດ​, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ​, ການຮ່ວມ​ມື ​ແລະ ພັດທະນາຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຕັ້ງ​ໜ້າ ​ແລະ ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ແມ່ນ​ສະມາຊິກ​ທີ່ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ. ຫວຽດນາມ ກໍ່​ຢືດໝັ້ນ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນຜ່ານ​ບັນດາ​ມາດ​ຕະການ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານເຄົາລົບ​ກົດໝາຍ​ສາກົນ, ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ (UNCLOS) ປີ 1982.

      ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 08/07 (ຕາມ​ເວລາ​ອາ​ເມ​ລິ​ກາ) ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ສະມາຊິກ​ສະພາ​ສູງ John McCain ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ. ທີ່​ການ​ພົບ​ປະ, ທ່ານ​ສະມາຊິກ​ສະພາ​ສູງ John McCain ຢືນຢັນ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິກາ - ຫວຽດນາມ, ມີ​ຄວາມ​ເອກ​​ອ້າງ​ຖະນົງ​ໃຈ​ຕໍ່​ຜົນງານ​ຂອງ​ການ​ຮ່ວມ​ມື​ເຊິ່ງ 2 ຝ່າຍ​ບັນລຸ​ໄດ້​ໃນ​ຕະຫຼອດ 20 ປີຜ່ານມາ; ຖື​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຍັງ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ, ຮຽກຮ້ອງ​ໃຫ້ 2 ຝ່າຍ​ຕ້ອງ​ສືບ​ຕໍ່ມານະ​ພະຍາຍາມ, ຮ່ວມ​ມື​ເພື່ອ​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ບັນດາ​ສິ່ງ​ນັ້ນ. ຝ່າຍ​ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກັບ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ສະມາຊິກ​ສະພາ​ສູງ John McCain ​ໄດ້​ແລກປ່ຽນ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ກ່ຽວ​ກັບ​ບາງ​ບັນຫາ​ສາກົນ ​ແລະ ພາກພື້ນ, ​ໃນ​ນັ້ນ​ມີ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຄວາມ​ປອດ​ໄພ​ທາງ​ດ້ານ​​ເຄືອ​ຂ່າ​ຍອິນ​ເຕີ​ແນັດ.