ຫວຽດ​ນາມ ຢືນ​ອັນ​ດັບໜຶ່ງໃນ​ການ​ຄັດ​ເລືອກ​ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ຂອງຊາວ ອິນ​ເດຍ

Chia sẻ
(VOVWORLD) - ປະລິມານແຂກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ໃນປີ 2023 ໄດ້ເພີ່ມຂຶ້ນ 248% ເມື່ອທຽບໃສ່ປີ 2020.
ຫວຽດ​ນາມ ຢືນ​ອັນ​ດັບໜຶ່ງໃນ​ການ​ຄັດ​ເລືອກ​ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ຂອງຊາວ ອິນ​ເດຍ - ảnh 1ຄະນະນັກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ (ພາບ: TTXVN)

ຄວາມຕ້ອງການໄປທ່ອງທ່ຽວຕ່າງປະເທດຂອງຊາວ ອິນເດຍ ໄດ້ຮັບການຢັ້ງຢືນວ່າ ເພີ່ມຂຶ້ນຢ່າງແຮງໃນໄລຍະຜ່ານມາ. ໃນນັ້ນ, ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງສະຖານທີ່ທີ່ໄດ້ຮັບຄວາມນິຍົມຊົມຊອບແຖວໜ້າ. ໃນບົດລາຍງານກ່ຽວກັບທ່າອ່ຽງການທ່ອງທ່ຽວທົ່ວໂລກປີ 2024 ໂດຍສະຖາບັນເສດຖະກິດ Mastercard ຫາກໍປະກາດ, ປະລິມານແຂກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ໃນປີ 2023 ໄດ້ເພີ່ມຂຶ້ນ 248% ເມື່ອທຽບໃສ່ປີ 2020. ຖັດມາແມ່ນບັນດາປະເທດ ອາເມລິກາ ແລະ ຍີ່ປຸ່ນ ດ້ວຍລະດັບການເຕີບໂຕແມ່ນ 59% ແລະ 53% ຕາມລຳດັບ. ຕົວເລກຢັ້ງຢືນແຕ່ເດືອນມັງກອນ ຫາເດືອນ ມີນາ 2024 ກໍຊີ້ໃຫ້ເຫັນການປ່ຽນແປງນຄວາມຮັກມັກການທ່ອງທ່ຽວຂອງແຂກທ່ອງທ່ຽວ ອິນເດຍ. ບົດລາຍງານກໍຊີ້ໃຫ້ເຫັນວ່າ ໃນຮອບເວລາ 5 ປີ ຈະມາເຖິງ, ຂະແໜງການທ່ອງທ່ຽວພາຍໃນປະເທດນີ້ ຈະສືບຕໍ່ເພີ່ມຂຶ້ນຢ່າງແຮງ.

ຕອບກັບ