ໂຄງ​ການSchubert in a Mug: ສ້າງ​ລະ​ບົບ​ນິ​ເວດ​ດົນ​ດີຄ​ລາດ​ຊິກຢູ່ຫວຽດ​ນາມ

Phuong Khanh
Chia sẻ
(VOVWORLD) - ໃນຕະຫຼອດຫຼາຍທົດສະວັດຜ່ານມາດົນຕີ ຄລາດຊິກ ໄດ້ຕິດພັນ ແລະ ສະແດງຢູ່ໂຮງລະຄອນໃຫຍ່ກັບບັນດາພວງດອກໄຟເຫຼື້ອມມະຍິບມະຍັບທີ່ຫຼູຫຼາ ພ້ອມກັບຕັ່ງນັ່ງຜ້າກຳມະຍີ່ແດງທີ່ງາມຕາໂຮງລະຄອນOpera ແຫ່ງຊາດ ວຽນສະໂມສອນພະລາດຊະວັງ Albert ຢູ່ ລອນດອນກໍຄື ໂຮງລະຄອນໃຫຍ່ ຮ່າໂນ້ຍ ແມ່ນບັນດາຕົວຢ່າງແຕ່ຫວ່າງມໍ່ໆມານີ້ຢູ່ ຫວຽດນາມມີສະຖານທີ່ແຫ່ງໜຶ່ງ ທີ່ຜູ້ນິຍົມດົນຕີ ທັງຮັບຟັງດົນຕີຄລາດຊິກ ທັງໄດ້ດຶ່ມນ້ຳຊາຫຼືກາເຟອີກດ້ວຍ.
ໂຄງ​ການSchubert in a Mug: ສ້າງ​ລະ​ບົບ​ນິ​ເວດ​ດົນ​ດີຄ​ລາດ​ຊິກຢູ່ຫວຽດ​ນາມ - ảnh 1ນັກສິລະປິນ cello ຟານໂດ້ຝຸກ ພ້ອມດ້ວຍນັກສິລະປິນ ໄຕ້ຫວັນ 2 ຄົນ (ພາບ: SiaM)

ບົດດົນຕີ “Two Pieces for Violin and Piano”ຂອງນັກດົນຕີຄົນ ຝລັ່ງ Lili Boulanger ໄດ້ເປີດສາກໃຫ້ແກ່ຄ່ຳຄືນດົນຕີຫວ່າງມໍ່ໆນີ້ຂອງ Schubert in a Mug (SiaM), ເຊິ່ງເປັນໂຄງການທີ່ນຳດົນຕີ ຄລາດຊິກ ຫຍັບເຂົ້າໃກ້ກັບມວນຊົນຫຼາຍກວ່າຕາມຮູບແບບທີ່ພິເສດ. ນັກສິລະປິນ cello ຟານໂດ໊ຟຸກ, ຜູ້ສ້າງຕັ້ງໂຄງການດັ່ງກ່າວໄດ້ແບ່ງປັນວ່າ:

ຄວາມປາດຖະໜາອັນລຽບງ່າຍຂອງຂ້າພະເຈົ້າກໍຄື ໄດ້ຫຼີ້ນດົນຕີໃຫ້ຜູ້ອື່ນຟັງ. ຂ້າພະເຈົ້າມັກການຫຼີ້ນດົນຕີໃຫ້ປະມານ 5 ຄົນຟັງ ໂດຍຜູ້ໃດກໍນັ່ງຟັງແບບຕັ້ງອົກຕັ້ງໃຈຫຼາຍກວ່າການທີ່ຫຼີ້ນໃຫ້ຮ້ອຍໆຄົນນັ່ງຟັງຢູ່ໂຮງລະຄອນ. ໃນຂະນະທີ່ກຳລັງຄິດຫາທິດທາງໃໝ່, ພໍດີຂ້າພະເຈົ້າຄຶດເຖິງວັດທະນະທຳດື່ມກາເຟທີ່ຄຶກຄື້ນຢູ່ຮ່າໂນ້ຍ. ຮ່າໂນ້ຍ ຍັງມີຮ້ານກາເຟງາມຫຼາຍແຫ່ງ ສະນັ້ນ ຂ້າພະເຈົ້າຈຶ່ງລົມກັບເພື່ອນ 2 3 ຄົນ, ກໍໂຊກດີທີ່ເຂົາເຈົ້າກໍມີຄວາມຊົມຊອບການຫຼີ້ນດົນຕີໃນຂອບເຂດທີ່ພໍດີພໍງາມ, ອົບອຸ່ນ ແລະ ໃກ້ຊິດກັບຜູ້ຊົມ. ແລະແລ້ວ SiaMກໍໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນສິງຫາ ປີ 2020.”

        ຟານໂດ໊ ຟຸກ ໄດ້ເລືອກເອົາຊື່ຂອງທ່ານ Franz Peter Schubertນັກດົນຕີຊື່ດັງຂອງ ໂອຕາລິດ ເພື່ອຕັ້ງຊື່ໃຫ້ໂຄງການຂອງຕົນ, ຍ້ອນ ຟຸກມີຄວາມຮູ້ສຶກວ່າ ດົນຕີຂອງ Schubertໃກ້ຊິດກັບຕົນເອງທີ່ສຸດ. ພ້ອມດຽວກັນນັ້ນ, ແບບວິທີການສະແດງຂອງໂຄງການ ກັບ ແບບວິທີການສະແດງຂອງ Schubert ກໍມີຄວາມກົມກຽວກັນສ່ວນໃດສ່ວນໜຶ່ງ.

“Schubert ເປັນນັກສິລະປິນທີ່ບໍ່ຄ່ອຍມັກສະແດງຢູ່ຫ້ອງດົນຕີປະສານສຽງໃຫຍ່ໆ. ທ່ານມັກເຊີນໝູ່ເພື່ອນເມືອເຮືອນ ແລ້ວນັ່ງຫຼີ້ນຢູ່ຫ້ອງຮັບແຂກ, ຫຼີ້ນດົນຕີໄປນຳ, ລົມກັນເລື່ອງດົນຕີໄປນຳ, ພິເສດແມ່ນເມື່ອທ່ານມີຜົນງານໃໝ່. ຈິດໃຈຂອງ Schubert ຫຼື ຊີວິດຂອງທ່ານ ກໍເຊັ່ນດຽວກັນ, ມີຄວາມໃກ້ຊິດ, ສະໜິດສະໜົມທີ່ສຸດ”.

ໂຄງ​ການSchubert in a Mug: ສ້າງ​ລະ​ບົບ​ນິ​ເວດ​ດົນ​ດີຄ​ລາດ​ຊິກຢູ່ຫວຽດ​ນາມ - ảnh 2SiaM ດຶງດູດຜູ້ຊົມເປັນຈຳນວນຫຼາຍ (ພາບ: SiaM)

ເປັນອັນວ່າ, Schubert ເປັນຕົວແທນໃຫ້ແກ່ດົນຕີຄລາດຊິກ, Mug ແມ່ນຈອກກາເຟ. “Schubert in a Mug” ແມ່ນດົນຕີຄລາດຊິກຢູ່ໃນຮ້ານກາເຟ. ໂຄງການລວມມີບັນດາລາຍການສະແດງດົນຕີປະສານສຽງ ປະສົມປະສານກັບການໂອ້ລົມ ດ້ວຍຄວາມປາດຖະໜາ ສ້າງເປັນບັນຍາກາດອັນອົບອຸ່ນ ເພື່ອໃຫ້ນັກສິລະປິນ ແລະ ຜູ້ຊົມພ້ອມກັນແບ່ງປັນຄວາມຮັກມັກ, ຄວາມ ຢາກຮູ້ຢາກເຫັນ ແລະ ບັນດາເລື່ອງລາວກ່ຽວກັບດົນຕີຄລາດຊິກຕາມແບບທຳມະຊາດ ແລະ ໃກ້ຊິດສະໜິດສະໜົມທີ່ສຸດ. ກຸ່ມນັກສິລະປິນຂອງ SiaM ເຕົ້າໂຮມບັນດາແບບຢ່າງທີ່ດີເດັ່ນ ແລະ ເກັ່ງກ້າສາມາດຂອງວົງການດົນຕີຄລາດຊິກ ຫວຽດນາມ. ແລະ ຜູ້ມາຊົມແມ່ນມີຫຼາຍເພດຫຼາຍໄວ ແລະ ຫຼາຍຂະແໜງອາຊີບທີ່ແຕກຕ່າງກັນ ແຕ່ທຸກຄົນ ເບິ່ງຄືວ່າບໍ່ມີໄລະຍະຫ່າງເຈືອງໜືຮວ່າງຢາງ, ເຊິ່ງເປັນຜູ້ຊົມທີ່ສະໜິດສະໜົມຂອງ SiaM ແບ່ງປັນວ່າ:

  ຂ້າພະເຈົ້າຟັງດົນຕີຄລາດຊິກແຕ່ສະໄໝແຕ່ກີ້ແລ້ວ ແຕ່ວ່າສ່ວນຫຼາຍແມ່ນບັນດາຜົນງານອຳມະຕະຢູ່ ຫວຽດນາມ. ແຕ່ເມື່ອຟັງລາຍການຂອງ SiaM ຂ້າພະເຈົ້າມັກຢູ່ບ່ອນໜຶ່ງວ່າ ຍາມໃດກໍມີການແນະນຳກ່ຽວກັບຜົນງານທີ່ຈະສະແດງ, ເວົ້າລະອຽດກ່ຽວກັບດົນຕີຄລາດຊິກ, ອັນໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກວ່າ ແລະ ມັກກວ່າ. SiaM ຄືດັ່ງຫ້ອງຮຽນດົນຕີ. ເຂົາເຈົ້າໄດ້ແນະນຳຕື່ມກ່ຽວກັບບັນດາຜົນງານໃໝ່ ເຮັດໃຫ້ຂ້າພະເຈົ້າຢາກຟັງໄປຟັງມາຫຼາຍເທື່ອ”.

ນັບແຕ່ເມື່ອສ້າງຕັ້ງມາຮອດປັດຈຸບັນ, SiaM ໄດ້ຈັດຫຼາຍກວ່າ 30 ລາຍການດົນຕີປະສານສຽງດ້ວຍຂອບຂະໜາດ ແລະ ຮູບແບບທີ່ຫຼາກຫຼາຍ, ນັບແຕ່ບັນດາລາຍການສະແດງສົດໃນບັນຍາກາດຂອງຮ້ານກາເຟ, ຮ້ານນ້ຳຊາ ຕະຫຼອດຮອດຢູ່ສູນສິລະປະ….

ພາຍຫຼັງທຸກໆລາຍການ, ຜູ້ຊົມຜູ້ຟັງຈະໄດ້ຮັບເຈ້ຍໃບໜຶ່ງ ເພື່ອຈົດຄວາມຮູ້ສຶກຂອງຕົນ ກໍຄືຄຳຖາມສຳລັບນັກສິລະປິນ. Koos Neefjes ມາຈາກ ໂຮນລັງ ແບ່ງປັນວ່າ:

ຂ້າພະເຈົ້າມັກວິທີແນະນຳຜົນງານຂອງບັນດານັກສິລະປິນນີ້, ເຂົາເຈົ້າຫຼີ້ນດົນຕີ ແລະ ເຮົາສາມາດຮັບຮູ້ໄດ້ຢ່າງຈະແຈ້ງເຖິງຄວາມຮັກ ແລະ ຄວາມຈິງຈັງຂອງເຂົາເຈົ້າທີ່ມີຕໍ່ດົນຕີ. ຕົວຢ່າງຄືການທີ່ເຮົາຟັງຜົນງານໜຶ່ງ ເຖິງວ່າບໍ່ມີເນື້ອເພງ ແຕ່ຜູ້ຟັງຄືພວກຂ້າພະເຈົ້າກໍສາມາດເຂົ້າໃຈໄດ້ເຖິງຄວາມໝາຍຂອງຜົນງານທີ່ພວກຂ້າພະເຈົ້າຈະໄດ້ຮັບຟັງ. ນັ້ນແມ່ນສິ່ງທີ່ຕ່າງກັບການທີ່ເຮົາຈະຟັງດົນຕີຄລາດຊິກ ຢູ່ເຮືອນ, ຫຼື ໂທລະສັບ ຫຼືວ່າ ຢູ່ໂຮງລະຄອນ".

SiaM ໄດ້ກ້າວເຂົ້າສູ່ລະດູທີ 4 ແລ້ວ. ກຸ່ມນັກສິລະປິນ SiaM ກໍພວມຂຶ້ນແຜນເຊີນບັນດານັກສິລະປິນຈາກຕ່າງປະເທດມາສະແດງຢູ່ ຫວຽດນາມ. ຖ້າຫາກວ່າລະດົມແຫຼ່ງກຳລັງ ໄດ້ຄົບ, SiaM ກໍມີຄວາມປາດຖະໜາຈະຈັດບັນດາລາຍການດົນຕີປະສານສຽງໂດຍບໍ່ເກັບຄ່າຢູ່ເຂດອື່ນໆນອກຈາກຮ່າໂນ້ຍ, ໂດຍສະເພາະແມ່ນເຂດຫ່າງໄກສອກຫຼີກ. SiaM ເຊື່ອໝັ້ນວ່າ ສິລະປະ ຄວນມີການປະກອບສ່ວນເຂົ້າໃນການພັດທະນາສັງຄົມນັ້ນ ແມ່ນຈະມີກຳລັງແຜ່ກະຈາຍຢ່າງຕັ້ງໜ້າກວ່າ./.


 

ຕອບກັບ