ການ​ພົບ​ພໍ​້​ກັນ​ຄັ້ງ​ພິ​ເສດ​ຂອງ​ນັກ​ຮົບ ດ້ຽນ​ບຽນ

Vu Loi – Anh Huyen
Chia sẻ
(VOVWORLD) - ໃນຊຸມວັນທ້າຍເດືອນ ເມສາ, ຕົ້ນເດືອນ ພຶດສະພາ ປະຫວັດສາດນີ້, ດິນແດນວິລະຊົນ ດ້ຽນບຽນ ໄດ້ຕ້ອນຮັບນັກທ່ອງທ່ຽວນັບໝື່ນຄົນທີ່ມາຈາກສາລະທິດໃນທົ່ວປະເທດມາຢ້ຽມຢາມ. ໃນຈຳນວນນັ້ນ, ມີບັນດານັກຮົບ, ຊາວໜຸ່ມຕະລຸມບອນ, ເກນແຮງງານ, ຜູ້ມີການປະກອບສ່ວນໂດຍກົງເຂົ້າໃນການຍາດເອົາໄຊຊະນະ ດ້ຽນບຽນຝູ “ທີ່ດັງກ້ອງກັງວານໄປທົ່ວ 5 ທະວີບ, ສັ່ນສະເທື່ອນໄປທົ່ວໂລກ” ກ່ອນນີ້ 70 ປີ. ຄວາມຕື້ນຕັນໃຈ, ສະເທືອນໃຈ, ເອກອ້າງທະນົງໃຈ ແລະ ດີໃຈ ແມ່ນບັນດາຄວາມຮູ້ສຶກອາລົມຈິດພິເສດຂອງເຂົາເຈົ້າ ເມື່ອໄດ້ພົບພໍ້ກັນໃນມື້ທີ່ກັບຄືນມາຢາມ ດ້ຽນບຽນ.
ການ​ພົບ​ພໍ​້​ກັນ​ຄັ້ງ​ພິ​ເສດ​ຂອງ​ນັກ​ຮົບ ດ້ຽນ​ບຽນ - ảnh 1ການນຳ, ອະດີດການນຳ ພ້ອມດ້ວຍນັກຮົບ, ທະຫານນັບຮ້ອຍຄົນ ກົມຫົວອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ

ນັກຮົບ ດ້ຽນບຽນ, ທະຫານຕະລຸມບອນ, ເກນແຮງງານເກືອບ 140 ຄົນ ທີ່ມາຈາກບັນດາແຂວງ, ນະຄອນ ດ້ຽນບຽນ, ເຊີນລາ, ລາຍເຈົາ, ລ່າວກາຍ, ອຽນບ໋າຍ, ຮວ່າບິ່ງ, ນະຄອນ ໂຮ່ຈີມິນ ໄດ້ພົບພໍ້ກັນ, ຫວນຄືນຊຸມວັນເດືອນປີຕໍ່ສູ້ທີ່ລຳບາກກາກກຳ, “ຕັດສິນໃຈສູ້ຮົບ, ຕັດສິນໃຈເອົາໄຊຊະນະ”, ປະກອບສ່ວນສ້າງໄຊຊະນະ ດ້ຽນບຽນຝູ ທີ່ສະຫງ່າອົງອາດ, ດັງກ້ອງກັງວານໄປທົ່ວ 5 ທະວີບ. ການພົບພໍ້ກັນຄັ້ງພິເສດນີ້ ໄດ້ດຳເນີນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1, ໃນຂອບເຂດລາຍການພົບປະສັງສັນ, ສະແດງຄວາມຮູ້ບຸນຄຸນຕໍ່ບຸກຄົນທີ່ໄດ້ເຂົ້າຮ່ວມບັ້ນຮົບ ດ້ຽນບຽນຝູ ໂດຍກົງ, ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ແຂວງ ດ້ຽນບຽນ ຈັດຂຶ້ນ.

ມີຫຼາຍຄົນໄດ້ເວົ້າຢອກກັນວ່າ ການເດີນທາງກັບຄືນມາຢ້ຽມຢາມສະໜາມຮົບເກົ່ານີ້ຍັງຍາກກວ່າການແກ່ປືນໃຫຍ່ເຂົ້າສະໜາມຮົບ ກ່ອນນີ້ 70 ປີ,  ເພາະວ່າ ບັນດາຊາວໜຸ່ມຜູ້ເຂັ້ມແຂງໃນຄາວນັ້ນ ກໍມີອາຍຸສູງຫຼາຍແລ້ວ, ສຸຂະພາບກໍເລີ່ມອ່ອນເພຍໄປ. ເຖິງຢ່າງໃດຕາມ, ເຂົາເຈົ້າຍັງຫ້າວຫັນເຂົ້າຮ່ວມການຢ້ຽມຢາມທີ່ມີຄວາມໝາຍນີ້, ເຊິ່ງອາດຈະເປັນການຢ້ຽມຢາມ ດ້ຽນບຽນ ຄັ້ງສຸດທ້າຍຂອງເຂົາເຈົ້າ. ທ່ານ ຫງວຽນທ້ຽນ, ມາຈາກແຂວງ ອຽນບ໋າຍ, ຜູ້ເຮັດວຽກງານຕິດຕໍ່ສື່ສານຢູ່ກອງບັນຊາການບັ້ນຮົບ ດ້ຽນບຽນຝູ, ກອງວິທະຍຸໂທລະເລກ 101, ກົມສື່ສານ, ແບ່ງປັນວ່າ:

“ກອງວິທະຍຸໂທລະເລກຂອງພວກຂ້າພະເຈົ້າໃນປັດຈຸບັນ ຍັງເຫຼືອບໍ່ເທົ່າໃດຄົນ. ຊຸມປີກ່ອນໆຍັງມີຄະນະຕິດຕໍ່ພົວພັນ, ພວກຂ້າພະເຈົ້າກໍໄດ້ພົບປະກັນ, ແຕ່ວ່າຈຳນວນພົນກໍນັບມື້ນັບຫຼຸດໜ້ອຍຖອຍລົງຕາມການເວລາ… ເມື່ອໄດ້ມາພົບພໍ້ເພື່ອນຮ່ວມກົມກອງ ແລະ ມິດສະຫາຍຢູ່ນີ້, ໃຜໆກໍແບ່ງປັນເລື່ອງລາວສະເພາະຂອງຕົນ, ເຖິງວ່າ ປັດຈຸບັນຈະຍັງໜ້ອຍຄົນ, ແຕ່ກໍດີໃຈຫຼາຍ”.

ການ​ພົບ​ພໍ​້​ກັນ​ຄັ້ງ​ພິ​ເສດ​ຂອງ​ນັກ​ຮົບ ດ້ຽນ​ບຽນ - ảnh 2ຕື້ນຕັນໃຈເມື່ອຢືນຢູ່ຕໍ່ໜ້າບັນດານັກຮົບ, ວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ.

ທ່າມກາງຄວາມພູມໃຈທີ່ໄດ້ພົບພໍ້ເພື່ອນມິດສະຫາຍ, ເພື່ອນຮ່ວມກົມກອງອີກເທື່ອໜຶ່ງນັ້ນ ແມ່ນຄວາມຕື້ນຕັນໃຈ, ຄວາມສະເທືອນໃຈ ເມື່ອຢືນຢູ່ຕໍ່ໜ້າບັນດານັກຮົບ, ວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ທ່ານ ຫວູວັນຈີ, ມາຈາກແຂວງ ລາຍເຈົາ, ນັກຮົບ ດ້ຽນບຽນ ກອງພັນໃຫຍ່ 675, ກອງພົນປືນໃຫຍ່ 351, ແບ່ງປັນວ່າ:

“ປີນີ້, ຂ້າພະເຈົ້າ ອາຍຸ 98 ປີ ແລ້ວ, ຂ້າພະເຈົ້າກໍພະຍາຍາມມາຖະຫວາຍທູບທຽນອາໄລຫາເພື່ອນຮ່ວມກົມກອງຂອງຕົນ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ມາໄດ້ຄືແນວນີ້ ຂ້າພະເຈົ້າກໍຮູ້ສຶກສົມຕາມຄວາມປະສົງແລ້ວ”.

ການ​ພົບ​ພໍ​້​ກັນ​ຄັ້ງ​ພິ​ເສດ​ຂອງ​ນັກ​ຮົບ ດ້ຽນ​ບຽນ - ảnh 3ການຖະຫວາຍທູບທຽນອາໄລຫາເພື່ອນຮ່ວມກົມກອງ ຜູ້ທີ່ເສຍສະຫຼະຊີວິດເພື່ອຊາດ
 ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1 ແມ່ນໜຶ່ງໃນ 4 ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດໃນສະໄໝຕ້ານລ່າເມືອງຂຶ້ນ ຝລັ່ງ, ແມ່ນບ່ອນຝັງສົບຂອງນັກຮົບເສຍສະຫຼະຊີວິດໃນບັ້ນຮົບ ດ້ຽນບຽນຝູສ່ວນຫຼາຍ. ໃນທ່າມກາງສະພາບສັດຕູຖີ້ມລະເບີດຢ່າງດຸເດືອດ, ເພື່ອຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ, ຍາດເອົາໄຊຊະນະທີ່ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ສັ່ນສະເທືອນໄປທົ່ວໂລກ”ນັ້ນ, ມີປະຊາຊົນຜູ້ດີເດັ່ນຂອງຊາດນັບພັນຄົນ ໄດ້ນອນລົງດິນແດນແຫ່ງນີ້ ໂດຍບໍ່ມີວັນກັບຄືນ. ເລືອດເນື້ອຂອງເຂົາເຈົ້າໄດ້ເຊື່ອມເຂົ້າດິນແດນແຫ່ງສັດສິດຂອງເຂດຕາເວັນຕົກພາກເໜືອ, ດ້ຽນບຽນ ເພື່ອໃຫ້ໃນວັນນີ້, ປະເທດຊາດ ຈຶ່ງມີເອກະລາດ, ເສລີພາບ; ປະຊາຊົນໄດ້ດຳເນີນຊີວິດໃນສັນຕິພາບ, ມີຊີວິດການເປັນຢູ່ຢ່າງອີ່ມໜຳສຳລານສົມບູນພູນສຸກ. ໂດຍມີຄວາມສະເທືອນໃຈຕໍ່ການເສຍສະຫຼະຂອງເພື່ອນຮ່ວມກົມກອງ, ລຸງ ເຈິ່ນກວາງຈ້ຽວ, ອະດີດນັກຮົບ ດ້ຽນບຽນ ສັງກັດກອງພັນໃຫຍ່ 367, ກອງພົນປືນໃຫຍ່ 351 ກ່າວຄວາມໃນໃຈສູ່ຟັງວ່າ:

ເພື່ອນຮ່ວມກົມກອງຂອງຂ້າພະເຈົ້າໄດ້ນອນຢູ່ນີ້ໂດຍທີ່ບໍ່ມີວັນກັບຄືນມາ, ມື້ນີ້, ຂ້າພະເຈົ້າ ໄດ້ກັບມາຢາມເພື່ອນແລ້ວ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈເຂົາເຈົ້າ, ຂອບໃຈ ດ້ຽນບຽນຝູ ທີ່ໄດ້ສ້າງເຂດສຸສານແຫ່ງນີ້ຂຶ້ນມາ ເພື່ອໃຫ້ມື້ນີ້, ບັນດານັກຮົບຜູ້ທີ່ຍັງມີຊີວິດຢູ່ຄືພວກຂ້າພະເຈົ້າ ໄດ້ມາຢາມນັກຮົບຜູ້ທີ່ເສຍຊີວິດໄປແລ້ວ”.

ບັນດາອາລົມຈິດທີ່ພິເສດໃນການພົບປະສັງສັນນັກຮົບ ດ້ຽນບຽນ ນັ້ນ ອີກຄັ້ງໜຶ່ງໄດ້ເປັນການແຜ່ກະຈາຍນ້ຳໃຈຮັກຊາດ, ກໍາລັງແຮງແຫ່ງມະຫາສາມັກຄີທົ່ວປວງຊົນທັງຊາດ, ກໍຄືສະແດງຄວາມຮູ້ບຸນຄຸນອັນຫຼົ້ນເຫຼືອ ຕໍ່ລຸ້ນພໍ່ລຸ່ນອ້າຍ, ບັນດານັກຮົບວິລະຊົນ,ນັກຮົບເສຍສະຫຼະຊີວິດເພື່ອນຊາດ, ຜູ້ທີ່ໄດ້ສະຫຼະໄລຍະເວລາທີ່ສວຍງາມທີ່ສຸດຂອງຊີວິດ ເພື່ອປະເທດຊາດ, ເພື່ອບ້ານເກີດເມືອງນອນ ແລະ ດິນແດນ ດ້ຽນບຽນຝູ ວິລະຊົນ./.

ຕອບກັບ