ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

THTPHCM - Ngoc Anh
Chia sẻ

(VOVWORLD) - 49 ປີພາຍຫລັງໄດ້ຮັບການປົດປ່ອຍຢ່າງສົມບູນ (1975 – 2024), ນະຄອນ ໂຮ່ຈີມິນ ປະຈຸບັນໄດ້ພັດທະນາເປັນຕົວເມືອງໃຈກາງການບໍລິຫານທັນສະໄຫມຂອງ ອາຊີຕາເວັນອອກສ່ຽງໃຕ້ ເທື່ອລະກ້າວ. ຫວ່າງແລ້ວນີ້, ນະຄອນໂຮ່ຈີມິນ ໄດ້ຮັບການຮັບຮອງຈາກອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ວ່າ ແມ່ນສະມາຊິກຂອງເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ.

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ - ảnh 1ທ່ານ Jonathan Wallace Baker, ຫົວຫນ້າຜູ້ຕາງຫນ້າ ອົງການ UNESCO ປະຈຳ ຫວຽດນາມ. ພາບ: VOV

ເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ (GNLC) ຂອງ UNESCO ແມ່ນເຄືອຂ່າຍສາກົນ ລວມມື ບັນດານະຄອນຮ່ວມຊາຕະກຳຊຸກຍູ້ການຮ່ຳຮຽນຕະຫລອດຊີວິດ ຢູ່ປະຊາຄົມປະເທດປະຈຳຖິ່ນ. ເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ ປະຈຸບັນ ມີ 356 ນະຄອນສະມາຊິກ ຈາກທຸກແຫ່ງໃນໂລກ ພ້ອມກັນແບ່ງປັນແຫລ່ງບັນດານໃຈ, ປັນຍາ ແລະ ທຳນຽ ມທີ່ດີທີ່ສຸດ.

ເລື່ອງນະຄອນໂຮ່ຈີມິນ ກາຍເປັນສະມາຊິກທາງການຂອງ ເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ ຂອງ UNESCO ເປັນການສະແດງໃຫ້ເຫັນການຮັບຮູ້ຂອງໂລກສຳລັບບັນດານະໂຍບາຍ, ຄຳໝັ້ນສັນຍາ, ຄວາມມານະພະຍາຍາມຂອງ ຫວຽດນາມ ເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະໃນການຮັບປະກັນພື້ນຖານການສຶກສາທີ່ມີຄຸນນະພາບ, ຍຸຕິທຳ, ຮອບດ້ານ, ຊຸກຍູ້ກາລະໂອກາດຮ່ຳຮຽນຕະຫລອດຊີວິດໃຫ້ໝົດທຸກຄົນ. ທ່ານ Jonathan Wallace Baker ຫົວຫນ້າຜູ້ຕາງຫນ້າອົງການ UNESCO ປະຈຳ ຫວຽດນາມ ຖືວ່າ:

UNESCO ມີຄວາມສົນໃຈເຖິງຂໍ້ລິເລີ່ມຂອງນະຄອນ ກ່ຽວກັບການກໍ່ສ້າງ ແລະ ໃຫ້ສັດຕະຍາບັນຊຸດມາດຖານກ່ຽວກັບໂຮງຮຽນຜາສຸກ ໂດຍອີງໃສ່ໂຄງຮ່າງໂຮງຮຽນຜາສຸກທົ່ວໂລກຂອງ UNESCO ພ້ອມກັບແຜນນະໂຍບາຍນຳໃຊ້ຢູ່ບັນດາໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ ນະຄອນໂຮ່ຈີມິນ. ຮູບແບບນີ້ ແມ່ນຈຸດສຸມຂອງກິດຈະການປ່ຽນແປງໃຫມ່ການສຶກສາ, ຖືຄວາມຜາສຸກແມ່ນປັດໄຈຫລັກແຫລ່ງເພື່ອຍົກສູງຄຸນນະພາບການຮ່ຳຮຽນ”.

   ໃນຊຸມປີຜ່ານມາ, ຂະແຫນງການສຶກສາ ແລະ ບຳລຸງສ້າງ ນະຄອນໂຮ່ຈີມິນ ພັດທະນາທັງຈຳນວນ ແລະ ຄຸນນະພາບ ແມ່ນແຫລ່ງກຳລັງສຳຄັນເພື່ອພັດທະນາເສດຖະກິດ, ສັງຄົມ. ເຄືອຂ່າຍໂຮງຮຽນ ຢູ່ທຸກຊັ້ນຮຽນ, ຂັ້ນຮຽນ ໄດ້ປົກຄຸມທົ່ວທຸກເມືອງ ແລະ ນະຄອນ ຖູດຶກ ດ້ວຍ 5.700 ຮາກຖານການສຶກສາ ບຳລຸງສ້າງ ນັບແຕ່ຂັ້ນອະນຸບານຕະຫລອດຮອດມະຫາວິທະຍາໄລ. ນະຄອນ ໂຮ່ຈີມິນ ໄດ້ສ້າງກາລະໂອກາດ, ເງື່ອນໄຂສະດວກໃຫ້ແກ່ປະຊາຊົນ ໄດ້ຮ່ຳຮຽນ ແລະ ຮ່ຳຮຽນຕະຫລອດຊີວິດເພື່ອຍົກສູງຄວາມຮັບຮູ້, ພັດທະນາທັກສະ, ສີມື, ປະກອບສ່ວນປ່ຽນແປງແຫລ່ງຊັບພະຍາກອນມະນຸດຂອງປະເທດຊາດ, ສ້າງບຸກທະລຸກ່ຽວກັບສະມັດຕະພາບແຮງງານ ແລະ ຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ທ່ານນາງ ຫງວຽນທິເລະ,ປະທານ ສະພາປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

 “ ນະຄອນ ໂຮ່ຈີມິນ ໄດ້ສ້າງແຜນຮ່າງການສຶກສາອັດສະລິຍະ ແລະ ຮ່ຳຮຽນຕະຫລອດຊີວິດໄລຍະ 2021 2030. ໄລ່ມາຮອດປະຈຸບັນ ນະຄອນ ໄດ້ມີກວ່າ 1,6 ລ້ານຄອບຄົວບັນລຸຄອບຄົວຮ່ຳຮຽນ, ກວ່າ 1.000 ວົງຕະກຸນໄດ້ຮັບການຮັບຮູ້ ແມ່ນພົນລະເມືອງຮ່ຳຮຽນ. ນະຄອນ ຈະສືບຕໍ່ພັດທະນາ, ກາຍເປັນສູນການສຶກສາແຖວຫນ້າຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ບັນລຸໄດ້ອິດທິພົນຊື່ສຽງ, ຈັດອັນດັບສູງໃນການຕີລາຄາ ແລະ ການຮັບຮູ້ຂອງໂລກ. ນະຄອນໂຮ່ຈີມິນ ຈະມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ມີກາລະໂອກາດໄດ້ຮ່ຳຮຽນ ແລະ ພັດທະນາ; ໝັ້ນໝາຍສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບບັນດາສະມາຊິກອື່ນຂອງເຄືອຂ່າຍນະຄອນ ຮ່ຳຮຽນທົ່ວໂລກເພື່ອແບ່ງປັນບົດຮຽນ, ປະສົບການ, ຮ່ຳຮຽນ ແລະ ສ້າງສະພາບແວດລ້ອມການຮຽນທີ່ດີສຸດໃຫ້ແກ່ທຸກຄົນ”.

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ - ảnh 2ທ່ານນາງ ຫງວຽນທິເລະ,ປະທານ ສະພາປະຊາຊົນນະຄອນ ໂຮ່ຈີມິນ. ພາບ:VOV

ເນື່ອງໃນໂອກາດໄດ້ຮັບນາມມະຍົດເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ປຸກລະດົມໂຄງການກະທຳສ້າງ “ນະຄອນຮ່ຳຮຽນທົ່ວໂລກ ຂອງ  UNESCO ໄລຍະ 2024- 2030”. ອຳນາດການປົກຄອງນະຄອນ ໄດ້ວາງອອກບັນດາໂຄງການກະທຳເພື່ອໃຫ້ນະຄອນກາຍເປັນບ່ອນທີ່ມີປະຊາຊົນທຸກຄົນບໍ່ຈຳແນກເກນອາຍຸ, ບໍ່ຈຳແນກສັນຊາດ ກໍ່ສາມາດສືບຕໍ່ຮ່ຳຮຽນໄດ້, ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນເປີດ. ທ່ານ ຫງວຽນໂຮ່ຫາຍ, ຮອງເລຂາຜູ້ປະຈຳການເລຂາພັກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

 “ເພື່ອເສີມຂະຫຍາຍບັນດາໝາກຜົນແຫ່ງການຮ່ຳຮຽນໃຫ້ເປັນຢ່າງດີໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ໄດ້ຍົກສູງຈິດໃຈຮ່ຳຮຽນເອງ, ຝືກຝົນຫລໍ່ຫລອມ, ສ້າງແຮງບັນດານໃຈ ແລະ ເຈດຈຳນົງຮ່ຳຮຽນຕະຫລອດຊີວິດເຖິງທຸກຄົນ. ສືບຕໍ່ເສີມຂະຫຍາຍປະສິດທິຜົນບັນດາຮູບແບບ, ຄວາມໝາຍໃນວຽກງານສົ່ງເສີມການຮຽນ, ສົ່ງເສີມຜູ້ມີຄວາມເກັ່ງກ້າ, ກໍ່ສ້າງສັງຄົມແຫ່ງການຮ່ຳຮຽນ ຊື່ງນະຄອນບັນລຸໄດ້ໃນໄລຍະຜ່ານມາ”.

        49 ປີພາຍຫລັງການປົດປ່ອຍ, ນະຄອນໂຮ່ຈີມິນ ພວມກຽມພ້ອມໃຫ້ແກ່ອະນາຄົດ ຊື່ງພົນລະເມືອງແຕ່ລະຄົນລ້ວນແຕ່ແມ່ນພົນລະເມືອງດີຈິຕອນ, ພົນລະເມືອງຮ່ຳຮຽນທົ່ວໂລກ; ສ້າງປະຊາຄົມຮ່ຳຮຽນ, ສັງຄົມຮ່ຳຮຽນ ພ້ອມກັນສ້າງໂລກແຫ່ງການຮ່ຳຮຽນ.

ຕອບກັບ