ຂີດໝາຍປະຫວັດສາດຢູ່ກິ່ວ ຟາດິນ

Chia sẻ
(VOVWORLD) - ໂດຍມີອາຍຸ 95 ປີແລ້ວ, ສຸຂະພາບກໍ່ບໍ່ແຂງແຮງປານໃດແລ້ວກໍຕາມ, ແຕ່ທ່ານ ຂໍ ຍັງຈື່ດີແຕ່ລະຈຸດທີ່ຕັ້ງຂອງປ້ອມສັດຕູ, ບັນດາເສັ້ນທາງທີ່ເຕັມໄປດ້ວຍຂຸມລະເບີດທີ່ທ່ານເຄີຍຖົມຢູ່ກິ່ວ ຟາດິນ
ຂີດໝາຍປະຫວັດສາດຢູ່ກິ່ວ ຟາດິນ - ảnh 1(ທ່ານ ກວ່າງວັນຂໍ, ຢູ່ຕາແສງ ເມື່ອງແອ໊, ເມືອງ ທ້ວນເຈົາ, ແຂວງ ເຊີນລາ)

        ໃນບັ້ນຮົບ ດ້ຽນບຽນຝູ ກ່ອນນີ້ 70 ປີ (1954 – 2024), ກິ່ວ ຟາດິນ ແຫ່ງເທບນິຍາຍໄດ້ເປັນສັກຂີພະຍານການເຄື່ອນໄຫວຂອງພະນັກງານ, ນັກຮົບ, ປະຊາຊົນຜູ້ປະກອບເຫື່ອແຮງໃນແນວຮົບ, ຊາວໜຸ່ມຕະລຸມບອນໃນເສັ້ນທາງລຳລຽງອາວຸດ, ທັນຍາຫານໃຫ້ແກ່ນັກຮົບຢູ່ແນວໜ້າ. 70 ປີພາຍຫຼັງວັນປົດປ່ອຍ, ບັນດາເລື່ອງລາວກ່ຽວກັບຈຸດເວລາຕໍ່ສູ້ຍັງຄົງຝັງເລິກຢູ່ໃນດວງໃຈຂອງບັນດານັກຮົບ, ປະຊາຊົນຢູ່ບັນດາໝູ່ບ້ານຢູ່ເຂດຕີນພູນີ້. ເຂົາເຈົ້າພວມສືບຕໍ່ສ້າງໜ້າປະຫວັດສາດທີ່ສະຫງ່າອົງອາດດ້ວຍບັນດາຜົນງານໃໝ່ໃນຍຸກສະໄໝສັນຕິພາບ.

“ທ່ານຫົວໜ້າກອງພັນໃຫຍ່ໄດ້ແຈ້ງຂ່າວວ່າ ດຽວນີ້ພວກເຮົາປົດປ່ອຍ ດ້ຽນບຽນຝູ ໄດ້ແລ້ວ, ນາຍພົນ De Castries ຍອມຈຳນົນແລ້ວ, ຍ້ອນແນວນັ້ນ ພວກຂ້າພະເຈົ້າກໍ່ໄດ້ຮ້ອງໂຮ, ຕົບມື, ດີໃຈທີ່ສຸດ ແລະ ນ້ຳຕາກໍ່ໄຫຼອອກມາ…”.

ຢາດນ້ຳຕາໄຫຼລົງແກ້ມ, ອີກເທື່ອໜຶ່ງທ່ານ ກວ່າງວັນຂໍ, ຢູ່ຕາແສງ ເມື່ອງແອ໊, ເມືອງ ທ້ວນເຈົາ, ແຂວງ ເຊີນລາ ໄດ້ກັບຄືນສູ່ຈຸດເວລາຂອງວັນປົດປ່ອຍ ແລະ ຊຸມວັນເດືອນປີ ທີ່ໄດ້ປະກອບເຫື່ອແຮງຂອງຕົນເຂົ້າໃນການສ້າງໄຊຊະນະທີ່ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ເຮັດໃຫ້ທົ່ວໂລກສັ່ນສະເທືອນ”.

ໂດຍມີອາຍຸ 95 ປີແລ້ວ, ສຸຂະພາບກໍ່ບໍ່ແຂງແຮງປານໃດແລ້ວກໍຕາມ, ແຕ່ທ່ານ ຂໍ ຍັງຈື່ດີແຕ່ລະຈຸດທີ່ຕັ້ງຂອງປ້ອມສັດຕູ, ບັນດາເສັ້ນທາງທີ່ເຕັມໄປດ້ວຍຂຸມລະເບີດທີ່ທ່ານເຄີຍຖົມຢູ່ກິ່ວ ຟາດິນ, ເຊິ່ງແມ່ນເສັ້ນທາງສຳຄັນ, ເຊື່ອມຕໍ່ແນວຫຼັງໄປຍັງສະໜາມຮົບ ດ້ຽນບຽນຝູ…

“ຂ້າພະເຈົ້າໄປຖົມຂຸມລະເບີດຊ່ວຍທະຫານແຕ່ 5 – 6 ໂມງແລ້ງ, ແລ້ວພ້ອມກັບພໍ່ແມ່ປະຊາຊົນເຂົ້າປ່າຕັດໄມ້. ຜູ້ຫາບຫີນ, ຜູ້ຫາບດິນ. ຕ້ອງເຮັດໃນຕອນກາງຄືນ, ຍ້ອນຕອນກາງເວັນເຮືອບິນຂອງສັດຕູຍິງທຳລາຍ. ເຮັດຕອນກາງຄືນແມ່ນລຳບາກທີ່ສຸດ, ບໍ່ໄດ້ນອນ, ຖົມຂຸມລະເບີດແລ້ວ, ກັບເມືອເຮືອນກໍ່ຮອດ 5 ໂມງເຊົ້າແລ້ວ”.

ກິ່ວ ຟາດິນ ຕັ້ງຢູ່ເຄີ່ງກາງແຂວງ ເຊີນລາ ແລະ ດ້ຽນບຽນ, ໄດ້ຮັບຖືວ່າແມ່ນໜຶ່ງໃນກິ່ວ 4 ແຫ່ງທີ່ສູງ ແລະ ອັນຕະລາຍທີ່ສຸດຂອງເຂດ ໄຕບັກ (ໂອກຸຍໂຮ່, ຟາດິນ, ເຄົາຟ້າ, ມ໋າຟີແລງ), ແມ່ນປະຕູຂອງບັ້ນຮົບ ດ້ຽນບຽນຝູ. ສະນັ້ນ, ຍາມໃດກອງທັບ ຝລັ່ງ ກໍ່ຊອກຫາວິທີບຸກໂຈມຕີຢູ່ເຂດກິ່ວນີ້ ເພື່ອຕັດເສັ້ນທາງລຳລຽງເຄື່ອງບໍລິໂພກ, ທັນຍາຫານຂອງທະຫານ ຫວຽດນາມ ອອກສູ່ແນວໜ້າ. ແຕ່ລະມື້, ເຮືອບິນຂອງກອງທັບ ຝລັ່ງ ໄດ້ຖິ້ມລະເບີດນັບຮ້ອຍລູກ…, ສະນັ້ນ, ຢູ່ບ່ອນນີ້ໄດ້ຮັບຖືວ່າແມ່ນ “ຖົງໃສ່ລະເບີດ”.

ຂີດໝາຍປະຫວັດສາດຢູ່ກິ່ວ ຟາດິນ - ảnh 2(ໃນບັ້ນຮົບ ດ້ຽນບຽນຝູ, ທ້ອງຖິ່ນມີທະຫານ, ຊາວໜຸ່ມຕະລຸມບອນ ເກືອບ 30 ຄົນແລະ ປະຊາຊົນຜູ້ປະກອບເຫື່ອແຮງໃນແນວຮົບ ນັບຮ້ອຍຄົນ)

ໃນບັ້ນຮົບ ດ້ຽນບຽນຝູ, ມີທະຫານ, ຊາວໜຸ່ມຕະລຸມບອນ, ປະຊາຊົນຜູ້ປະກອບເຫື່ອແຮງໃນແນວຮົບ… ໄດ້ເສຍສະຫຼະຊີວິດຢ່າງອົງອາດ ຫຼື ປະສ່ວນໜຶ່ງຂອງຮ່າງກາຍຢູ່ເຂດກິ່ວ ຟາດິນ ແຫ່ງເທບນິຍາຍນີ້.

ຕາມທ່ານ ລໍ່ວັນຮວານ, ປະທານຄະນະກຳມະການປະຊາຊົນຕາແສງ ເມື່ອງແອ໊, ເມືອງ ທ້ວນເຈົາ,  ແຂວງ ເຊີນລາ - ເຊິ່ງແມ່ນຕາແສງຕິດກັບຍອດກິ່ວ ຟາດິນ ແລະ ຕິດກັບເມືອງ ຕວ່ນຢາວ, ແຂວງ ດ້ຽນບຽນ ແລ້ວ: ໃນບັ້ນຮົບ ດ້ຽນບຽນຝູ, ທ້ອງຖິ່ນມີທະຫານ, ຊາວໜຸ່ມຕະລຸມບອນ ເກືອບ 30 ຄົນ ແລະ ປະຊາຊົນຜູ້ປະກອບເຫື່ອແຮງໃນແນວຮົບ ນັບຮ້ອຍຄົນ.

“ມູນເຊື້ອນັ້ນໄດ້ກາຍເປັນຄຸນຄ່າທີ່ໃຫຍ່ຫຼວງ, ສ້າງກຳລັງໜູນເພື່ອໃຫ້ລຸ້ນໜຸ່ມຮ່ຳຮຽນຕາມລຸ້ນພໍ່, ລຸ້ນປູ່ກ່ຽວກັບນ້ຳໃຈປະຕິວັດຂອງຊາດ. ໄດ້ດຳລົງຊີວິດໃນຄວາມສັນຕິພາບຄືໃນມື້ນີ້ ນັ້ນແມ່ນບັນດາຄຸນຄ່າຂອງຄົນລຸ້ນໄປກ່ອນ. ແຕ່ລະປີ, ໃນບັນດາການດຳເນີນຊີວິດ, ໂອ້ລົມ, ພວກຂ້າພະເຈົ້າໄດ້ຫວນຄືນປະຫວັດສາດໃນໄລຍະຕໍ່ສູ້, ເພື່ອໃຫ້ຄົນລຸ້ນຫຼັງເຂົ້າໃຈໄດ້ເຖິງຄຸນຄ່າປະຫວັດສາດຂອງກິ່ວ ຟາດິນ ເວົ້າສະເພາະ, ໄຊຊະນະ ດ້ຽນບຽນຝູ ເວົ້າລວມ”.

ຂີດໝາຍປະຫວັດສາດຢູ່ກິ່ວ ຟາດິນ - ảnh 3(ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຮັບຮອງກິ່ວ ຟາດິນ ແມ່ນເຂດປູຊະນີຍະສະຖານລະດັບຊາດ)

ກ່ອນນີ້ 4 ປີ, ໃນປີ 2020, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຮັບຮອງກິ່ວ ຟາດິນ ແມ່ນເຂດປູຊະນີຍະສະຖານລະດັບຊາດ. ໃນຊຸມມື້ນີ້ຢູ່ຍອດກິ່ວ ຟາດິນ ຂຶ້ນກັບເມືອງ ທ້ວນເຈົາ, ແຂວງ ເຊີນລາ, ກິດຈະກຳຫໍບູຊາທະຫານເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານປະຫວັດສາດ - ວັດທະນະທຳກິ່ວ ຟາດິນ ພວມຄ່ອຍໆໄດ້ກໍ່ສ້າງສຳເລັດ, ສູ້ຊົນຈະນຳເຂົ້າເຄື່ອນໄຫວກ່ອນວັນທີ 30 ເມສາປີນີ້. ທ່ານ ຫງວຽນດັກລຶກ, ເລຂາຄະນະພັກເມືອງ ທ້ວນເຈົາ, ແຂວງ ເຊີນລາ, ໃຫ້ຮູ້ວ່າ:

“ກິດຈະກຳນີ້ແມ່ນເພື່ອເຊີດຊູບັນດາຄຸນຄ່າປະຫວັດສາດພິເສດຂອງເຂດປູຊະນີຍະສະຖານກິ່ວ ຟາດິນ. ພາຍຫຼັງໄດ້ຮັບການກໍ່ສ້າງສຳເລັດ, ແຫ່ງນີ້ຈະແມ່ນຈຸດພົ້ນເດັ່ນສຳຄັນຂອງເຂດປູຊະນີຍະສະຖານກິ່ວ ຟາດິນ, ແມ່ນສະຖານທີ່ສັກສິດຂອງປະຊາຊົນ ກໍຄືແຂກທ່ອງທ່ຽວຢູ່ທົ່ວທຸກສາລະທິດ, ປະກອບສ່ວນຊຸກຍູ້ການທ່ອງທ່ຽວແຂວງ ເຊີນລາ ໃຫ້ພັດທະນາ, ຜ່ານນັ້ນ, ກໍ່ເປັນການສ້າງບາດກ້າວກະໂດດຂັ້ນໃນການພັດທະນາເສດຖະກິດ - ສັງຄົມຂອງເມືອງ”.

70 ປີພາຍຫຼັງສົງຄາມ, ໂດຍສືບທອດມູນເຊື້ອໃນເມືອກ່ອນ, ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດນີ້ໄດ້ ແລະ ພວມມານະພະຍາຍາມປະຕິບັດເປົ້າໝາຍພັດທະນາເສດຖະກິດ - ສັງຄົມໃນຍຸກສະໄໝສັນຕິພາບ, ສ້າງການດຳລົງຊີວິດໃຫ້ນັບມື້ນັບດີງາມກວ່າເກົ່າ./.

ຕອບກັບ