ວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ: ບ່ອນ​ເຕົ້າ​ໂຮມ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ

Cuong Phong
Chia sẻ
(VOVWORLD) - ສຳລັບຊາວ ຫວຽດນາມ ທຸກຄົນ, ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນ ວິຫານຮຸ່ງ ໄດ້ກາຍເປັນສັນຍາລັກທາງດ້ານຈິດໃຈ ແລະ ຄວາມຮັບຮູ້ກ່ຽວກັບກົກເຄົ້າເຫງົ້າກໍ ແລະ ເປັນບ່ອນເຕົ້າໂຮມບັນດາສີສັນ ແລະ ຄຸນຄ່າວັດທະນະທຳທີ່ເປັນເອກະລັກຂອງຊາດ ຫວຽດນາມ. ໃນນັ້ນ, ປະກົດການລະອຽດທີ່ສຸດແມ່ນການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ, ຮີດຫໍ່ເຂົ້າຕົ້ມ, ຕເຂົ້າໜົມໄຢ, ຖະຫວາຍເຄື່ອງບູຊາບັນພະບຸລຸດທີ່ໄດ້ປະຕິບັດແຕ່ສະໄໝເຈົ້າຊີວິດຮຸ່ງສ້າງຕັ້ງປະເທດ ຕະຫຼອດຮອດການສະແດງສິລະປະຂັບຊວານ, ເຊິ່ງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຕົວແທນຂອງມວນມະນຸດ.
ວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ: ບ່ອນ​ເຕົ້າ​ໂຮມ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ - ảnh 1ພິທີແຫ່ເຄື່ອງຂອງບູຊາ ເຊັ່ນທູບທຽນ, ດອກໄມ້, ເຂົ້າຕົ້ມ, ເຂົ້າໜົມ ໄຢ ທີ່ຕິດພັນກັບເທບນິຍາຍກ່ຽວກັບ ເຈົ້າຊີວິດຮຸ່ງ (ພາບປະກອບ: TTXVN)

ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ (ວັນທີ 10 ມີນາ ໄລ່ຕາມຈັນທະປະຕິທິນ) ແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ອາໄລຫາຄຸນງາມຄວາມດີຂອງເຈົ້າຊີວິດຮຸ່ງ 18 ອົງ ໃນການສ້າງຕັ້ງປະເທດຊາດ. ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ໄດ້ຮັບການສະແດງອອກຢ່າງຈະແຈ້ງ ເຊິ່ງເປັນບ່ອນເຕົ້າໂຮມທາງດ້ານຈິດວິນຍານຂອງຊາວ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ພິທີບູຊາເຈົ້າຊີວິດຮຸ່ງ ໄດ້ດຳເນີນຢູ່ຫຼາຍແຂວງ, ນະຄອນຂອງ ຫວຽດນາມ. ທ່ານ ຫງວຽນຕຽນຄອຍ, ປະທານສະມາຄົມວິທະຍາສາດປະຫວັດສາດແຂວງ ຝູທໍ້, ຖືວ່າ:

“ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ໄດ້ເລີ່ມມາຈາກນ້ຳໃຈຮູ້ບຸນຄຸນຂອງປະຊາຊົນທີ່ມີຕໍ່ເຈົ້າຊີວິດຮຸ່ງ. ດັ່ງນັ້ນ, ປະຊາຊົນໄດ້ປະຕິບັດການໄຫວ້ບູຊາມາແຕ່ດົນນານ. ຍ້ອນແນວນັ້ນ ຈຶ່ງໄດ້ສ້າງບັນດາວິຫານບູຊາຢູ່ເທິງພູ ເຫງຍຫຼິງ, ຕາແສງ ຮີເກືອງ, ນະຄອນ ຫວຽດຈີ່ ເພື່ອໃຫ້ລູກຫຼານມາໄຫວ້ບູຊາ. ສິ່ງດັ່ງກ່າວສະແດງຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”. ນັ້ນແມ່ນຫຼັກສິນທຳອັນດີງາມ ເຊິ່ງອົງການ UNESCO ໄດ້ເຊີດຊູການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ ແລະ ໄດ້ແນະນຳຊາດອື່ນຮຽນເອົາຕາມ ຫວຽດນາມ ອາໄລຫາຄຸນງາມຄວາມດີຂອງບັນພະບຸລຸດຕົນ ແລະ ຍາມໃດກໍມີສະຕິເຄົາລົບໄຫວ້ບູຊາບັນພະບຸລຸດ”.

ວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ: ບ່ອນ​ເຕົ້າ​ໂຮມ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ - ảnh 2ທ່ານຮອງສາດສະດາຈານ, ປອ. ບຸ່ຍຮວ່າຍເຊີນ, ກຳມະການຜູ້ປະຈຳການກຳມາທິການວັດທະນະທຳ, ການສຶກສາຂອງ ສະພາແຫ່ງຊາດ ຫວຽດນາມ (ພາບ: VOV)

ເນື່ອງໃນໂອກາດນີ້, ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ບໍ່ພຽງແຕ່ໄດ້ປະຕິບັດຢ່າງກວ້າງຂວາງຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງແຜ່ກະຈາຍໃນວົງຄະນະຍາດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຄືດັ່ງສີສັນວັດທະນະທຳທີ່ເປັນມູນເຊື້ອ ເຊິ່ງໄດ້ຮັບການຖະນຸຖະໜອມ, ເສີມຂະຫຍາຍ ແລະ ສືບທອດຕໍ່ກັນມາອີກດ້ວຍ. ທ່ານຮອງສາດສະດາຈານ, ປອ. ບຸ່ຍຮວ່າຍເຊີນ, ກຳມະການຜູ້ປະຈຳການກຳມາທິການວັດທະນະທຳ, ການສຶກສາຂອງ ສະພາແຫ່ງຊາດ ຫວຽດນາມ, ເນັ້ນໜັກວ່າ: 

“ມີສິ່ງໜຶ່ງທີ່ບໍ່ມີວັນປ່ຽນແປງ, ນັ້ນແມ່ນການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ຍາມໃດກໍຢູ່ໃນໃຈຂອງປະຊາຊົນ ຫວຽດນາມ ທຸກຄົນ. ຄວາມສັດທາເຫຼື້ອມໃສນັ້ນ ໄດ້ຊ່ວຍສ້າງກຳລັງແຮງແຫ່ງຄວາມສາມັກຄີ, ກຳລັງແຮງຂອງນ້ຳໃຈຮັກຊາດ ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຢູ່ຕ່າງປະເທດອີກດ້ວຍ. ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ທົ່ວໂລກ ໄດ້ເປັນການພິສູດໃຫ້ແກ່ສິ່ງດັ່ງກ່າວ. ພວກເຮົາໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ ຢູ່ຫຼາຍປະເທດໃນໂລກ ເພື່ອສ້າງຄວາມເຊື່ອໝັ້ນ, ສັດທາ, ເຮັດໃຫ້ຈິດວິນຍານຂອງຊາວ ຫວຽດນາມ ຢູ່ທົ່ວທຸກແຫ່ງໃນໂລກ ອວ່າຍໜ້າເມືອງຫາກົກເຄົ້າເຫງົ້າກໍ ແລະ ງານບຸນວິຫານຮຸ່ງ. ສິ່ງດັ່ງກ່າວໄດ້ສ້າງເປັນຄວາມສາມັກຄີ, ນ້ຳໃຈຮັກຊາດ ແລະ ກຳລັງແຮງ ຫວຽດນາມ ຢ່າງແທ້ຈິງ”. 

ນອກຈາກການສະແດງອອກເຖິງການເຫຼື້ອມໃສໄຫວ້ບູຊາແລ້ວ, ໃນໂອກາດວັນໄຫວ້ບູຊາເຈົ້າຊີວິດຮຸ່ງ, ງານບຸນວິຫານຮຸ່ງ, ເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ ລ້ວນແຕ່ຈັດການແຂ່ງຂັນຫໍ່ເຂົ້າຕົ້ມ ແລະ ຕຳເຂົ້າໜົມໄຢ. ເຂົ້າຕົ້ມ ແລະ ເຂົ້າໜົມໄຢ ແມ່ນເຂົ້າໜົມສອງຊະນິດທີ່ໄດ້ເຮັດດ້ວຍເຂົ້າໜຽວ ແລະ ຜະລິດຕະພັນກະສິກຳ, ເຊິ່ງເປັນສັນຍາລັກໃຫ້ແກ່ຟ້າ ກັບ ດິນ. ເຈົ້າຊີວິດຮຸ່ງ ໄດ້ຕັ້ງຊື່ໃຫ້ເຂົ້າໜົມທີ່ເປັນຮູບ 4 ຫຼ່ຽມ ເຊິ່ງເປັນສັນຍາລັກໃຫ້ແກ່ດິນນັ້ນວ່າ “ແບັງຈຶງ ຫຼື ເຂົ້າຕົ້ມ”, ສ່ວນເຂົ້າໜົມທີ່ມີຮູບມົນ ເປັນສັນຍາລັກໃຫ້ແກ່ຟ້ານັ້ນ ເອີ້ນວ່າ “ແບັງໄຢ ຫຼື ເຂົ້າໜົມໄຢ”. ນັບແຕ່ນັ້ນມາ, ຊາດ ຫວຽດນາມ ກໍ່ມີຮີດຄອງປະເພນີຫໍ່, ຕົ້ມເຂົ້າຕົ້ມ ແລະ ຕຳເຂົ້າໜົມໄຢ ເພື່ອຖະຫວາຍບູຊາບັນພະບຸລຸດ. ທ່ານນາງ ຟ້າມທິຮວ່າງແອັງ, ຮອງຫົວໜ້າເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ, ແຂວງ ຝູທໍ້ ໃຫ້ຮູ້ວ່າ:

“ການແຂ່ງຂັນຫໍ່, ຕົ້ມເຂົ້າຕົ້ມ ແລະ ຕເຂົ້າໜົມໄຢ ເນື່ອງໃນໂອກາດວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ຂອງແຕ່ລະປີ ໄດ້ສະແດງໃຫ້ເຫັນມູນເຊື້ອຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງລູກຫຼານ ຫວຽດ. ພ້ອມດຽວກັນນັ້ນ, ນີ້ກໍແມ່ນກິດຈະກຳເພື່ອວາດພາບຄືນການດຳເນີນຊີວິດວັດທະນະທຳທີ່ມີມາແຕ່ສະໄໝບັນດາເຈົ້າຊີວິດຮຸ່ງສ້າງຕັ້ງປະເທດຊາດ. ຊາວ ຫວຽດນາມ ມີຄວາມເຊື່ອຖືວ່າ ເຂົ້າຕົ້ມ 4 ຫຼ່ຽມ ແລະ ເຂົ້າໜົມໄຢມີຮູບວົງມົນນັ້ນ ແມ່ນໝາຍເຖິງຄວາມປາດຖະໜາ ໃຫ້ມີຄວາມຄົບຖ້ວນສົມບູນ ແລະ ການພັດທະນາຂອງຊາວ ຫວຽດນາມ.

ວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ: ບ່ອນ​ເຕົ້າ​ໂຮມ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ - ảnh 3ການຝຶກຊ້ອມຂັບຊວານ ກະກຽມໃຫ້ແກ່ງານບຸນ (ພາບ: baophapluat.vn)

ໃນໂອກາດງານບຸນວິຫານຮຸ່ງ, ຢູ່ບັນດາເຂດທັດສະນະສຶກສາວັດທະນະທຳຂອງແຂວງຝູທໍ້ ກໍມີຄວາມຄຶກຄື້ນກັບລາຍການສະແດງສິລະປະຂັບຊວານ, ເຊິ່ງເປັນປະເພດສິລະປະການສະແດງທີ່ມີອາຍຸ 2000 ປີ ໂດຍບັນດານັກສະປິນຂອງບັນດາໝູ່ບ້ານຊວານເກົ່າແກ່ສະແດງເອງ. ໂດຍເປັນມໍລະດົກວັດທະນະທຳທີ່ເປັນເອກະລັກຂອງປະຊາຊົນ ຝູທໍ້ ທີ່ມີຫຼາຍຄຸນຄ່າວັດທະນະທຳເກົ່າແກ່ ຕິດພັນກັບການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ, ຂັບຊວານ ຍັງໄດ້ເອີ້ນວ່າ ຂຸກມົນດິ່ງ ໝາຍຄວາມວ່າ ບົດຂັບຮ້ອງຢູ່ປະຕູສາລາ, ຕາມການເຫຼົ່າຂານກັນມາ ແມ່ນການຂັບເພື່ອໄຫວ້ບູຊາພະຍາແຖນທີ່ມີມາແຕ່ສະໄໝບັນດາເຈົ້າຊີວິດຮຸ່ງອີກດ້ວຍ.

ບັນດາຄຸນຄ່າວັດທະນະທຳທີ່ໄດ້ສະແດງໃນໂອກາດວັນໄຫວ້ບູຊາເຈົ້າຊີວິດຮຸ່ງນັ້ນ ແມ່ນສີສັນທີ່ເປັນເອກະລັກຂອງຊາດ ຫວຽດນາມ. ສີສັນນັ້ນ ໄດ້ຮັບການຖະໜຸຖະໜອມຜ່ານຄົນລຸ້ນຕໍ່ລຸ້ນ ແລະ ປະກອບສ່ວນຢັ້ງຢືນທີ່ຕັ້ງຄຸນຄ່າວັດທະນະທຳຂອງ ຫວຽດນາມ ໃນກະແສວັດທະນະທຳໂລກ./.

ຕອບກັບ