ຄວາມຊົງຈຳທີ່ບໍ່ອາດຫຼົງລືມຂອງທະຫານອາສາສະໝັກ ຫວຽດນາມ - ລາວ

Minh Duc
Chia sẻ
(VOVWORLD) - ກອງພັນນ້ອຍໄດ້ຮັບໜ້າທີ່ຍົກຍ້າຍປະຊາຊົນລາວ ນັບໝື່ນຄົນ ອອກຈາກເຂດທົ່ງໄຫຫີນ ໄປ ເງະອານ ຂອງ ຫວຽດນາມ, ຕ້ອງຍ່າງ, ຫາບ, ຊ່ວຍເຫຼືອກັນຂ້າມກິ່ວສູງ, ເຫວເລິກ ໄລຍະທາງກວ່າ 100 ກມ.

ໃນປະຫວັດສາດແຫ່ງການພົວພັນກັບສາກົນ, ນັບແຕ່ກ່ອນມາຮອດປະຈຸບັນ, ສາຍພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນແບບຢ່າງພົ້ນເດັ່ນ, ຫາຍາກໃນໂລກ. ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ຈາກແປວໄຟຂອງການຕໍ່ສູ້, ໄດ້ຊ່ວຍໃຫ້ການພົວພັນ ຫວຽດນາມ - ລາວ ກາຍເປັນກຳລັງແຮງ, ຍາດເອົາໄຊຊະນະທີ່ຍິ່ງໃຫຍ່ໃນການປະຕິວັດຂອງ 2 ປະເທດ. ໃນໃຈຂອງບັນດານັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ໜູນຊ່ວຍ ລາວ ຍາມໃດກໍ່ຈົດຈຳບັນດາຊຸມວັນຕໍ່ສູ້ທີ່ລຳບາກ, ຮ່ວມຂຸມຄອງດຽວກັນ, ສ້າງບັນດາສິ່ງມະຫັດສະຈັນ. ຄຽງຂ້າງນັ້ນ, ຍັງມີບັນດາເລື່ອງລາວທີ່ຕື້ນຕັນໃຈກ່ຽວກັບນ້ຳໃຈສາມັກຄີ, ສັດຊື່ບໍລິສຸດລະຫວ່າງກອງທັບ, ປະຊາຊົນ 2 ປະເທດ ຫວຽດນາມ - ລາວ.

ຄວາມຊົງຈຳທີ່ບໍ່ອາດຫຼົງລືມຂອງທະຫານອາສາສະໝັກ ຫວຽດນາມ - ລາວ - ảnh 1(ທ່ານ ບຸຍມິງເຊີນ, ກອງພັນທະຫານຊ່າງແສງເຂດ ເຕີຍບັກ)

ໃນລະດູຝົນປີ 1969, ອາເມລິກາ - ວ່າງປາວ (ວັງປາວ) ເປີດບັ້ນຮົບມີຊື່ວ່າ “ກູ້ກຽດ”, ໃນຈຸດເວລານັ້ນ, ກຳລັງທະຫານອາສາສະໝັກ ແລະ ນັກຊ່ຽວຊານດ້ານການທະຫານ ຫວຽດນາມ ຊ່ວຍ ລາວ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍ້ອນຝົນຕົກ ແລະ ທີ່ຕັ້ງພູມສາດຂອງທົ່ງໄຫຫີນ ຊຽວຂວາງ ທຸລະກັນດານຫຼາຍ, ເຮັດໃຫ້ການລຳລຽງ, ພະລາທິການປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນຄາວນັ້ນ, ທ່ານ ບຸຍມິງເຊີນ, ກອງພັນທະຫານຊ່າງແສງເຂດ ເຕີຍບັກ, 1968 - ສະໜາມຮົບ 6 ແຂວງພາກເໜືອຂອງລາວ ພວມເຮັດໜ້າທີ່ເປັນຫົວໜ່ວຍຊ່າງແສງຂອງແນວຮົບ, ຮັບໜ້າທີ່ເປີດທາງໃຫ້ແກ່ບັນດາຫົວໜ່ວຍລົດ, ປືນໃຫຍ່ ແລະ ທະຫານບົກ ສ້າງແນວຮົບ. ທ່ານ ເຊີນ ເລົ່າສູ່ຟັງວ່າ: ໃນຈຸດເວລານັ້ນ, ກອງພັນນ້ອຍໄດ້ຮັບໜ້າທີ່ຍົກຍ້າຍປະຊາຊົນລາວ ນັບໝື່ນຄົນ ອອກຈາກເຂດທົ່ງໄຫຫີນ ໄປ ເງະອານ ຂອງ ຫວຽດນາມ, ຕ້ອງຍ່າງ, ຫາບ, ຊ່ວຍເຫຼືອກັນຂ້າມກິ່ວສູງ, ເຫວເລິກ ໄລຍະທາງກວ່າ 100 ກມ. ໃນຈຸດເວລານັ້ນ, ທ່ານ ເຊີນ ຖືກບາດເຈັບ.

“ໃນຈຸດເວລາທີ່ຂ້າພະເຈົ້າໄປເປີດທາງເສັ້ນໃໝ່ ແລະ ສົມທົບກັບການເອົາເຂົ້າສານມານຳ, ຂ້າພະເຈົ້າໄດ້ຢຽບຖືກລູກລະເບີດຕ້ານທະຫານທາງບົກ, ຂ້າພະເຈົ້າຖືກບາດເຈັບ, ລວມມີ ສະເກັດລະເບີດ 8 ປ່ຽງ, ຖືກຢູ່ງ່ອນ 2 ປ່ຽງ, ຢູ່ມື 6 ປ່ຽງ, ແຕ່ຂ້າພະເຈົ້າຍັງສືບຕໍ່ເປ້ຖົງທີ່ມີເຂົ້າສານກວ່າ 20 ກີໂລຣາມ, ມີພຽງແຕ່ບອກອ້າຍນ້ອງຈັບປືນຊ່ວຍເທົ່ານັ້ນ. ຮອດມື້ຕໍ່ມາ, ຂ້າພະເຈົ້າໄດ້ໄປເຂົ້າໂຮງໝໍເອງ, ໂຮງໝໍນັ້ນມີຊື່ວ່າ ໂຮງໝໍກອງທັບປົດປ່ອຍປະຊາຊົນ ລາວ, ຢູ່ຖ້ຳ K2 (ປະຈຸບັນແມ່ນໂຮງໝໍເສນາຮັກ 101, ຢູ່ແຂວງ ຊຽງຂວາງ). ຂ້າພະເຈົ້າປິ່ນປົວຢູ່ນັ້ນປະມານ 16 ວັນ, ບັນດາທ່ານໝໍ, ແພດໝໍ ຄົນລາວ ເບິ່ງແຍງດູແລຂ້າພະເຈົ້າຢ່າງຈຸດຈິດສຸດໃຈ, ເຂົາເຈົ້າປີ່ນປົວໃຫ້ແກ່ຄົນ ລາວ ຄືແນວໃດ, ກໍ່ປິ່ນປົວໃຫ້ຄົນ ຫວຽດນາມ ຄືແນວນັ້ນ. ມາຮອດປະຈຸບັນ, ຂ້າພະເຈົ້າຍັງເກັບໜັງສືອອກໂຮງໝໍໄວ້ເພື່ອເປັນທີ່ລະນຶກ”.

ຄວາມຊົງຈຳທີ່ບໍ່ອາດຫຼົງລືມຂອງທະຫານອາສາສະໝັກ ຫວຽດນາມ - ລາວ - ảnh 2 (ທ່ານພັນຕີ ຫງວຽນກາວຟອງ)

        ທ່ານພັນຕີ ຫງວຽນກາວຟອງ, ອາຍຸ 83 ປີ, ອະດີດທະຫານອາສາສະໝັກ ຫວຽດນາມ ຢູ່ ລາວ (ຂຶ້ນກັບກອງພັນໃຫຍ່ 174 ກາວບັກລ້າງ), ເຄີຍເຂົ້າຮ່ວມບັນດາບັ້ນຮົບຢູ່ສະໜາມຮົບພາກເໜືອຂອງ ລາວ ເປັນເວລາ 3 ປີ, ຢູ່ທາງພາກໃຕ້ຂອງ ລາວ ກວ່າ 5 ປີ. ໂດຍແມ່ນທະຫານບຳນານ, ເຖິງວ່າຜົມງອກໝົດ, ຮອຍແຫ່ວຕາມການເວລາຢູ່ໄດ້ສະແດງອອກຢ່າງຈະແຈ້ງຢູ່ບົນໃບໜ້າແລ້ວ, ແຕ່ທ່ານຍັງມີຄວາມເອົາໃຈໃສ່, ເສີມສ້າງໃຫ້ແກ່ສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢູ່ສະເໝີ. ສຳລັບທ່ານແລ້ວ, ນ້ຳໃຈຂອງບັນດາພະນັກງານ, ປະຊາຊົນ ລາວ ແມ່ນສິ່ງເລີດລ້ຳທີ່ສຸດ.

        “ເດືອນ ທັນວາ 1964, ຂ້າພະເຈົ້າເລີ່ມໄປ ລາວ. ຂ້າພະເຈົ້າໄດ້ເຂົ້າຮ່ວມການສູ້ຮົບຢູ່ເຂດ ຊຳເໜືອ, ທາງພາກເໜືອຂອງ ລາວ. ຕໍ່ຈາກນັ້ນ, ຂ້າພະເຈົ້າສືບຕໍ່ເຂົ້າຮ່ວມບັ້ນຮົບຢູ່ເຂດພາກໃຕ້ຂອງ ລາວ, ເສັ້ນທາງເລກ 9 ທາງພາກໃຕ້ຂອງ ລາວ. ຂ້າພະເຈົ້າໄດ້ຮັກສາການພົວພັນກັບສະຖານທູດ ລາວ ປະຈຳ ຫວຽດນາມ ເປັນເວລາກວ່າ 20 ປີຜ່ານມາ, ແລະ ຫວ່າງມໍ່ໆມານີ້, ຂ້າພະເຈົ້າເປັນກຽດໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ພ້ອມກັບພະນັກງານ, ພາລະກອນໄປຢາມເຮືອນ ຮັບປະທານອາຫານ”.

ຄວາມຊົງຈຳທີ່ບໍ່ອາດຫຼົງລືມຂອງທະຫານອາສາສະໝັກ ຫວຽດນາມ - ລາວ - ảnh 3(ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ. ລາວ ປະຈຳ ສສ. ຫວຽດນາມ)

        ທີ່ງານພົບປະແລກປ່ຽນ ໂດຍຄະນະປະສານງານທົ່ວປະເທດອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍ ລາວ ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຂຶ້ນໃນເດືອນ ມີນາ 2024 ຜ່ານມາ, ຢູ່ ຮ່າໂນ້ຍ, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ. ລາວ ປະຈຳ ສສ. ຫວຽດນາມ, ໃຫ້ຮູ້ວ່າ:   

        “ຄືດັ່ງຄຳເວົ້າຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ທີ່ພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງສະຫະພັນນັກຮົບເກົ່າ ຫວຽດນາມ ຄັ້ງທີ VII, ໃນວັນທີ 30 ທັນວາ 2022 ໄດ້ເວົ້າວ່າ: “ອະດີດແຕ່ບໍ່ແມ່ນເກົ່າແກ່, ອະດີດແຕ່ບໍ່ແມ່ນຮັກສາເດີມ, ອະດີດແຕ່ບໍ່ເຖົ້າແກ່”. ຂ້າພະເຈົ້າຫວັງວ່າ, ບັນດາລຸງປ້າອາວອາ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ລາວ ໃນການປະຕິບັດສອງໜ້າທີ່ ຍຸດທະສາດແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ສຶກສາອົບຮົມໃຫ້ຄົນລຸ້ນລູກລຸ້ນຫຼານ ຮັບຮູ້ໄດ້ເຖິງມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຖະໜຸຖະໜອມບຳລຸງຮັກສາໄວ້ໃຫ້ຍືນຍົງຕະຫຼອດໄປ. ປະຊາຊົນສອງຊາດ ລາວ - ຫວຽດນາມ ພວກເຮົາສຸດທີ່ເອກອ້າງທະນົງໃຈ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຫັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ - ຫວຽດນາມ ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ, ເພີ່ມທະວີທັງລວງເລິກ ແລະ ລວາງກວ້າງໃນທຸກຂົງເຂດ”.

        ຄາດວ່າ, ຄະນະປະສານງານອະດີດທະຫານອາສາສະໝັກ, ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດ ລາວ ຈະພ້ອມກັບສະຖາບັນປະຫວັດສາດການທະຫານ ຈັດກອງປະຊຸມສຳມະນາສາກົນ ໂດຍມີການເຂົ້າຮ່ວມຂອງທັງ 2 ຝ່າຍ ຫວຽດນາມ ແລະ ລາວ, ດ້ວຍຫົວຂໍ້: “ທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ - ຄວາມໝາຍ ແລະ ບັນດາບົດຮຽນປະສົບການເນື່ອງໃນໂອກາດ 75 ປີ” ແລະ ທ້າຍເດືອນ ຕຸລາ 2024 - ວັນສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານອາສາສະໝັກ ເປັນທາງການ ຈະຈັດການໄປຢ້ຽມຢາມສະໜາມຮົບເກົ່າ, ຈັດການມອບຂອງຂວັນໂດຍກົງຢູ່ບັນດາຮາກຖານ, ຄອບຄົວອະດີດນັກຮົບ, ຄອບຄົວທະຫານເສຍອົງຄະ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ