ແນະ​ນຳ​ຕໍ່​ມວນ​ຊົນ​​ນະ​ຄອນຫຼວງ ບົດ​ລະ​ຄອນ ໂອ​ເປ​ຣາ “Carmen” ດ້ວຍ​ແບບການສະແດງ​ໃໝ່

Le Phuong
Chia sẻ
(VOVWORLD) - ໃນຄວາມມານະພະຍາຍາມນຳເອົາບັນດາບົດລະຄອນເພງຄຼາດສິກຂອງໂລກ ມາໃກ້ກັບຜູ້ຊົມ ຫວຽດນາມ ຫຼາຍກວ່າ, ໂຮງມະໂຫລະສົບດົນຕີລະຄອນເພງ ຫວຽດນາມ (VNOB) ໄດ້ແນະນຳຕໍ່ມະຫາຊົນ ບົດລະຄອນໂອເປຣາຊື່ດັງ “Carmen” ບົນເວທີສະແດງໂຮງລະຄອນໃຫຍ່ ຮ່າໂນ້ຍ, ດ້ວຍການສະແດງ 3 ຄືນ ແຕ່ວັນທີ 14  16 ມີນາ. ຜົນງານດັ່ງກ່າວ ເຄີຍໄດ້ສະແດງຢູ່ ຫວຽດນາມ ເປັນຫຼາຍຄັ້ງ, ເຖິງຢ່າງໃດກໍຕາມ, “Carmen” ຂອງ VNOB ປີນີ້ ໄດ້ປະກົດຕົວຄືນໃໝ່ດ້ວຍໂສມໜ້າ ແລະ ຈິດໃຈແບບໃໝ່ອ່ຽມ.
ແນະ​ນຳ​ຕໍ່​ມວນ​ຊົນ​​ນະ​ຄອນຫຼວງ ບົດ​ລະ​ຄອນ ໂອ​ເປ​ຣາ “Carmen” ດ້ວຍ​ແບບການສະແດງ​ໃໝ່ - ảnh 1ນັກດານັກສິລະປິນຍິງເຂົ້າຮ່ວມການສະແດງ (ພາບ:ຄະນະຈັດຕັ້ງ)

“Carmen” ແມ່ນບົດລະຄອນໂອເປຣາ ໂດຍທ່ານ Georges Bize ນັກດົນຕີຊື່ດັງຂອງ ຝລັ່ງ ແຕ່ງເມື່ອສະຕະວັດທີ XIX. ນີ້ແມ່ນໜຶ່ງໃນບັນດາຜົນງານ ໂອເປຣາ ທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນໂລກ, ໄດ້ສະແດງຫຼາຍທີ່ສຸດ ແລະ ກໍແມ່ນບົດລະຄອນໂອເປຣາທີ່ສ້າງຫາງສຽງຫຼາຍທີ່ສຸດໃນໂລກ. ບົດລະຄອນໂອເປຣາດັ່ງກ່າວ ໄດ້ພັນລະນາກ່ຽວກັບເລື່ອງລາວຢູ່ ແອັດສະປາຍ ເຊິ່ງມີນາງ Carmen ທີ່ສວຍງາມ, ມີສະເໜ່ ແລະ ມີຄວາມຮັກມັກເມົາມົວໃນຫຼາຍດ້ານ ແຕ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເມື່ອນາງພົບກັບທ້າວ Don Jose ເຊິ່ງເປັນທະຫານສິບຕີຜູ້ໜຶ່ງທີ່ພວມຊອກຫາຄວາມຮັກ. ບົດລະຄອນເພງດັ່ງກ່າວ ໄດ້ຍົກເລີກໂຄງສ້າງທີ່ຫຼູຫຼາໃຫຍ່ໂຕອາລັງການຂອງໂອເປຣາ ຄຼາດສິກ, ແຕ່ແທນທີ່ນັ້ນ ແມ່ນໄດ້ພັນລະນາຄວາມຈິງໃນຊີວິດທີ່ໂຫດຮ້າຍ. ສິ່ງດັ່ງກ່າວໄປຝືນກັບຫຼັກເກນຂອງເວທີຊັ້ນຂຸນນາງໃນສະໄໝນັ້ນ.

ສຳລັບໂຮງມະໂຫລະສົບດົນຕີລະຄອນເພງ ຫວຽດນາມ ແລ້ວ, ເລື່ອງທີ່ເລືອກສະແດງບົດລະຄອນ ຄຼາດສິກ “Carmen” ຄືນໃໝ່ນັ້ນ ແມ່ນໂຄງການໃໝ່, ຫານກ້າ ແລະ ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ນັກສິລະປິນດີເດັ່ນ ຟານແມ້ງດຶກ, ຜູ້ອຳນວຍການ ໂຮງມະໂຫລະສົບດົນຕີລະຄອນເພງ ຫວຽດນາມ ປາດຖະໜາວ່າ ຜ່ານບົດລະຄອນໂອເປຣານີ້, ໂຮງລະຄອນຈະນຳມາເຊິ່ງຄວາມຮູ້ສຶກທີ່ແທດຈິງກ່ຽວກັບຜົນງານໂອເປຣາ ລະດັບໂລກມາໃຫ້ຜູ້ຊົມ, ດ້ວຍເຕັກນິກ ໂອເປຣາ ທີ່ຊຳນານງານ ພ້ອມກັບຄວາມສາມາດສະແດງທີ່ດີເລີດຂອງບັນດານັກສິລະປິນ. ຜ່ານນັ້ນ, ກໍໄດ້ສ້າງເປັນບັນຍາກາດທີ່ໂຣແມນຕິກ, ເຕັມໄປດ້ວຍສີສັນຂອງສິລະປະ ແລະ ຕອບສະໜອງໄດ້ຄວາມຕ້ອງການຮັບຊົມຂອງມະຫາຊົນ ທີ່ນັບມື້ນັບເພີ່ມຂຶ້ນສູງ. 

“ເມື່ອເລືອກຜົນງານ ໂອເປຣາ ຄຼາດສິກ ເພື່ອນຳສະເໜີຕໍ່ຜູ້ຊົມນັ້ນ, ພວກຂ້າພະເຈົ້າຕ້ອງຄິດໄລ່ຢ່າງລະອຽດ. ເຮັດແນວໃດເພື່ອມີບັນດາຜົນງານທີ່ມີທັງເນື້ອໃນທີ່ອຸດົມສົມບູນ, ທັງມີແຜນດົນຕີທີ່ດີ, ຈັງຫວະດົນຕີທີ່ມ່ວນ. ພິເສດ, ແມ່ນຕ້ອງເປັນທີ່ຮູ້ຈັກກັນດີສຳລັບຜູ້ຊົມ. ດັ່ງນັ້ນ, ພວກຂ້າພະເຈົ້າໄດ້ຕັດສິນໃຈເລືອກບົດລະຄອນໂອເປຣາ ຄຼາດສິກນີ້. ຢູ່ ຫວຽດນາມ ກໍເຄີຍມີການສະແດງບົດລະຄອນໂອເປຣາ “Carmen” ຫຼາຍເທື່ອແລ້ວ ແຕ່ເປັນສະບັບທີ່ປະຖົມປະຖານພໍສົມຄວນ. ຄັ້ງນີ້, VNOB ໄດ້ມີການລົງທຶນຢ່າງລະອຽດລອບຄອບກວ່າສຳລັບບົດລະຄອນໂອເປຣາ ດ້ວຍສະບັບທີ່ມີລັກສະນະສາກົນ, ແຕ່ກໍມີຈຸດໃໝ່ອ່ຽມ, ຕາມທ່າອ່ຽງຂອງຍຸກສະໄໝ”.

ແນະ​ນຳ​ຕໍ່​ມວນ​ຊົນ​​ນະ​ຄອນຫຼວງ ບົດ​ລະ​ຄອນ ໂອ​ເປ​ຣາ “Carmen” ດ້ວຍ​ແບບການສະແດງ​ໃໝ່ - ảnh 2ກອງດົນຕີປະສານສຽງ VNOB ຈະສະແດງໂດຍກົງໃນບົດລະຄອນ ນີ້ (ພາບ: sovhtt.hanoi.gov.vn)  

ພິເສດ, VNOB ໄດ້ເຊີນທ່ານນາງ Leung Siu Kwan ຫຼືເປັນທີ່ຮູ້ຈັກກັນດີໃນຊື່ເອີ້ນທີ່ວ່າ Cindy ເຊິ່ງເປັນໜຶ່ງໃນບັນດາຜູ້ກຳກັບໂອເປຣາແຖວໜ້າຂອງ ຮົ່ງກົງ (ຈີນ), ຜູ້ທີ່ປະສົບຜົນສຳເລັດກັບບົດລະຄອນໂອເປຣານີ້ຢູ່ 8 ປະເທດ ມາເຂົ້າຮ່ວມການກຳກັບ ເພື່ອນຳມາເຊິ່ງຄວາມຮູ້ສຶກທີ່ໃໝ່ອ່ຽມໃຫ້ແກ່ຜົນງານນີ້.

“ຂ້າພະເຈົ້າຢາກໃຫ້ “Carmen” ຢູ່ຮ່າໂນ້ຍ ມີຄວາມໃໝ່ອ່ຽມກວ່າ ແລະ ມີລັກສະນະເປັນແຟຊັນກວ່າ. ດັ່ງນັ້ນ, ພວກຂ້າພະເຈົ້າຖືວ່າເລື່ອງລາວຂອງບົດລະຄອນນີ້ແມ່ນເກີດຂຶ້ນໃນຍຸກທັນສະໄໝ. ດັ່ງນັ້ນ, ຜູ້ຊົມຈະໄດ້ຮັບຊົມລາຍການສະແດງທີ່ເຕັມໄປດ້ວຍລັກສະນະສິລະປະນັບທັງດ້ານເຕັກນິກການສະແດງ ກໍຄືໃນຊຸດອາພອນຕ່າງໆ. ບໍ່ພຽງແຕ່ເທົ່ານັ້ນ, ບົດລະຄອນໂອເປຣາ ຍັງມີການປະສານສົມທົບຂອງສິລະປະການເຕັ້ນ tap-dance ແລະ k-pop. ດັ່ງນັ້ນ, ມະຫາຊົນ ຫວຽດນາມ ຈະມີການສຳຜັດທີ່ໃໝ່ອ່ຽມສຳລັບບົດລະຄອນໂອເປຣານີ້”. 

ບົດລະຄອນໂອເປຣາດັ່ງກ່າວ ມີການເຂົ້າຮ່ວມຂອງບັນດານັກສະລິປິນອາວຸໂສ ພ້ອມກັບບັນດານັກສະແດງໜຸ່ມທີ່ມີຄວາມເກັ່ງກ້າສາມາດອີກດ້ວຍ. ນັກສິລະປິນ, ນັກສະແດງແຕ່ລະຄົນ ຕ່າງກໍມແບບສະຕາຍ໌ ແລະ ຄວາມດູດດື່ມສະເພາະຂອງໃຜລາວ, ທັງໝົດທັງມວນໄດ້ປະກອບສ່ວນເພື່ອສ້າງເປັນຜົນງານສະລິປະທີ່ມີຄຸນນະພາບ ແລະ ເຕັມໄປດ້ວຍອາລົມຈິດ. ນັກສິລະປິນ ແອັງຫວູ, ສວມບົດເປັນຕົວລະຄອນ Don José ແບ່ງປັນວ່າ:

“ນີ້ແມ່ນຄັ້ງທີ 2 ທີ່ຂ້າພະເຈົ້າໄດ້ສວມບົດຕົວລະຄອນ Don José. ພວກເຮົາຈະໄດ້ພົບກັບຕົວລະຄອນ Don José ທີ່ມີວິທີການເຮັດວຽກແບບແຂງກະດ້າງ, ແຕ່ໃນຄວາມຮັກ ພັດເປັນຄົນທີ່ “ບ້າປ່ວງ”.

ສຳລັບບັນດານັກສິລະປິນຂອງ VNOB ແລ້ວ, ການໄດ້ເຂົ້າຮ່ວມສະແດງໃນບົດລະຄອນໂອເປຣາ“Carmen” ແມ່ນຄວາມເປັນກຽດ ແລະ ມີຄວາມສຸກທີ່ສຸດ. ດັ່ງນັ້ນ, ໃນໄລຍະກະກຽມໃຫ້ແກ່ບົດລະຄອນໂອເປຣານີ້, ບັນດານັກສິລະປິນ ໄດ້ມານະພະຍາຍາມຝຶກຊ້ອມ ເພື່ອຝາກເຖິງຜູ້ຊົມໃນລາຍການດົນຕີທີ່ອາລັງການ ແລະ ເຕັມໄປດ້ວຍອາລົມຈິດ. ນັກສິລະປິນ ເຮືອງຢຽບ ແບ່ງປັນວ່າ:

“ນີ້ເປັນຄັ້ງທີ 2 ທີ່ຂ້າພະເຈົ້າໄດ້ສວມບົດເປັນຕົວລະຄອນ Carmen. ກັບມາຄັ້ງນີ້, ຂ້າພະເຈົ້າໄດ້ມີການປ່ຽນແປງຫຼາຍຢ່າງ. ຜ່ານການເວລາ, ຂ້າພະເຈົ້າກໍມີຄວາມເຕີບໃຫຍ່ ແລະ ມີຄວາມຊຳນານກວ່າ ເພື່ອສາມາດສະແດງບົດນີ້ໄດ້ເປັນຢ່າງດີທີ່ສຸດ”.

        ດ້ວຍຄວາມຍາວ 120 ນາທີ, ເລື່ອງລາວທີ່ມີລາຍລະອຽດເຄັ່ງຕຶງ ໄດ້ສະແດງຢ່າງມີຊີວິດຊີວາຜ່ານການສວມບົດຂອງບັນດານັກສິລະປິນ, ເຄື່ອງນຸ່ງອາພອນທີ່ເຕັມໄປດ້ວຍສີສັນ ພ້ອມດ້ວຍອຸປະກອນທີ່ຫຼາກຫຼາຍ, ຍິ່ງເພີ່ມຄວາມອຸດົມສົມບູນທາງດ້ານຮູບພາບໃຫ້ແກ່ຜົນງານດັ່ງກ່າວ. ເລື່ອງນຳສະເໜີບົດລະຄອນໂອເປຣາ “Carmen” ສະບັບໃໝ່ອ່ຽມຂຶ້ນບົນເວທີສະແດງຄັ້ງນີ້, VNOB ໄດ້ພາຜູ້ຊົມໄປສຳຜັດກັບສິລະປິນໂອເປຣາ ທີ່ຍອດຢ້ຽມ. ຜ່ານນັ້ນ, ກໍປະກອບສ່ວນນຳສິລະປະບັນດິດຫຍັບມໍ່ເຂົ້າໃກ້ກັບມະຫາຊົນ ຫວຽດນາມ ຫຼາຍກວ່າອີກ./.

ຕອບກັບ