ຮາຊູ- ລະບົບຊີວະພາບເບິ່ງແຍງດູແລສຸຂະພາບໃຫ້ແກ່ຜູ້ອາຍຸສູງຢ່າງຮອບດ້ານ

Thu Hang
Chia sẻ
(VOVWORLD) -ລະບົບຂອງ ຮາຊູ ມີບັນດາບົດອອກກຳລັງກາຍຢູ່ເຮືອນທີ່ເໝາະສົມກັບເກນອາຍຸ, ບັນດາບົດສອນດ້ວຍເທບວີດີໂອ, ບັນທຶກສຽງ ແລະ ບົດຂຽນນັບຮ້ອຍບົດ ທີ່ສະໜອງຄວາມຮູ້ກ່ຽວກັບພະຍາດໃນເກນອາຍຸສູງ
ຮາຊູ- ລະບົບຊີວະພາບເບິ່ງແຍງດູແລສຸຂະພາບໃຫ້ແກ່ຜູ້ອາຍຸສູງຢ່າງຮອບດ້ານ - ảnh 1ທ່ານນາງປະລິນຍາໂທ ໂງຖຸຍແອັງ, ຜູ້ສ້າງໂຄງການ ຮາຊູ
(ພາບ: phunuvietnam.vn)

ໂດຍເປີດຕົວໃນສະພາບການພິເສດ ເມື່ອໂລກລະບາດໂຄວິດ-19 ພວມເກີດຂຶ້ນ, ຮາຊູ (Hasu) ແມ່ນໂປຼແກຼມທຳອິດຢູ່ຫວຽດນາມ ໃນການເບິ່ງແຍງດູແລສຸຂະພາບ, ແນະນຳການອອກກຳລັງກາຍ, ຮ່ຳຮຽນ ແລະ ບັນເທິງທີ່ສະຫງວນໃຫ້ແກ່ຜູ້ມີອາຍຸ 50 ປີຂຶ້ນໄປ, ໜູນຊ່ວຍຍົກສູງສຸຂະພາບ ແລະ ຈິດໃຈໃຫ້ແກ່ຜູ້ອາຍຸສູງຢູ່ໃນເຮືອນ. ໂດຍເຂົ້າຮ່ວມຫຼາຍໂຄງການປະຊາຄົມ, ທ່ານນາງປະລິນຍາໂທ ໂງຖຸຍແອັງ, ຜູ້ສ້າງໂຄງການ ຮາຊູ ສະຫງວນໃຫ້ແກ່ຜູ້ອາຍຸສູງ ໃຫ້ຮູ້ວ່າ, ໂປຼແກຼມນີ້ມຸ່ງໄປເຖິງເປົ້າໝາຍຕົ້ນຕໍແມ່ນແມ່ຍິງ. ປະຈຸບັນ, ມີປະມານ 80% ຜູ້ນຳໃຊ້ໂປຼແກຼມນີ້ແມ່ນແມ່ຍິງ.

        ແຕ່ລະມື້ເມື່ອໄດ້ພົບປະກັບຜູ້ອາຍຸສູງ, ບັນດາຄົນຮູ້ຈັກ, ເອື້ອຍ ໂງຖຸຍແອັງ ເຫັນໄດ້ເຖິງຄວາມຕ້ອງການທີ່ຈຳເປັນທາງດ້ານສຸຂະພາບ ແລະ ຈິດໃຈໃຫ້ແກ່ຜູ້ອາຍຸສູງ, ບໍ່ພຽງແຕ່ໃນເວລາເກີດໂລກລະບາດເທົ່ານັ້ນ, ຫາກນັບທັງພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມອີກດ້ວຍ. ນັ້ນແມ່ນສາຍເຫດທີ່ທ່ານນາງປະລິນຍາໂທ ໂງຖຸຍແອັງ ຕັດສິນໃຈຄົ້ນຄວ້າ ແລະ ເປີດຕົວໂປຼແກຼມ ຮາຊູ, ເຊິ່ງແມ່ນໂປຼແກຼມທຳອິດຢູ່ຫວຽດນາມ ແລະ ເອື້ອຍປາດຖະໜາວ່າໂປຼແກຼມ ຮາຊູ ຈະແມ່ນ “ໂປຼແກຼມໜູນຊ່ວຍ” ເພື່ອຍົກສູງສຸຂະພາບ ແລະ ຈິດໃຈໃຫ້ແກ່ບັນດາແມ່ຍິງຜູ້ອາຍຸສູງທີ່ຢູ່ເຮືອນ.

        “ຮາຊູ ໄດ້ສ້າງຂຶ້ນຄືດັ່ງລະບົບຊີວະພາບດ້ວຍຜົນປະໂຫຍດຮອບດ້ານທີ່ສະຫງວນໃຫ້ຜູ້ອາຍຸສູງຢູ່ຫວຽດນາມ. ຜ່ານໂປຼແກຼມດັ່ງກ່າວ, ຜູ້ອາຍຸສູງສາມາດເບິ່ງແຍງດູແລສຸຂະພາບຂອງຕົນ ຜ່ານບັນດາຄວາມຮູ້ກ່ຽວກັບການເບິ່ງແຍງດູແລສຸຂະພາບ, ບັນດາບົດອອກກຳລັງກາຍສະເພາະໃຫ້ແກ່ຜູ້ອາຍຸສູງທາງອອນລາຍ”.

        ລະບົບຂອງ ຮາຊູ ມີບັນດາບົດອອກກຳລັງກາຍຢູ່ເຮືອນທີ່ເໝາະສົມກັບເກນອາຍຸ, ບັນດາບົດສອນດ້ວຍເທບວີດີໂອ, ບັນທຶກສຽງ ແລະ ບົດຂຽນນັບຮ້ອຍບົດ ທີ່ສະໜອງຄວາມຮູ້ກ່ຽວກັບພະຍາດໃນເກນອາຍຸສູງ; ແນະນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19… ພິເສດ, ຜູ້ອາຍຸສູງຍັງສາມາດເບິ່ງໜັງ, ອ່ານປື້ມ, ຄົ້ນຄວ້າວີດີໂອແນະນຳການອອກກຳລັງກາຍຕື່ມອີກ. ທ່ານນາງປະລິນຍາໂທ ໂງຖຸຍແອັງ, ແບ່ງປັນວ່າ:

        “ໂປຼແກຼມ ຮາຊູ ມີຄວາມແຕກຕ່າງກັນກັບໂປຼແກຼມເຕັກໂນໂລຊີຢູ່ບັນດາບໍລິສັດ startup ອື່ນໆ, ບັນດາບໍລິສັດອື່ນຈະມີວິທີເພື່ອພັດທະນາໂປຼແກຼມຢ່າງໄວກວ່າຜ່ານທາງອອນລາຍ. ແຕ່ສຳລັບໂປຼແກຼມ ຮາຊູ ແມ່ນຈະຊ້າກວ່າໜ້ອຍໜຶ່ງ ຍ້ອນເປົ້າໝາຍເຊິ່ງໂປຼແກຼມ ຮາຊູ ມຸ່ງໄປເຖິງແມ່ນຜູ້ທີ່ມີຄວາມຫຍຸ້ງຍາກໃນການນຳໃຊ້ເຕັກໂນໂລຊີ. ຮາຊູ ໄດ້ສຳຜັດກັບບັນດາສະຫະສະມາຄົມໃຫຍ່ຢູ່ຫວຽດນາມ ເທື່ອລະກ້າວ ແລະ ຈັດບັນດາການພົບປະໂດຍກົງເພື່ອແບ່ງປັນ”.

        ສິ່ງທ້າທາຍທີ່ໄດ້ວາງອອກໃຫ້ແກ່ບັນດາຜະລິດຕະພັນເຕັກໂນໂລຊີສະຫງວນໃຫ້ຜູ້ອາຍຸສູງແມ່ນ: ເຮັດແນວໃດຜູ້ອາຍຸສູງສາມາດສຳຜັດ ແລະ ນຳໃຊ້ເຕັກໂນໂລຊີງ່າຍທີ່ສຸດ? ຮາຊູ ໄດ້ແກ້ໄຂສິ່ງດັ່ງກ່າວດ້ວຍເລື່ອງສ້າງໂປຼແກຼມ ດ້ວຍການນຳໃຊ້ທີ່ງ່າຍ, ເໝາະສົມກັບບັນດາຜູ້ອາຍຸປານກາງ ຕະຫຼອດຮອດຜູ້ອາຍຸສູງ.

        ທີ່ການເສັງຊອກຫາຜູ້ມີຄວາມເກັ່ງກ້າສາມາດ startup ແຫ່ງຊາດ, ໃນຂອບເຂດວັນບຸນ startup ແຫ່ງຊາດ Techfest ປີ 2020 ຜ່ານມາ, ໂປຼແກຼມ ຮາຊູ ໄດ້ລອດເຂົ້າ Top 10 ຂອງການເສັງດັ່ງກ່າວ. ເມື່ອຕີລາຄາກ່ຽວກັບບັນດາຜົນງານຂອງໂຄງການ, ນັກຊ່ຽວຊານ ມາຍຢຸຍກວາງ ເນັ້ນໜັກວ່າ:

        “ຂ້າພະເຈົ້າຕີລາຄາສູງແນວຄວາມຄິດ ແລະ ວິທີເຮັດຂອງພວກເພື່ອນ. ຜູ້ນຳໃຊ້ເຕັກໂນໂລຊີທີ່ມີອາຍຸກວ່າ 50 ປີຂຶ້ນໄປແມ່ນຜູ້ທີ່ນຳໃຊ້ເຕັກໂນໂລຊີໄດ້ຍາກ, ສະນັ້ນມາຮອດປະຈຸບັນບໍ່ມີຫຼາຍຄົນທິ່ເຂົ້າຮ່ວມຕະຫຼາດສຳລັບຜູ້ສູງອາຍຸນີ້, ສະນັ້ນ ບັນດາບາດກ້າວສຳຜັດ ກໍ່ຄືການສ້າງຜະລິດຕະພັນ, ຄົ້ນຄວ້າແບບວິທີນຳໃຊ້ ພວກເພື່ອນຕ້ອງເຮັດຢ່າງລະອຽດ, ມີຄວາມລະມັດລະວັງທີ່ສຸດ. ນັ້ນແມ່ນຈຸດຫຼັກຂອງເລື່ອງທີ່ວ່າ ຈະບັນລຸຜົນສຳເລັດໄດ້ຫຼືບໍ່”

        ໂປຼແກຼມ ຮາຊູ ມີທັງການບໍ່ຈ່າຍຄ່າ ແລະ ຈ່າຍຄ່າເພື່ອນຳໃຊ້ລະບົບສົມບູນກວ່າ, ລາຄາຂອງໂປຼແກຼມຈ່າຍຄ່າແມ່ນ 899.000 ດົ່ງ/ປີ ແລະ 499.000 ດົ່ງ/ເດືອນ. ຮາຊູ ກໍ່ໄດ້ສ້າງລະບົບຊີວະພາບທີ່ເປັນປະໂຫຍດ, ເຊື່ອມຕໍ່ຫຼາຍຮູບແບບຜະລິດຕະພັນ, ການບໍລິການຢູ່ຫວຽດນາມ ທີ່ສະຫງວນໃຫ້ຜູ້ອາຍຸສູງນຳກັນ, ສາມາດແຜ່ຂະຫຍາຍເຖິງຜູ້ນຳໃຊ້ຢູ່ໃນເຂດຕົວເມືອງ ຕະຫຼອດຮອດເຂດຊົນນະບົດ. ໃນປີ 2021, ຮາຊູ ປາດຖະໜາວ່າຈະໄດ້ຮ່ວມເດີນທາງພ້ອມກັບບັນດາລາຍການຂອງສະຫະພັນແມ່ຍິງຫວຽດນາມ, ຮ່ວມແຮງຮ່ວມໃຈເພື່ອການດຳລົງຊີວິດໃຫ້ດີງາມກວ່າຂອງບັນດາແມ່ຍິງຫວຽດນາມ.

ຕອບກັບ