ກັບ​ມາ​ຢາມ​ຫໍ​ພິ​ພິ​ທະ​ພັນໄຊ​ຊະ​ນະ ດ້ຽນ​ບຽນ​ຝູ: ບັນ​ດາ​ຄວາມ​ຮູ້​ສຶກເອກອ້າງທະນົງໃຈ

Anh Huyen – VOV ປະ​ຈຳ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ
Chia sẻ
(VOVWORLD) - ຊຸມວັນນີ້, ຈຳນວນແຂກທ່ອງທ່ຽວມາທ່ຽວຢູ່ແຂວງ ດ້ຽນບຽນ ນັບມື້ນັບເພີ່ມຂຶ້ນໃນການເດີນທາງກັບເມືອຢາມດິນແດນແຫ່ງປະຫວັດສາດໃນໂອກາດນີ້ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ ແມ່ນສະຖານທີ່ນຳມາເຊິ່ງຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ແຂກທ່ອງທ່ຽວ.
ກັບ​ມາ​ຢາມ​ຫໍ​ພິ​ພິ​ທະ​ພັນໄຊ​ຊະ​ນະ ດ້ຽນ​ບຽນ​ຝູ: ບັນ​ດາ​ຄວາມ​ຮູ້​ສຶກເອກອ້າງທະນົງໃຈ - ảnh 1ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ ເບິ່ງຈາກມູມສູງ (ພາບ: VOV)

ໂດຍຕ້ອນຮັບນັກທ່ອງທ່ຽວຄະນະຕ່າງໆມາແບບບໍ່ຂາດສາຍ ໃນຖານະເປັນຜູ້ແນະນຳ, ຜູ້ນຳທ່ຽວ, ເຖິງວ່າເວລາພັກຜ່ອນມີໜ້ອຍກໍຕາມ ແຕ່ບັນດາພະນັກງານ, ພາລະກອນຫໍພິພິທະພັນໄຊຊະນະດ້ຽນບຽນຝູ ກໍບໍ່ມີໃຜຮູ້ສຶກອິດເມື່ອຍ. ແທນທີ່ນັ້ນ ແມ່ນຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈເມື່ອໄດ້ອະທິບາຍ, ແນະນຳໃຫ້ແຂກທ່ອງທ່ຽວກ່ຽວກັບເລື່ອງລາວ ຫຼື ຄວາມຮູ້ທາງປະຫວັດສາດໃນປາງສົງຄາມຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນບັ້ນຮົບດ້ຽນບຽນຝູ ທີ່ເກີດຂຶ້ນກ່ອນນີ້ 70 ປີ.

ຜູ້ນຳທ່ຽວແຕ່ລະຄົນຂອງຫໍພິພິທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ ຍາມໃດກໍປາດຖະໜາຢາກນຳມາເຊິ່ງຄວາມປະທັບໃຈທີ່ດີງາມທີ່ສຸດໃຫ້ແກ່ນັກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ ໂດຍຜ່ານວັດຖຸພັນ, ເລື່ອງລາວທີ່ຕື້ນຕັນໃຈໃນລະບົບວາງສະແດງຂອງຫໍພິພິທະພັນ. ດັ່ງນັ້ນ, ພວກຂ້າພະເຈົ້າ ຍາມໃດກໍກຽມພ້ອມທີ່ຈະຕ້ອນຮັບໃຊ້ແຂກທ່ອງທ່ຽວທີ່ມາ ດ້ຽນບຽນ ໃນທຸກໆມື້ໃນອາທິດ”.

ກັບ​ມາ​ຢາມ​ຫໍ​ພິ​ພິ​ທະ​ພັນໄຊ​ຊະ​ນະ ດ້ຽນ​ບຽນ​ຝູ: ບັນ​ດາ​ຄວາມ​ຮູ້​ສຶກເອກອ້າງທະນົງໃຈ - ảnh 2ແຂກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼາຍ (ພາບ: VOV)

ຄວາມເອກອ້າງທະນົງໃຈຂອງບັນດາພະນັກງານ, ພາລະກອນຫໍພິພິທະພັນໄຊຊະນະດ້ຽນບຽນຝູ ໄດ້ປະກອບສ່ວນວາດພາບເຖິງໄລຍະເວລາ 56 ວັນ ແລະ ຄືນທີ່ຕ້ອງ “ຂຸດພູ, ນອນຂຸມ, ຕາກຝົນລິນກິນເຂົ້າປັ້ນ” ຂອງທະຫານ ແລະ ປະຊາຊົນ ຫວຽດນາມ ທີ່ໃຈບໍ່ເຄີຍຫວາດຫວັ່ນ, ບໍ່ເຄີຍຖອຍ, ອັນໄດ້ສ້າງໄຊຊະນະອັນຍິ່ງໃຫຍ່ຂອງຊາດ ຫວຽດນາມ ຢ່າງມີຊີວິດຊີວາ. ລຸງ ຫງວຽນວັນດ້າວ, ນັກຮົບເກົ່າ ມາຈາກນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ:

ກັບມາຢ້ຽມຢາມ ດ້ຽນບຽນ ຄັ້ງນີ້, ພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍ ເມື່ອໄດ້ໄປຢ້ຽມຢາມບັນດາຮ່ອງຮອຍປະຫວັດສາດ; ໄດ້ເຫັນບັນດາຮູບພາບທີ່ມີຊີວິດຊີວາຂອງບັນດານັກຮົບ ດ້ຽນບຽນ ກ່ອນນີ້ 70 ປີ, ຮູ້ສຶກໄດ້ເຖິງນ້ຳໃຈອົງອາດກ້າຫານຂອງບັ້ນຕໍ່ຕ້ານຕ້ານກອງທັບ ລັ່ງ ເວົ້າລວມ, ກໍຄື ໄຊຊະນະ ດ້ຽນບຽນຝູ ເວົ້າສະເພາະ ເພື່ອຍາດເອົາເອກະລາດ, ຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະຊາຊົນ ຫວຽດນາມ”.

ຈຸດພົ້ນເດັ່ນທີ່ສຸດຂອງຫໍພິພິທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ ແມ່ນພາບ ພາໂນຣາມາ, ເຊິ່ງໄດ້ວາດພາບເຖິງບັນດາບັ້ນຮົບທີ່ພົ້ນເດັ່ນທັງໝົດ ຕາມການຜັນແປຂອງການບຸກໂຈມຕີຄັ້ງຕ່າງໆໃນບັ້ນຮົບ ດ້ຽນບຽນຝູ, ເຮັດໃຫ້ຜູ້ຊົມສຳຜັດມູມມອງຢ່າງຄົບຖ້ວນ ແລະ ມີຊີວິດຊີວາທີ່ສຸດ. ຮັບຊົມພາບພາໂນຣາມາ, ຫງວຽນຮວ່າຍເຟືອງ, ນັກທ່ອງທ່ຽວໜຸ່ມມາຈາກນະຄອນ ໂຮ່ຈີມິນ ແບ່ງປັນວ່າ:

ຂ້າພະເຈົ້າຕື້ນຕັນໃຈຫຼາຍ ຈົນນ້ຳຕາຕົກ ເມື່ອຮັບຊົມບັນດາພາບແຕ້ມຢູ່ຫໍພິພິທະພັນ. ຂ້າພະເຈົ້າຄຳນຶງເຖິງຄວາມລຳບາກກາກກຳ ແລະ ກາເສຍສະຫຼະຂອງບັນດານັກຮົບ ດ້ຽນບຽນ ໃນປາງກ່ອນ, ເວົ້າລວມແມ່ນເອກອ້າງທະນົງໃຈທີ່ສຸດ”.

ປີນີ້, ແຂກທ່ອງທ່ຽວພາກັນມາທ່ຽວ ດ້ຽນບຽນ ເປັນຈຳນວນຫຼວງຫຼາຍ ແລະ ຫໍພິພິທະພັນ ດ້ຽນບຽນ ແມ່ນສະຖານທີ່ບໍ່ຄວນພາດໂອກາດແວຢ້ຽມຊົມ. ທ່ານນາງ ຫວູທິຕວຽດງາ, ຜູ້ອຳນວຍການຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ ໃຫ້ຮູ້ວ່າ ຫໍພິພິທະພັນ ຍາມໃດກໍມານະພະຍາຍາມປະຕິບັດພັນທະໜ້າທີ່ຂອງຕົນໃຫ້ເປັນຢ່າງດີ, ປະກອບສ່ວນເພີ່ມເຕີມໃຫ້ແກ່ເຂດປູຊະນີຍະສະຖານສະໜາມຮົບ ດ້ຽນບຽນຝູ, ແນໃສ່ແຜ່ກະຈາຍຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ ເຖິງປະຊາຊົນທຸກລຸ້ນຄົນ ແລະ ມະຫາຊົນທີ່ຮັກຫອມສັນຕິພາບໃນໂລກ.

ປີ 2024 ແມ່ນປີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ; ພ້ອມທັງກໍແມ່ນປີທ່ອງທ່ຽວແຫ່ງຊາດ ດ້ຽນບຽນ. ນີ້ກໍແມ່ນສະຖານທີ່ຕ້ອນຮັບ ແລະ ຮັບໃຊ້ຈຳນວນແຂກທ່ອງທ່ຽວຫຼາຍທີ່ສຸດ ເມື່ອມາຢາມດິນແດນ ດ້ຽນບຽນຝູ ທີ່ອົງອາດກ້າຫານ, ພວກຂ້າພະເຈົ້າ ໄດ້ຂຶ້ນແຜນການລະອຽດ, ເຊັ່ນ: ຟິມ 3 ມິຕິ, ຮູບຈຳລອງ 3 ມິຕິ ບວກັບ ແຜນທີ່ 3 ມິຕິ, ການສຳຜັດເໝືອນຈິງ VR, ເພື່ອຕ້ອນຮັບ ແລະ ຮັບໃຊ້ແຂທ່ອທ່ຽວໃຫ້ເປັນຢ່າງດີທີ່ສຸດ ເມື່ອມາຢາມ ດ້ຽນບຽນ.

ຫໍພິພິທະພັນ ໄຊຊະນະປະຫວັດສາດ ດ້ຽນບຽນຝູ ຕັ້ງກົງກັນຂ້າມກັບເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ A1 ແລະ ໃກ້ກັບບັນດາເຂດປູຊະນີຍະສະຖານປະຫວັດສາດພົ້ນເດັ່ນ ເຊັ່ນ: ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ໂນນພູ F; ໂນນພູ A1; ຂຸມ(ອຸມົງ) ບັນຊາຂອງນາຍພົນ De Castries, ... ໂດຍເປັນສາງເກັບຮັກສາບັນດາຮູບພາບອັນແທ້ຈິງ ແລະ ມີຊີວິດຊີວາກ່ຽວກັບໄຊຊະນະທີ່ດັ່ງກ້ອງກັງວານໄປທົ່ວ 5 ທະວີບ, ເຮັດໃຫ້ທົ່ວໂລກສັ່ນສະເທື່ອນ”, ຫໍພິພິທະພັນໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ຈັກອົກຈັບໃຈ, ສ້າງອາລົມຈິດແຫ່ງຄວາມຮູ້ສຶກທີ່ຍາກຈະຫຼົງລືມໄດ້ ສຳລັບແຂກທ່ອງທ່ຽວແຕ່ລະຄົນ ເມື່ອມີໂອກາດມາຢາມດິນແດນແຫ່ງປະຫວັດສາດ ດ້ຽນບຽນ ວິລະຊົນ./.

ຕອບກັບ