ຊາວເຜົ່າ ເຊີດັງ ສ້າງຄວາມຮັ່ງມີຈາກການປູກຢາສະໝູນໄພ

Khoa Điểm - Vĩnh Phong
Chia sẻ
(VOVWORLD) -

ເມືອງ ຕູເມີຣົງ, ແຂວງ ກອນຕຸມ ມີຈຳນວນປະຊາກອນ 95% ແມ່ນຊາວເຜົ່າ ເຊີດັງ. ໃນຊຸມປີມໍ່ໆມານີ້, ໂດຍປະຕິບັດການກຳນົດທິດພັດທະນາຢາສະໝູນໄພ, ຊາວເຜົ່າເຊີດັງ ໄດ້ຍູ້ແຮງການອອກແຮງງານ, ທຳການຜະລິດ, ສ້າງຄວາມຮັ່ງມີຈາກເຂດດິນນາ, ເຂດພູປ່າຂອງບ້ານເກີດເມືອງນອນ.

ຊາວເຜົ່າ ເຊີດັງ ສ້າງຄວາມຮັ່ງມີຈາກການປູກຢາສະໝູນໄພ - ảnh 1ອ້າຍ ອາລີງ ກວດຄຸນນະພາບໂສມ

ໃນຊຸມວັນຕົ້ນປີ, ອ້າຍ ອາລີງ, ຢູ່ໝູ່ບ້ານ ຟູຕ່າ, ຕາແສງ ມັງຣີ, ເມືອງ ຕູເມີຣົງ, ໄດ້ມີໜ້າເປັນປະຈຳໃນສວນປູກໂສມ ງອັກລີງ ຂອງຄອບຄົວ. ລະດູການນີ້, ຕົ້ນໂສມ ງອັກລີງ ພວມຢູ່ໃນໄລຍະ “ນອນໃນລະດູໜາວ” ແຕ່ບັນດາຜູ້ປູກໂສມ ຕ້ອງບໍ່ໄດ້ນອນ ເພື່ອເອົາເວລາໄປເບິ່ງ ລະວັງໂຕກະຮອກ, ໜູ ພ້ອມກັບສັດປ່າອື່ນໆທີ່ຈະມາທຳລາຍໂສມ. ໂດຍເປັນຜູ້ກຳມະສິດສວນປູກຕົ້ນໂສມ ງອກລີງ ຫຼາຍປີປະມານ 5.000 ຕົ້ນ, ອາລີງ ແມ່ນໜຶ່ງໃນຈຳນວນເສດຖີໂສມ ງອັກລີງ ຫຼາຍຄົນ ຢູ່ເມືອງ ຕູເມີຣົງ. ເມື່ອແບ່ງປັນກ່ຽວກັບວິວັດການຫລຸດພົ້ນອອກຈາກຄວາມທຸກຍາກ ຈາກການປູກຕົ້ນໂສມ ງອກລີງ, ອ້າຍ ອາລີງ ໃຫ້ຮູ້ວ່າ:

“ຂ້າພະເຈົ້າກູ້ຢືມທຶນ 100 ລ້ານດົ່ງ (4.000 ໂດລາສະຫະລັດ) ຊື້ໂສມ ງອັກລີງ ເພື່ອປູກ. ເມື່ອກູ້ຢືມເງິນເພື່ອລົງທຶນ ປູກໂສມ, ກໍ່ໂຊກດີຫຼາຍຍ້ອນພັດທະນາຢ່າງສຳເລັດຜົນ ແລະ ປະສິດທິຜົນ, ປັບປຸງຊີວິດການເປັນຢູ່ໃຫ້ດີກວ່າ”.

ສຳລັບຊາວເຜົ່າ ເຊີດັງ, ຢູ່ເມືອງ ຕູເມີຣົງ, ເຖິງວ່າໄດ້ດຳລົງຊີວິດຢູ່ໃກ້ກັບເຂດປູກຕົ້ນໂສມ ງອັກລີງ ແຕ່ວ່າເພື່ອປູກໂສມໄດ້ນັ້ນ ກໍ່ບໍ່ແມ່ນເລື່ອງງ່າຍ. ສິ່ງກີດຂວາງໃຫຍ່ສຸດນັ້ນແມ່ນ ລາຄາຂາຍແນວພັນໂສມ ງອັກລີງ ສູງຫຼາຍ, ເມັດໜຶ່ງຂາຍລາຄາ 100.000 ດົ່ງ (ເທົ່າກັບ 4 ໂດລາສະຫະລັດ) ແລະ ຕົ້ນໂສມ ອາຍຸ 1 ປີ ລາຄາ 300.000 ດົ່ງ (13 ໂດລາສະຫະລັດ). ຕໍ່ໜ້າສະພາບການຕົວຈິງນີ້, ເພື່ອຊ່ວຍປະຊາຊົນຜູ້ປູກໂສມງອັກລີງ, ອຳນາດການປົກຄອງເມືອງ ຕູເມີຣົງ ໄດ້ໜູນຊ່ວຍດ້ານທຶນຮອນ ເພື່ອໃຫ້ພໍ່ແມ່ປະຊາຊົນຊາວເຜົ່າ ເຊີດັງ ພັດທະນາ ຕົ້ນໂສມ ງອັກລີງ. ອ້າຍ ອາເຊີນ, ແມ່ນຄອບຄົວທຸກຍາກ, ກ້າທີ່ຈະກູ້ຢຶມທຶນຈາກທະນາຄານນະໂຍບາຍສັງຄົມເມືອງ ຕູເມີຣົງ ຈຳນວນເງິນ 100 ລ້ານດົ່ງ (ເທົ່າກັບ 4.000 ໂດລາສະຫະລັດ) ເພື່ອຊື້ແນວພັນໂສມ ງອັກລີງ. ມາຮອດປະຈຸບັນ, ສວນໂສມຂອງອ້າຍມີທັງໝົດ 3.000 ຕົ້ນແລ້ວ. ອ້າຍ ອາເຊີນ, ແບ່ງປັນວ່າ:

“ລາຄາແນວພັນໂສມສູງພໍສົມຄວນ. ທຳອິດກໍ່ມີຄວາມເປັນກັງວົນ, ແຕ່ສຸດທ້າຍ ສອງຜົວເມຍກໍ່ຕັດສິນໃຈກູ້ຢືມທຶນ. ນັບແຕ່ເວລາເລີ່ມປູກ, ຮອດປີທີ 4, ທີ 5, ຕົ້ນໂສມແຕ່ລະຕົ້ນກໍ່ໃຫ້ແຕ່ 20 30 ເມັດດ້ວຍຄຸນນະພາບທີ່ດີ. ເຮົາໄດ້ເກັບເອົາເມັດ ແລະ ມີແນວພັນສະເພາະ”.

ດ້ວຍລາຄາໂສມ ງອັກລີງ ສົດໃນທ້ອງຕະຫຼາດແມ່ນປະມານ 100 ລ້ານດົ່ງ/ໂລ ຄືໃນປະຈຸບັນ, ຫຼາຍຄອບຄົວໄດ້ຫລຸດພົ້ນຄວາມທຸກຍາກ ແລະ ພວມສືບຕໍ່ບືນຕົວຂຶ້ນສ້າງຄວາມຮັ່ງມີ. ທ່ານ ເຈືອງກວາງຈີ, ຜູ້ອຳນວຍການຫ້ອງການທຸລະກຳ ເມືອງ ຕູເມີຣົງ, ທະນາຄານນະໂຍບາຍສັງຄົມ ແຂວງ ກອນຕຸມ, ຢັ້ງຢືນວ່າ:

“ມາຮອດປະຈຸບັນ, ຍອດຈຳນວນເງິນໃຫ້ກູ້ຢືມສຳລັບປະຊາຊົນປູກຕົ້ນສະໝູນໄພເວົ້າລວມ ແລະ ຕົ້ນໂສມ ງອັກລີງ ເວົ້າສະເພາະແມ່ນເກືອບ 100 ຕື້ດົ່ງ (ກ່ວາ 40.000 ໂດລາສະຫະລັດ) ດ້ວຍຈຳນວນຜູ້ກູ້ຢືມທຶນກ່ວາ 1.000 ຄົນ. ຜ່ານການຕິດຕາມ, ກວດການັ້ນ ຈຳນວນເງິນກູ້ຢືມກໍ່ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ. ຕົ້ນໂສມ ງອັກລີງ ກໍ່ໄດ້ເສີມຂະຫຍາຍເປັນຢ່າງດີ ສ້າງເງື່ອນໄຂໃຫ້ແກ່ພໍ່ແມ່ປະຊາຊົນພັດທະນາເສດຖະກິດ ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ”.

ຊາວເຜົ່າ ເຊີດັງ ສ້າງຄວາມຮັ່ງມີຈາກການປູກຢາສະໝູນໄພ - ảnh 2ນັບມື້ນັບມີຫຼາຍຄົນຊາວເຜົ່າເຊີດັງ ເຂົ້າຮ່ວມການປູກໂສມ

ບໍ່ພຽງແຕ່ປູກຕົ້ນໂສມ ງອັກລີງ ເທົ່ານັ້ນ, ປະຈຸບັນ, ຫຼາຍຄອບຄົວຊາວເຜົ່າ ເຊີດັງ ຢູ່ເມືອງ ຕູເມີຣົງ ຍັງໄດ້ປູກຕົ້ນສະໝູນໄພປະເພດອື່ນອີກຫຼາຍຢ່າງ, ເພື່ອມີລາຍຮັບ, ມີເງິນລົງທຶນເພື່ອປູກຕົ້ນໂສມ ງອັກລີງ ຕື່ມອີກ. ມາຮອດປະຈຸບັນ, ມີຕື່ມອີກ 562 ຄອບຄົວ, ເປັນຕົ້ນແມ່ນຊາວເຜົ່າ ເຊີດັງ ຢູ່ ເມືອງ ຕູເມີຣົງ ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ. ທ່ານ ຫວໍຈູງແມ້ງ, ປະທານຄະນະກຳມະການປະຊາຊົນ ເມືອງ ຕູເມີຣົງ, ໃຫ້ຮູ້ວ່າ:

 “ປະຊາຊົນບໍ່ຄອງຄອຍ, ເອື່ອຍອີງຈາກການໜູນຊ່ວຍຂອງລັດ ເພື່ອພັດທະນາເສດຖະກິດຄອບຄົວ. ຍົກຕົວຢ່າງຄື ເລື່ອງປະຊາຊົນ ໄດ້ກູ້ຢືມທຶນຈາກແຫຼ່ງເງິນກູ້ຢຶມອື່ນໆ, ຈາກບັນດາແຫຼ່ງລາຍຮັບຂອງຄອບຄົວ ເພື່ອລົງທຶນພັດທະນາການປູກຕົ້ນໂສມ ງອັກລີງ. ນີ້ແມ່ນການປ່ຽນແປງແນວຄິດ, ວິທີເຮັດດ້ວຍຂອບຂະໜາດໃຫຍ່ ໃນວົງຄະນະຍາດພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍ”.

ປະຈຸບັນ, ເມືອງ ຕູເມີຣົງ, ມີເນື້ອທີ່ປູກໂສມ ງອັກລີງ ກ່ວາ 2.300 ເຮັກຕາ ພ້ອມກັບເນື້ອທີ່ດິນກ່ວາ 1.300 ເຮັກຕາ ປູກຢາສະໝູມໄພປະເພດອື່ນໆອີກ. ດ້ວຍຫຼາຍວິທີການ, ຄື: ກູ້ຢຶມເງິນລົງທຶນເພື່ອປູກຕົ້ນໂສມ ງອັກລີງ, ເຂົ້າຮ່ວມບັນດາໜ່ວຍຮ່ວມມື, ຮ່ວມສຳພັນກັບວິສາຫະກິດ… ນັບມື້ນັບມີຊາວເຜົ່າ ເຊີດັງ ປູກຕົ້ນສະໝູນໄພທີ່ມີຄຸນນະພາບສູງຕື່ມອີກ. ນີ້ກໍ່ແມ່ນວຽກເຮັດລະອຽດຂອງອຳນາດການປົກຄອງ, ຂອງປະຊາຊົນ ເມືອງ ຕູເມີຣົງ ໃນການປະກອບສ່ວນເຂົ້າໃນການປະຕິບັດສຳເລັດເປົ້າໝາຍຮອດປີ 2030 ແຂວງ ກອນຕຸມ ກາຍເປັນເຂດປູກຕົ້ນໄມ້ສະໝູນໄພຈຸດສຸມຂອງປະເທດຊາດ ແລະ ກາຍເປັນສູນຜະລິດຢາສະໝູນໄພໃຫຍ່ທີ່ສຸດຂອງ ຫວຽດນາມ./.

ຕອບກັບ