ງານວາງສະແດງຊຸດອາພອນປະຈຳຊາດອາຊຽນ-ເຊື່ອມຕໍ່ພື້ນຖານວັດທະນະທຳປະເທດຕ່າງໆ

Minh Duc
Chia sẻ
(VOVWORLD) - ງານວາງສະແດງຊຸດອາພອນປະຈຳຊາດຂອງບັນດາປະເທດອາຊຽນ ໄດ້ຊ່ວຍໃຫ້ຜູ້ຊົມມີການສັງເກດໂດຍສັງເຂບກວ່າກ່ຽວກັບການດຳລົງຊີວິດ, ວັດທະນະທຳຂອງບັນດາປະເທດໃນກຸ່ມອາຊຽນ.
ງານວາງສະແດງຊຸດອາພອນປະຈຳຊາດອາຊຽນ-ເຊື່ອມຕໍ່ພື້ນຖານວັດທະນະທຳປະເທດຕ່າງໆ - ảnh 1 (ງານວາງສະແດງຊຸດອາພອນປະຈຳຊາດອາຊຽນ 2020)

ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ມີພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ອຸດົມສົມບູນທີ່ສຸດ, ຍ້ອນເຫດນັ້ນ ບັນດາຊຸດອາພອນປະຈຳຊາດຂອງບັນດາປະເທດກໍ່ມີຫຼາຍຮູບຫຼາຍແບບ, ໂດຍອີງໃສ່ຈຸດພິເສດດ້ານພູມສາດ, ຊົນເຜົ່າ, ດິນຟ້າອາກາດ, ວັດທະນະທຳທີ່ເປັນມູນເຊື້ອ ແລະ ພາກພື້ນ. ຊຸດອາພອນປະຈຳຊາດບໍ່ພຽງແຕ່ມີຄວາມງາມທາງດ້ານການນຸ່ງຖືເທົ່ານັ້ນ, ຫາກຍັງເປັນການເຊີດຊູມູນເຊື້ອວັດທະນະທຳ, ຈິດໃຈຂອງປະຊາຊົນແຕ່ລະປະເທດໃນປະຊາຄົມອາຊຽນອີກດ້ວຍ. ງານວາງສະແດງຊຸດອາພອນປະຈຳຊາດຂອງບັນດາປະເທດອາຊຽນ ໄດ້ຊ່ວຍໃຫ້ຜູ້ຊົມມີການສັງເກດໂດຍສັງເຂບກວ່າກ່ຽວກັບການດຳລົງຊີວິດ, ວັດທະນະທຳຂອງບັນດາປະເທດໃນກຸ່ມອາຊຽນ.

        ປີ 2020, ປະຊາຄົມອາຊຽນ ສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງ (2015 – 2020) ແລະ ຫວຽດນາມ ເປັນກຽດໄດ້ຮັບດຳລົງຕຳແໜ່ງເປັນປະທານອາຊຽນ. ເພື່ອຂໍ່ຳນັບຊົມເຊີຍເຫດການສຳຄັນນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດຂອງ 10 ປະເທດອາຊຽນ ປະຈຳຫວຽດນາມ ຈັດງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020. ໃນໄລຍະຜ່ານມາ, ຕໍ່ໜ້າບັນດາຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19, ປະຊາຄົມອາຊຽນ ໄດ້ມີການກະທຳຢ່າງທັນການ, ເປັນເຈົ້າການຮັບມື, ເຊື່ອມຕໍ່ບັນດາປະເທດ ແລະ ເຫດການນີ້ແມ່ນສິ່ງພິສູດໃຫ້ເຫັນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະ ກັນລະຫວ່າງປະຊາຊົນບັນດາປະເທດໃນພາກພື້ນ, ປະກອບສ່ວນເປີດກວ້າງການຮ່ວມມືທາງດ້ານເສດຖະກິດ, ການລົງທຶນ, ພັດທະນາການທ່ອງທ່ຽວ…

ງານວາງສະແດງຊຸດອາພອນປະຈຳຊາດອາຊຽນ-ເຊື່ອມຕໍ່ພື້ນຖານວັດທະນະທຳປະເທດຕ່າງໆ - ảnh 2

ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ໃຫ້ຮູ້ວ່າ.

        “ເຖິງວ່າໂລກລະບາດໂຄວິດ-19 ຍັງສັບສົນຢູ່ກໍ່ຕາມ, ແຕ່ 10 ປະເທດສະມາຊິກອາຊຽນ ໄດ້ຕັ້ງໜ້າສົມທົບກັນ, ສົ່ງຊຸດອາພອນປະຈຳຊາດ, ບັນດາພາບຖ່າຍມາເຂົ້າຮ່ວມເຫດການວັດທະນະທຳສຳຄັນຂອງອາຊຽນ ຢູ່ຫວຽດນາມ. ສິ່ງດັ່ງກ່າວໄດ້ເປັນການຢັ້ງຢືນຄວາມເອົາໃຈໃສ່ເປັນພິເສດຂອງບັນດາປະເທດອາຊຽນ ທີ່ສະຫງວນໃຫ້ແກ່ບັນດາເຫດການວັດທະນະທຳໂດຍຫວຽດນາມ ຈັດຕັ້ງໃນປີ 2020, ປະກອບສ່ວນສ້າງບັນຍາກາດວັດທະນະທຳສັງລວມ, ດູດດື່ມ ເພື່ອໃຫ້ປະຊາຊົນອາຊຽນ ແຕ່ລະຄົນ, ເພື່ອນມິດສາກົນຮູ້ຈັກເຖິງສີສັນຂອງອາຊຽນ. ພ້ອມທັງເປັນການສະແດງໃຫ້ເຫັນວ່າ, ການຮ່ວມມືທາງດ້ານວັດທະນະທຳໃນອາຊຽນ ໄດ້ສະແດງໃຫ້ເຫັນບົດບາດເຊື່ອມຕໍ່ບັນດາປະເທດສະມາຊິກອາຊຽນ, ພ້ອມກັນສາມັກຄີ, ສ້າງກຳລັງແຮງສັງລວມເພື່ອສາມາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ”.

        ງານວາງສະແດງຊຸດອາພອນປະຈຳຊາດຂອງບັນດາປະເທດອາຊຽນ 2020 ໄດ້ວາງສະແດງສ່ວນໜຶ່ງໃນສາງວັດທະນະທຳຊຸດອາພອນປະຈຳຊາດຂອງ 10 ປະເທດສະມາຊິກອາຊຽນ. ຄຽງຂ້າງນັ້ນ, ແມ່ນບັນດາພາບຖ່າຍກ່ຽວກັບທິວທັດທຳມະຊາດ, ວັດທະນະທຳ, ປະເທດຊາດ, ປະຊາຊົນ ປະກອບສ່ວນຊ່ວຍໃຫ້ຜູ້ຊົມມີຄວາມເຂົ້າໃຈກ່ຽວກັບບັນດາປະເທດໃນກຸ່ມຕື່ມອີກ. ທ່ານ ໂອລຳ ຈັນທະວິໄລ, ຜູ້ຕາງໜ້າສະຖານທູດລາວ ປະຈຳຫວຽດນາມ, ແບ່ງປັນວ່າ.

ງານວາງສະແດງຊຸດອາພອນປະຈຳຊາດອາຊຽນ-ເຊື່ອມຕໍ່ພື້ນຖານວັດທະນະທຳປະເທດຕ່າງໆ - ảnh 3

(ທ່ານ ໂອລຳ ຈັນທະວິໄລ)

ງານວາງສະແດງຄັ້ງນີ້, ຝ່າຍມຽນມາ ໄດ້ແນະນຳເຖິງຜູ້ຊົມຊຸດອາພອນປະຈຳຊາດມີຊື່ວ່າ Longyi, ລວມມີຜ້າຄຸມຫົວມີຊື່ວ່າ Gaung Baung ເຊິ່ງເຄີຍນຳໃຊ້ໃນບັນດາເຫດການສຳຄັນ. ໃນສະໄໝຫົວເມືອງຂຶ້ນ, Gaung Baung ໄດ້ຮັບຖືວ່າແມ່ນຊຸດອາພອນປະຈຳຊາດທາງການ. ການອອກແບບຂອງ Gaung Baung ແບບທັນສະໄໝໄດ້ເລີ່ມປະກົດອອກໃນຊຸມປີ 1990. ສ່ວນຝ່າຍຫວຽດນາມ ໄດ້ນຳເອົາຊຸດເສື້ອຍາວມາວາງສະແດງ, ຊຸດອາພອນປະຈຳຊາດນີ້ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນຍ້ອນນຸ່ງງ່າຍ, ສະແດງໃຫ້ເຫັນຄວາມງາມຂອງຊາວຫວຽດນາມ ແລະ ຊຸດເສື້ອຍາວນີ້ກໍ່ແມ່ນສັນຍາລັກສະແດງໃຫ້ເຫັນສີສັນ, ວັດທະນະທຳຂອງຫວຽດນາມ.

ງານວາງສະແດງຊຸດອາພອນປະຈຳຊາດອາຊຽນ-ເຊື່ອມຕໍ່ພື້ນຖານວັດທະນະທຳປະເທດຕ່າງໆ - ảnh 4

ທ່ານ ເລຫວຽດຢຸງ, ຄະນະຊົນເຜົ່າແຂວງ ແທັງຮ໊ວາ, ໃຫ້ຮູ້ວ່າ.

        “ກ່ອນນີ້, ໃນສະໄໝລາດຊະວົງຫງວຽນ ມີແນວຄິດປ່ຽນໃໝ່ຊຸດອາພອນຂອງຫວຽດນາມ. ຄາວນັ້ນຊຸດເສື້ອຍາວທີ່ເປັນມູນເຊື້ອຂອງຫວຽດນາມ ໄດ້ເອີ້ນວ່າ ເສື້ອຍາວ ງູ໋ເທິນ (ເສື້ອ 5 ປ່ຽງ), ໃນນັ້ນທາງໜ້າມີ 2 ປ່ຽງ, ທາງຫຼັງກໍ່ມີ 2 ປ່ຽງ ແລະ ປ່ຽງໜຶ່ງຢູ່ໃຈກາງ, ງູ໋ເທິນ ແມ່ນສັນຍາລັກໃຫ້ສະມາຊິກໃນຄອບຄົວ, ປ່ຽງ 1 ທີ່ຍັງເຫຼືອແມ່ນສັນຍາລັກໃຫ້ແກ່ຕົນເອງ. ຮອດສະໄໝເຈົ້າຊີວິດ ມິງມ້າງ ໄດ້ປະກາດພະລາຊະດຳລັດຈາກເໜືອຮອດໃຕ້ວ່າ ນຳໃຊ້ຊຸດອາພອນນີ້ແມ່ນຊຸດອາພອນປະຈຳຊາດ ແລະ ຊຸດທົ່ວໄປຂອງຫວຽດນາມ ແລະ ຕໍ່ມາຊຸດເສື້ອ ງູ໋ເທິນ ນີ້ໄດ້ຖືກປັບປຸງໃຫ້ເໝາະສົມກັບທ່າອ່ຽງທັນສະໄໝກາຍມາເປັນຊຸດເສື້ອຍາວໃນປະຈຸບັນ”.

        ຜ່ານງານວາງສະແດງຄັ້ງນີ້, ໄດ້ຊ່ວຍໃຫ້ຜູ້ຊົມຫວຽດນາມ ແລະ ນັກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ຮີດຄອງປະເພນີຂອງບັນດາປະເທດອາຊຽນ ກວ່າ. ຜູ້ຊົມໄດ້ເຫັນປະຈັກຕາ ແລະ ມີຄວາມເຂົ້າໃຈທາງດ້ານປະຫວັດສາດຄວາມເປັນມາຂອງຊຸດອາພອນປະຈຳຊາດຂອງບັນດາປະເທດ. ເອື້ອຍ ເຮືອງ, ຜູ້ມາຊົມງານວາງສະແດງ, ແບ່ງປັນວ່າ.

        “ງານວາງສະແດງຄັ້ງນີ້ໄດ້ຊ່ວຍໃຫ້ຜູ້ຊົມສັງເກດໄດ້ຊຸດອາພອນປະຈຳຊາດຂອງບັນດາປະເທດອາຊຽນ ທັງໝົດ. ນີ້ແມ່ນການເຂົ້າຮ່ວມຄົ້ນຫາທີ່ລ້ຳຄ່າສຳລັບຜູ້ຊົມ. ງານວາງສະແດງນີ້ໄດ້ຈັດວາງຢ່າງຈັບໃຈ, ຍ້ອນໂລກລະບາດໂຄວິດ-19 ສະນັ້ນຂ້າພະເຈົ້າຄິດວ່າ ບັນດາປະເທດພຽງນຳເອົາບັນດາຊຸດປະຈຳຊາດດີເດັ່ນທີ່ສຸດຂອງປະເທດນັ້ນມາຮ່ວມ, ສ່ວນຍັງເຫຼືອແມ່ນບັນດາພາບຖ່າຍ, ນີ້ແມ່ນວິທີສະແດງທີ່ມີຫົວຄິດປະດິດສ້າງຂອງງານວາງສະແດງຄັ້ງນີ້. ຂ້າພະເຈົ້າເອງກໍ່ນິຍົມຊຸດອາພອນປະຈຳຊາດຂອງຫວຽດນາມ ທີ່ສຸດ”.

        ເຖິງວ່າຊຸດອາພອນຂອງຝ່າຍຕາເວັນຕົກແມ່ນມີຄວາມສະດວກ ແລະ ໄດ້ນຳໃຊ້ຫຼາຍໃນຊີວິດປະຈຳວັນກໍ່ຕາມ, ແຕ່ບັນດາຊຸດອາພອນປະຈຳຊາດຍັງມີຄວາມງາມທາງດ້ານວັດທະນະທຳສະເພາະ, ຢູ່ນັ້ນ ປະຊາຊົນເລືອກນຸ່ງໃນໂອກາດງານບຸນທີ່ສຳຄັນຂອງປະເທດຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

        ເຫດການວັດທະນະທຳວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 ໄດ້ດຳເນີນໃນລະຫວ່າງວັນທີ 21 – 28 ຕຸລາ 2020, ຢູ່ຫໍພິພິຕະພັນປະຫວັດສາດແຫ່ງຊາດ, ເລກ 1 ຖະໜົນ ຈ່າງຕ່ຽນ, ເມືອງຮ່ວານກ໊ຽມ, ຮ່າໂນ້ຍ./.

ຕອບກັບ