ໄທ​ຟື້ນ​ຟູ​ການ​ທ່ອງ​ທ່ຽວ​ຢ່າງ​ແຮງ

Chia sẻ
(VOVWORLD) - ຂະແໜງການທ່ອງທ່ຽວແມ່ນຂະແໜງເສດຖະກິດປາຍແຫຼມຂອງໄທ ເຊິ່ງໄດ້ປະກອບສ່ວນປະມານ 11 – 12% ເຂົ້າຍອດຜະລິດຕະພັນພາຍໃນປະເທດ. ຂະແໜງການທ່ອງທ່ຽວ ໄທ ໄດ້ພິສູດໃຫ້ເຫັນຄວາມສາມາດໃນການຟື້ນຟູຢ່າງແຮງ ດ້ວຍແຂກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມປະເທດໄທ ໃນປີ 2022 ແມ່ນກ່ວາ 11 ລ້ານເທື່ອຄົນ ແລະ ໃນ 6 ເດືອນຕົ້ນປີ 2023 ແມ່ນກ່ວາ 10 ລ້ານເທື່ອຄົນ. ນີ້ແມ່ນຕົວເລກທີ່ເປັນໜ້າຊົມຊື່ນໃນສະພາບການຂະແໜງທ່ອງທ່ຽວຫຼາຍປະເທດໃນໂລກ ພວມມານະພະຍາຍາມຟື້ນຟູ ພາຍຫຼັງໂລກລະບາດໂຄວິດ - 19.  ດັ່ງນັ້ນ, ການທ່ອງທ່ຽວໄທ ມີເຄັດລັບຫຍັງເພື່ອຍາມໃດກໍ່ຮັກສາໄດ້ຄວາມດຶງດູດຂອງຕົນຕໍ່ກັບແຂກທ່ອງທ່ຽວສາກົນ. ຕໍ່ໄປ, ເຊີນເພື່ອນຊອກຫາຄຳຕອບໄດ້ຜ່ານບົດຂຽນຂອງນັກຂ່າວ VOV ທີ່ມີຫົວຂໍ້: “ໄທຟື້ນຟູການທ່ອງທ່ຽວຢ່າງແຮງ”. 

ໄທ​ຟື້ນ​ຟູ​ການ​ທ່ອງ​ທ່ຽວ​ຢ່າງ​ແຮງ - ảnh 1ທ່ານນາງ ສຸກັນຍາ ສິລິການຈະນະກຸນ ຜູ້ອຳນວຍການຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ແລະ ປາຊີຟິກໃຕ້ ຂຶ້ນກັບ ກົມໃຫຍ່ການທ່ອງທ່ຽວ ໄທ

ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນສະທ້ອນຢ່າງໜັກໜ່ວງຕໍ່ຂະແໜງທ່ອງທ່ຽວຂອງໂລກ ແລະ ປະເທດ ໄທ ກໍ່ເຊັ່ນດຽວກັນ. ໄທແມ່ນໜຶ່ງໃນບັນດາປະເທດທີ່ມີຍຸດທະສາດພັດທະນາການທ່ອງທ່ຽວ ໄດ້ຮັບການຕີລາຄາວ່າມີແບບມີແຜນ. ພາຍຫຼັງ ໂລກລະບາດ ໂຄວິດ - 19ໄດ້ຮັບການຄວບຄຸມ, ໄທ ໄດ້ສ້າງແຜນການຕາມແຕ່ລະຂັ້ນຕອນຢ່າງລະອຽດ ເພື່ອດຶງດູດແຂກທ່ອງທ່ຽວຄືນໃໝ່. ເດືອນກໍລະກົດ ປີ 2021, ໄທໄດ້ເລີ່ມທົດລອງ ລາຍການ "Phuket Sandbox" ເຊິ່ງແມ່ນລາຍການທີ່ອະນຸຍາດໃຫ້ແຂກທ່ອງທ່ຽວຕ່າງປະເທດ ແລະ ຊາວໄທ ເຂົ້າເມືອງໄທ ດ້ວຍທຸກວິທີການຄວບຄຸມໂລກລະບາດໂຄວິດ - 19 ທີ່ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ເຂົ້າເມືອງ ແລະ ປະຊາຊົນ ໄທຢູ່ ພູເກັດ. ພາຍຫຼັງການປະຕິບັດມາເປັນເວລາສັ້ນໆ, ລາຍການດັ່ງກາວ ໄດ້ຮອບການຕອບສະໜອງຢ່າງຕັ້ງໜ້າ. ເມື່ອຕີລາຄາກ່ຽວກັບຜົນສຳເລັດຂອງລາຍການນີ້, ທ່ານນາງ ສຸກັນຍາ ສິລິການຈະນະກຸນ ຜູ້ອຳນວຍການຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ແລະ ປາຊີຟິກໃຕ້ ຂຶ້ນກັບ ກົມໃຫຍ່ການທ່ອງທ່ຽວ ໄທ ໃຫ້ຮູ້ວ່າ:

 
 

ປີ 2023, ປະເທດໄທ ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວຢ່າງໜ້ອຍສຸດ 25 ລ້ານເທື່ອຄົນ. ເພື່ອບັນລຸໄດ້ເປົ້າໝາຍນີ້, ໄທ ກຳນົດທິດພັດທະນາການທ່ອງທ່ຽວ ຕາມ “ປີທ່ອງທ່ຽວໄທ 2023: ບັນດາລາຍການໃໝ່ທີ່ສຸດຍອດ” ແລະ ດຶງດູດແຂກທ່ອງທ່ຽວຜ່ານການແນະນຳບັນດາຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວດ້ວຍ Soft Power 5Fs (ການນຳໃຊ້ອິດທິພົນທາງວັດທະນະທຳເພື່ອປ່ຽນແນວຄິດສັງຄົມ, ລວມມີ F-Food, F-Film, F-Fashion, F-Fighting, F-Festival) ສຳລັບອາຫານການກິນ, ລັດຖະບານ ໄທ ກຳນົດວ່າ ປີ 2023 ແມ່ນ ປີແຫ່ງອາຫານການກິນ ໄທ”, ໃນນັ້ນ ໄດ້ຈັດວັນບຸນອາຫານການກິນສາກົນ ບາງກອກ ໃນເດືອນພຶດສະພາ ທີີ່ຜ່ານມາ. ບັນດາສະຖານທີ່ "ຖະໜົນຄົນຍ່າງ", “ຖະໜົນອາຫານການກິນ” ຄືເຂດເຍົາວະລາດຢູ່ China Town ສືບຕໍ່ໄດ້ຮັບການທະວີຄູນ. ກ່ຽວກັບວັນບຸນ ແລະ ແຟຊັນ, ບັນດາທ້ອງຖິ່ນໃນທົ່ວປະເທດໄທ ໄດ້ຈັດຕັ້ງຫຼາຍວັນບຸນ ເພື່ອສ້າງຈຸດພົ້ນເດັ່ນທາງດ້ານວັດທະນະທຳ ໃຫ້ແກ່ແຂກທ່ອງທ່ຽວສາກົນ. ທ່ານ ທານີ ເພັດສຸວັນ (Tanes Petsuwan)  ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ ໄທ ຮັບຜິດຊອບການໂຄສະນາສາກົນ - ອາຊີ ແລະ ປາຊີຟິກໃຕ້ ໃຫ້ຮູ້ວ່າ:

ປີທ່ອງທ່ຽວໄທ 2023, ດ້ວຍນິຍາມ “ບັນດາລາຍການໃໝ່ທີ່ສຸດຍອດ” ໄດ້ເລີ່ມຕົ້ນ ເພື່ອແນໃສ່ສ້າງຄວາມປະທັບໃຈສຳລັບແຂກທ່ອງທ່ຽວ ດ້ວຍການລົງພຶດຕິກຳຕົວຈິງການທ່ອງທ່ຽວທີ່ມີຄວາມໝາຍ ແລະ ເປັນໜ້າຈົດຈຳ, ຄືຮູບແບບທ່ອງທ່ຽວທີ່ມີຄວາມຮັບຜິດຊອບຢູ່ບັນດາສະຖານທີ່ທ່ອງທ່ຽວແບບທຳມະຊາດ, ກາຍເປັນສ່ວນໜຶ່ງໃນການດຳລົງຊີວິດແບບໄທ, ຫຼືການລົງພຶດຕິກຳຕົວຈິງໃໝ່. ພວກຂ້າພະເຈົ້າຫວັງວ່າ ແຂກທ່ອງທ່ຽວ ຈະມີການລົງພຶດຕິກຳຕົວຈິງທີ່ເປັນໜ້າຈັບໃຈເມື່ອມາທ່ຽວໄທ.

ຕາມການສະຖິຕິຂອງ ກົມໃຫຍ່ທ່ອງທ່ຽວ ໄທ ແລ້ວ, ປີ 2019, ກ່ອນເກີດໂລກລະບາດ ໂຄວິດ - 19, ມີ 60% ຍອດແຂກທ່ອງທ່ຽວສາກົນທັງໝົດ ໄດ້ກັບຄືນມາທ່ຽວໄທ ເປັນຫຼາຍຄັ້ງ, 40% ແມ່ນແຂກທ່ອງທ່ຽວ ມາທ່ຽວໄທຄັ້ງທຳອິດ. ພາຍຫຼັງໂລກລະບາດໂຄວິດ - 19, ແຂກທ່ອງທ່ຽວມີການປ່ຽນແປງຫຼາຍຢ່າງ, ເຂົາເຈົ້າມັກ ມາສະຖານທີ່ທ່ອງທ່ຽວທີ່ປອດໄພ ແລະ ຮູ້ສຶກອຸ່ນອ່ຽນໃຈກ່ວາເມື່ອມາທ່ຽວໄທ. ດັ່ງນັ້ນ, ຕົວເລກກໍ່ມີການປ່ຽນແປງສຳລັບແຂກທ່ອງທ່ຽວທີ່ກັບມາທ່ຽວໄທຄືນໃໝ່ແມ່ນ 70% ແລະ ມາຄັ້ງທຳອິດແມ່ນ 30%. ທ່ານນາງ Sukanya Sirikanjanakul, ຜູ້ອຳນວຍການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ແລະ ປາຊີຟິກໃຕ້ ຂຶ້ນກັບກົມໃຫຍ່ການທ່ອງທ່ຽວ ໄທ ໃຫ້ຮູ້ວ່າ:

 
 

ໄປຄຽງຄູ່ກັບຄວາມສາມາດບົ່ມຊ້ອນດ້ານວັດທະນະທຳ, ອາຫານການກິນ ແລະ ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ໄທຍັງມີທ່າໄດ້ປຽບໃນການແກ້ງແຍ້ງການດຶງດູດແຂກທ່ອງທ່ຽວສາກົນ ເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ. ນັ້ນແມ່ນ ການເຄື່ອນໄຫວຂ້ອງຫ້ອງການຜູ້ຕາງໜ້າ ກົມໃຫຍ່ການທ່ອງທ່ຽວ ໄທ 29 ແຫ່ງໃນທົ່ວໂລກ ດ້ວຍໜ້າທີ່ແຜ່ຂະຫຍາຍວັດທະນະທຳຂອງ ໄທ. ຊ່ວຍເຮັດໃຫ້ ພາບພົດປະເທດໄທ ກາຍເປັນປາຍທາງແຫ່ງການທ່ອງທ່ຽວທີ່ດີ, ມີຄວາມປອດໄພໃນຄວາມຄິດຂອງແຂກທ່ອງທ່ຽວ. ດ້ວຍບັນດານະໂຍບາຍທີ່ໄດ້ຮັບການດັດປັບຢ່າງມີໄຫວພິບ, ປະເທດ ໄທ ມີຄວາມໝັ້ນໃຈວ່າ ຈະບັນລຸໄດ້ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 25 – 30 ລ້ານເທື່ອຄົນໃນປີ 2023.

ຕອບກັບ