ຄວາມປະທັບໃຈຂອງການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ອິນໂດເນເຊຍ

Phuong Thao
Chia sẻ
(VOVWORLD) - ລາຍການພົບປະແລກປ່ຽນວັດທະນະທຳສິລະປະ ເນື່ອງໃນໂອກາດບັນດາວັນບຸນໃຫຍ່ຂອງ ອິນໂດເນເຊຍ ແລະ ຫວຽດນາມ, ຄື: ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ແລະ 78 ປີແຫ່ງວັນຊາດ ອິນໂດເນເຊຍ, ໄດ້ຈັດຂຶ້ນຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ.
ຄວາມປະທັບໃຈຂອງການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ອິນໂດເນເຊຍ - ảnh 1ວາດຟ້ອນຂອງ ອິນໂດເນເຊຍ

ລາຍການໂດຍສະຖານທູດ ສ. ອິນໂດເນເຊຍ ປະຈຳ ຮ່າໂນ້ຍ (KBRI) ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຂຶ້ນ ເຊິ່ງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນໃຈປະຊາຊົນ ນະຄອນຫຼວງ ແລະ ເພື່ອນມິດສາກົນ. ບົດຂຽນຂອງ ເຟືອງຖາວ.

ປີ 1955, ຫວຽດນາມ ແລະ ອິນໂດເນເຊຍ ໄດ້ສ້າງຕັ້ງການພົວພັນທາງການທູດ. ພາຍຫຼັງເກືອບ 6 ທົດສະວັດທີ່ມີການພົວພັນ ແລະ ການຮ່ວມມືຢ່າງແໜ້ນແຟ້ນ, ໃນປີ 2013, ການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຍົກລະດັບກາຍເປັນຄູ່ຮ່ວມມືຍຸດທະສາດ. ກ່າວຄຳເຫັນທີ່ພິທີໄຂງານພົບປະແລກປ່ຽນ, ທ່ານ Denny Abdi - ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ເນັ້ນໜັກວ່າ: ສອງຝ່າຍຕ້ອງສືບຕໍ່ເພີ່ມທະວີການຮ່ວມມື ເພື່ອ ອາຊຽນ ສັນຕິພາບ, ວັດທະນາຖາວອນ, ຫັນໂລກກາຍເປັນສະຖານທີ່ດີງາມກ່ວາໃຫ້ແກ່ທຸກໆຄົນ. ໃນບັນຍາກາດອັນສະໜິດສະໜົມ ແລະ ອົບອຸ່ນ ເຊິ່ງສອງປະເທດລ້ວນແຕ່ແບ່ງປັນນຳກັນທີ່ລາຍການສະແດງສິລະປະນີ້ ແມ່ນພະຍານຫຼັກຖານສະແດງໃຫ້ເຫັນການພັດທະນາທີ່ໃຫຍ່ຫຼວງກ່ວາຂອງການພົວພັນ ຫວຽດນາມ - ອິນໂດເນເຊຍ ໃນ ອາຊຽນ. ທ່ານເອກອັກຄະລັດຖະທູດ Denny Abdi ໃຫ້ຮູ້ວ່າ:

“ການຮ່ວມມືດ້ານການເມືອງລະຫວ່າງສອງປະເທດພວມພັດທະນາຢ່າງເຂັ້ມແຂງ, ການຮ່ວມມືເສດຖະກິດ  ໄດ້ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ສອງຊາດ, ແລະ ການຮ່ວມມືວັດທະນະທຳ - ສັງຄົມ, ການພົບປະແລກປ່ຽນປະຊາຊົນ ກໍ່ຍາດໄດ້ຄວາມສົນໃຈຂອງທັງສອງຝ່າຍ. ລາຍການພົບປະແລກປ່ຽນສິລະປະນີ້ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງຊາດ, ຊ່ວຍພວກເຮົາຫຍັບມໍ່ເຂົ້າກັນກວ່າກ່ຽວກັບວັດທະນະທຳ. ລະອຽດແມ່ນບັນດາບົດເພງຂອງ ຫວຽດນາມ ໄດ້ສະແດງຜ່ານນ້ຳສຽງຂອງນັກສິລະປິນ ອິນໂດເນເຊຍ ແລະ ກົງກັນຂ້າມ, ເພື່ອນມິດ ຫວຽດນາມ ໄດ້ຟ້ອນບັນດາວາດຟ້ອນຂອງ ອິນໂດເນເຊຍ”.

ຄວາມປະທັບໃຈຂອງການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ອິນໂດເນເຊຍ - ảnh 2ການສະແດງຂອງວົງດົນຕີປະສານສຽງ Timutiwa

ໃນບົດປາໄສທີ່ເຫດການ, ທ່ານ ຮວ່າງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຢັ້ງຢືນວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ມີພື້ນຖານຈາກບັນດາສິ່ງທີ່ລ້ຳຄ່າຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ໂດຍປະທານ ໂຮ່ຈີມິນ ແລະ ທ່ານ ປະທານາທິບໍດີ Sukarno ສ້າງພື້ນຖານ. ໃນທົດສະວັດຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໄດ້ການພັດທະນາຢ່າງແຮງ ໃນຫຼາຍແງ່ມູມ, ລວມມີ: ການເມືອງ, ເສດຖະກິດ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ, ໃນນັ້ນ ມີຂົງເຂດວັດທະນະທຳສິລະປະ, ທ່ານກ່າວວ່າ:

 “ໂຊກດີທີ່ ຫວຽດນາມ ແລະ ອິນໂດເນເຊຍ ມີສາງວັດທະນະທຳສິລະປະທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ເຊິ່ງພວກເຮົາຢາກແບ່ງປັນນຳກັນ. ໄລຍະຜ່ານມາ, ຫວຽດນາມ ແລະ ອິນໂດເນເຊຍ ບໍ່ພຽງແຕ່ໄດ້ດຳເນີນການພົບປະແລກປ່ຽນວັດທະນະທຳ ສິລະປະໃນການພົວພັນສອງຝ່າຍເທົ່ານັ້ນ ຫາກຍັງປະຕິບັດການພົບປະແລກປ່ຽນ, ການຮ່ວມມືໃນພາກພື້ນ ອາຊຽນ ນຳອີກ. ຂ້າພະເຈົ້າເຊື່ອໝັ້ນວ່າ ລາຍການສະແດງສິລະປະນີ້ຈະຊ່ວຍໃຫ້ສອງປະເທດມີຄວາມສະໜິດຕິດພັນ, ມີການຮ່ວມມືທີີ່ໃກ້ຊິດກ່ວາ, ໄດ້ຮັບການຮັກສາ, ພັດທະນາການພົວພັນປະຫວັດສາດເປັນມູນເຊື້ອ ແລະ ຊຸກຍູ້ຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ”.

ລາຍການພົບປະແລກປ່ຽນສິລະປະໄດ້ຈັດຂຶ້ນດ້ວຍບັນດາບົດເພງ, ວາດຟ້ອນທີ່ເປັນເອກະລັກສະເພາະ, ສົມທົບລະຫວ່າງດົນຕີພື້ນເມືອງ ແລະ ທັນສະໄໝຂອງ ຫວຽດນາມ ກໍ່ຄືອິນໂດເນເຊຍ. ວົງດົນຕີປະສານສຽງ Timutiwa ມາຈາກອິນໂດເນເຊຍ ໄດ້ນຳມາບັນດາບົດເພງສ່ອງແສງວິໄສທັດໃນການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ, ນັ້ນແມ່ນເພື່ອແນໃສ່ສ້າງໂລກທີ່ສວຍງາມໃຫ້ແກ່ປະຊາຊົນສອງປະເທດ, ຫວນຄືນເຖິງການພົວພັນລະຫວ່າງທ່ານ Sorkarno ແລະ ປະທານ ໂຮ່ຈີມິນ, ສົ່ງສານທີ່ວ່າ “ປະຊາຊົນ ຫວຽດນາມ ແລະ ອິນໂດເນເຊຍ ແມ່ນຜູ້ໄດ້ຮັບໄຊຊະນະ, ຜູ້ໄດ້ຮັບຜົນປະໂຫຍດຫຼາຍສຸດຈາກການພົວພັນມິດຕະພາບ ການຮ່ວມມືລະຫວ່າງສອງປະເທດ”…

ໃນຂະນະນັ້ນ, ບັນດານັກສິລະປິນການທີ່ມາຈາກໂຮງລະຄອນຟ້ອນລຳທຳເພງ ຫວຽດນາມ ໄດ້ສະແດງໃຫ້ເຫັນປະເທດ ຫວຽດນາມ ເຕັມໄປດ້ວຍສີສັນ ຜ່ານວາດຟ້ອນມີຫົວຂໍ້ວ່າ “ຫວຽດນາມ ເອີຍ, ຂອບຟ້າເປີດກວ້າງ”, ສະແດງພິນຫີນ, ພິນເຕີຣືງ, ຂຸ່ຍໄມ້ຊອດ. ລາຍການຟ້ອນ Yapong ແລະ Manggaro ດ້ວຍການເຂົ້າຮ່ວມຂອງບັນດານັກສຶກສາ ມະຫາວິທະຍາໄລ ເວທີ-ຮູບເງົາ ຮ່າໂນ້ຍ ທີ່ໄດ້ຮັບທຶນການສຶກສາ ວັດທະນະທຳ ສິລະປິ ອິນໂດເນເຊຍ (ICS) ແມ່ນການພິສູດໃຫ້ແກ່ການຮ່ວມມືວັດທະນະທຳລະຫວ່າງສອງຝ່າຍ. ດ້ວຍບັນດາຄວາມຮູ້ ແລະ ປະສົບການທີ່ໄດ້ສະສົມມາໃນເວລາທີ່ຮ່ຳຮຽນຢູ່ ອິນໂດເນເຊຍ, ບັນດານັກສິລະປິນໜຸ່ມໄດ້ແນະນຳກ່ຽວກັບປະເທດ ອິນໂດເນເຊຍ ທີ່ມີວັດທະນະທຳຫຼາກຫຼາຍສີສັນກັບເພື່ອນມິດ ຫວຽດນາມ.

 “ຂ້າພະເຈົ້າມີຄວາມຕື້ນຕັນໃຈເມື່ອໄດ້ເຫັນພາບຂອງປະທານ Soekarno ແລະ ປະທານ ໂຮ່ຈີມິນ ຜ່ານວີດີໂອສະແດງໃນບົດເພງ ຂອງວົງດົນຕີ Timutiwa. ດົນແລ້ວທີ່ບໍ່ໄດ້ຟັງບັນດາບົດເພງ ອິນໂດເນເຊຍ ສົດໆແບບນີ້. ລາຍການນີ້ມີຄວາມໝາຍຫຼາຍ. ທັງໝົດເຫຼົ່ານັ້ນລ້ວນແຕ່ຍ້ອງຍໍຊົມເຊີຍນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ”.

 “ເປັນກຽດເມື່ອໄດ້ເຂົ້າຮ່ວມລາຍການນີ້. ບັນດາບົດເພງ, ວາດຟ້ອນລ້ວນແຕ່ມີສີສັນສະເພາະ, ແຕ່ສະແດງໄດ້ຄວາມຄ້າຍຄືກັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ. ລາຍການໄດ້ສ້າງເປັນເລື່ອງລາວແບ່ງປັນນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ. ຂ້າພະເຈົ້າກໍ່ເຫັນໄດ້ພະລັງຊີວິດທີ່ໜຸ່ມແໜ້ນ, ຄວາມຕັ້ງໜ້າໃນການພົບປະແລກປ່ຽນວັດທະນະທຳຂອງບັນດາເພື່ອນໜຸ່ມ ຫວຽດນາມ ເພື່ອຊຸກຍູ້ການພົບປະແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດໃນພາກພື້ນ”.

ລາຍການໄດ້ອັດລົງດ້ວຍບົດເພງວາດຟ້ອນ See tinh ດ້ວຍການສົມທົບລະຫວ່າງວົງດົນຕີປະສານສຽງ Timutiwa ແລະ ບັນດານັກສິລະປິນ ຫວຽດນາມ ໃນສຽງຕົບມືຂອງບັນດາທ່ານຜູ້ຊົມ. ການພົບປະແລກປ່ຽນສິລະປະແມ່ນຂົວເຊື່ອມຕໍ່ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນວັດທະນະທຳ - ໜຶ່ງໃນບັນດາເສົາຄ້ຳຂອງການພົວພັນຮ່ວມມືຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ./.

ຕອບກັບ