ບັນ​ຍາ​ກາດ​ຄຶກ​ຄື້ນ​ມ່ວນ​ຊື່ນ​ຂອງ​ສັບ​ປະ​ດາ ອາ​ຊຽນ ຢູ່ ເມກຊີ​ໂກ

Chia sẻ
(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 15 – 19 ເມສາ, ສັບປະດາ ອາຊຽນ ຢູ່ ເມກຊີໂກນອນໃນລະບົບການເຄື່ອນໄຫວພົວພັນຕ່າງປະເທດຂອງຄະນະກຳມະການ ອາຊຽນ ປະຈຳ ເມກຊີໂກ (ACMC) ເວົ້າລວມ ແລະ ອົງການນິຕິບັນຍັດ ເມກຊີໂກ ເວົ້າສະເພາະ.
ບັນ​ຍາ​ກາດ​ຄຶກ​ຄື້ນ​ມ່ວນ​ຊື່ນ​ຂອງ​ສັບ​ປະ​ດາ ອາ​ຊຽນ ຢູ່ ເມກຊີ​ໂກ - ảnh 1ສັບປະດາ ອາຊຽນ ຈັດຂຶ້ນຢູ່ສຳນັກງານສະພາຕ່ຳ ເມກຊີໂກ (ພາບ: TTXVN)

ບັນດາຈຸດວັດທະນະທຳທີ່ຫຼາກຫຼາຍສີສັນ ແລະ ເປັນເອກະລັກຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ແຜ່ກະຈາຍໃນເຫດການສັບປະດາ ອາຊຽນ ເຊິ່ງພວມດຳເນີນຢູ່ສຳນັກງານສະພາຕ່ຳເມກຊີໂກ. ໂດຍໄດ້ດຳເນີນແຕ່ວັນທີ 15 – 19 ເມສາ, ເຫດການດັ່ງກ່າວນອນໃນລະບົບການເຄື່ອນໄຫວພົວພັນຕ່າງປະເທດຂອງຄະນະກຳມະການ ອາຊຽນ ປະຈຳ ເມກຊີໂກ (ACMC) ເວົ້າລວມ ແລະ ອົງການນິຕິບັນຍັດ ເມກຊີໂກ ເວົ້າສະເພາະ.

        ກ່າວຄຳເຫັນຢູ່ເຫດການທີ່ດຶງດູດສະມາຊິກສະພາຕ່ຳ ພ້ອມດ້ວຍບັນດາຄະນະທຸຕານຸທູດເປັນຈຳນວນຫຼາຍນັ້ນ, ທ່ານປະທານສະພາຕ່ຳ Marcela Guerra Castillo ຕີລາຄາສູງຄວາມມານະພະຍາຍາມຂອງ ACMC ໃນການສົມທົບຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍນີ້, ຖືນີ້ແມ່ນການພະຍານຫຼັກຖານແກ່ການພົວພັນທີ່ນັບມື້ນັບສະໜິດສະໜົມລະຫວ່າງ ເມກຊີໂກ ແລະ ອາຊຽນ.

        ສັບປະດາ ອາຊຽນ ຢູ່ສະພາຕ່ຳ ເມກຊີໂກ ລວມມີຫຼາຍກິດຈະກຳໂຄສະນາຈຸດຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກຂອງບັນດາປະເທດສະມາຊິກ ອາຊຽນ ເຊັ່ນລາຍການສະແດງສິລະປະພື້ນເມືອງ, ອາຫານພື້ນເມືອງ ແລະ ງານວາງສະແດງຮູບພາບກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ.

ຕອບກັບ