ຊາວໜຸ່ມ ກັບບົດບາດສ້າງອະນາຄົດພາກພື້ນໃຫ້ເປັນຮູບປະທຳ

Anh Huyen
Chia sẻ
(VOVWORLD) - ດ້ວຍຫົວຂໍ້ “ຊາວໜຸ່ມ ອາຊຽນ - ອະນາຄົດ ອາຊຽນ: ບົດບາດຂອງຊາວໜຸ່ມໃນການສ້າງອະນາຄົດ ອາຊຽນ ໃຫ້ເປັນຮູບປະທຳ”, ເວທີປາໄສດຳເນີນຕາມຮູບແບບທາງໄກ ສົມທົບກັບແບບເຊິ່ງໜ້າ.
ຊາວໜຸ່ມ ກັບບົດບາດສ້າງອະນາຄົດພາກພື້ນໃຫ້ເປັນຮູບປະທຳ - ảnh 1ພາບປະກອບ

ຕອນບ່າຍວັນທີ 22 ເມສາ, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດ “ການພົບປະສົນທະນາ ລະຫວ່າງເລຂາທິການໃຫຍ່ ອາຊຽນ ກັບຊາວໜຸ່ມບັນດາປະເທດ ອາຊຽນ”. ນີ້ແມ່ນການເຄື່ອນໄຫວເປີດສາກ, ນອນໃນຂອບເຂດ “ກອງປະຊຸມປຶກສາຫາລື ອະນາຄົດ ອາຊຽນ 2024” (AFF 2024), ໂດຍ ຫວຽດນາມ ຈັດຂຶ້ນໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ.

        ດ້ວຍຫົວຂໍ້ “ຊາວໜຸ່ມ ອາຊຽນ - ອະນາຄົດ ອາຊຽນ: ບົດບາດຂອງຊາວໜຸ່ມໃນການສ້າງອະນາຄົດ ອາຊຽນ ໃຫ້ເປັນຮູບປະທຳ”, ເວທີປາໄສດຳເນີນຕາມຮູບແບບທາງໄກ ສົມທົບກັບແບບເຊິ່ງໜ້າ. ເຂົ້າຮ່ວມການພົບປະສົມທະນາ, ນອກຈາກທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ ແລ້ວ, ຍັງມີເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ຮ່າໂນ້ຍ, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ກ່ຽວກັບຊາວໜຸ່ມ Felipe Paullier, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຫງວຽນເຕື່ອງເລີມ, ບັນດາແບບຢ່າງຊາວໜຸ່ມດີເດັ່ນປີ 2021 ແລະ ຜູ້ຕາງໜ້າຊາວໜຸ່ມ ອາຊຽນ ເປັນຈຳນວນຫຼວງຫຼາຍ.

        ທີ່ເວທີປາໄສ, ທ່ານ ຫງວຽນເຕື່ອງເລີມ, ເລຂາສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຮອງປະທານຜູ້ປະຈຳການຄະນະກຳມະການແຫ່ງຊາດ ຊາວໜຸ່ມ ຫວຽດນາມ, ຢັ້ງຢືນວ່າ:

        “ນີ້ແມ່ນໂອກາດໃຫຍ່ສຳລັບຊາວໜຸ່ມ ອາຊຽນ ເພື່ອແບ່ງປັນບັນດາຄວາມເອົາໃຈໃສ່, ທັດສະນະ ແລະ ຄຳເຫັນຂອງຕົນເຂົ້າໃນການພັດທະນາບັນດາຍຸດທະສາດ ແລະ ນະໂຍບາຍມຸ່ງໄປສູ່ການເຕີບໂຕ ແລະ ພັດທະນາໃນອະນາຄົດ ຂອງ ອາຊຽນ. ຊາວໜຸ່ມ ອາຊຽນ ແມ່ນບັນດາການນຳ, ບັນດາຜູ້ສ້າງອະນາຄົດ ອາຊຽນ ສັນຕິພາບ, ສະຖຽນລະພາບ, ຍືນຍົງ ແລະ ວັດທະນາຖາວອນ. ສຽງເວົ້າແຫ່ງຄວາມຄາດຫວັງ ແລະ ແນວຄວາມຄິດຂອງຊາວໜຸ່ມຕ້ອງໄດ້ຮັບຟັງ ແລະ ໄດ້ຮັບຮູ້, ນຳໃຊ້ເຂົ້າໃນບັນດາຂັ້ນຕອນອອກຄຳຕັດສິນຂອງບັນດາການນຳ ອາຊຽນ”.

ຕອບກັບ