70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

Chia sẻ
(VOVWORLD) - ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ
70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ - ảnh 1ຕອບບຸນແທນຄຸນເພື່ອນມິດສາກົນທີ່ໄດ້ໜູນຊ່ວຍ ຫວຽດນາມ
(ພາບ: TTXVN)

        ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະມາຄົມສະມາຊິກຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07 ພຶດສະພາ 1954 – 07 ພຶດສະພາ 2024) ແລະ ຕອບບຸນແທນຄຸນເພື່ອນມິດສາກົນ.

        ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ເຮັດໃຫ້ທົ່ວໂລກສັ່ນສະເທື່ອນ”; ສະແດງໃຫ້ເຫັນການອາໄລຫາ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງທີ່ມີຕໍ່ປະທານ ໂຮ່ຈີມິນ, ທ່ານພົນເອກ ຫວໍງວຽນຢາບ ແລະ ບັນດານັກຮົບທີ່ໄດ້ຕໍ່ສູ້ຢ່າງພິລະອາດຫານ ສ້າງເປັນໄຊຊະນະ ດ້ຽນບຽນຝູ ໃນເມື່ອກ່ອນ.

        ເນື່ອງໃນໂອກາດນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ ໄດ້ມອບດອກໄມ້, ກໍຄືສົ່ງຄຳຕອບບຸນແທນຄຸນເຖິງທ່ານຫົວໜ້າສະຖານກົງສູນໃຫຍ່ ສປປ.ລາວ ປະຈຳ ໂຮ່ຈີມິນ, ທ່ານຮອງຫົວໜ້າສະຖານກົງສູນໃຫຍ່ ສປ.ຈີນ ປະຈຳນະຄອນ ໂຮ່ຈີມິນ ແລະ ຜູ້ຕາງໜ້າສະຖານກົງສູນສະຫະພັນ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ ຍ້ອນການໜູນຊ່ວຍ, ສະໜັບສະໜູນທີ່ລ້ຳຄ່າຂອງບັນດາປະເທດທີ່ສະຫງວນໃຫ້ແກ່ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດຊົນຊາດ, ພິເສດແມ່ນການປະກອບສ່ວນໃຫ້ແກ່ຜົນສຳເລັດຂອງບັ້ນຮົບປະຫວັດສາດ ດ້ຽນບຽນຝູ ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ.

ຕອບກັບ