ທ່ານນາງ ຫວໍ້ທິແອັງຊວັນ ຜູ້ຮັກສາການປະທານປະເທດ ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ ມາຍື່ນສານຕາຕັ້ງ

Chia sẻ
(VOVWORLD) - ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ. ຍີ່ປຸ່ນ ແມ່ນຄູ່ຮ່ວມມືດ້ານເສດຖະກິດສຳຄັນແຖວໜ້າຂອງ ຫວຽດນາມ
ທ່ານນາງ ຫວໍ້ທິແອັງຊວັນ ຜູ້ຮັກສາການປະທານປະເທດ ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ ມາຍື່ນສານຕາຕັ້ງ - ảnh 1ທ່ານນາງ ຫວ້ໍທິແອັງຊວັນ, ຜູ້ຮັກສາການປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Ito Naoki, ເອກອັກຄະລັດຖະທູດ ຍີ່ປຸ່ນ ເຂົ້າຍື່ນສານຕາຕັ້ງ
(ພາບ: TTXVN)

        ຕອນບ່າຍວັນທີ 17 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານນາງ ຫວ້ໍທິແອັງຊວັນ, ຜູ້ຮັກສາການປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Ito Naoki, ເອກອັກຄະລັດຖະທູດ ຍີ່ປຸ່ນ ເຂົ້າຍື່ນສານຕາຕັ້ງ ປະຕິບັດໜ້າທີ່ຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາງ ຫວ້ໍທິແອັງຊວັນ ເນັ້ນໜັກວ່າ, ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ. ຍີ່ປຸ່ນ ແມ່ນຄູ່ຮ່ວມມືດ້ານເສດຖະກິດສຳຄັນແຖວໜ້າຂອງ ຫວຽດນາມ; ແມ່ນນັກລົງທຶນ ແລະ ຄູ່ຮ່ວມມືດ້ານການທ່ອງທ່ຽວໃຫຍ່ອັນດັບ 3; ແມ່ນຄູ່ຄ້າໃຫຍ່ອັນດັບທີ 4 ຂອງ ຫວຽດນາມ… ສະນັ້ນ, ທ່ານນາງ ຫວ້ໍທິແອັງຊວັນ ສະເໜີວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ຜັນຂະຫຍາຍຂົງເຂດຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ຍົກລະດັບໃຫ້ມີປະສິດທິຜົນ; ພ້ອມທັງ, ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຢູ່ພາກພື້ນ ແລະ ສາກົນ.

        ສ່ວນທ່ານ Ito Naoki, ເອກອັກຄະລັດຖະທູດ ຍີ່ປຸ່ນ ຢືນຢັນວ່າ, ພະເຈົ້າຈັກກະພັດ ຍີ່ປຸ່ນ ສະໜັບສະໜູນ ແລະ ປາດຖະໜາຢາກສືບຕໍ່ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມກັບ ຫວຽດນາມ. ທ່ານປາດຖະໜາວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະເພີ່ມທະວີການຮ່ວມມືໃນຂົງເຂດໃໝ່, ຄື: ການຫັນເປັນດີຈີຕອນ ແລະ ການຫັນເປັນສີຂຽວ...

ຕອບກັບ