ຊຸກຍູ້ການຮ່ວມມື ຫວຽດນາມ - OECD, ລາວ, ກຣົວຊີ, ລິດເວຍ, ມາຣົກ, ເປຣູ

Chia sẻ
(VOVWORLD) - ທ່ານ ບຸຍແທັງເຊີນ ຢືນຢັນວ່າ, ຈະສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ລາວ ໃນການຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ປີ 2024 ໃຫ້ສຳເລັດ
ຊຸກຍູ້ການຮ່ວມມື ຫວຽດນາມ - OECD, ລາວ, ກຣົວຊີ, ລິດເວຍ, ມາຣົກ, ເປຣູ - ảnh 1(ທ່ານລັດຖະມົນຕີການຕ່າງປະເທດ  ບຸຍແທັງເຊີນ ພົບປະກັບທ່ານເລຂາທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) Mathias Cormann)

        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ປີ 2024, ວັນທີ 02 ພຶດສະພາ, ຢູ່ ປາຣີ, ປະເທດ ຝລັ່ງ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານເລຂາທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) Mathias Cormann. ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ OECD ສົມທົບກັບ ຫວຽດນາມ ສຸມໃສ່ຜັນຂະຫຍາຍ 2 ຈຸດສຸມການຮ່ວມມືສຳຄັນ, ລວມມີ: ໜູນຊ່ວຍການປະຕິບັດ 15 ໂຄງການໃນແຜນການກະທຳ ຫວຽດນາມ - OECD ໄລຍະ 2022 – 2026; ເພີ່ມທະວີການພົວພັນຄູ່ຮ່ວມມືຜ່ານບັນດາການຄົ້ນຄວ້າ, ໄຈ້ແຍກກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມບັນດາຄະນະວິຊາສະເພາະຂອງ OECD ຢ່າງເລິກເຊິ່ງກວ່າ.

ຊຸກຍູ້ການຮ່ວມມື ຫວຽດນາມ - OECD, ລາວ, ກຣົວຊີ, ລິດເວຍ, ມາຣົກ, ເປຣູ - ảnh 2 (ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ)

        ໃນວັນດຽວກັນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ. ທ່ານ ບຸຍແທັງເຊີນ ຢືນຢັນວ່າ, ຈະສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ລາວ ໃນການຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ປີ 2024 ໃຫ້ສຳເລັດ; ສະເໜີໃຫ້ ລາວ ສົມທົບກັນໃນການຊຸກຍູ້ການພົວພັນລະຫວ່າງ OECD - ອາຊຽນ ແລະ ໂຄງການ ອາຊີຕາເວັນອອກສ່ຽງໃຕ້ (SEAPR) ຂອງ OECD.

        ໃນການແລກປ່ຽນກັບທ່ານລັດຖະມົນຕີການຕ່າງປະເທດ ແລະ ບັນດາບັນຫາ ເອີລົບ ກຣົວຊີ Gordan Grlic Radman, ທ່ານ ບຸຍແທັງເຊີນ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືການພົວພັນມິດຕະພາບເປັນມູນເຊື້ອກັບບັນດາປະເທດໃນພາກພື້ນ ບານກັງ ເປັນສຳຄັນ, ໃນນັ້ນ, ກຣົວຊີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດ.

        ໃນວັນດຽວກັນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຍັງໄດ້ພົບປະກັບ ລັດຖະມົນຕີກະຊວງເສດຖະກິດການເງິນ ມາຣົກ, ລັດຖະມົນຕີການຕ່າງປະເທດ ເປຣູ ແລະ ຮອງລັດຖະມົນຕີການຕ່າງປະເທດ ລິດເວຍ.

ຕອບກັບ