“ນ້ຳ​ອົບ​ໄທ” - ກີ່ນ​ຫອມ​ພິ​ເສດ​ຍາມ​ບຸນ​ປີ​ໃໝ່ ສົງ​ການ ຢູ່​ໄທ

Chia sẻ
(VOVWORLD) - ບຸນປີໃໝ່ (ບຸນສົງການ) ຂອງໄທ ບໍ່ພຽງແຕ່ມີຊື່ສຽງດ້ວຍການຫົດນ້ຳເທົ່ານັ້ນ ຫາກໃນວັນບຸນສຳຄັນນີ້ຂອງຊາວໄທ ຍັງໄດ້ຮູ້ຈັກເຖິງກີ່ນຫອມອ່ອນໆ ແຕ່ມີຈຸດທີ່ເປັນເອກະລັກສະເພາະທີ່ສຸດ. ຕໍ່ໄປເຊີນທ່ານຜູ້ຟັງ ພ້ອມກັນຊອກຮູ້ກ່ຽວກັບກີ່ນຫອມທີ່ເປັນເອກະລັກພິເສດນີ້ໃນຍາມບຸນສົງການ ໄທ ຜ່ານບົດຂຽນຂອງນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ໄທ.

 “ນ້ຳ​ອົບ​ໄທ” - ກີ່ນ​ຫອມ​ພິ​ເສດ​ຍາມ​ບຸນ​ປີ​ໃໝ່ ສົງ​ການ ຢູ່​ໄທ - ảnh 1ນ້ຳອົບໄທ

ອາດເວົ້າໄດ້ວ່າ ບຸນສົງການ ຈະບໍ່ອາດຂາດນ້ຳຫອມໄດ້ ຫຼື ຍັງໄດ້ເອີ້ນວ່າ “ນ້ຳອົບໄທ” ເຊິ່ງແມ່ນນ້ຳຫອມທີ່ບໍລຸສຸດຜຸດຜ່ອງ ເຮັດໃຫ້ຊຸມວັນຮ້ອນເອົ້າ ຍາມກາງເດືອນເມສາ ຢູ່ໄທ ເຢັນສະບາຍຂຶ້ນ.

ນ້ຳອົບໄທ ມັກຈະນຳໃຊ້ໃນພິທີອວຍພອນປີໃໝ່ຕາມປະເພນີສົງການ ຂອງຊາວໄທ ທີ່ຍັງມີຊື່ວ່າ “ຫົດນ້ຳດຳຫົວ”. ຕາມນັ້ນແລ້ວ, ຊາວໄທ ຈະເອົານ້ຳຫອມໃສ່ຝາມື ແລະ ຕີນຂອງ ພໍ່ແມ່ ແລະ ຜູ້ມີອາຍຸສູງ. ແທນທີ່ນັ້ນ, ເຂົາເຈົ້າຈະໄດ້ຮັບການໃຫ້ອະໄພ ກໍ່ຄືບຸນບາລະມີ ຈາກພໍ່ແມ່ປູ່ຍ່າຕາຍາຍ ທີ່ເຄົາລົບນັບຖື.

“ນ້ຳອົດ” ແມ່ນຊື່ຂອງນ້ຳຫອມຊະນິດໜຶ່ງ, ເປັນທາດແຫຼວ ໄດ້ຮັບການສະກັດຈາກດອກໄມ້ສົດທີ່ມີກີ່ນຫອມ. ຫຼັງຈາກນັ້ນ ຈະໄດ້ຂ້ຽວດ້ວຍທຽນຫອມ (ເຮັດຈາກເປືອກໝາກກ້ຽງ, ກຳຍານ (ຢາງຫອມຍານລາວ), ນ້ຳຕານແດງ, ຂີ້ເຜິ້ງ ແລະ ຈັນເທດ). ໝາກຜົນຂອງວິວັດການນີ້ແມ່ນ ທາດແຫຼວທີ່ມີສີເຫຼືອງອ່ອນໆ, ຈຳນວນບໍ່ຫຼາຍ ແລະ ມີພຽງແຕ່ພຽງພໍໃຫ້ແກ່ຕົນເອງ ແລະ ຄອບຄົວ ນຳໃຊ້ປະຈຳວັນເທົ່ານັ້ນ.

ທ່ານນາງ Thiwaporn Sektrakul ນັກຊ່ຽວຊານໄດ້ຮັບການຖ່າຍທອດສິດສອນວິທີການຜະລິດ ນ້ຳອົບໄທ ໃນວັງຍາມຍຸກສະໄໝເກົ່າໃຫ້ຮູ້ວ່າ:

 ມີການຄົ້ນຄວ້າຫຼາຍຢ່າງສະແດງໃຫ້ເຫັນວ່າ ວັດຖຸດິບຫຼາຍຢ່າງຄື: ຕົ້ນຈັນຫອມ, ນ້ຳມັນໄມ້ຈັນ, ນ້ຳມັນຫອມ ແລະ ນ້ຳມັນບຳລຸງຜິວ ໂດຍຜູ້ຖືສາສະໜາພາມ/ຄົນ Barhman ໃນສະໄໝສຸໂຂໄທ ນຳເຂົ້າ ໄທ ເປັນຄັ້ງທຳອິດ (ປະມານປີ 1238 ກ່ອນ ຄິດຕະສັກກະລາດ). ທ່ານນາງ Thiwaporn ແບ່ງປັນວ່າ:
 ຂັ້ນຕອນການຜະລິດນ້ຳອົບ ໄດ້ຮັບການປະຕິບັດຢ່າງລະອຽດລະອໍ ແລະ ສັບສົນ, ຕ້ອງໃຊ້ເວລາຫຼາຍ, ຍິ່ງໄປກ່ວານັ້ນ ແມ່ນຕ້ອງໃຊ້ເວລາຫຼາຍມື້ຈຶ່ງເຮັດແລ້ວ, ແຕ່ມີໝາກຜົນສຸດທ້າຍທີ່ເປັນໜ້າປະທັບໃຈ. ທ່ານນາງ Thiwaporn ໃຫ້ຮູ້ວ່າ ເມື່ອທ່ານນາງປຸງແຕ່ງ “ນ້ຳອົບໄທ”, ກີ່ນຫອມອາດຈະແຜ່ລາມອອກໃນວົງກວ້າງໄປຕາມອາກາດ.

ເມື່ອວັນບຸນສົງການວຽນມາ, ຊາວໄທຈະບໍ່ອາດລືມຊື້ນ້ຳອົບ ແລະ ຊິດໃສ່ຄົນທີ່ເຮົາຮັກ ເພື່ອອວຍພອນໃຫ້ເຂົາເຈົ້າເນື່ອງໃນໂອກາດປີໃໝ່ຂອງໄທ, ຄືຈຸດຄວາມງາມທີ່ເປັນມູນເຊື້ອ ດ້ວຍກີ່ນຫອມສະເພາະທີ່ຍາກຈະຫຼົງລືມໄດ້.

ຕອບກັບ