ເສ​ນາ​ຮັກ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

Chia sẻ
(VOVWORLD) - ໃນຕະຫຼອດໄລຍະປະຫວັດສາດແຫ່ງການຕໍ່ສູ້ຕ້ານຝລັ່ງ ແລະ ອາເມລິກາ, ກອງທັງປະຊາຊົນ ລາວ ແລະ ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ຮຽງບ່າຮຽງໄຫຼ່ ພ້ອມກັນຕໍ່ສູ້ຍາດເອົາເອກະລາດ, ເສລີພາບ ກໍ່ຄືປົກປ້ອງເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງສອງປະເທດ. ໃນປັດຈຸບັນ, ກອງທັບສອງປະເທດ ຫວຽດນາມ ແລະ ລາວ ບໍ່ພຽງແຕ່ເພີ່ມທະວີການພົວພັນອັນສະໜິດແໜ້ນມາແຕ່ດົນນານເທົ່ານັ້ນ, ຫາກຍັງຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນໃນການຄົ້ນຄ້ວາວິທະຍາສາດ, ພິເສດແມ່ນເສນາຮັກສອງປະເທດ ໄດ້ສົມທົບກັນປະຕິບັດສຳເລັດບັນດາການຜ່າຕັດປ່ຽນຖ່າຍອະໄວຍະວະພາຍໃນ ຄັ້ງທຳອິດ, ເຊິ່ງໄດ້ເປີດທິດກ້າວເດີນໃໝ່ໃນວຽກງານເບິ່ງແຍງດູແລສຸຂະພາບປະຊາຊົນຂອງກຳລັງເສນາຮັກລາວ.

ເສ​ນາ​ຮັກ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື - ảnh 1ທ່ານໝໍກວດໃຫ້ແກ່ຄົນເຈັບ ພາຍຫຼັງການຜ່າຕັດ ປ່ຽນຖ່າຍໝາກໄຂ່ຫຼັງ (ພາບ: VOV)

ໂດຍແມ່ນໜຶ່ງໃນບັນດາຄົນເຈັບທີ່ຫາກໍ່ປະຕິບັດການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ ຢູ່ໂຮງໝໍສູນກາງ 103 ກອງທັບ ລາວ, ລຸງ ວັນໄຊ ລິສະຍະລາດ, ອາຍຸ 58 ປີ ຢູ່ແຂວງ ສະຫວັນນະເຂດ ຮູ້ສຶກດີໃຈພາຍຫຼັງການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງໄດ້ປະສົບຜົນສຳເລັດ ໂດຍບັນດາທ່ານໝໍ ຫວຽດນາມ ແລະ ລາວ ສົມທົບກັນປະຕິບັດ. ລຸງ ວັນໄຊ ແບ່ງປັນວ່າ 5 ປີກ່ອນ ລຸງໄປກວດພະຍາດ ແລະ ຮູ້ວ່າຕົນເອງເປັນພະຍາດກ່ຽວກັບໝາກໄຂ່ຫຼັງ ແລະ ຫຼັງຈາກນັ້ນພຽງ 2 ປີ ລຸງກໍ່ຕ້ອງຟອກເລືອດແລ້ວ. ປີ 2023, ລຸງໄດ້ມາໂຮງໝໍ 103 ກອງທັບລາວ ເພື່ອຈົດທະບຽນກວດ ແລະ ປະຕິບັດການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ:

 
 

ກໍ່ຄືກັນກັບ ລຸງວັນໄຊ, ອ້າຍ ສັງທອງ ແກ້ວມໍນະສີ ອາຍຸ 32 ປີ ຢູ່ນະຄອນຫຼວງ ວຽງຈັນ ແບ່ງປັນວ່າ: ກ່ອນນີ້ 5 ປີ, ອ້າຍຮູ້ສຶກອິດເມື່ອຍ, ໂດຍຄິດວ່າຕົນເອງເປັນພະຍາດທຳມະດາ ດັ່ງນັ້ນຈຶ່ງບໍ່ໄປກວດ ແລະ ຊື້ຢາບຳລຸງມາກິນເອງ ເພື່ອບຳລຸງສຸຂະພາບ. ເມື່ອຮູ້ວ່າສຸຂະພາບບໍ່ດີຂຶ້ນ, ອ້າຍຈຶ່ງໄປໂຮງໝໍ ແລະ ຮູ້ວ່າ ຕົນເອງເປັນພະຍາດໝາກໄຂ່ຫຼັງອ່ອນເພຍ ໄລຍະສຸດທ້າຍ. ແລະ ໂຊກດີຫຼາຍເມື່ອອ້າຍໄດ້ຮູ້ຂ່າວວ່າ ໂຮງໝໍສູນກາງກອງທັບ 103 ຂອງລາວ ໄດ້ຮ່ວມມືກັບໂຮງໝໍກອງທັບ 103 ຂອງຫວຽດນາມ ເພື່ອປະຕິບັດການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ. 

  ພາຍຫຼັງການຜ່າຕັດປ່ຽນຖ່າຍດັ່ງກ່າວ ປັດຈຸບັນ ບັນດາຄົນເຈັບ ລ້ວນແຕ່ມີສຸຂະພາບດີຂຶ້ນ, ບາງຄົນໄດ້ກັບຄືນເຮັດວຽກເປັນປົກກະຕິ. ທ່ານ ສະແຫວງໄຊ ດາລາສາດ, ຜູ້ອຳນວຍການໂຮງໝໍສູນກາງ 103 ກອງທັບ ປະຊາຊົນລາວ ໃຫ້ຮູ້ວ່າ ການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງປະສົບຜົນສຳເລັດຢູ່ລາວ ບໍ່ພຽງແຕ່ສ້າງຂີດໝາຍແຫ່ງການເຕີບໂຫຍ່ ແລະ ພັດທະນາຂອງໂຮງໝໍເທົ່ານັ້ນ ຫາກຍັງແມ່ນບາດກ້າວພັດທະນາສຳລັບຂະແໜງສາທາລະນະສຸກຂອງ ລາວ ອີກດ້ວຍ.
 ໂຄງການຮ່ວມມືຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ ໂດຍໂຮງໝໍກອງທັບ 103 ສອງປະເທດ ຜັນຂະຫຍາຍແຕ່ປີ 2018. ມາຮອດປັດຈຸບັນ, ສອງຝ່າຍ ໄດ້ສົມທົບກັນປະຕິບັດສຳເລັດການຜ່າຕັດຢູ່ໂຮງໝໍສູນກາງກອງທັບ 103 ລາວ 9 ຄັ້ງ. ສ່ວນຝ່າຍ ຫວຽດນາມ ໄດ້ກະກຽມຊັບພະຍາກອນມະນຸດ, ພາຫະນະ, ຢຸກຢາ ແລະ ວັດຖຸອຸປະກອນໜູນຊ່ວຍ, ສວ່ນໂຮງໝໍຂອງ ລາວ ກໍ່ກະກຽມຫ້ອງຜ່າຕັດ, ຫ້ອງຫຼັງການຜ່າຕັດ, ສ້າງຕັ້ງຄະນະຊີ້ນຳ, ບັນດາອົງການພາກສ່ວນທີ່ກ່ຽວຂ້ອງ, ຝືກອົບຮົມຕາມຂັ້ນຕອນວິຊາການໂດຍ ຫວຽດນາມ ແນະນຳ. ທ່ານຮອງສາດສະດາຈານ ປອ ຫວູເຍິດດິງ, ຮອງຜູ້ອຳນວຍການໂຮງໝໍເສນາຮັກ 103 ຫວຽດນາມ ໃຫ້ຮູ້ວ່າ ພາຍໃຕ້ການແນະນຳຂອງນັກຊ່ຽວຊານ ຫວຽດນາມ, ບັນດາທ່ານໝໍຂອງໂຮງໝໍສູນກາງ 103 ລາວ ໄດ້ຄ່ອຍໆເປັນເຈົ້າຂອງເຕັກນິກ ບາງຂັ້ນຕອນໃນວິວັດການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ ເປັນເທື່ອລະກ້າວແລ້ວ ກໍ່ຄືບັນດາຂັ້ນຕອນຕິດຕາມຄົນເຈັບພາຍຫຼັງການຜ່າຕັດ ແລະ ຄາດກະບັນດາກໍລະນີທີ່ອາດຈະເກີດຂຶ້ນ.

ການຊ່ວຍເຫຼືອເພື່ອນຜັນຂະຫຍາຍເຕັກນິກຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງຢູ່ ລາວ ແມ່ນເຮັດໃຫ້ຄວາມສາມັກຄີອັນສະໜິດແໜ້ນລະຫວ່າງສອງປະເທດ, ສອງກອງທັບ ແລະ ປະຊາຊົນສອງປະເທດເລິກເຊິ່ງຂຶ້ນຕື່ມ. ຂ້າພະເຈົ້າຖືວ່າ, ນີ້ແມ່ນວຽກງານສືບຕໍ່ຂອງຄົນລຸ້ນພໍ່ລຸ້ນອ້າຍ ແລະ ຕັກເຕືອນຄົນລຸ້ນຕໍ່ໄປ ເພື່ອສືບຕໍ່ຮັກສາການພົວພັນ ຫວຽດນາມ - ລາວ ທີ່ໃສແຈ້ງ.

ຕາມແຜນການ, ໃນປີ 2024, ໂຮງໝໍເສນາຮັກ 103 ຫວຽດນາມ ຈະສືບຕໍ່ຈັດສົ່ງນັກຊ່ຽວຊານມາຊ່ວຍເຫຼືອ ສົມທົບກັບໂຮງໝໍສູນກາງ 103 ກອງທັບ ລາວ ປະຕິບັດການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງແຕ່ 10 – 20 ຄັ້ງ. ໄປຄຽງຄູ່ກັນນັ້ນ, ໂຮງໝໍສູນກາງ 103 ກອງທັບ ລາວ ກໍ່ວາງເປົ້າໝາຍຮອດປີ 2025 ຈະສາມາດເປັນເຈົ້າຂອງເຕັກນິກການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງໄດ້, ຜ່ານນັ້ນປະກອບສວ່ນຍົກສູງວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ ທຽບເທົ່າກັບບັນດາປະເທດໃນພາກພື້ນ ແລະ ສາກົນ.

ຕອບກັບ