ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ ເວົ້າ​ກ່ຽວ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ RCEP

Kim Ngan – Hong Quan
Chia sẻ
(VOVWORLD) -ສັນຍາ RCEP ແມ່ນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ ອາຊຽນ + 5 ລວ  ມີ 10 ປະ ເທດ ສະ ມາ ຊິກ ອາ ຊຽນ ກັບ 5 ປະ ເທດ ເຊິ່ງ ອາ ຊຽນ ໄດ້ ລົງ ນາມ ໃນສັນ ຍາ ການ ຄ້າ ເສ ລີເມື່ ອວັນ ທີ 15 ເດືອນ ພະ ຈິກ 2020 ຄື ຈີນ.ເກົາຫຼີຍີ່ ປຸ່ນອົດ ສະ ຕາ ລີ ແລະ ນິວ ຊີ ແລນ ເຊິ່ງມີ ຜົນ ສັກ ສິດ ນັບ ແຕ່ ວັນ ທີ 1 ມັງ ກອນ 2022 ເປັນ ຕົ້ນ ໄປເມື່ອ ຕອບ ສຳ ພາ  ຕໍ່ ນັກ ຂ່າວ ຫວຽດ ນາມ ກ່ຽວ ກັບ ໂອ ກາດ ຈາກ ສັນ ຍາ RCEP, ທ່ານ ນິ ກອນ ເດດ ພະລັງກຸນ ເອກ ອັກ ຄະ ລັດ   ທູດ ໄທ ປະ ຈຳ ຫວຽດ ນາມ ຖື ວ່ານີ້ ໄດ້ຖື ວ່າ ແມ່ນ ສັນ ຍາ ການ ຄ້າ ເສ ລີ ໃຫຍ່ ທີ່ ສຸດ ໃນ ໂລກກວມ ເອົາ ເກືອບ ເຄິ່ງ ໜຶ່ງ GDP ໂລກແມ່ນ ໂອ ກາດ ໃຫຍ່ຫຼວງ ເພື່ອໃຫ້ ຫວຽດ ນາມ&
ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ ເວົ້າ​ກ່ຽວ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ RCEP - ảnh 1ທ່ານ ນິກອນເດດ ພະລັງກຸນ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ (ພາບ: ສະຖານທູດໄທ ປະຈຳ ຮ່າໂນ້ຍ)

ດ້ວຍຍອດ GDP ແມ່ນ 24,6 ຕື້ USD, ເທົ່າກັບປະມານ 30% ພື້ນຖານເສດຖະກິດທົ່ວໂລກ, ມູນຄ່າການຄ້າກວມເອົາເຖິງ 27,1% ວົງເງິນການຄ້າໂລກ, ສະນັ້ນ, ຜົນສະທ້ອນຕໍ່ພື້ນຖານເສດຖະກິດຂອງ RCEP ແມ່ນຈະແຈ້ງທີ່ສຸດ, ເປັນຕົ້ນແມ່ນການ ຫຼຸດພາສີນຳເຂົ້າລົງ ແລະ ປັບປຸງຫຼັກການກ່ຽວກັບທີ່ມາ ໃນສັນຍາການຄ້າເສລີ ອາຊຽນ + 1 (ເຊັ່ນ: FTA ອາຊຽນ -  ຈີນ, FTA ອາຊຽນ - ຍີ່ປຸ່ນ). RCEP ໄດ້ລົບລ້າງ ພາສີເຖິງ 90% ສຳລັບສິນຄ້າທີ່ໄດ້ແລກປ່ຽນຄ້າຂາຍລະຫວ່າງບັນດາຝ່າຍທີ່ໄດ້ລົງນາມໃນຮອບເວລາ 20 ປີ ຈະມາເຖິງ ນັບແຕ່ວັນສັນຍາມີຜົນສັກສິດ. ເມື່ອຕີລາຄາກ່ຽວກັບກາລະໂອກາດຂອງ RCEP ທີ່ມີຕໍ່ ຫວຽດນາມ, ໄທ ແລະ ບັນດາປະເທດສະມາຊິກ ອາຊຽນ, ທ່ານ ນິກອນເດດ ພະລັງກຸນ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ຖືວ່າ:

“ພວກເຮົາແມ່ນປະເທດທີ່ອີງໃສ່ຂະແໜງກະສິກຳ, ດັ່ງນັ້ນ, ສັນຍາ RCEP ແມ່ນເຄື່ອງມືສຳຄັນເພື່ອຟື້ນຟູເສດຖະກິດຂອງ ອາຊຽນ, ຂອງ ໄທ, ຂອງ ຫວຽດນາມ ແລະ ຂອງບັນດາປະເທດໃນພາກພື້ນ ແມ່ນ້ຳຂອງ, ນີ້ກໍແມ່ນວິທີເພື່ອໃຫ້ບັນດາປະເທດສົ່ງອອກສິນຄ້າ ແລະ ການບໍລິການໄປຍັງບັນດາປະເທດສະມາຊິກອື່ນໃນ RCEP ເປັນຕົ້ນແມ່ນ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ… ຢັ້ງຢືນບົດບາດເປັນໃຈກາງຂອງ ອາຊຽນ ແລະ ແມ່ນວິທີປະກອບສ່ວນສ້າງປະຊາຄົມເສດຖະກິດ ອາຊຽນ ນັບມື້ນັບໝັ້ນຄົງເຂັ້ມແຂງ”.

ພິເສດ, ສັນຍາ RCEP ຈະກະຕຸ້ນສົ່ງເສີມການຄ້າເອເລັກໂຕນິກຂ້າມຊາຍແດນ ແລະ ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ (SME) ເຂົ້າຮ່ວມການຄ້າສາກົນ. ສ້າງສະພາບແວດລ້ອມສະດວກໃຫ້ແກ່ການຄ້າເອເລັກໂຕນິກ ເປັນຕົ້ນແມ່ນປົກປ້ອງຜູ້ບໍລິໂພກທາງອອນລາຍ ແລະ ຂໍ້ມູນສ່ວນຕົວໃນເຄືອຂ່າຍອິນເຕີເນັດ; ພ້ອມທັງສ້າງເງື່ອນໄຂສົ່ງຂໍ້ມູນຂ້າມຊາຍແດນດ້ວຍພາຫະນະເອເລັກໂຕນິກ. ທ່ານເວົ້າຕໍ່ໄປວ່າ: 

“ຄຳເຫັນຂອງຂ້າພະເຈົ້າຕໍ່ຄຳຖາມທີ່ວ່າ ພາຍຫຼັງສັນຍາ RCEP ມີຜົນສັກສິດ, ລະບົບສະໜອງ Supply chain ແລະ SME ຕ້ອງມີການປ່ຽນແປງແນວໃດນັ້ນ, ຂ້າພະເຈົ້າຄິດວ່າ SME ຕ້ອງມີການຄົ້ນຄວ້າໂດຍໄວກ່ຽວກັບມາດຕາຕ່າງໆທີ່ກ່ຽວຂ້ອງເຖິງສັນຍາ RCEP ເພື່ອຍາດແຍ່ງກາລະໂອກາດຈາກສັນຍາການຄ້າເສລີສະບັບນີ້ໃຫ້ໄດ້ດີທີ່ສຸດ. ແນ່ນອນແລ້ວວ່າ ວິສາຫະກິດຂະໜາດໃຫຍ່ ໄດ້ສ້າງລະບົບສະໜອງ ຫຼື ສ້າງສາຍສຳພັນກັບລະບົບສະໜອງແລ້ວ ແຕ່ສຳລັບວິສາຫະກິດຂະໜາດນ້ອຍ, ຂ້າພະເຈົ້າຫວັງວ່າ ເຂົາເຈົ້າຈະຕ້ອງຄົ້ນຄວ້າມາດຕາ, ຂໍ້ກຳນົດໃນທຸກຂົງເຂດໃຫ້ເປັນຢ່າງດີທີ່ສຸດ, ເພື່ອສາມາດສ້າງຕາໜ່າງຕະຫຼາດໃນເຄືອຂ່າຍອິນເຕີເນັດ ທີ່ວິສາຫະກິດຂະໜາດໃຫຍ່ສາມາດເຂົ້າເຖິງໄດ້. ເຂົາເຈົ້າຕ້ອງຄົ້ນຄວ້າຕະຫຼາດ, ຕ້ອງຍາດແຍ່ງເສດຖະກິດດີຈີຕອນ, ຕິດພັນກັບການຄ້າເອເລັກໂຕນິກຢ່າງແໜ້ນແຟ້ນ. ຂ້າພະເຈົ້າຫວັງວ່າ ພາຍຫຼັງສັນຍາສະບັບນີ້ມີຜົນສັກສິດ, ລະບົບສະໜອງຈະອີງໃສ່ການຄ້າເອເລັກໂຕນິກເປັນຕົ້ນຕໍ. ສິ່ງດັ່ງກ່າວມີຄວາມສຳຄັນຍິ່ງ, ເນື່ອງຈາກນັ້ນ ບໍ່ພຽງແຕ່ມີບໍລິສັດຂະໜາດໃຫຍ່ໄດ້ຊົມໃຊ້ຜົນປະໂຫຍດ ຫາກຍັງລວມທັງບໍລິສັດຂະໜາດນ້ອຍ ແລະ ບໍລິສັດສ້າງຕັ້ງໃໝ່ ກໍໄດ້ຮັບຜົນປະໂຫຍດເຊັ່ນດຽວກັນ”.

ຕີລາຄາກ່ຽວກັບຄວາມສາມາດຮັບມືຂອງ ຫວຽດນາມ ເມື່ອສັນຍາ RCEP ມີຜົນສັກສິດ, ທ່ານເອກອັກຄະລັດຖະທູດ ນິກອນເດດ ພະລັງກຸນ ຖືວ່າ:

“ຂ້າພະເຈົ້າເຫັນວ່າ ຫວຽດນາມ ສາມາດປັບຕົວຢ່າງທັນການ, ຄືກັນກັບການຮັບມືເພື່ອຜະລິດ PPE ໃນສອງ ປີຜ່ານມາ, ນີ້ແມ່ນສິ່ງທ້າທາຍສຳລັບຫຼາຍປະເທດ ແຕ່ ຫວຽດນາມ ປະຕິບັດໄດ້ຢ່າງວ່ອງໄວ. ນອກຈາກນັ້ນ, ຫວຽດນາມ ກໍບັນລຸໄດ້ຄວາມຄືບໜ້າໃນການລົງນາມໃນສັນຍາການຄ້າເສລີ 13 ສະບັບກັບ 50 ກວ່າປະເທດ, ສິ່ງດັ່ງກ່າວໄດ້ນຳມາເຊິ່ງທ່າໄດ້ປຽບໃຫ້ແກ່ ຫວຽດນາມ ໃນສັນຍາສະບັບນີ້. ດັ່ງນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ໃນປີນີ້, ເຊິ່ງເປັນປີທີ່ພວກເຮົາທຸກຄົນຕ່າງກໍຫວັງວ່າ ໂລກລະບາດໂຄວິດ - 19 ຈະສິ້ນສຸດ, ຫວຽດນາມ ຈະຟື້ນຟູຢ່າງວ່ອງໄວ”./.

ຕອບກັບ