ເສດ​ຖະ​ກິດ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ: ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ

Chia sẻ
(VOVWORLD) - ການຮ່ວມມືດ້ານເສດຖະກິດ ແມ່ນເສົາຄ້ຳສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ແລະ ສິງກະໂປ, ພ້ອມທັງແມ່ນແບບຢ່າງໃນການພັດທະນາໃນພາກພື້ນ ແລະ ທົ່ວໂລກ. ໃນສະພາບການເສດຖະກິດສາກົນ ແລະ ພາກພື້ນ ມີການຜັນປ່ຽນໂດຍໄວ, ເລິກເຊິ່ງ ດ້ວຍບັນດາທ່າອ່ຽງພັດທະນາແບບຍືນຍົງ ຕິດພັນຕິດກັບການເຕີບໂຕສີຂຽວ ແລະ ການປະຕິວັດອຸດສາຫະກຳ 4.0, ຂົງເຂດດີຈີຕອນ, ເສດຖະກິດສີຂຽວ ໄດ້ຮັບຖືວ່າແມ່ນກຳລັງໜູນພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສິງກະໂປ ໃນອະນາຄົດ. ບົດຂຽນຂອງນັກຂ່າວ ຮວ່າງຫາຍ.

ເສດ​ຖະ​ກິດ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ: ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ - ảnh 1ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

ຫວຽດນາມ ແລະ ສິງກະໂປ ໄດ້ສ້າງການພົວພັນຄູ່ຮ່ວມມືເສດຖະກິດດີຈີຕອນ - ເສດຖະກິດສີຂຽວຢ່າງເປັນທາງການ ໃນເດືອນກຸມພາ ປີ 2023 ເນື່ອງໃນໂອກາດ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄປຢ້ຽມຢາມສິງກະໂປ. ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໃນທ້າຍເດືອນສິງຫາ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບສັນຍາແມ່ ເຊື່ອມຕໍ່ດ້ານເສດຖະກິດ ຫວຽດນາມ - ສິງກະໂປ ໂດຍອີງຕາມ 5 ເສົາຄ້ຳຫຼັກ: ເຊື່ອມຕໍ່ດ້ານພະລັງງານ, ພັດທະນາແບບຍືນຍົງ, ພື້ນຖານໂຄງລ່າງ, ດີຈີຕອນ - ນະວັດຕະກຳ ແລະ ເຊື່ອມຕໍ່ໃນບັນດາຂົງເຂດຕ່າງໆຄື: ການສຶກສາ, ການເງິນ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ໂທລະຄົມມະນາຄົມ… ຕາມການຕີລາຄາຂອງ ທ່ານ ປ.ອ ເລຮົ່ງຮຽບ, ສັງກັດສະຖາບັນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ ແລ້ວ, ສິງກະໂປແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ເພື່ອພ້ອມກັບຫວຽດນາມ ປະຕິບັດການຫັນວິໄສທັດພັດທະນາໃນໄລຍະໃໝ່ໃຫ້ປະກົດຜົນເປັນຈິງ:

ໂດຍແມ່ນຈຸດໃຈກາງກ່ຽວກັບການເຕີບໂຕສີຂຽວ ແລະ ນະວັດຕະກຳຂອງພາກພື້ນ, ສິງກະໂປ ມີບົດຮຽນປະສົບການ, ແຫຼ່ງກຳລັງຫຼາຍຢ່າງເພື່ອໜູນຊ່ວຍຫວຽດນາມ ພັດທະນາໃນບັນດາຂົງເຂດນີ້. ແລະສິ່ງນີ້ກໍ່ເໝາະສົມກັບຜົນປະໂຫຍດ, ເປົ້າໝາຍໃນສະເພາະໜ້າ ກໍ່ຄືໃນໄລຍະຍາວຂອງ ຫວຽດນາມ ນັ້ນແມ່ນມຸ່ງໄປເຖິງການພັດທະນາແບບຍືນຍົງ ບົນພື້ນຖານນະວັດຕະກຳ ເພື່ອອາດສາມາດຫຼຸດພົ້ນອອກຈາກລະດັບລາຍຮັບປາງກາງ, ພ້ອມທັງມີການເຕີບໂຕແບບຍືນຍົງ ແລະ ປະກອບສ່ວນເຂົ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ວິສາຫະກິດ ສິງກະໂປ ພວມມຸ່ງໄປເຖິງການນຳແຫຼ່ງເງິນລົງທຶນເຂົ້າບັນດາຂົງເຂດໃໝ່ຄື: ການຫັນເປັນດີຈີຕອນ, ວິທະຍາສາດເຕັກໂນໂລຢີ, ໄຟຟ້າແຮງລົງ, ໄຟຟ້າແສງຕາເວັນ, ພະລັງງານໃໝ່, ພ້ອມທັງນຳບັນດາເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຈາກບັນດາສະຖານທີ່ຜະລິດອຸດສາຫະກຳກາຍເປັນສູນນະວັດຕະກຳໃນອະນາຄົດ. ກ່າວຄຳເຫັນທີ່ກອງປະຊຸມຊຸກຍູ້ການຮ່ວມມືລົງທຶນ ຫວຽດນາມ - ສິງກະໂປ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ເນັ້ນໜັກວ່າ:

VSIPໄດ້ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງບໍ່ຢຸດຢັ້ງ. VSIP ແຫ່ງທຳອິດ ຢູ່ ບິ່ງເຢືອງ ໄດ້ສຸມໃສ່ເຂົ້າໃນການຜະລິດເບົາ, VSIP ບິ່ງເຢືອງ ແຫ່ງທີ ສອງໄດ້ສຸມໃສ່ພື້ນຖານໂຄງລ່າງ logistics ທີ່ທັນສະໄໝ ແລະ ປັດຈຸບັນ VSIP ບິ່ງເຢືອງ ແຫ່ງທີ 3 ຈະແມ່ນເຂດອຸດສາຫະກຳສີຂຽວ, ອັດສະລິຍະ ດ້ວຍລະບົບຟາມໄຟຟ້າແສງຕາເວັນ, ສະສົມເຕັກໂນໂລຢີອັດສະລິຍະໃນທຸກການເຄື່ອນໄຫວຂອງຟາມ, ຕອບສະໜອງມາດຖານສີຂຽວ Green Mark ຂອງ ສິງກະໂປ ທີ່ສະຫງວນໃຫ້ແກ່ບັນດາເຂດອຸດສາຫະກຳ. ພິເສດ VSIP ບິ່ງເຢືອງ ແຫ່ງທີ 3 ຈະແມ່ນສະຖານທີ່ຜັນຂະຫຍາຍໂຮງງານຫຼຸດຜ່ອນການປ່ອຍອາຍກາກບອນ ລົງລະດັບຕ່ຳແຫ່ງທຳອິດໃນທົ່ວໂລກຂອງກຸ່ມບໍລິສັດ LEGO. ຂ້າພະເຈົ້າຫວັງວ່າ ບັນດາໂຄງການ VSIP ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ ແລະ ການຫັນເປັນອຸດສາຫະກຳ ຢູ່ ຫວຽດນາມ.

ດ້ວຍວິໄສທັດທີ່ຍາວໄກໃນການນຳການປ່ອຍອາຍພິດລົງລະດັບ 0, ຫວຽດນາມ ແລະ ສິງກະໂປ ພວມພ້ອມກັນມານະພະຍາຍາມຊຸກຍູ້ບັນດາໂຄງການກ່ຽວກັບການພັດທະນາແບບຍືນຍົງ. ກຸ່ມບໍລິດ Petro ຫວຽດນາມ ແລະ ກຸ່ມບໍລິສັດ Sembcorp (ສິງກະໂປ) ໄດ້ເຊັນຂໍ້ຕົກລົງພັດທະນາຮ່ວມກ່ຽວກັບການຮ່ວມມືດ້ານການລົງທຶນ, ຜະລິດໄຟຟ້າສົ່ງອອກໄປຍັງສິງກະໂປ ຈາກແຫຼ່ງພະລັງງານທົດແທນຢູ່ທະເລ ຫວຽດນາມ. ຕາມທ່ານ Jaya Ratnam, ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ ແລ້ວ, ມີສາມຂົງເຂດທີ່ ສິງກະໂປ ແລະ ຫວຽດນາມ ພວມຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກ່ວາໃນທົດສະວັດຈະມາເຖິງ, ລວມມີ: ນະວັດຕະກຳ, ພະລັງງານທົດແທນ ແລະ ພັດທະນາແບບຍືນຍົງ.

ການປະຕິວັດດີຈີຕອນຈະສົ່ງຜົນກະທົບຕໍ່ທຸກປະເທດໃນໂລກ. ທັງສິງກະໂປ ແລະ ຫວຽດນາມ ຕ້ອງກຳແໜ້ນ ໂອກາດນີ້ ເພື່ອຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ ຂອງ ຕົນ ຜ່ານການຮ່ວມມືຮ່ວມກັນ. ທັງສອງລັດຖະບານ ລ້ວນແຕ່ຮັບຮູ້ໄດ້ລະດັບຄວາມສຳຄັນຂອງສິ່ງນີ້, ນັ້ນແມ່ນສາຍເຫດທີ່ເປັນຫຍັງ 2 ປະເທດ ຕ້ອງສ້າງຕັ້ງບັນດາກຸ່ມປະຕິບັດງານສອງຝ່າຍເພື່ອກຳນົດບັນດາຂົງເຂດຮ່ວມມືໃໝ່ນີ້, ພິເສດແມ່ນກ່ຽວກັບປັນຍາປະດິດ, ຂໍ້ມູນຂ້າມຊາດ ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ. ສິ່ງນີ້ສຳຄັນທີ່ສຸດຍ້ອນວ່າມັນກຳນົດທີ່ຕັ້ງຂອງສອງປະເທດໃນອະນາຄົດ. ໄປຄຽງຄູ່ກັນນັ້ນ, ຂົງເຂດພະລັງງານທົດແທນ, ພື້ນຖານໂຄງລ່າງແບບຍືນຍົງ, ໃບຢັ້ງຢືນກາກບອນ ແລະ ການເງິນສີຂຽວ ຈະຊ່ວຍໃຫ້ທັງສອງປະເທດບັນລຸໄດ້ເປົ້າໝາຍໃນຂົງເຂດຫັນປ່ຽນພະລັງງານ.

ຜ່ານໄລຍະທາງ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, 10 ປີແຫ່ງການພັດທະນາພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນ ຫວຽດນາມ - ສິງກະໂປ ພວມຢູ່ລະດັບດີທີ່ສຸດ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດ ແລະ ບັນດາການຜັນແປຂອງສະພາບການໂລກ. ການຊຸກຍູ້ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືໃນຂົງເຂດເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ບໍ່ພຽງແຕ່ຊ່ວຍ ຫວຽດນາມ ແລະ ສິງກະໂປ ແກ້ໄຂບັນດາຜົນປະໂຫຍດ ກໍ່ຄືການບັນດາຄຳໝັ້ນສັນຍາຂອງສອງປະເທດເທົ່ານັ້ນ, ຫາກຍັງສ້າງການແຜ່ກະຈາຍ, ມຸ່ງໄປເຖິງອະນາຄົດແບບຍືນຍົງໃນທົ່ວພາກພື້ນອີກດ້ວຍ.

ຕອບກັບ