ເດືອນຖືສິນອົດ Ramadan ຂອງຊາວມຸດສະລິມ - ເດືອນຂອງຄວາມສັດທາ ແລະ ບັນດາສິ່ງດີງາມ

Nguyen Ha
Chia sẻ
(VOVWORLD) -

ເດືອນ Ramadan ແມ່ນໜຶ່ງໃນບັນດາງານບຸນສຳຄັນທີ່ສຸດຂອງຊາວ ມຸດສະລິມ ໃນໂລກ. ນອກຈາກການອົດອາຫານ, ການປະຕິບັດບັນດາພິທີກຳດ້ານສາສະໜາແລ້ວ, ເດືອນ Ramadan ຍັງແມ່ນໂອກາດເພື່ອໃຫ້ບັນດາສາສະນິກກະຊົນ ຊາວມຸດສະລິມ ມີຄວາມສັດທາ ແລະ ເພີ່ມທະວີການປະຕິບັດວຽກງານການກຸສົນ. ບົດສາລະຄະດີຂອງ ງວຽນຮ່າ ຈະຊ່ວຍໃຫ້ພວກເພື່ອນເຂົ້າໃຈແຈ້ງກ່ວາກ່ຽວກັບພິທີທີ່ສັກກະລະບູຊານີ້ຂອງຊາວ ມຸດສະລິມ.

ເດືອນຖືສິນອົດ Ramadan ຂອງຊາວມຸດສະລິມ - ເດືອນຂອງຄວາມສັດທາ ແລະ ບັນດາສິ່ງດີງາມ - ảnh 1ທ່ານ Rudy Hartono ແລະ ຄອບຄົວຢູ່ ເຂດດິນແດນທີ່ສັກສິດ Mecca

 “ຂ້າພະເຈົ້າຮູ້ສຶກມີຄວາມສຸກຍ້ອນຄຳພາວະນາກ່ອນນີ້ 2 3 ປີ ນັ້ນແມ່ນໄດ້ພ້ອມກັບຄອບຄົວໄປປະຕິບັດການສະແຫວງບຸນຢູ່ຍັງເຂດດິນແດນທີ່ສັກສິດ Mecca. ຄັ້ງນີ້, ພວກຂ້າພະເຈົ້າຢູ່ Mecca 12 ວັນ. ພວກຂ້າພະເຈົ້າໄດ້ປະຕິບັດພິທີສວດມົນພາວະນາຢູ່ Kaaba, ຢູ່ທຳມະສະພາອິດສະລາມໃຫຍ່ທີ່ສຸດໃນໂລກ, ນັ້ນແມ່ນ Al Masjid Al Haram... ຂ້າພະເຈົ້າຮູ້ສຶກດີໃຈຍ້ອນໄດ້ພາຄອບຄົວມາແຫ່ງນີ້”.

ການໄປສະແຫວງບຸນຢູ່ເຂດດິນແດນທີ່ສັກສິກ Mecca ແມ່ນສິ່ງທີ່ບໍ່ແມ່ນສະເພາະແຕ່ທ່ານ Rudy Hartono ມາຈາກ ອິນໂດເນເຊຍ ແລະ ຄອບຄົວເທົ່ານັ້ນ, ຫາກຍັງບັນດາສາສະນິກກະຊົນຊາວ ມຸດສະລິມ ໃນໂລກ ທີ່ປາດຖະໜາຢາກປະຕິບັດ ເພື່ອສະແດງຄວາມຮຸ້ບຸນຄຸນຕໍ່ພະເຈົ້າ ແລະ ຜູ້ເຜີຍພຣະວະຈະນະ Muhammad. ການຖືສິນອົດໃນເດືອນ Ramadan ແລະ ໄປສະແຫວງບຸນຢູ່ Mecca ກໍ່ແມ່ນສອງ 5 ວຽກງານສຳຄັນຂອງສາສະໜາອິດສະລາມ. ນອກຈາກນັ້ນ, ຍັງມີຄວາມສັດທາ, ການພາວະນາ ແລະ ການເຮັດການກຸສົນອີກດ້ວຍ.

ຍ້ອນເຫດນັ້ນ, ເມື່ອກັບມາຈາກເຂດດິນແດນທີ່ສັກສິດ Mecca, ທ່ານ Rudy Hartono ໄດ້ກັບຄືນໄປເຮັດວຽກງານປະຈຳວັນ ແລະ ສືບຕໍ່ກັບບັນດາພິທີກຳສຳຄັນໃນເດືອນ Ramadan ໃນທັນທີ. ເດືອນທີ່ສັກສິດນີ້ ໄດ້ດຳເນີນໃນເດືອນທີ 9 ຕາມຈັນທະປະຕິທິນຂອງຊາວ ມຸດສະລິມ ແລະ ໄດ້ປ່ຽນແປງຕາມແຕ່ລະປີ. ປີນີ້, ເດືອນ Ramadan ຈັດຂຶ້ນແຕ່ວັນທີ 11 ມີນາ - 10 ເມສາ 2024. ການຖືສິນອົດ ມີຄວາມໝາຍວ່າບໍ່ກິນ, ບໍ່ດື່ມ, ບໍ່ສູບຢາໃນຊ່ວງເວລານັບແຕ່ຕອນຕາເວັນຂຶ້ນ ຮອດຕາເວັນຕົກ. ເລື່ອງອົດອາຫານໃນເດືອນຖືສິນອົດ ຈະຊ່ວຍໃຫ້ບັນດາສາສະນິກກະຊົນ ຊາວ ມຸດສະລິມ ຮຽນຮູ້ໄດ້ເຖິງຄວາມເຫັນອົກເຫັນໃຈຕໍ່ບັນດາສະພາບຄວາມຫຍຸ້ງຍາກ, ຝືກຝົນຫຼໍ່ຫຼອມ ແລະ ມີຄວາມເຄົາລົບນັບຖືຕໍ່ບັນດາສິ່ງທີ່ຕົນເອງມີຢູ່ແລ້ວ. ນອກຈາກການອົດອາຫານແລ້ວ, ຊາວມຸດສະລິມ ກໍ່ຕ້ອງປະຕິບັດບາງພິທີກຳສາສະໜາອື່ນໆອີກ, ໃນນັ້ນມີການສວດມົນ.

ເດືອນຖືສິນອົດ Ramadan ຂອງຊາວມຸດສະລິມ - ເດືອນຂອງຄວາມສັດທາ ແລະ ບັນດາສິ່ງດີງາມ - ảnh 2ບັນດາສາສິນິກກະຊົນຊາວ ມຸດສະລິມ ຢູ່ຫໍທຳມະສະພາ Al Noor

ໃນບ່ອນສວດມົນຢູ່ຫໍທຳມະສະພາ Al Noor ຢູ່ເຮືອນເລກທີ 12 ຮ່າງເລືອກ, ຮ່າໂນ້ຍ, ຫວຽດນາມ, ຕາມການແນະນຳຂອງ Imam (ເຊິ່ງເປັນປະທານພິທີ), ສາສະນິກກະຊົນຊາວມຸດສະລິມ ກ່ວາ 150 ຄົນພວມດຳລົງຊີວິດຢູ່ ຮ່າໂນ້ຍ ແລະ ບັນດາເຂດໃກ້ຄຽງ ໄດ້ປະຕິບັດການສວດມົນພາວະນາ Tarawih. Tarawih ແມ່ນພິທີສວດມົນເພີ່ມເຕີມ ໄດ້ປະຕິບັດຢູ່ບັນດາວິຫານອິດສະລາມ ພາຍຫຼັງ ຄາບເຂົ້າ, ນອກຈາກການສວດມົນ 5 ຄັ້ງໃນວັນ. ເມື່ອອະທິບາຍກ່ຽວກັບພິທີສວດມົນດັ່ງກ່າວ, Iman Nasir, ໃຫ້ຮູ້ວ່າ:

ພິທີສວດມົນ Tarawih ໄດ້ດຳເນີນໃນເດືອນ Ramadan ເທົ່ານັ້ນ, ໂດຍໄດ້ປະຕິບັດແຕ່ 8 9 ໂມງຄ່ຳ. ຜູ້ເຜີຍພຣະວະຈະນະ Muhammad ໄດ້ເວົ້າວ່າ: ໃຜຖືສິນອົດ ແລະ ທຳພິທີ Tarawih ນັ້ນ, ພະເຈົ້າຈະລ້າງທຸກໆບາບທີ່ໄດ້ເຮັດກ່ອນນີ້.

Iman Nasir ໃຫ້ຮູ້ຕື່ມອີກວ່າ ໃນເດືອນ Ramadan, ບັນດາສາສະນິກກະຊົນຊາວມຸດສະລິມ ພະຍາຍາມມາທຳພິທີສວດມົນ ຢູ່ຫໍທຳມະສະພາຍິ່ງຫຼາຍກໍ່ຍິ່ງດີ. ຍ້ອນວ່າ, ຕາມຄວາມເຊື່ອຖືສາສະໜານັ້ນ, ເທວະດາໄດ້ອາໄສຢູ່ຫໍທຳມະສະພາ ແລະ ການທີ່ປະຕິບັດການສວດມົນຢູ່ຫໍທຳມະສະພາ ຈະໄດ້ຮັບ 27 ພອນ, ໃນຂະນະທີ່ທຳພິທີສວດມົນຢູ່ເຮືອນໄດ້ຮັບພຽງ 10 ພອນເທົ່ານັ້ນ. ເອື້ອຍ ລີງຈີ, ຊາວມຸດສະລິມ ຢູ່ຮ່າໂນ້ຍ, ໃຫ້ຮູ້ວ່າ:

ຂ້າພະເຈົ້າໄດ້ມາຫໍທຳມະສະພາເພື່ອສວດມົນໃນເດືອນ Ramadan ນີ້ເປັນປະຈຳ. ມື້ນີ້ແມ່ນມື້ທີ 15 ແລ້ວ. ມາຫໍມະສະພານ້ອງຮູ້ສຶກອຸ່ນອຽນໃຈ ແລະ ສະບາຍໃຈຫຼາຍ. ພິເສດ, ໃນເດືອນ Ramadan, ປະຊາຄົມຊາວມຸດສະລິມຢູ່ ຮ່າໂນ້ຍ ເວົ້າສະເພາະ ແລະ ໃນທົ່ວໂລກເວົ້າລວມ, ຍາມໃດກໍ່ສຸມຈິດສຸມໃຈເຂົ້າໃນການສວດມົນ ຍ້ອນວ່າເດືອນນີ້ຄວາມສັກກະລະບູຊາທີ່ສຸດ. ໃນເດືອນນີ້, ທຸກຄົນລ້ວນແຕ່ຢາກໃຫ້ພະເຈົ້າຮັບຮູ້ຄຳສວດມົນຂອງຕົນ”.

ໃນເດືອນ Ramadan, ປະຊາຄົມຊາວມຸດສະລິມ ກໍ່ໃຫ້ຄວາມສົນໃຈເຖິງວຽກງານການກຸສົນຫຼາຍ. ບັນດາຊາວມຸດສະລິມ ມີເງື່ອນໄຂດ້ານວັດຖຸຫຼາຍກ່ວາຈະຊ່ວຍເຫຼືອບັນດາຜູ້ທຸກຍາກເພື່ອພ້ອມກັນມີຄວາມຜາສຸກ. ເຂົາເຈົ້າພ້ອມກັນອະນາໄມຫໍທຳມະສະພາ, ຢ້ຽມຢາມບັນດາສະຖານທີ່ລ້ຽງເດັກກ່ຳພ້າ, ແຈກຢາຍອາຫານ. ເຂົາເຈົ້າເຊື່ອວ່າ, ການເຮັດວຽກງານການກຸສົນ ແລະ ບໍ່ເຮັດສິ່ງທີ່ບໍ່ດີໃນເດືອນ Ramadan ຈະໄດ້ຮັບພອນເພີ່ມຂຶ້ນ.

ຍິ່ງກ່ວາພິທີສາສະໜາ, ເດືອນ Ramadan ຍັງສະແດງເຖິງນ້ຳໃຈເມດຕາກະລຸນາ ກໍ່ຄືຄວາມຜູກພັນກັບຄອບຄົວ ແລະ ວົງຄະນະຍາດສັງຄົມອີກດ້ວຍ.

ຕອບກັບ