ຮູບ​ແບບ​ການ​ທ່ອງ​ທ່ຽວ​ກະ​ສິ​ກຳ ແລະ ລະ​ດູ​ເກັບ​ກູ້ໝາກ​ໄມ້​ຢູ່​ເຂດ​ຕາ​ເວັນ​ອອກ ໄທ

Chia sẻ
(VOVWORLD) - ບັນດາແຂວງຢູ່ເຂດພາກຕາເວັນອອກໄທ ຄືຣາດຣະຢອງແລະຈັນທະບູຣີແມ່ນສະຖານທີ່ມີຊື່ສຽງ ຍ້ອນມີຕົ້ນໄມ້ກິນໝາກຫຼາຍທີ່ສຸດຢູ່ປະເທດໄທຈາກທ່າແຮງນີ້ບັນດາແຂວງໄດ້ສ້າງໂຄງການກທ່ອງທ່ຽວກະສິກຳຄືຈຸດພົ້ນເດັ່ນເພື່ອດຶງດູດແຂກທ່ອງທ່ຽວໃນລາຍການຊາຄາອາຊຽນພາກນີ້ຂໍເຊີນທ່ານ  ແວ່ຍາມສວນຕົ້ນໄມ້ກິນໝາກແຫ່ງໜຶ່ງຢູ່ແຂວງຈັນທະບູຣີເພື່ອຊອກຮູ້ຮູບແບບການທ່ອງທ່ຽວກະສິກຳແບບຍືນຍົງຢູ່ທີ່ນີ້.

ຮູບ​ແບບ​ການ​ທ່ອງ​ທ່ຽວ​ກະ​ສິ​ກຳ ແລະ ລະ​ດູ​ເກັບ​ກູ້ໝາກ​ໄມ້​ຢູ່​ເຂດ​ຕາ​ເວັນ​ອອກ ໄທ - ảnh 1ສວນ KP - ສວນຕົ້ນໄມ້ກິນໝາກທີ່ມີຊື່ສຽງ ຢູ່ແຂວງຈັນທະບູຣີ, ໄທ

ກໍ່ຄືກັນກັບແຂວງ ຣາດ ແລະ ອງ ທີ່ໃກ້ຄຽງ, ແຂວງ ຈັນທະບູຣີ ແມ່ນແຂວງທີ່ມີຊື່ສຽງກ່ຽວກັບການທ່ອງທ່ຽວກະສິກຳ ຢູ່ທາງພາກຕາເວັນອອກປະເທດໄທ. ຈັນທະບູຣີ ພວມມຸ່ງໄປເຖິງເປົ້າໝາຍພັດທະນາກາເປັນ ເມືອງເອກແຫ່ງຕົ້ນໄມ້ກິນໝາກ ບໍ່ຽງແຕ່ຂອງໄທເທົ່ານັ້ນ ຫາກຍັງຂອງພາກພື້ນອາຊີເວັນອອກສ່ຽງໃຕ້ອີກດ້ວຍ.

ສວ KP - ສະຖານທີ່ພວກຂ້າພະເຈົ້າມາຢ້ຽມຢາມ ແມ່ນໜຶ່ງໃນຈຳນວນສວນຕົ້ນໄມ້ກິນໝາກຫຼາຍແຫ່ງ ຢູ່ຈັນທະບູຣີ. ຮູບແບບກາທ່ອງທ່ຽວກະສິກຳ ພວມນັບມື້ນັບດຶງດູດແຂກທ່ອງທ່ຽວມາສວນຕົ້ນໄມ້ກິນໝາກ ເຂດຮ້ອ ຢູ່ຈັນທະບູຣີ, ດ້ວຍແນວຄວາມຕິດທີ່ເປັນເອກະລັກສະເພາະຂອງປະຊາຊົນຢູ່ທີ່ນີ້. ທ່ານນາງ Apiradee Sirivijitkul ເຈົ້າຂອງສວນ KP ແບ່ງປັນວ່:

ໃນເມື່ອກ່ອນໝາກໄມ້ຢູ່ເຂດນີ້ມີລາຄາຖືກຍ້ອນວ່າ ເກັບກູ້ໄດ້ຫຼາຍແຕ່ຂາຍບໍ່ທັນ. ເມື່ອລະດູເກັບກູ້ວຽນມາ, ບາງເທື່ອປະຊາຊົນກໍ່ໄດ້ປະຖິ້ມໝາກໄມ້ ເຮັດເປັນຄືວິທີການຄັດຄ້ານ. ໂດຍເຫັນໄດ້ວ່າ ໝາກໄມ້ບໍ່ສາມາດສຳຜັດກັບແຂກທ່ອງທ່ຽວດ້ວຍຕົນເອງໄດ້, ດັ່ງນັ້ນ ເຮົາຕ້ອງຊອກຫາວິທີເພື່ອໃຫ້ແຂກທ່ອງທ່ຽວຮູ້ຈັກກັບຕົ້ນໄມ້ກິນໝາກຢູ່ທີ່ນີ້, ພວກຂ້າພະເຈົ້າໄດ້ເຊື່ອມຕໍ່ກັບເຈົ້າຂອງສວນຕ່າງໆກວ່າ 20 ແຫ່ງໃນເຂດ ເພື່ອພ້ອມກັນປະຕິບັດຮູບແບບໂຄສະນາການທ່ອງທ່ຽວມາຢ້ຽມຢາມສວນ ແລະ ກິນໝາກໄມ້ຢູ່ກັບທີ່.

ຍາມລະດູຮ້ອນກໍ່ແມ່ນລະດູເກັບກູ້ໝາກໄມ້ຫຼາຍຊະນິດຄື: ຖົ່ວລຽນ, ໝາກເງາະ, ມັງຄຸດ, ລອງກອງ, ລຳໄຍ ແລະ ຢູ່ສວນ KP ມີຕົ້ນໄມ້ກິນໝາກຫຼາຍຊະນິດໄດ້ປູກສະຫຼັບຊັຊ້ອນກັນຄືດັ່ງວິທີການຮັກສາຄວາມອຸດົມສົມບູນຂອງດິນ, ພັດທະນາກະສິກຳແບບຍືນຍົງ. ທ່ານນາງ Apiradee Sirivijitkul, ເຈົ້າຂອງສວນ ແລະ ກໍ່ແມ່ນທີ່ປຶກສາສະມາຄົມການທ່ອງທ່ຽວແຂວງ ຈັນທະບູຣີ ໄດ້ເຊື້ອເຊີນພວກຂ້າພະເຈົ້າມາລອງຊິມໝາກໄມ້ຊະນິດຕ່າງໆໃນສວນຂອງຕົນ. ທ່ານນາງ Apiradee Sirivijitkul ໃຫ້ຮູ້ວ່າ:

ຍ້ອນປັດໄຈສະມັດຕະພາບ, ມີເຈົ້າຂອງສວນຫຼາຍຄົນໄດ້ປູກຕົ້ນໄມ້ກິນໝາກຫຼາຍຊະນິດທີ່ແຕກຕ່າງກັນາມແຕ່ລະເຂດຄື ຖົ່ວລຽນ, ໝາກເງາະ, ມັງຄຸດແຕ່ສຳລັບຂ້າພະເຈົ້າ ຢາກຮັກສາຮູບແບບປູກຕົ້ນໄມ້ກິນໝາກຄືກັນກັບຮູບແບບໃນເມື່ອກ່ອນ ທີ່ຄອບຄົວຂ້າພະເຈົ້າເຄີຍເຮັດ. ພວກຂ້າພະເຈົ້າຕັດສິນໃຈວ່າຈະເດີນຕາມຮູບແບບສວນຕົ້ນໄມ້ກິນໝາກ ເພື່ອດຶງດູດແຂກທ່ອງທ່ຽວທີ່ບໍ່ພຽງແຕ່ແມ່ນຊາວໄທເທົ່ານັ້ນ ຫາກຍັງໃນທົ່ວໂລກ ມາແວ່ຍາມ ແລະ ກິນໝາກໄມ້ຢູ່ສວນນຳອີກ.

ພິເສດ, ຈັນທະບູຣີ ແມ່ນສະຖານທີ່ປູກໝາກຖົ່ວລຽນແຊບທີ່ສຸດຂອງໄທ, ໃນນັ້ນ ມີຖົ່ວລຽນກ້ານຍາວທີ່ຫາຍາກ, ເຊິ່ງໄດ້ຮັບຖືວ່າແມ່ນໝາກໄມ້ຊະນິດທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຂອງຊາວອາຊີ.

ແຂກທ່ອງທ່ຽວເມື່ອມາຢາມສວນຕົ້ນໄມ້ກິນໝາກ KP ຈະໄດ້ເຫັນປະຈັກຕາ ຮັບຊົມວິທີການເກັບກູ້ໝາກໄມ້ຂອງຊາວກະສິກອນ ແລະ ມີໂອກາດຊິມໝາກໄມ້ທີ່ໄດ້ເດັດຢູ່ກັບສວນ, ໂດຍຄືທ່ານນາງ Apiradee Sirivijitkul ໄດ້ເວົ້າວ່າ ບໍ່ມີບ່ອນໃດສາມາດ ປຽບທຽບໄດ້:

ຖົ່ວລຽນ ທີ່ພວກເພື່ອນກິນຢູ່ສວນ, ໃນຕອນທີ່ເດັດແມ່ນຖົ່ວລຽນສຸກປະມານ 90% ແລະ ອາຈະກິນພາຍຫຼັງ 3 – 5 ວັນ. ມັນມີລົດຊາດຫອມ ແລະ ຫວານ, ເຖິງວ່າ ເຈົ້າຈະກິນຢູ່ຕະຫຼາດ ຫຼື ຊື້ຖົ່ວລຽນສົ່ງອອກຊະນິດໃດ ກໍ່ບໍ່ສາມາດແຊບຄືຢູ່ທີ່ນີ້ໄດ້. ຍ້ອນວ່າ ໝາກໄມ້ປະເພດສົ່ງອອກ, ຍົກຕົວຢ່າງຄືສົ່ງໄປຍັງຈີນ, ເມື່ອເດັດແມ່ນສຸກພຽງແຕ່ 70% ຍ້ອນວ່າຕ້ອງຄິດໄລ່ເຖິງວິວັດການຂົນສົ່ງນຳອີກ.

ບໍ່ພຽງແຕ່ເທົ່ານັ້ນ, ບັນດາເຈົ້າຂອງສວນຢູ່ທີ່ນີ້ກໍ່ພວມມຸ່ງໄປເຖິງວິທີການປູກຝັງແບບອົງຄະທາດ, ຫຼຸດຜ່ອນການນຳໃຊ້ຢາຂ້າແມງໄມ້ເພື່ອແນໃສ່ຈຳກັດຜົນກະທົບຈາກທາດເຄມີ ໃນປະຊາຄົມຢູ່ເຂດຊົນນະບົດ ແລະ ຜູ້ບໍລິໂພກ. ສວນແຫ່ງຕ່າງໆຄື KP ຢູ່ແຂວງ ຈັນທະບູຣີ ພວມປະກອບສ່ວນໂຄສະນາຮູແບບການທ່ອງທ່ຽວກະສິກຳທີ່ນຳມາເຊິ່ງມູນຄ່າເພີ່ມໃນຂົງເຂດກະສິກຳ ໂດຍຜ່ານການທ່ອງທ່ຽວ, ບໍ່ພຽງແຕ່ຊ່ວຍເພີ່ມລາຍຮັບໃຫ້ແກ່ຊາວທ້ອງຖິ່ນເທົ່ານັ້ນ ຫາກຍັງຊຸກຍູ້ການປະຕິບັດປະເພນີກະສິກຳທີ່ດີຢູ່ໄທ ນຳອີກ.

ຕອບກັບ