ຫວຽດ​ນາມ ແລະ ໄທ ຮ່ວມ​ມື​ກັນພັດ​ທະ​ນາ​ປະ​ຊາ​ຄົມ​ແບບ​ຍືນ​ຍົງ​ຕາມ​ຫຼັກປັດ​​ຊະ​ຍາ​ເສດ​ຖະ​ກິດ​ພໍ​ພຽງ

Minh Ly
Chia sẻ
(VOVWORLD) -ໃນຕະຫຼອດ 70 ປີ ຜ່ານມາ, ໂຄງການພັດທະນາປະຊາຄົມແບບຍືນຍົງອີງຕາມປັດຊະາເສດຖະກິດພໍພຽງ (SEP) ຂອງ ພຣະບາດສົມເດັດພະເຈົ້າຢູ່ຫົວ ລັດຖະການທີ 9 ໄດ້ນຳໃຊ້ຢູ່ ໄທ ແລະ ບັນລຸໄດ້ຜົນສຳເລັດດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ. ຢູ່ ຫວຽດນາມ, ກະຊວງການຕ່າງປະເທດ ໄທ ໄດ້ສົມທົບກັບສະຖານທູດ ໄທ ປະຈຳ ຮ່າໂນ້ຍ ດຳເນີນການສຳຫຼວດສຶກສາ ແລະ ໜູນຊ່ວຍການປະຕິບັດໂຄງການ SEP ຢູ່ ຄຸ້ມບ້ານ ດົ່ງຊ່ຽນ ແລະ ດົ່ງບ່ອງ, ຕາແສງ ອຽນລາກ, ເມືອງ ຝູເລືອງ, ແຂວງ ຖ໊າຍງວຽນ. ນີ້ແມ່ນໂຄງການ SEP ທຳອິດ ທີ່ໄດ້ຮັບການປະຕິບັດຢູ່ ຫວຽດນາມ ພາຍໃຕ້ການອຸປະຖຳຂອງລັດຖະບານ ໄທ.
ຫວຽດ​ນາມ ແລະ ໄທ ຮ່ວມ​ມື​ກັນພັດ​ທະ​ນາ​ປະ​ຊາ​ຄົມ​ແບບ​ຍືນ​ຍົງ​ຕາມ​ຫຼັກປັດ​​ຊະ​ຍາ​ເສດ​ຖະ​ກິດ​ພໍ​ພຽງ - ảnh 1ການປຶກສາຫາລືກ່ຽວກັບການພັດທະນາແບບຍືນຍົງ ແລະ ການທ່ອງທ່ຽວວົງຄະນະຍາດລະຫວ່າງແຂວງຖ໊າຍງວຽນ ແລະ ໄທ 

ຕົ້ນປີ 2020, ສະຖານທູດ ໄທ ປະຈຳ ຮ່າໂນ້ຍ ສົມທົບກັບ ອົງການຮ່ວມມືສາກົນ ໄທ (TICA), ຂຶ້ນກັບກະຊວງການຕ່າງປະເທດ ໄທ ໄດ້ຈັດສົ່ງນັກຊ່ຽວຊານ ມະຫາວິທະຍາໄລ Maejo (ແມ່ໂຈ້) 03 ຄົນ ມາສຳຫຼວດ 100% ຄອບຄົວໃນບໍລິເວນຄຸ້ມບ້ານ ດົ່ງບ່ອງ ແລະ ດົ່ງຊ່ຽນ, ເມືອງ ຝູເລືອງ. ເຖິງວ່າ ການປະຕິບັດງານຖືກຂາດວັກຂາດຕອນຍ້ອນການແຜ່ລະບາດຂອງໂລກລະບາດໂຄວິດ - 19 ກໍຕາມ, ແຕ່ບັນດານັກຊ່ຽວຊານແຖວໜ້າຂອງມະຫາວິທະຍາໄລ Maejo ກໍໄດ້ລົງຮອດຮາກຖານ ແລະ ເຮັດວຽກກັບແຂວງກັບເມືອງ ແລ້ວໄດ້ຕົກລົງເປັນເອກະພາບວ່າ ຈະລົງທຶນເຂົ້າ 2 ໂຄງການພັດທະນາເສດຖະກິດຊົນນະບົດ ແລະ ພັດທະນາການທ່ອງທ່ຽວວົງຄະນະຍາດ ຢູ່ຄຸ້ມບ້ານ ດົ່ງບ່ອງ ແລະ ດົ່ງຊ່ຽນ.

ຜ່ານການສຳຫຼວດ ແລະ ຄົ້ນຄວ້າຂອງບັນດານັກຊ່ຽວຊານມະຫາວິທະຍາໄລ Maejo ແລະ ອີງຕາມພື້ນຖານຄຳຄິດເຫັນຂອງປະຊາຊົນ, ຝ່າຍ ໄທ ໄດ້ຕິດສິນໃຈພັດທະນາຂະແໜງອາຊີບ ແລະ ຜະລິດຕະພັນຢູ່ຄຸ້ມບ້ານ ດົ່ງບ່ອງ. ສ່ວນບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຄຸ້ມບ້ານ ດົ່ງຊ່ຽນ, ໂດຍສະເພາະ 2 ມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ ນັ້ນແມ່ນບຸນພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ວາດຟ້ອນ ຕັກຊິ່ງ ຂອງ ຊາວເຜົ່າ ຊ໊ານໄຈ ພັດແມ່ນປະຖົມປັດໄຈເພື່ອພັດທະນາການທ່ອງທ່ຽວວົງຄະນະຍາດ. ບັນດາສິ່ງດັ່ງກ່າວ ກໍເໝາະສົມກັບມາດຖານປະຕິບັດໂຄງການພັດທະນາປະຊາຄົມຍືນຍົງ ໂດຍອີງໃສ່ຫຼັກປັດຊະຍາເສດຖະກິດພໍພຽງ (SEP). ທ່ານ ຫງວຽນວັນງອັກ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ຖ໊າຍງວຽນ ໃຫ້ຮູ້ວ່າ:

“ຖ໊າຍງວຽນ ແມ່ນແຂວງໜຶ່ງທີ່ມີເງື່ອນໄຂເໝາະສົມເພື່ອສາມາດໝູນໃຊ້ບັນດາຮູບແບບທ່ອງທ່ຽວຈາກປະເທດ ໄທ. ແຂກທ່ອງທ່ຽວ ຖ໊າຍງວຽນ ໄປທ່ອງທ່ຽວຢູ່ ໄທ ຫຼາຍຄົນມີຄວາມປາດຖະໜາຢາກສ້າງຮູບແບບທ່ອງທ່ຽວທີ່ຄ້າຍຄືກັນກັບ ໄທ, ບົນພື້ນຖານຂຸດຄົ້ນໄດ້ທ່າແຮງບົ່ມຊ້ອນ, ທ່າໄດ້ປຽບກ່ຽວກັບຊັບພະຍາກອນທ່ອງທ່ຽວຂອງ ຖ໊າຍງວຽນ. ໃນເງື່ອນໄຂບັດຈຸບັນ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນແຂວງ ຖ໊າຍງວຽນ ໄດ້ມີຄວາມສົນໃຈ ແລະ ຕັ້ງຄວາມຫວັງຫຼາຍຢ່າງຕໍ່ການພັດທະນາຂະແໜງທ່ອງທ່ຽວຂອງແຂວງ ຖ໊າຍງວຽນ. ພວກຂ້າພະເຈົ້າ ໄດ້ສ້າງແຜນຮ່າງໃນຂອບຂະໜາດຂັ້ນແຂວງ ເພື່ອພັດທະນາການທ່ອງທ່ຽວ ຖ໊າຍງວຽນ ໃນໄລຍະ 2021 2025, ວິໄສທັດຮອດປີ 2030”.

ຫວຽດ​ນາມ ແລະ ໄທ ຮ່ວມ​ມື​ກັນພັດ​ທະ​ນາ​ປະ​ຊາ​ຄົມ​ແບບ​ຍືນ​ຍົງ​ຕາມ​ຫຼັກປັດ​​ຊະ​ຍາ​ເສດ​ຖະ​ກິດ​ພໍ​ພຽງ - ảnh 2ຄະນະຜຸ້ແທນແຂວງຖ໊າຍງວຽນ ຖ່າຍຮູບພ້ອມກັບຜຸ້ຕາງໜ້າສະຖານທູດໄທ ແລະ ຫົວໜ້າຫ້ອງການຕາງໜ້າກົມໃຫຍ່ທ່ອງທ່ຽວ ໄທ ປະຈຳ ຮ່າໂນ້ຍ

ກ່ອນໜ້ານັ້ນ, ປີ 2019, ຄະນະກຳມະການປະຊາຊົນ ເມືອງ ຝູເລືອງ ໄດ້ຈັດສົ່ງພະນັກງານ, ຜູ້ນຳໜ້າປະຊາຄົມ ແລະ ຊາວກະສິກອນຂອງ ຄຸ້ມບ້ານ ດົ່ງບ່ອງ ແລະ ດົ່ງຊ່ຽນ, ຕາແສງ ອຽນລາກ ໄປຍັງປະເທດ ໄທ ເພື່ອຝຶກອົບຮົມ, ຄົ້ນຄວ້າກ່ຽວກັບການພັດະນາວົງຄະນະຍາດແບບຍືນຍົງໂດຍອີງໃສ່ SEP, ນຳການພັດທະນາຜະລິດຕະພັນທ້ອງຖິ່ນ, ສົມທົບກັນ ລະຫວ່າງການທ່ອງທ່ຽວວົງຄະນະຍາດ ແລະ ກະສິກຳປ່າໄມ້. ທ່ານ ເລິມຫວຽດເຟືອງ, ຮອງຫົວໜ້າຫ້ອງການສະພາປະຊາຊົນ ຄະນະກຳມະການປະຊາຊົນ ເມືອງ ຝູເລືອງ, ສະມາຊິກຂອງຄະນະຜູ້ແທນແຂວງ ຖ໊າຍງວຽນ ທີ່ໄດ້ໄປຝຶກອົບຮົມຢູ່ ໄທ ໃຫ້ຮູ້ວ່າ:

ຂ້້າພະເຈົ້າໄດ້ໄປຮຽນຢູ່ ມະຫາວິທະຍາໄລ Maejo ປະມານ 20 ວັນ. ໄດ້ໄປທັດສະນະ ແລະ ຮຽນຮູ້ຫຼັກປັດຊະຍາເສດຖະກິດພໍພຽງຂອງ ພຣະບາດສົມເດັດ ພຣະເຈົ້າຢູ່ຫົວ ລັດຖະການທີ 9. ຫຼັງຈາກນັ້ນ, ໄດ້ທັດສະນະສຶກສາບັນດາກິດຈະກຳທ່ອງທ່ຽວວົງຄະນະຍາດ ແລະ ພັດທະນາເສດຖະກິດ ຢູ່ແຕ່ລະບ້ານຂອງ ໄທ. ສິ່ງທີ່ຂ້າພະເຈົ້າເຫັນວ່າມັນສອດຄ່ອງທີ່ສຸດ ນັ້ນແມ່ນ ເຂົາເຈົ້າຍາດແຍ່ງໄດ້ທ່າແຮງຂອງຈຸດວັດທະນະທຳກໍຄືຊັບພະຍາກອນທີ່ທ້ອງຖິ່ນພວມມີຢູ່ແລ້ວ ແລະ ຄວາມມຸງມາດປາດຖະໜາຂອງປະຊາຊົນທ້ອງຖິ່ນ. ມັນຈະກາຍເປັນການພັດທະນາແບບຍືນຍົງ”.

ເມື່ອເວົ້າກ່ຽວກັບການພັດທະນາການທ່ອງທ່ຽວວົງຄະນະຍາດ, ທ່ານນາງ ຣັດຕິວັນ ບຸນພະຄົງ ຫົວໜ້າຫ້ອງການຜູ້ຕາງໜ້າກົມໃຫຍ່ທ່ອງທ່ຽວ ໄທ (TAT) ປະຈຳ ນະຄອນ ໂຮ່ຈີມິນ ແບ່ງປັນປະສົບການພັດະນາການທ່ອງທ່ຽວວົງຄະນະຍາດແບບຍືນຍົງຂອງ ໄທ: ການເລືອກປະຕິບັດໂຄງການຢູ່ ໄທ,  ຄືໂຄງການ Doi Tung (ດອຍຕຸງ) ຢູ່ ຊຽງຣາຍ 30 ປີກ່ອນນີ້. ດັ່ງນັ້ນ, ຢູ່ ຫວຽດນາມ ຕ້ອງ ເຮັດຢ່າງຕໍ່ເນື່ອງ ຢ່າງໜ້ອຍສຸດ ແມ່ນໃນເວລາ 10 ປີ ຈຶ່ງສາມາດສ້າງ”ເຄື່ອງໝາຍການຄ້າ” ເພື່ອໃຫ້ປະຊາຊົນພາຍໃນປະເທດຮູ້ຈັກເຖິງ, ຫຼັງຈາກນັ້ນ ຈຶ່ງສາມາດດຶງດູດແຂກທ່ອງທ່ຽວຕ່າງປະເທດໄດ້.

  ໃນອະນາຄົດ, ສະຖານທູດ ໄທ ຈະສືບຕໍ່ຈັດຕັ້ງການພົບປະແລກປ່ຽນປະສົບການ ແລະ ຝຶກແອບໃຫ້ແກ່ແຂວງ ຖ໊າຍງວຽນ ທັງດ້ວຍຮູບການອອນລາຍ ແລະ ໂດຍກົງ ພາຍຫຼັງທີ່ໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມເປັນຢ່າງດີກວ່າ. ສ່ວນຝ່າຍ TAT ມີແຜນການເຊື້ອເຊີນຝ່າຍ ຖ໊າຍງວຽນ ໄປຢ້ຽມຢາມຊອກຮູ້ກ່ຽວກັບຮູບແບບການທ່ອງທ່ຽວວົງຄະນະຍາດຢູ່ ໄທ. ບໍ່ພຽງແຕ່ເທົ່ານັ້ນ, ເຂົາເຈົ້າຍັງເຊີນຄະນະນັກຂ່າວ ໄທ ມາໂຄສະນາເຜີຍແຜ່ກ່ຽວກັບການທ່ອງທ່ຽວວົງຄະນະຍາດ ໃຫ້ແກ່ແຂວງ ຖ໊າຍງວຽນ ອີກດ້ວຍ./.

ຕອບກັບ