ຫວຽດ​ນາມ ຜ່ານ​ສາຍ​ຕາ​ຂອງ ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ ໄທ

Chia sẻ
(VOVWORLD) - ນອກຈາກການເຫັນດີເປັນເອກະພາບແລະຕີລາຄາສູງຫວຽດນາມໃນວຽກງານຈັດ ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ແລ້ວບັນດາສະມາຊິກລັດຖະສະພາໜຸ່ມທີ່ມາຈາກປະເທດໄທຍັງສະແດງນ້ຳໃຈຄວາມຮັກແພງແລະນັບຖືຕໍ່ການພັດທະນາດ້ານເສດຖະກິດຢ່າງເຂັ້ມແຂງຂອງຫວຽດນາມບັນດາສະມາຊິກລັດຖະສະພາໜຸ່ມພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເພື່ອຜົນປະໂຫຍດລວມ ແລະເພີ່ມທະວີກຳລັງຄວາມສາມາດໃນການເຈະຈາຂອງອາຊຽນໃນບັນດາບັນຫາສາກົນ.       

ຫວຽດ​ນາມ ຜ່ານ​ສາຍ​ຕາ​ຂອງ ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ ໄທ - ảnh 1ສະມາຊິກຄະນະສະມາຊິກລັດຖະສະພາໜຸ່ມ ໄທ 

ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ດ້ວຍຫົວຂໍ້ “ບົດບາດຂອງໄວໜຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກຳ”. ນີ້ແມ່ນເນື້ອໃນເຊິ່ງບັນດາສະມາຊິກລັດຖະສະພາໜຸ່ມ ໄທ ຕີລາຄາສູງ ຍ້ອນວ່າມັນມີຄວາມເໝາະສົມກັບສະພາບການ ແລະ ທ່າອ່ຽງການພັດທະນາຂອງບັນດາປະເທດໃນໂລກ ທ່າມກາງສະພາບການປະຕິວັດອຸດສາຫະກຳຄັ້ງທີ 4. ທ່ານນາງ Khattiya Sawatdiphol ສະມາຊິກລັດຖະສະພາ ໄທ ໃຫ້ຮູ້ວ່າ:

ຫົວຂໍ້ຂອງປະເທດເຈົ້າພາບ ຫວຽດນາມ ມີລັກສະນະເປັນສະຖານະການ. ປັດຈຸບັນ ພວກເຮົາພວມຢູ່ໃນຍຸກດີຈີຕອນ. ເພາະສະນັ້ນ, ທຸກປະເທດຕ້ອງອັບເດດທ່າອ່ຽງນີ້ ຍ້ອນວ່າເຕັກນິກດີຈີຕອນມີການພັດທະນາຢ່າງວ່ອງໄວ. ສຳລັໄວໜຸ່ມ ອາດຈະປັບຕົວໃຫ້ແທດເໝາະ ແລະ ຮ່ຳຮຽນເຕັກໂນໂລຢີໃໝ່ໄດ້ໄວ. ດັ່ງນັ້ນ, ພວກເຮົາຕ້ອງການການຮ່ວມແຮງຮ່ວໃຈຂອງສະມາຊິກລັດຖະສະພາໜຸ່ມ ເພື່ອປັບປຸງບັນດາບັນຫາຂອໂລກ.

ໃນແຜນການຂອງກອງປະຊຸມ, ຄະນະສະມາຊິກລັດຖະສະພາໜຸ່ມ ໄທ ແລະ ບັນດາປະເທດ ໄດ້ໄປຢ້ຽມຊົມຫໍປະຊຸມ ຢ້ຽນຮົ່ງ, ຫໍສະພາແຫ່ງຊາດ ແລະ ເຂົ້າຮ່ວມການໂອ້ລົມສົນທະນາ “ເພີ່ມທະວີກຳລັງຄວາມສາມາດດ້ານດີຈີຕອນ ໃຫ້ແກ່ຊາວໜຸ່ມ” ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເປັນເຈົ້າພາບຈັດຂຶ້ນ. ການເຄື່ອນໄຫວນີ້ຊ່ວຍໃຫ້ບັນດາສະມາຊິກລັດຖະສະພາໜຸ່ມໄທ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບບົດບາດ ແລະ ການເພີ່ມທະວີຄວາມສາມາດດ້ານດີຈີຕອນໃຫ້ແກ່ຊາວໜຸ່ມຢູ່ ຫວຽດນາມ. ທ່ານນາງ Phanida Mongkolsawat ສະມາຊິກລັດຖະສະພາໜຸ່ມ ໄທ ໃຫ້ຂໍ້ສັງເກດວ່າ: 

 ພາຍຫຼັງຮັບຟັງຜູ້ແທນ ຫວຽດນາມ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ Voraphop Viriyaroj ຫົວໜ້າຄະນະສະມາຊິກລັດຖະສະພາໜຸ່ມ ໄທ ມີຄຳເຫັນວ່າ:
ນີ້ບໍ່ແມ່ນຄັ້ງທຳອິດທີ່ທ່ານ Voraphop Viriyaroj ມາຫວຽດນາມ. ດັ່ງນັ້ນ, ໃນການມາ ຫວຽດນາມ ຄັ້ງນີ້ ແມ່ນເພື່ອເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ຢູ່ຮ່າໂນ້ຍ, ທ່ານ Voraphop Viriyaroj ຮັບຮູ້ໄດ້ເຖິງຄວາມແຕກຕ່າງກັນຫຼາຍ.
 
 

ເຖິງວ່າບໍ່ຂຶ້ນກັບກຸ່ມສະມາຊິກລັດຖະສະພາໜຸ່ມມິດຕະພາບ ໄທ - ຫວຽດນາມ ຢູ່ສະພາແຫ່ງຊາດ, ແຕ່ທ່ານ Voraphop Viriyaroj ຍັງສະແດງຄວາມພ້ອມທີ່ຈະຮ່ວມມື ແລະ ສະໜັບສະໜູນບັນດາໂຄງການ ແລະ ລາຍການຮ່ວມມືລະຫວ່າງສອງປະເທດຜ່ານຊ່ອງສະພາແຫ່ງຊາດ.

 
 

ຄະນະສະມາຊິກລັດຖະສະພາໜຸ່ມ ໄທ ໄດ້ສົ່ງຄຳຂອບໃຈ ແລະ ຄວາມຍິນດີຕໍ່ເລື່ອງ ຫວຽດນາມ ຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ສຳເລັດ. ສິ່ງນີ້ຊ່ວຍໃຫ້ລັດຖະສະພາ ບັນດາປະເທດ ສະມາຊິກ ສະຫະພັນ ລັດຖະສະພາ ລະຫວ່າງຊາດໂລກ ແລະ ສະມາຊິກລັດຖະສະພາໜຸ່ມ ມີໂອກາດໄດ້ພົບປະແລກປ່ຽນ ແລະ ຮ່ຳຮຽນ ເຊິ່ງກັນແລະກັນ. ບັນດາສະມາຊິກລັດຖະສະພາໜຸ່ມໄດ້ຮ່ຳຮຽນບັນດາບົດຮຽນປະສົບການ ແລະ ວິທີການເຮັດວຽກທີ່ດີ, ພິເສດແມ່ນໃນວຽກງານນິຕິກຳ. ຈາກນັ້ນ, ບັນດາສະມາຊິກລັດຖະສະພາ ອາດຈະນຳໃຊ້ໃນການເຄື່ອນໄຫວຂອງລັດຖະສະພາ ແລະ ເພີ່ມທະວີບົດບາດຂອງໄວໜຸ່ມໃນທຸກຂົງເຂດຂອງການດຳລົງຊີວິດຄື: ດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ...

 

ຕອບກັບ