ຫວຽດ​ນາມ - ກຳ​ປູ​ເຈຍ​ຮ່ວມ​ມື​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

Chia sẻ
(VOVWORLD) - ໃນຊຸມປີຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ໄດ້ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືບຳລຸງສ້າງທີ່ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ດ້ວຍຫຼາຍໂຄງການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ. ທຸກໆປີ, ຈຳນວນນັກຮຽນ, ນັກສຶກສາ ແລະ ນັກຄົ້ນຄ້ວາລະຫວ່າງສອງປະເທດລ້ວນແຕ່ເພີ່ມຂຶ້ນ. ຕາມບົດລາຍງານໝາກຜົນການປະຕິບັດໜ້າທີ່ສົກປີ 2022 – 2023, ທິດທາງ, ໜ້າທີ່ຈຸດສຸມສົກປີ 2023 – 2024 ຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລ້ວ, ປັດຈຸບັນ ມີນັກສຶກສາຕ່າງປະເທດປະມານ 22.000 ຄົນທີ່ພວມຮ່ຳຮຽນຢູ່ ຫວຽດນາມ, ໃນນັ້ນມີນັກຮຽນ, ນັກສຶກສາ ກຳປູເຈຍ ປະມານ 4.000 ຄົນ.

ຫວຽດ​ນາມ - ກຳ​ປູ​ເຈຍ​ຮ່ວມ​ມື​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ - ảnh 1ພິທີເປີດຊຸກຝືກອົບຮົບ

ໃນຫ້ອງຮຽນທີ່ກວ້າງຂວາງ ແລະ ງາມຕາ ໄດ້ຮັບການຕິດຕັ້ງວັດຖຸອຸປະກອນທີ່ທັນສະໄໝ, ກວ້າງເທົ່າກັບເດີ່ນຫຼິ້ນບານບ້ວງ ຢູ່ວິທະຍາຄານປ້ອງກັນຊາດ (ຮ່າໂນ້ຍ), ນັກສຳມະນາກອນ 18 ຄົນຂອງບັນດາເຫຼົ່າຮົບ ຂອງກອງທັບພະບໍລົມວົງສານຸວົງ ກຳປູເຈຍ ພວມຕັ້ງໃຈຮັບຟັງບົດສອນຂອງ ອາຈານ, ພັນເອກ ຫງວຽນຮົ່ງເຕິນ, ຮອງຫົວໜ້າພະແນກວຽກງານພັກ, ວິທະຍາຄານປ້ອງກັນຊາດ ສະເໜີກ່ຽວກັບປະຫວັດຄວາມເປັນມາຂອງກອງທັບ ຫວຽດນາມ. ນີ້ແມ່ນຊຸດຝືກອົບຮົບໄລຍະສັ້ນກ່ຽວກັບການບັນຊາການ - ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດ ຊຸດທີ 20 ທີ່ສະຫງວນໃຫ້ແກ່ນັກສຳມະນາກອນກອງທັບ ພະບໍລົມວົງສານຸວົງ ກຳປູເຈຍ ຢູ່ວິທະຍາຄານປ້ອງກັນຊາດ. ທ່ານ ພົນຕີ Mork Chan Vireak, ຮອງຜູ້ບັນຊາການ, ຫົວໜ້າຫ້ອງເຕັກນິກ, ກອງບັນຊາການໃຫຍ່, ກອງທັບພະບໍລົງວົງສານຸວົງ ກຳປູເຈຍ ໃຫ້ຮູ້ວ່າ: ເລື່ອງໄດ້ສົ່ງມາຮ່ຳຮຽນ ແລະ ຄົ້ນຄ້ວາຢູ່ ຫວຽດນາມ ແມ່ນໂອກາດທີ່ດີເພື່ອຍົກສູງຄວາມຮູ້ ແລະ ຊອກຮູ້ກ່ຽວກັບການພົວພັນສອງປະເທດຕື່ມອີກ.

ທາງໂຮງຮຽນໄດ້ເອົາໃຈໃສ່, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ພວກຂ້າພະເຈົ້າຮູ້ສຶກອຸ່ນອ່ຽນໃຈໃນການຮຽນ ແລະ ຄົ້ນຄ້ວາ. ນອກຈາກ ການຮຽນໃນຫ້ອງຮຽນແລ້ວ ພວກຂ້າພະເຈົ້າຍັງໄດ້ຄົ້ນຄ້ວາ ແລະ ຊອກຮູ້ຕົວຈິງກ່ຽວກັບວຽກງານບັນຊາການ, ເສນາທິການໃຫ້ແກ່ທຸກຂັ້ນຢູ່ບາງກົມກອງໃນກອງທັບ ຫວຽດນາມ. ມີຫຼາຍເນື້ອໃນທີ່ມີລັກສະນະພິເສດ ຍັງໄດ້ຕິດພັນກັບພຶດຕິກຳຕົວຈິງ ແລະ ຄວາມຕ້ອງການໃນການຮ່ຳຮຽນຂອງບັນດາກົມກອງພວກຂ້ພະເຈົ້ານັ້ນ ແມ່ນຈະມີຄວາມໝາຍສຳລັບພວກຂ້າພະເຈົ້າໃນການປະຕິບັດໜ້າທີ່ໃນອະນາຄົດ.

ໂດຍປະຕິບັດຕາມແຜນນະໂຍບາຍຂອງກະຊວງປ້ອງກັນປະເທດ, ນັບແຕ່ປີ 2000 ມານີ້, ວິທະຍາຄານປ້ອງກັນຊາດ ໄດ້ເປີດຊຸດຝືກອົບຮົບ 20 ຊຸດ ບຳລຸງສ້າງໃຫ້ພະນັກງານຂອງກອງທັບພະບໍລົມວົງສານຸວົງ ກຳປູເຈຍ ເກືອບ 300 ຄົນ. ທ່ານພົນຈັດຕະວາ ຫງວຽນດິ່ງດ້ານ, ຮອງຫົວໜ້າກົມໂຮງຮຽນ, ກົມໃຫຍ່ເສນາທິການກກອງທັບປະຊາຊົນ ຫວຽດນາມ, ໃຫ້ຮູ້ວ່າ: ໃນວິວັດການຮ່ຳຮຽນ, ຄົ້ນຄ້ວາຢູ່ວິທະຍາຄານປ້ອງກັນຊາດ, ນັກສຳມະນາກອນກອງທັບ ກຳປູເຈຍ ໄດ້ ປະກອບລະບົບຄວາມຮູ້ໂດຍພື້ນຖານ, ວິຊາສະເພາະ, ອັບເດດໃນຕົວຈິງ, ຜ່ານນັ້ນ ກໍ່ຊ່ວຍໃຫ້ນັກສຳມະນາກອນຍົກສູງພູມປັນຍາ, ຄວາມສາມາດທາງດ້ານຈິນຕະນາການ ແລະ ການຊີ້ນຳນຳພາ, ຄຸ້ມຄອງຢູ່ຂັ້ນຍຸດທະສາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສ້າງກອງທັບພະບໍລົມວົງສານຸວົງ ກຳປູເຈຍ ໃນໄລຍະໃໝ່.

ກົມໂຮງຮຽນ ໄດ້ສົມທົບກັບບັນດາອົງການຂອງກະຊວງປ້ອງກັນປະເທດ, ວິທະຍາຄານ, ໂຮງຮຽ ຈາກນັ້ນ ຈະສ້າງບັນດາມາດຖານບຳລຸງສ້າງໃນທຸກໆປີ ເພື່ອກະກຽມ, ຜັນຂະຫຍາຍຢ່າລອບຄອບຖີ່ຖ້ວນ, ນັບແຕ່ຫ້ອງຮຽນ, ສະໜາຝືກຊ້ອມຕະຫຼອດຮອດພື້ນຖານໂຄງລ່າງ, ວັດຖຸອຸປະກອນບ່ອນກິນນອນໃຫ້ແກ່ນັກສຳມະນາກອນ.

ຫວຽດ​ນາມ - ກຳ​ປູ​ເຈຍ​ຮ່ວມ​ມື​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ - ảnh 2ທ່ານ ປ.ອ ຫງວຽນຕວັນແຄງ, ອະທິການບໍດີມະຫາວິທະຍາໄລ ກຽນຢາງ

ຊຸມປີຜ່ານມາ, ກະຊວງສຶກສາສອງປະເທດ ຍາມໃດກໍ່ຍູ້ແຮງການຮ່ວມມືດ້ານບຳລຸງສ້າງ ກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ຊີວະພາບ, ແພດສາດ-ການຢາ, ການລ້ຽງສັດ, ຄຸ້ມຄອງ, ບັນຊີ, ດຳເນີນທຸລະກິດ, ເຕັກນິກ, ກໍ່ສ້າງ. ຢູ່ມະຫາວິທະຍາໄລ ກຽນຢາງ, ທາງໂຮງຮຽນຍາມໃດກໍ່ມານະພະຍາຍາມປະຕິບັດກິດຈະກຳບຳລຸງສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງໃຫ້ແກ່ເຂດທົ່ງພຽງແມມ່ນ້ຳຂອງທາງພາກໃຕ້ ແລະ ແຂວງກຽນຢາງ. ໃນຍຸດທະສາດພັດທະນາ, ທາງໂຮງຮຽນ ໄດ້ປະຕິບັດການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ນັກສຶກສາສາກົນ. ປັດຈຸບັນ, ມະຫາວິທະຍາໄລ ກຽນຢາງ ມີນັກສຶກສາ ລາວ, ກຳປູເຈຍ ແລະ ອິນໂດເນເຊຍ ກ່າວ 60 ຄົນ. ທ້າຍສົກປີ 2022 – 2023, ທາງໂຮງຮຽນມີນັກສຶກສາ ກຳປູເຈຍ 20 ຄົນ, ນັກສຶກສາລາວ 3 ຄົນ ຮຽນຈົບ ຊຸດທຳອິດ, ອັດຕາຈຳນວນມີວຽກເຮັດພາຍຫຼັງຮຽນຈົບບັນລຸ 100%. ນ້ອງ Mok Vanneth ນັກສຶກສາ ກຳປູເຈຍ ຮຽນຈົບຂະແໜງ ເຕັກໂນໂລຢີເຕັກນິກການກໍ່ສ້າງ ໃນລະດັບເກັ່ງ, ພວມເຮັດວຽກຢູ່ພາກສ່ວນຄຸ້ມຄອງຄຸນນະພາບຂອງບໍລິສັດຢາງພາລາ ຫວຽດນາມ ສາຂາ ກຳປູເຈຍ ແບ່ງປັນວ່າ:

ໃນເວລາຮ່ຳຮຽນຢູ່ໂຮງຮຽນ, ບັນດາຄູອາຈານໄດ້ ສິດສອນ, ຊ່ວຍເຫຼືອຢ່າສຸດໃຈ, ສ້າງເງື່ອນໄຂສະເພາະໃນການຮ່ຳຮຽນ ແລະ ດຳລົງຊີວິດໃຫ້ແກ່ນ້ອງ, ເປັນຕົ້ນແມ່ນໃນໄລຍະເກີດໂລກລະບາດໂຄວິດ - 19. ທາງໂຮງຮຽນມີພື້ນຖານໂຄງລ່າງທີ່ໃຫຍ່ໂຕມະໂຫຖານ, ສ້າງເງື່ອນໄຂສະດວກໃຫ້ແກ່ພວກນ້ອງ ໃນວິວັດການຮ່ຳຮຽນຢູ່ໄກບ້ານ. ທາງໂຮງຮຽນຍັງມີຫຼາຍການເຄື່ອນໄຫວເບິ່ງແຍງດູແລໃຫ້ແກ່ນັກສຶກສາສາກົນໃນໂອກາດວັນບຸນ, ບຸນເຕັດ, ໜູນຊ່ວຍນັກສຶກສາ ເມື່ອປະສົບກັບຄວາມຫຍຸ້ງຍາກ.

ທ່ານ ປ.ອ ຫງວຽນຕວັນແຄງ, ອະທິການບໍດີມະຫາວິທະຍາໄລ ກຽນຢາງ ແບ່ງປັນວ່າ ການບຳລຸງສ້າງນັກສຶກສາສາກົນ ມີບົດບາດສຳຄັນໃນວຽກງານການຕ່າງປະເທດ, ປະກອບສ່ວນເຂົ້າໃນການຮັດແໜ້ນນ້ຳໃຈມິດຕະພາບ ລະຫວ່າງ ຫວຽດນາມ ກັບບັນດາປະເທດ ເວົ້າລວມ ແລະ ແຂວງກຽນຢາງ ກັບບັນດາແຂວງຊາຍແດນຂອງ ກຳປູເຈຍ ເວົ້າສະເພາະ.

ໃນໄລຍະຈະມາເຖິງ, ທາງໂຮງຮຽນກໍ່ຈະສືບຕໍ່ຕິດພັນກັບບັນດາແຂວງຢູ່ເຂດຊາຍແດນຕິດກັບ ກຽນຢາງ ແລະ ເຮັດວຽກກັບໂຮງຮຽນມະຫາສິທະຍາໄລ 2 ແຫ່ງແຮກສ່ຽວ ເພື່ອສືບຕໍ່ຮັບສະໜັກນັກຮຽນ ກໍ່ຄືແລກປ່ຽນສຶການສຶກສາ ໃຫ້ແກ່ນ້ອງໆນັກຮຽນທີ່ມີຄວາມຫວັງຢາກຮ່ຳຮຽນຂະແໜງເຕັກນິກສິ່ງແວດລ້ອມ ແລະ ຂະແໜງກະສິກຳ.

ນອກຈາກວິທະຍາຄານປ້ອງກັນຊາດ ແລະ ມະຫາວິທະຍາໄລ ກຽນຢາງແລ້ວ, ຍັງມີສະຖານທີ່ບຳລຸງສ້າງ ຫວຽດນາມ ຫຼາຍແຫ່ງໄດ້ຮັບນັກຮຽນ, ນັກສຶກສາ ກຳປູເຈຍ ຄື: ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ, ມະຫາວິທະຍາໄລແພດສາດ-ການຢາ ທ້າຍບິ່ງ… ເຊິ່ງບໍ່ພຽງແຕ່ປະກອບສ່ວນເຂົ້າກິດຈະກຳກໍ່ສ້າງ ແລະ ພັດທະນາຂອງ ກຳປູເຈຍ ເທົ່ານັ້ນ, ເຂົາເຈົ້າຍັງແມ່ນຂົວເຊື່ອມຕໍ່ເພື່ອເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບ ແລະ ການສະໜິດຕິດພັນທີ່ຍາວນານລະຫວ່າງ ຫວຽດນາມ - ກຳປູເຈຍ ອີກດ້ວຍ.

ຕອບກັບ