ສະ​ມາ​ຄົມ​ນັກ​ຂ່າວ​ນະ​ຄອນ ຮ່າ​ໂນ້ຍ - ຫວຽດນາມ ແລະ ສະ​ມາ​ຄົມ​ນັກ​ຂ່າວ​ແຂວງ ຊຽງ​ໃໝ່ - ໄທ ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ

Chia sẻ
(VOVWORLD) - ໂດຍປະຕິບັດວຽກງານການທູດປະຊາຊົນຂອງພັກ, ລັດ ຫວຽດນາມ ແລະ ນະຄອນຮ່າໂນ້ຍ ສຳລັບບັນດາປະເທດໃນພາກພື້ນ ກໍ່ຄືເພີ່ມທະວີການພົວພັນຕ່າງປະເທດຜ່ານຊ່ອງທາງຂໍ້ມູນຂ່າວ, ສື່ມວນຊົນ, ທ້າຍປີ 2023, ສະມາຄົມນັກຂ່າວນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບສະມາຄົມນັກຂ່າວ ແຂວງຊຽງໃໝ່, ໄທ ມາຢ້ຽມຢາມ ແລະ ເຮັດວຽກກັບບັນດາອົງການສື່ມວນຊົນນະຄອນຫຼວງ. ການຢ້ຽມຢາມໄດ້ສ້າງຄວາມປະທັບໃຈທີ່ສວຍງາມສຳລັບບັນດາສະມາຊິກໃນຄະນະ ແລະ ຫັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງສະມາຄົມນັກຂ່າວນະຄອນ ຮ່າໂນ້ຍ ແລະ ສະມາຄົມນັກຂ່າວແຂວງ ຊຽງໃໝ່, ໄທ.

ສະ​ມາ​ຄົມ​ນັກ​ຂ່າວ​ນະ​ຄອນ ຮ່າ​ໂນ້ຍ - ຫວຽດນາມ ແລະ ສະ​ມາ​ຄົມ​ນັກ​ຂ່າວ​ແຂວງ ຊຽງ​ໃໝ່ - ໄທ ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ - ảnh 1ສະມາຄົມນັກຂ່າວແຂວງ ຊຽງໃໝ່ ຢູ່ວັນມຽວກວັກຕືຢາມ

ໃນເກືອບ 15 ປີຜ່ານມາ, ນັບແຕ່ເວລາສະມາຄົມນັກຂ່າວຮ່າໂນ້ຍ ແລະ ສະມາຄົມນັກຂ່າວແຂວງ ຊຽງໃໝ່ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື, ສອງຝ່າຍຍັງຮັກສາບັນດາການເຄື່ອນໄຫວເປັນປະຈຳ ຜ່ານການຈັດການແລກປ່ຽນວິຊາຊີບ ແລະ ຊອກຫາກ່ຽວກັບອົງການສື່ມວນຊົນສອງຝ່າຍ. ພິເສດ ໄດ້ຈັດການຫຼາຍການຢ້ຽມຢາມ ແລະ ຮ່ຳຮຽນຖອດຖອນບົດຮຽນປະສົບການເຊິ່ງກັນແລະກັນ ຢູ່ໄທ ແລະ ຮ່າໂນ້ຍ. ຄືການຢ້ຽມຢາມຊຽງໃໝ່ຂອງ ຄະນະສະມາຄົມນັກຂ່າວນະຄອນ ຮ່່າໂນ້ຍ ທີ່ໄດ້ດຳເນີນກ່ອນໄລຍະເກີດພະຍາດໂຄວິດ - 19 ໄດ້ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການສື່ມວນຊົນນະຄອນຫຼວງ ແລກປ່ຽນບົດຮຽນປະສົບການກ່ຽວກັບການເຄື່ອນໄຫວຜະລິດສື່ມວນຊົນທີ່ທັນສະໄໝ ແລະ ວຽກງານຄຸ້ມຄອງສື່ມວນຊົນ. ແນະນຳກັບອົງການສື່ມວນຊົນຂອງ ຊຽງໃໝ່ກ່ຽວກັບພາບພົດຂອງປະເທດຊາດ, ຊາວ ຫວຽດນາມ ທີ່ພັດທະນາ ແລະ ເປັນມິດ; ກ່ຽວກັບນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ - ນະຄອນເພື່ອສັນຕິພາບດ້ວຍຮ່ອງຮອຍປະຫວັດສາດ, ຮີດຄອງປະເພນີທາງດ້ານວັດທະນະທຳ. ເມື່ອແບ່ງປັນກ່ຽວກັບໂອກາດຮ່ວມມືລະຫວ່າງສອງສະມາຄົມ, ທ່ານ ກ່ຽວແທັງຮຸ່ງ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:

ກ່ອນນີ້ປະມານ 15 ປີ ທ່ານປະທານສະມາຄົມນັກຂ່າວ ໄທ ມີໂອກາດມາຢ້ຽມຢາມ ແລະເຮັດວຽກກັບສະມາຄົມນັກຂ່າວ ຫວຽດນາມ ຄັ້ງໜຶ່ງ. ໃນຄະນະ ມີຊາວຊຽງໃໝ່ 1 2 ຄົນ ໄປນຳ. ຜ່ານການພົບປະກັບສະມາຄົມນັກຂ່າວນະຄອນຮ່າໂນ້ຍ, ພວກຂ້າພະເຈົ້າໄດ້ພົບປະ ແລະຮູ້ສຶກຮັກແພງກັນ. ຫຼັງຈາກນັ້ນ ຝ່າຍຊຽງໃໝ່ ມີຄວາມຕ້ອງການຢາກຮ່ວມມືກັບສະມາຄົມນັກຂ່າວນະຄອນ ຮ່າໂນ້ຍ, ດັ່ງນັ້ນ ພວກຂ້າພະເຈົ້າ ກໍ່ໄດ້ຕົກລົງເຫັນດີເລີຍ. ລະດູແລ້ງປີ 2010 ເນື່ອງໃນໂອກາດສະເຫຼີມສະຫຼອງ 1.000 ປີ ທັງລອງ - ຮ່າໂນ້ຍ, ທາງນະຄອນ ຮ່າໂນ້ຍ ໄດ້ຈັດຫຼາຍລາຍການຮ່ວມມືເຊື່ອມໂຍງເສດຖະກິດສາກົນ. ທາງສະມາຄົມນັກຂ່າວນະຄອນ ຮ່າໂນ້ຍ ກໍ່ໄດ້ເລີ່ມຕົ້ນຜັນຂະຫຍາຍ ແລະ ລົງນາມການຮ່ວມມືກັບສະມາຄົມນັກຂ່າວແຂວງ ຊຽງໃໝ່.

ການຢ້ຽມຢາມ ຮ່າໂນ້ຍ ຄັ້ງຫຼ້າສຸດຂອງສະມາຄົມນັກຂ່າວແຂວງ ຊຽງໃໝ່ ໄດ້ດຳເນີນໃນລະຫວ່າງວັນທີ 20 – 26 ທັນວາ ປີ 2023 ກໍ່ໄດ້ສ້າງຄວາມປະທັບໃຈທີ່ດີງາມຫຼາຍຢ່າງ. ຄະນະລວມມີສະມາຊິກ 12 ຄົນ, ໂດຍທ່ານ  Amnat Jongyotying ປະທານສະຫະສະມາຄົມກະຈາຍສຽງ, ໂທລະພາບ ແລະ ສື່ມວນຊົນ ຊຽງໃໝ່, ປະທານສະມາຄົມນັກຂ່າວແຂວງຊຽງໃໝ່ ເປັນຫົວໜ້າຄະນະ ໄດ້ເຮັດວຽກກັບອົງການສື່ມວນຊົນນະຄອນຫຼວງຈຳນວນ 1 ຄື: ໜັງສືພິມແຮງງານະຄອນຫຼວງ, ວິທະຍຸກະຈາຍສຽງ ແລະ ໂທລະພາບ ຮ່າໂນ້ຍ. ຄະນະກໍ່ໄດ້ໄປຢ້ຽມຊົມ ຮ່ອງຮອຍປະຫວັດສາດ ແລະ ສະຖານທີ່ ທ່ອງທ່ຽວທີ່ມີຊື່ສຽງຈຳນວນ 1 ຂອງນະຄອນຫຼວງຮ່າໂນ້ຍ. ທ່ານ Amnat Jongyotying - ປະທານສະມາຄົມກະຈາຍສຽງ, ໂທລະພາບ ແລະ ສື່ມວນຊົນ ຊຽງໃໝ່ ໃຫ້ຮູ້ວ່າ:

 ຜ່ານບັນດາການຢ້ຽມຢາມແລກປ່ຽນບົດຮຽນປະສົບການເຊິ່ງກັນແລະກັນ, ສອງຝ່າຍໄດ້ມຸ່ງໄປເຖິງການສ້າງ ແລະ ຜັນຂະຫຍາຍຫຼາຍໂຄງການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກ່ວາເກົ່າ. ທ່ານ ກ່ຽວແທັງຮຸ່ງ ໃຫ້ຮູ້ວ່າຕື່ມອີກວ່າ:

ໃນທ່າອ່ຽງເຮັດຂ່າວປັດຈຸບັນ, ໄທ ດ້ວຍທ່າອ່ຽງເຮັດຂ່າວເອກະຊົນ ແລະ ນຳໃຊ້ເຕັກໂນໂລຢີໃນການຂຸດຄົ້ນທີ່ມີປະສິດທິຜົນ ກໍ່ແມ່ນປະຖົມປະຖານເພື່ອສ້າງເງື່ອນໄຂໃຫ້ແກ່ຖັນແຖວນັກຂ່າວຂອງສະມາຄົມນັກຂ່າວນະຄອນຮ່າໂນ້ຍ ດ້ວຍຈຳນວນສະມາຊິກ, ນັກຂ່າວກ່ວາ 900 ຄົນ ມີໂອກາດຮ່ຳຮຽນທີ່ດີ. ໄປຄຽງຄູ່ກັບການແລກປ່ຽນວິຊາການ, ສອງຝ່າຍກໍ່ສ້າງເງື່ອນໄຂໃຫ້ແກ່ນັກຂ່າວ, ສະມາຊິກ ໄປຢ້ຽມຊົມບັນດາຮ່ອງຮອຍປະຫວັດສາດ, ສະຖານທີ່ທ່ອງທ່ຽວກໍ່ຄືຮູບແບບເສດຖະກິດໃໝ່ຂອງທັງສອງປະເທດ, ບັນດາສູນນະວັດຕະກຳຂອງແຕ່ລະປະເທດ ເພື່ອສື່ມວນຊົນຂອງສອງທັງປະເທດເວົ້າສະເພາະ ແລະ ເພື່ອນມິດສາກົນເວົ້າລວມ ໄດ້ຮູ້ຈັກເຖິງຮ່າໂນ້ຍ ແລະ ຊຽງໃໝ່ ມີການພັດທະນາຄືແນວໃດໃນທ່າອ່ຽງແຫ່ງການເຊື່ອມໂຍງເຂົ້າກັບສາກົນຄືໃນປັດຈຸບັນ.

ສຳລັບສະມາຊິກຄະນະນັກຂ່າວ ຊຽງໃໝ່ ແຕ່ລະຄົນ ແລ້ວ, ການຢ້ຽມຢາມຮ່າໂນ້ຍແຕ່ລະຄັ້ງ ລ້ວນແຕ່ໄດ້ສ້າງຄວາມປະທັບໃໝ່ທີ່ສວຍງາມກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ. ຍາມກັບເມືອຊຽງໃໝ່, ເຂົາເຈົ້າລ້ວນແຕ່ຢັ້ງຢືນວ່າ ຈະແນະນຳຈຸດທີ່ພົ້ນເດັ່ນຂອງຮ່າໂນ້ຍ ແລະ ຫວຽດນາມ ເພື່ອໃຫ້ຊາວໄທ ມີຄວາມເຂົ້າໃຈລະອຽດກວ່າກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ. ທ່ານນາງ Ubolnapa Kengkrak ij ແລະ ທ່ານ Somchat Maihuan ໃຫ້ຮູ້ວ່າ:

 ໃນແຜນການຜັນຂະຫຍາຍການຮ່ວມມື, ສະມາຄົມນັກຂ່າວນະຄອນຮ່າໂນ້ຍ ແລະ ສະມາຄົມນັກຂ່າວ ແຂວງ ຊຽງໃໝ່ ຈະສຸມໃສ່ການຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະ ສ້າງຄວາມຕ້ອງການໃນການຮ່ວມມືໃໝ່ຕາມທ່າອ່ຽງຂອງສອງປະເທດ ກໍ່ຄືຂອງສະມາຄົມນັກຂ່າວ ຫວຽດນາມ - ໄທ ໃນທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ