ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ 2023” - ວັນບຸນຂອງຜູ້ເຮັດວຽກງານກະຈາຍສຽງບັນດາພາສາຕ່າງປະເທດ

My Binh
Chia sẻ
(VOVWORLD) - ນີ້ແມ່ນຄັ້ງທຳອິດທີ່ເຂົ້າຮ່ວມວັນບຸນ, ດ້ວຍໄລຍະປະຫວັດສາດ 69 ປີແຫ່ງວັນສ້າງຕັ້ງ ລາຍການພາກພາສາລາວ ແລະ 78 ປີແຫ່ງວັນສ້າງຕັ້ງພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ ແລະ ພວມປະກອບສ່ວນເພີ່ມພູນຄູນສ້າງນຳ້ໃຈ ມິດຕະພາບແບບພິເສດ ຫວຽດນາມ - ລາວ.
ໃນເຫດການ ວັນບຸນໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ ປີ 2023  ດ້ວຍຫົວຂໍ້ວ່າ “ຖະແຫຼງຂ່າວ ແລະ ການສື່ສານ - ຈຸດເດັ່ນໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ລາວ” ຢູ່ສູນວັດທະນະທຳຮູບເງົາ ແຂວງ ເທື່ອທຽນ ເຫວ້, ເຮືອນເລກທີ 41ຖະໜົນຮຸ່ງເວືອງ, ນະຄອນ ເຫວ້, ໃນລະຫວ່າງວັນທີ 11  15 ພະຈິກ ຈະມາເຖິງ, ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ (VOV5), ຫົວໜ່ວຍຕາງໜ້າຂອງວິທະຍຸກະຈາຍສຽງ ຫວຽດນາມ, ເຂົ້າຮ່ວມຮ້ານວາງ ສະແດງຢູ່ທີ່ນີ້. ນີ້ແມ່ນຄັ້ງທຳອິດທີ່ເຂົ້າຮ່ວມວັນບຸນ, ດ້ວຍໄລຍະປະຫວັດສາດ 69 ປີແຫ່ງວັນສ້າງຕັ້ງ ລາຍການພາກພາສາລາວ ແລະ 78 ປີແຫ່ງວັນສ້າງຕັ້ງພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ ແລະ ພວມປະກອບສ່ວນເພີ່ມພູນຄູນສ້າງນຳ້ໃຈ ມິດຕະພາບແບບພິເສດ ຫວຽດນາມ - ລາວ.
ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ 2023” - ວັນບຸນຂອງຜູ້ເຮັດວຽກງານກະຈາຍສຽງບັນດາພາສາຕ່າງປະເທດ - ảnh 1ການຖະແຫຼງຂ່າວໂຄງການ "ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023" (ພາບ: My Binh)

ພິທີໄຂ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023” ໄດ້ໄຂຂຶ້ນໃນວັນທີ 11 ພະຈິກ 2023 ຢູ່ນະຄອນ ເຫວ້. ໂຄງການໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນ ເຫ້ວ ສົມທົບກັນຈັດຂຶ້ນ. ນີ້ແມ່ນວັນບຸນສື່ມວນຊົນຂະໜາດໃຫຍ່ ເຊິ່ງໄດ້ຈັດຂຶ້ນໂດຍການເຕົ້າໂຮມຂອງບັນດາອົງການສື່ມວນຊົນສູນກາງຂອງສອງປະເທດ ແລະ ສອງແຂວງ ສາລາວັນ, ເຊກອງ - ສອງແຂວງ ແຮກສ່ຽວກັບແຂວງ ເທື່ອທຽນ ເຫວ້.   

          ທ່ານ ຫງວຽນແທັງເລີມ, ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ, ໃຫ້ຮູ້ວ່າ: ນອກຈາກບັນດາຮ້ານວາງສະແດງຂອງກະຊວງ ຖະແຫຼງຂ່າວ ແລະ ການສື່ສານ, ໜັງສືພິມເຍີນເຢີນ, ວິທະຍຸກະຈາຍສຽງ ຫວຽດນາມ (VOV), ສຳນັກຂ່າວສານ ຫວຽດນາມ... ກໍ່ຍັງມີກ່ວາ 50 ຮ້ານວາງສະແດງຂອງບັນດາວິສາຫະກິດ ເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ວິສາຫະກິດຢູ່ ເຫວ້ ເຂົ້າຮ່ວມວັນບຸນ ດ້ວຍຄວາມຫວັງຢາກໂຄສະນາຜະລິດຕະພັນໄປເຖິງຕະຫຼາດລາວ:

“ເທື່ອທຽນ ເຫວ້ ແມ່ນແບບຢ່າງໃນວຽກງານຫັນເປັນດີຈີຕອນ ແລະ ໃນການປ່ຽນແປງວິທີການ, ຈາກການຄຸ້ມຄອງດ້ານບໍລິຫານຂອງລັດ ຕະຫຼອດຮອດວິທີການບໍລິຫານສັງຄົມ ດ້ວຍເຕັກໂນໂລຊີ. ຂ້າພະເຈົ້າຫວັງວ່າ, ໃນໂອກາດນີ້, ພວກເຮົາຈະເຮັດໄດ້ຫຼາຍວຽກງານ, ຮູ້ຕື່ມກ່ຽວກັບບັນດາຮູບແບບຂອງບັນດາທ້ອງຖິ່ນນຳໃຊ້ໃນການຄຸ້ມຄອງສັງຄົມ ແລະ ຫັນເປັນດີຈີຕອນຄືແນວໃດ. ໃນຂອບເຂດການຮ່ວມມືສອງຝ່າຍ ຫວຽດນາມ - ລາວ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາຫັນພາກສ່ວນໜຶ່ງໃນແຜນການຂອງຖະແຫຼງການ ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ອາຊຽນ 2023 ຢູ່ ດານັ້ງ ໃຫ້ປະກົດຜົນເປັນຈິງ”.

ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ - ວິທະຍຸກະຈາຍສຽງ ຫວຽດນາມ ເຂົ້າຮ່ວມເຫດການນີ້ດ້ວຍການກະກຽມທີ່ລະອຽດລະອໍແລະ ດ້ວຍສີສັນທີ່ເປັນເອກະລັກສະເພາະທີ່ສຸດ. ທ່ານນາງ ຟໍ໋ເກີ໋ມຮວາ, ຫົວໜ້າພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ  ໃຫ້ຮູ້ວ່າ: ຮ້ານວາງສະແດງຂອງບັນດາອົງການສື່ມວນຊົນ ຈະແມ່ນຈຸດສຸມຂອງງານຕະຫຼາດນັດ - ງານວາງສະແດງ, ຍ້ອນແນວນັ້ນ ການອອກແບບ, ການວາງສະແດງແມ່ນຂັ້ນຕອນສຳຄັນທີ່ສຸດ.
ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ 2023” - ວັນບຸນຂອງຜູ້ເຮັດວຽກງານກະຈາຍສຽງບັນດາພາສາຕ່າງປະເທດ - ảnh 2ທ່ານນາງ ຟໍ໋ເກີ໋ມຮວາ, ຫົວໜ້າພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ (ພາບ: VOV)

        ການນຳ VOV ໄດ້ມອບໜ້າທີ່ໃຫ້ VOV5 ກໍ່ຄືລາຍການພາກພາສາລາວ ຈັດຕັ້ງຜັນຂະຫຍາຍ ບັນດາວຽກງານກະກຽມໃຫ້ເຫດການທຳອິດຂອງອົງການສື່ມ່ວນຊົນຂອງສອງປະເທດ. ການນຳ VOV5 ແລະ ລາຍການພາກພາສາລາວ ໄດ້ກຳນົດວ່າ, ເຂົ້າຮ່ວມວັນບຸນປີນີ້ແມ່ນໂອກາດເພື່ອ ຢັ້ງຢືນບົດບາດ, ທີ່ຕັ້ງຂອງ VOV ເວົ້າລວມ ກໍ່ຄືຂອງ VOV5 ເວົ້າສະເພາະ. ອີກຄັ້ງໜຶ່ງ, ຄື້ນສຽງຂອງ VOV5 ພັດສືບຕໍ່ແມ່ນຂົວເຊື່ອມຕໍ່ນ້ຳໃຈມິດຕະພາບ ຫວຽດນາມ - ລາວ. ທ່ານນາງ ຟໍ໋ເກີ໋ມຮວາ, ຫົວໜ້າພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ (VOV5), ແບ່ງປັນວ່າ:

                “ໃນຕະຫຼອດ 69 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງຕົນ, ລາຍການກະຈາຍສຽງພາກພາສາລາວ, ແມ່ນໜຶ່ງໃນ 12 ລາຍການກະຈາຍສຽງພາສາຕ່າງປະເທດ ໄດ້ປະກອບສ່ວນເຂົ້າໃນການພັດທະນາຂອງພະແນກ. ບັນນາທິການຂອງລາຍການພາກພາສາລາວ ຍາມໃດກໍ່ປະຕິບັດວຽກງານໂຄສະນາ, ເຜີຍແຜ່ກ່ຽວກັບພາບພົດຂອງປະເທດຊາດ, ປະຊາຊົນ ຫວຽດນາມ ເຖິງທ່ານຜູ້ຟັງລາວ ໄດ້ເປັນຢ່າງດີ, ປະກອບສ່ວນຊ່ວຍໃຫ້ທ່ານຜູ້ຟັງລາວ ເຂົ້າໃຈກ່ຽວກັບປະເທດ ຫວຽດນາມ ຫຼາຍກວ່າອີກ ແລະ ສະໜັບສະໜູນພາລະກິດແຫ່ງການສ້າງສາ, ພັດທະນາປະເທດຂອງ ຫວຽດນາມ. ເມື່ອເຂົ້າຮ່ວມເຫດການດັ່ງກ່າວ, VOV5 ໄດ້ມອບໝາຍໃຫ້ນັກຂ່າວ, ບັນນາທິການລາຍການພາກພາສາລາວ ສືບຕໍ່ປະຕິບັດພາລະໜ້າທີ່ຂອງຕົນ ແລະ ສຸມຈິດສຸມໃຈເພື່ອກະກຽມໃຫ້ແກ່ເຫດການທີ່ມີຄວາມໝາຍນີ້.

ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ 2023” - ວັນບຸນຂອງຜູ້ເຮັດວຽກງານກະຈາຍສຽງບັນດາພາສາຕ່າງປະເທດ - ảnh 3ນັກຂ່າວ, ບັນນາທິການລາຍການພາກພາສາລາວ ລຸ້ນຕ່າງໆ  ໃນງານສະເຫຼີມສະຫຼອງວັນສ້າງຕັ້ງ VOV ຄົບຮອບ 75 ປີ (ພາບ: My Binh)

        ນັກບັນນາທິການ, ນັກຂ່າວຂອງລາຍການພາກພາສາລາວ - VOV5 ທຸກຄົນລ້ວນແຕ່ມີຄວາມປິຕິຊົມຊື່ນ ເມື່ອໄດ້ເຂົ້າຮ່ວມຂັ້ນຕອນການອອກແບບໃບປິວໂຄສະນາ, ກະກຽມຈັດສັນເຄື່ອງຂອງໃນຮ້ານວາງສະແດງກ່ຽວກັບບັນດາຜົນງານຂອງ VOV5, ຄື: ບັນດາລາງວັນສື່ມວນຊົນພາຍໃນປະເທດ ແລະ ສາກົນ, ບັນດາຜະລິດຕະພັນສື່ມວນຊົນຫຼາຍປະເພດ,...ເພື່ອໂຄສະນາກ່ຽວກັບການພັດທະນາທີ່ກະໂດດຂັ້ນຂອງ VOV ກໍ່ຄືຂອງ VOV5. ບຸ່ຍແທັ່ງນາມ, ນັກຂ່າວໜຸ່ມຂອງລາຍການພາກພາສາລາວ ສະແດງຄວາມເບິກບານມ່ວນຊື່ນ ເມື່ອເຂົ້າຮ່ວມເຫດການ: 

        “ເຫດການ ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023 ມີຄວາມໝາຍສຳຄັນສຳລັບບັນດາບັນນາທິການນັກຂ່າວຂອງລາຍການພາກພາສາລາວ. ນີ້ແມ່ນໂອກາດເພື່ອໃຫ້ລາຍການພາກພາສາລາວ ເວົ້າສະເພາະ ແລະ VOV ເວົ້າລວມ ໂຄສະນາພາບພົດຂອງຕົນໃຫ້ຫຍັບເຂົ້າໃກ້ກັບມະຫາຊົນກ່ວາອີກ. ເມື່ອເຂົ້າຮ່ວມເຫດການ, ຂ້າພະເຈົ້າຮູ້ສຶກທັງເປັນກຽດ ແລະ ທັງມີຄວາມເອກອ້າງທະນົງໃຈ, ນອກຈາກນັ້ນ, ນັກຂ່າວໜຸ່ມຄືພວກຂ້າພະເຈົ້າກໍ່ເຫັນວ່າ ນີ້ແມ່ນຄວາມຮັບຜິດຊອບທີ່ໜັກໜ່ວງ ແລະ ເຫັນວ່າຕົນເອງຕ້ອງພະຍາຍາມກ່ວາອີກເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ”.

ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ 2023” - ວັນບຸນຂອງຜູ້ເຮັດວຽກງານກະຈາຍສຽງບັນດາພາສາຕ່າງປະເທດ - ảnh 4ນັກຂ່າວ, ບັນນາທິການພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ ລຸ້ນຕ່າງໆ ໃນງານສະເຫຼີມສະຫຼອງວັນສ້າງຕັ້ງ VOV ຄົບຮອບ 75 ປີ (ພາບ: My Binh)

ບັນນາທິການນັກຂ່າວ, ໂຄສົກຂອງລາຍການພາກພາສາລາວ ລຸ້ນຕ່າງໆ ຍາມໃດກໍ່ຈົດຈຳຄຳເວົ້າຂອງ ປະທານໂຮ່ຈີມິນ ທີ່ວ່າ “ສອງຊາດລາວ - ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ. ຮ່ົງຮ່າ ທັງແມ່ຂອງ ບໍ່ເລິກປຸນປານໄດ້”; ສືບຕໍ່ມານະພະຍາຍາມເພີ່ມພູນຄູນສ້າງນຳ້ໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ. ໂດຍປະຕິບັດຕາມການຊີ້ນຳຂອງການນຳວິທະຍຸກະຈາຍສຽງ ຫວຽດນາມ, ຄະນະບັນນາທິການພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ, ລາຍການພາກພາສາລາວ ໄດ້ກຳນົດວ່າ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ  ປີ 2023” ແມ່ນໂອກາດເພື່ອສືບຕໍ່ຢັ້ງຢືນທີ່ຕັ້ງ, ບົດບາດຂອງ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ເວົ້າລວມ,  ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ (VOV5)  ເວົ້າສະເພາະ ໃນການໂຄສະນາດ້ານການສື່ສານກ່ຽວກັບວຽກງານການຕ່າງປະເທດກັບປະເທດລາວ. ອີກເທື່ອໜຶ່ງ, ບັນດານັກຂ່າວ, ບັນນາທິການ, ໂຄສົກ ກໍຄື ຄື້ນຂອງ VOV5 ໄດ້ສືບຕໍ່ເຊື່ອມຕໍ່ຂົວມິດຕະພາບ ຫວຽດນາມ -ລາວ ຕະຫຼອດໄປ.

 

 

ຕອບກັບ