ວິ​ທີ​ການ​ປິ່ນ​ປົວ​ນວດ​ແຜນ​ບູ​ຮານ ໄທ ຢູ່ ວັດ​ໂພ

Chia sẻ
(VOVWORLD) - ຕາມບັນດາເອກະສານເກົ່າແກ່ແລ້ວ, ວິທີການນວດໂດຍຊາວໄທໄດ້ນຳໃຊ້ໃນການປິ່ນປົວພະຍາດມາເປັນເວລາປະມານ 600 ປີກ່ອນແລ້ວ, ໃນນັ້ນນັ້ນ, ການນວດນີ້ ໄດ້ສະຫງວນໃຫ້ແກ່ພະບໍລົມວົງສານຸວົງ, ຂຸນນາງເທົ່ານັ້ນ. ຜ່ານໄລຍະເວລາ, ການນວດນີ້ໄດ້ຮັບການເຜີຍແຜ່ໃນທົ່ວ ໝູ່ປະຊາຊົນໄທແລະໄດ້ຮັບການຖ່າຍທອດຮັກສາຈົນມາຮອດປັດຈຸບັນ.

ວິ​ທີ​ການ​ປິ່ນ​ປົວ​ນວດ​ແຜນ​ບູ​ຮານ ໄທ ຢູ່ ວັດ​ໂພ - ảnh 1 ທ່ານ ເສງຣັດ ຕັ້ງຕຣົງຈິດຜູ້ອຳນວຍການໂຮງຮຽນ ເຊຕະວັນ

ວັດໂພ ຕັ້ງຢູ່ທາງຫຼັງວັດພະແກ້ວ, ເຊິ່ງແມ່ນວັດທີ່ມີຊື່ສຽງດ້ວຍຮູບປັ້ນພະພຸດທະເຈົ້ານອນ ທີ່ມີລວມຍາວ 46 ແມັດ, ສູງ 15 ມັດ. ບໍ່ພຽງແຕ່ແມ່ນວັດເທົ່ານັ້ນ, ວັດໂພຍັງແມ່ນສູນບຳລຸງສ້າງການແພດບູຮານ ດ້ວຍ ໂຢຄະ, ນວດແຜນບູຮານໄທ. ຕາມປະຫວັດສາດແລ້ວ, ພາຍຫຼັງສ້າງຕັ້ງ ບາງກອກ, ຣາດຊະການທີ I ໄດ້ປະກາດໃຊ້ຄຳສັ່ງພະບໍລົມວົງສານຸວົງ ອະນຸຍາດໃຫ້ສ້າງຕັ້ງວັດໂພ ກາຍເປັນສຳນັກບວດ ພະບໍລົມວົງສານຸວົງຊັ້ນເອກ. ພາຍຫຼັງການປະຕິສັງຂອນໃນຂອບຂະໜາດໃຫຍ່ພາຍໃຕ້ສະໄໝຣາດຊະການທີ I  ແລະ ຣາດຊະການທີ III, ວັດໂພກາຍເປັນສູນສີລະປະ, ວັດທະນະທຳ ແລະ ພູມປັນຍາຂອງໄທ, ບ່ອນເກັບຮັກສາ ແລະ ຖ່າຍທອດຄວາມຮູ້ດ້ານການແພດແຜນບູຮານ ແລະ ເຕັກນິກການນວດມາແຕ່ດົນນານຄື: ສູດເຮັດຢາສະໝູນໄພ, ວິທີການບົ່ງມະຕິພະຍາດ ແລະ ປິ່ນປົວພະຍາດທຳມະດາ… ໃນນັ້ນ, ໂຮງຮຽນ ເຊຕະວັນ ຂຶ້ນກັບວັດໂພກໍ່ແມ່ໂຮງຮຽນສອນການນວດ ແລະ ການແພດແຜນບູຮານໄທ ແຫ່ງທຳອິດໂດຍກະຊວງສຶກສາ ທິການໄທ ອະນຸຍາດຢ່າງເປັນທາງການ.

ປັດຈຸບັນ, ວັດແຫ່ງນີ້ ຍັງຮັກສາໄດ້ຮູບປັ້ນ, ຮູບແກະຄວັດສະຫຼັກທ່າຝືກແອບ, ວິທີການປິ່ນປົວດ້ວຍການນວດ ກໍ່ຄືບັນດາວິທີການປິ່ນປົວດ້ວຍຢາສະໝູນໄພທີ່ໄດ້ນຳໃຊ້ໃນການນວດນັບ ແຕ່ສະໄໝຣາດຊະການທີ I  ແລະ ຣາດຊະການທີ III. ສຳລັບແຂກທ່ອງທ່ຽວມາຢາມ ບາງກອກ, ໄດ້ຮັບການນວດແຝນບູຮານຢູ່ວັດໂພ ແມ່ນການລົງພຶດຕິກຳຕົວຈິງທີ່ເຕັມໄປດ້ວຍຄວາມປະທັບໃຈ. ອ້າຍ Valerio ແຂກທ່ອງທ່ຽວອີຕາລີ ແລະ ເອື້ອຍຟ້າມຢ້ຽວລິງ ແຂກທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ:

ການບໍລິການນວດຢູ່ງແຫ່ງນີ້ດີຫຼາຍ, ຂ້າພະເຈົ້າໄດ້ນວດຫຼາຍແບບທີ່ແຕກຕ່າງກັນແລ້ວ, ແຕ່ຂ້າພະເຈົ້າຕີລາຄາສູງວິທີການ ແລະ ການບໍລິການນວດຢູ່ ເຊຕະວັນ. ໃນເບື້ອງຕົ້ນຮູ້ສຶກເຈັບໜ້ອຍໜຶ່ງ ແຕ່ຫຼັງຈາກນັ້ນ ທັງຮ່າງກາຍຈະຮູ້ສຶກສະບາຍ, ຫຼຸຜ່ອນຄວາມອິດເມື່ອຍ ຂອງຮ່າງກາຍພາຍຫຼັງານເດີນທາງທີ່ຍາວໄກ. ຂ້າພະເຈົ້າຄິວ່າ ຈະທົດລອງວິທີການນວດແຜນບູຮານຂອງໄທຖ້າມີໂອກາດກັບມາທ່ອງທ່ຽວຢູ່ທີ່ນີ້ໃນຄັ້ງຕໍ່ໆໄປ.

ຂ້າພະເຈົ້າຮູ້ສຶກເຈັບແອວ ແລະ ບ່າ, ງ່ອນ ຍ້ອນຕ້ອງນັ່ງເຮັດວຽກດ້ວຍຄອມພິວເຕີ ມາເປັນເວລາຍາວນານ, ມີເວລາເຄື່ອນໄຫວອອກກຳລັງກາຍໜ້ອຍ. ພາຍຫຼັງການເດີນທາງໄປປະຕິບັດງານຢູ່ໄທເປັນຫຼາຍມື້ ຮ່າງກາຍກໍ່ຮູ້ສຶກເມື່ອຍ. ແຕ່ວ່າພາຍຫຼັງໄດ້ຮັບການນວດແຜນບູຮານໄທ ປະມານ 30 ນາທີ, ຮ່າງກາຍກໍ່ຮູ້ສຶກສະບາຍກ່ວາເກົ່າຫຼາຍ.

ທ່ານນາງ ນົບພະມາດ ຄານວານນົນ ນັກເຕັກນິກ ແລະ ຜູ້ເຂົ້າຮ່ວມການສອນນວດໄທ ຢູ່ໂຮງຮຽນເຊຕະວັນ ເປັນເວລາ 24 ປີໃຫ້ຮູ້ວ່າ: ການນວດມີຜົນປະໂຫຍດທີ່ສຸດຊຶ່ງໄດ້ ຊ່ວຍຜ່ອນຄາຍກ້າມເນື້ອ, ກະຕຸ້ນບັນດາການໄຫຼວຽນຂອງລະບົບເສັ້ນເລືອດ ຊ່ວຍເລືອດລົມເດີນສະດວກດີ, ບໍ່ອິດເມື່ອຍ. ທ່ານນາງໃຫ້ຮູ້ວ່າ:

  
 

ໄປຄຽງຄູ່ກັບ ການປິ່ນປົວພະຍາດດ້ວຍຢາສະໝູນໄພ ແລະ ການນວດແລ້ວ, ໂຮງຮຽນຍັງແມ່ນສະຖານທີ່ສອນການແພດແຜນບູຮານ ແລະ ການນວດໄທ. ຢູ່ແຫ່ງນີ້, ແຕ່ລະຫ້ອງຮຽນມີພຽງແຕ່ຄູສອນຄົນໜຶ່ງ ແລະ ນັກຮຽນສອງຄົນ. ດ້ວຍຮູບແບບ Open University (ມະຫາວິທະຍາໄລເປີດ), ທຸກຄົນສາມາດຈົດທະບຽນຮຽນການນວດໄທ ຖ້າມີຄວາມສົນໃຈ. ທ່ານ ເສງຣັດ ຕັ້ງຕຣົງຈິດຜູ້ອຳນວຍການໂຮງຮຽນ ເຊຕະວັນ ໃຫ້ຮູ້ວ່າ:

 ຕາມທ່ານ ເສຣັດ ຕັ້ງຕຣົງຈິດ ແລ້ວ, ໂຮງຮຽນເຊຕະວັນ ໄດ້ເຄື່ອນໄຫວດ້ວຍເປົ້າໝາຍຫຼັກແມ່ນໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບການແພດແຜນບູຮານ ແລະ ນວດໄທ. ປີ 2019, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຮັບຮອງເອົາ ວິທີການປິ່ນປົວດ້ວຍນວດແຜນບູຮານໄທ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ.

ຕອບກັບ