ລາວ​ກຽມ​ພ້ອມ​ໃຫ້​ແກ່​ປີເປັນ​ປະ​ທານ​ອາ​ຊຽນ 2024

Chia sẻ
(VOVWORLD) - ໃນບົດກ່າວຄຳເຫັນຮັບດຳລົງຕຳແໜ່ງເປັນປະທານໝູນວຽນຂອງອາຊຽນ ໃນປີ 2024 ທີ່ພິທີອັດກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຢູ່ຈາກາຕາອິນໂດເນເຊຍ ທີ່ຜ່ານມາທ່ານນາຍົກລັດຖະມົນຕີລາວສອນໄຊສີພັນດອນໄດ້ປະກາດຫົວຂໍ້ຂອງອາຊຽນ 2024 ຢ່າງເປັນທາງການ,ນັ້ນແມ່ນ “ເພີ່ມທະວີການເຊື່ອມຈອດແລະຄວາມເຂັ້ມແຂງອາຊຽນ” ເຊິ່ງແມ່ນສັນຍານກ່ຽວກັບອາຍຸການທີ່ພົ້ນເດັ່ນແລະມີປະສິດທິຜົນນີ້ກໍ່ແມ່ນຄັ້ງທີ 3 ທີ່ປະເທດລາວ ດຳລົງຕຳແໜ່ງສຳຄັນນີ້

ລາວ​ກຽມ​ພ້ອມ​ໃຫ້​ແກ່​ປີເປັນ​ປະ​ທານ​ອາ​ຊຽນ 2024 - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ

ໂດຍສືບຕໍ່ຫົວຂໍ້ປີ 2023 ແມ່ນ “ຂອບຂະໜາດຂອງອາຊຽນ: ຈຸດສຸມຂອງການເຕີບໂຕ”, ລາວໄດ້ເລືອກເອົາຫົວຂໍ້ “ອາຊຽນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ເພື່ອສືບຕໍ່ບັນດາຜົນສຳເລັດທີ່ບັນລຸໄດ້. ຕາມນັ້ນແລ້ວ, ລາວໄດ້ກຳນົດວ່າໃນປີ 2024 ອາຊຽນ ຈະສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍ ແລະ ບັນດາບັນຫາໃຫຍ່ໃນພາກພື້ນຫຼາຍຢ່າງ, ເພາະສະນັ້ນ ຈຶ່ງຮຽກຮ້ອງ ໃຫ້ພາຍໃນກຸ່ມຕ້ອງມີຄວາມສາມັກຄີ ແລະ ການຮ່ວມມືຢ່າງແໜ້ນແຟ້ນ ເພື່ອພ້ອມກັນແກ້ໄຂບັນດາບັນຫາໃຫຍ່ໃນພາກພື້ນ ແລະ ຍົກອອກສຽງເວົ້າລວມ ເພື່ອອາຊຽນທີ່ເຂັ້ມແຂງ. ບັນດາສິ່ງທ້າທາຍໃຫຍ່ ເຊິ່ງ ລາວ ກຳນົດນັ້ນ ແມ່ນ ວິທີການແກ້ໄຂບັນດາຜົນກະທົບຈາກການແກ້ງແຍ້ງຂອງບັນດາປະເທດມະຫາອຳນາດຢູ່ ອາຊີຕາເວັນອອກສ່ຽງໃຕ້, ຊຸກຍູ້ການຟື້ນຟູພື້ນຖານເສດຖະກິດພາກພື້ນ ແລະ ສ້າງອາຊຽນທີ່ມີຄວາມສາມັກກຄີ ເພື່ອກາຍເປັນພາກພື້ນຮ່ວມມືທີ່ບໍ່ມີການແບ່ງແຍກ ແລະ ປະທະກັນ… ກ່າວຄຳເຫັນທີ່ພິທີມອບຮັບຕຳແໜ່ງປະທານ ອາຊຽນ ຈາກ ອິນໂດເນເຊຍ ໃຫ້ກັບລາວ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເນັ້ນໜັກວ່າ:

ປະເທດ ລາວມີຄວາມເປັນກຽດໄດ້ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2024, ພວກຂ້າພະເຈົ້າຈະສືບທອດ ແລະ ເສີມຂະຫຍາຍບັນດາຜົນສຳເລັດຂອງ ປີປະທານ ອິນໂດເນເຊຍ 2023 ກໍ່ຄືໃນຊຸມປີກ່ອນ. ພວກຂ້າພະເຈົ້າຈະສຸມໃສ່ຕໍ່ການປັບປຸງປະຊາຄົມ ອາຊຽນ ກ່ວາອີກກໍ່ຄືການພົວພັນກັບບັນດາຄູ່ຮ່ວມມື, ເພີ່ມທະວີການເຊື່ອມຈອດ, ຕ້ອນຮັບກາລະໂອກາດ,ແກ້ໄຂບັນດາສິ່ງທ້າທາຍ ແລະ ປ່ຽນແປງສະພາບການພູມີສາດການເມືອງ ແລະ ເສດຖະກິດ.

ຕາມທ່ານນາຍົກລັດຖະມົນຕີ ລາວ ແລ້ວ, ລາວ ຈະສົມທົບກັບບັນດາປະເທດ ອາຊຽນ ເພື່ອຊອກຫາການສະໜັບສະໜູນ ແລະ ເຫັນດີເຫັນພ້ອມຕໍ່ແຕ່ລະເນື້ອໃນ, ຫົວຂໍ້ລະອຽດ, ເພື່ອແນໃສ່ນຳພາ ແລະ ປະສານສົມທົບ ເພື່ອບັນລຸຜົນສຳເລັດໃນແຕ່ລະກອງປະຊຸມຂອງ ອາຊຽນ. ພ້ອມກັນນັ້ນ, ກໍ່ຈັດການປຶກສາຫາລື, ຊີ້ນຳ, ແນະນຳບັນດາກະຊວງ, ຂະແໜງການຜັນຂະຫຍາຍ, ສ້າງບັນດາເນື້ອໃນທີ່ເໝາະສົມກັບສະພາບການຕົວຈິງຂອງພາກພື້ນ. ຜ່ານການດຳລົງຕຳແໜ່ງເປັນປະທານ ອາຊຽນ ເປັນສອງຄັ້ງ, ໃນປີ 2004 ແລະ ປີ 2016, ລາວ ລ້ວນແຕ່ສ້າງໄດ້ຂີດໝາຍດ້ວຍໝາກຜົນທີ່ເປັນໜ້າຈັບໃຈ. ປີ 2004 ເປັນຄັ້ງທຳອິດ ລາວ ດຳລົງຕຳແໜ່ງເປັນປະທານ ອາຊຽນ ພາຍຫຼັງເຂົ້າຮ່ວມ ອາຊຽນ ໃນປີ 1997.

ຢູ່ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 10 ປີ 2004, ບັນດາການນຳອາຊຽນ ໄດ້ເຊັນໂຄງການກະທຳ ວຽງຈັນ (VAP) ແລະ ສົນທິສັນຍາແມ່ ກ່ຽວກັບການເຊື່ອມໂຍງເຂົ້າກັບບັນດາຂົງເຂດບຸລິມະສິດຂອງ ອາຊຽນ, ຮັບຮອງເອົາແຜນການກະທຳ ເພື່ອປະຊາຄົມແຫ່ງຄວາມໝັ້ນຄົງ ອາຊຽນ ແລະ ແຜນການກະທຳ ປະຊາຄົມ ວັດທະນະທຳ - ສັງຄົມ ເພື່ອປະຕິບັດຖະແຫຼງການເຊື່ອມໂຍງ ອາຊຽນ 2, ກ່າວໄປເຖິງການສ້າງປະຊາຄົມ ອາຊຽນ. ປີ 2016, ລາວ ຮັກສາບົດບາດປະທານໝູນວຽນ ອາຊຽນ ຄັ້ງທີ 2, ນີ້ບໍ່ພຽງແຕ່ແມ່ນປີທຳອິດຂອງປະຊາຄົມເສດຖະກິດ ອາຊຽນ ເທົ່ານັ້ນ ຫາກຍັງມີຄວາມໝາຍສຳຄັນຕໍ່ການປະຕິບັດວິໄສທັດ ປະຊາຄົມ ອາຊຽນ 2025 ອີກດ້ວຍ. ເພາະສະນັ້ນ, ລາວ ໄດ້ຖືເອົາເປັນຫົວຂໍ້ຫຼັກແຫຼ່ງຂອງ ປີ ດຳລົງຕຳແໜ່ງເປັນປະທານ ນັ້ນແມ່ນ “ນຳວິໄສທັດ ເພື່ອປະຊາຄົມອາຊຽນ ທີ່ມີຄວາມຂະຫຍັນຂັນເຄື່ອນໃຫ້ປະກົດຜົນເປັນຈິງ”.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ຢັ້ງຢືນວ່າ ພາຍຫຼັງ 26 ປີແຫ່ງການເຂົ້າເປັນສະມາຊິກຂອງ ອາຊຽນ, ລາວໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວລວມ ແລະ ໄດ້ປະກອບສ່ວນ ຍົກສູງບົດບາດຂອງຕົນໃນພາກພື້ນ ແລະ ສາກົນ. ທ່ານໃຫ້ຮູ້ວ່າ:

.ລາວ ຖືບົດບາດຂອງ ອາຊຽເປັນສຳຄັນທີ່ສຸດ ແລະ ພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈ ທີ່ແມ່ນສ່ວນໜຶ່ງຂອງຄອບຄົວອາຊຽນ. 26 ປີຜ່ານມາ, ພວກຂ້າພະເຈົ້າໄດ້ເຂົາຮ່ວມບັນດາການເຄື່ອນໄຫວຂອງ ອາຊຽນ ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ. ຂ້າພະເຈົ້າຢາກຢັ້ງຢືນຄືນຄຳໝັ້ນສັນຍາຂອງ .ລາວ ກໍ່ຄືພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ສະມາຊິກ ອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກ ຂອງ ອາຊຽນຢ່າງແໜ້ນແຟ້ນ ເພື່ອແນໃສ່ປັບປຸງປະຊາຄົມອາຊຽນ ໃຫ້ຫຼາຍກ່ວາອີກ ກໍ່ຄືບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງປະປະກອບສ້າງຂອງໂລກ ແລະ ພາກພື້ນ.

ດ້ວຍບັນດາບົດຮຽນປະສົບການທີ່ມີຢູ່ແລ້ວ ພາຍຫຼັງການດຳລົງຕຳແໜ່ງເປັນປະທານ ອາຊຽນ 2 ຄັ້ງ, ນັບແຕ່ຕົ້ນປີ 2023 ນີ້, ລາວໄດ້ສຸມໃສ່ຜັນຂະຫຍາຍບັນດາວຽກງານກະກຽມຄື ສ້າງຕັ້ງ 14 ອະນຸກຳມະການຮັບຜິດຊອບກ່ຽວກັບບ່ອນພັກ, ສະຖານທີ່ຈັດ ກອງປະຊຸມ, ພາຫະນະເດີນທາງໄປມາໃຫ້ແກ່ບັນດາປະມຸກລັດ, ເຈົ້າໜ້າທີ່ຂັ້ນສູງ ແລະ ບັນດາຜູ້ແທນ ກໍ່ຄືນັກຂ່າວ; ວຽກງານບຸກຄະລາກອນ, ງົບປະມານ, ການເຜີຍແຜ່ໂຄສະນາ… ມາຮອດປັດຈຸບັນ, ລາວ ພ້ອມແລ້ວທີ່ຈະດຳລົງດຳແໜ່ງເປັນປະທານກອງປະຊຸມຂອງ ອາຊຽນ ໃນປີ 2024. ດັ່ງນັ້ນ, ນັບແຕ່ວັນທີ 1 ມັງກອນ ປີ 2024 ຈະມາເຖິງ, ລາວ ຈະດຳລົງຕຳແໜ່ງເປັນປະທານໝູນວຽນ ອາຊຽນ ຢ່າງເປັນທາງການ ໃນໄລຍະ 1 ປີ, ພ້ອມທັງ ເປັນຂີດໝາຍຄັ້ງທີ 3 ທີ່ດຳລົງບົດບາດນີ້. ນີ້ບໍ່ພຽງແຕ່ແມ່ນໂອກາດຍົກສູງຖານະບົດບາດ ແລະ ທີ່ຕັ້ງຂອງ ລາວ ໃນພາກພື້ນ ແລະ ບົນເວທີສາກົນເທົ່ານັ້ນ ຫາກຍັງແມ່ນໂອກາດໂຄສະນາພາບພົດຂອງປະເທດຊາດ, ຊາວລາວ ໄປຍັງເພື່ອນມິດສາກົນອີກດ້ວຍ.

ຕອບກັບ