ມວຍໄທ ພັດທະນາຢ່າງກ້ວາງຂວາງ ຢູ່ ຫວຽດນາມ

Minh Ly
Chia sẻ
(VOVWORLD) -

ມວຍໄທ ແມ່ນມວຍພື້ນເມືອງຂອງປະເທດໄທ, ໄດ້ເຊື່ອມເຂົ້າ ຫວຽດນາມ ນັບແຕ່ທົດສະວັດທີ 90 ຂອງສະຕະວັດກ່ອນ. ມາຮອດປະຈຸບັນ, ມວຍໄທ ໄດ້ກາຍເປັນປະເພດກິລາມະຫາຊົນ, ໄດ້ນຳເຂົ້າໃນລາຍການຝຶກແອບ ແລະ ແຂ່ງຂັນຢ່າງກ້ວາງຂວາງ.

ມວຍໄທ ພັດທະນາຢ່າງກ້ວາງຂວາງ ຢູ່ ຫວຽດນາມ - ảnh 1ການຝຶກແອບມວຍໄທ ຢູ່ສູນຕ່າງໆ

        ປະຈຸບັນ, ປະຊາຄົມມວຍໄທ ຢູ່ ຫວຽດນາມ ມີສະມາຊິກກ່ວາ 54.000 ຄົນ, ຝຶກແອບ ແລະ ເຄື່ອນໄຫວຕາມຫຼາຍຮູບແບບສະໝັກຫຼິ້ນ ແລະ ເປັນມືອາຊີບ, ຄື: ໃນສະໂມສອນ, ສູນ fitness… ກ່ອນນັ້ນ, ໃນງານມະຫາກຳກິລາ ອາຊີ (ASIAD) 1998 ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ຫຼຽນເງິນທຳອິດໃນກິລາປະເພດມວຍໄທ. ຫຼັງຈາກນັ້ນ 1 ທົດສະວັດ, ມວຍໄທ ໄດ້ພັດທະນາຢ່າງແຮງ. ບາດກ້າວກະໂດດຂັ້ນທີ່ເປັນຂີດໝາຍ ມວຍໄທ ມີການພັດທະນາຢ່າງແຮງຢູ່ ຫວຽດນາມ ນັ້ນແມ່ນງານມະຫາກຳກິລາ Asian Indoor Games 2009 ທີ່ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ແລະ ບັນດາແຂວງນະຄອນຂອງ ຫວຽດນາມ. ໃນນັ້ນ, ນັກມວຍ ຫງວຽນເຈິ່ນຢຸຍເຍີດ, ຜູ້ທີ່ຄ້ວາໄດ້ຫຼຽນຄຳ ໃນການແຂ່ງຂັນກັບນັກມວຍໄທ ໃນຮອບຊິງຊະນະເລີດລະດັບນ້ຳໜັກ 57 ກິໂລກາມ. ນອກຈາກນັ້ນ, ເລື່ອງຈັດການແຂ່ງຂັນຂະໜາດໃຫຍ່ຢູ່ ຫວຽດນາມ ກໍ່ແມ່ນການກະຕຸກຊຸກຍູ້ການບຳລຸງສ້າງຄູຝຶກ, ກຳມະການມວຍ ຢ່າງມີແບບມີແຜນ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ມວຍໄທ ໄດ້ພັດທະນາຢ່າງໝັ້ນຄົງເຂັ້ມແຂງຈາກພື້ນຖານ.

        ດ້ວຍຜົນງານຊະນະເລີດລະດັບຊາດ 10 ຄັ້ງ, ຫຼຽນຄຳໂລກ 1 ຫຼຽນ, ຫຼຽນທອງໂລກ 1 ຫຼຽນ, ຫຼຽນທອງ Seagame 1 ຫຼຽນ, ຫຼຽນຄຳອາຊີ 1 ຫຼຽນ, ອາຈານ ຫງວຽນວັນອຽນ, ສອນວິຊາກິລາກາຍຍະກຳຂອງມະຫາວິທະຍາໄລ FPT ຮ່າໂນ້ຍ ແລະ ກໍ່ແມ່ນນັກກິລາ ມວຍໄທ ຂອງທິມແຫ່ງຊາດ ຫວຽດນາມ, ແບ່ງປັນວ່າ:

        ແຕ່ຄາວຍັງນ້ອຍຂ້າພະເຈົ້າກໍ່ໄດ້ຮຽນມວຍພື້ນເມືອງແລ້ວ. ແຕ່ເມື່ອເຂົ້າຮ່ວມທິມຕຳຫຼວດປະຊາຊົນ, ຄາວນັ້ນ ຫາກໍ່ເປີດສະໂມສອນມວຍໄທ. ຂ້າພະເຈົ້າໄດ້ເລີ່ມຝຶກແອບມວຍໄທແຕ່ຄາວນັ້ນ. ໃນເບື້ອງຕົ້ນພຽງແຕ່ໄດ້ນິຍົມເທົ່ານັ້ນ. ຫຼັງຈາກນັ້ນ, ຂ້າພະເຈົ້າໄດ້ຊອກຮູ້ກ່ຽວກັບວັດທະນະທຳ ໄທ ແລະ ມວຍໄທ ແລ້ວກໍ່ຍິ່ງນິຍົມ, ເມົາມົວກັບມວຍໄທຫຼາຍ. ມາຮອປະຈຸບັນ, ຂ້າພະເຈົ້າໄດ້ສິດສອນຢູ່ມະຫາວິທະໄລ FPT ຄຽງຄູ່ກັບການແຂ່ງຂັນປະເພດມວຍໄທ ຢູ່ທັງລະດັບຊາດ ແລະ ລະດັບສາກົນ ແລະ ຢາກໂຄສະນາກ່ຽວກັບວັນະທະນຳໄທ ແລະ ມວຍໄທ ູ່ຫຼາຍຄົນກ່ວາອີກ”.

ມວຍໄທ ພັດທະນາຢ່າງກ້ວາງຂວາງ ຢູ່ ຫວຽດນາມ - ảnh 2ມວຍໄທ ແມ່ນປະເພດກິລາພັດທະນາໄວ ຢູ່ຮ່າໂນ້ຍ

        ໄປຄຽງຄູ່ກັບການພັດທະນາ ມວຍໄທ ຢູ່ມະຫາວິທະຍາໄລແຫ່ງຕ່າງໆນັ້ນ, ບັນດາສະໂມສອນ ມວຍໄທ ເອກະຊົນກໍ່ໄດ້ມີການພັດທະນາອອກຢ່າງກ້ວາງຂວາງ, ພິເສດແມ່ນຢູ່ນະຄອນ ໂຮ່ຈີມິນ. ອ້າຍ ຫງວຽນກວາງຈ້ຽວ, ອາຍຸ 20 ປີ, ເຮັດວຽກຢູ່ສູນ Elite Fitness ຟ້າມງອັກແທັກ, ໃຫ້ຮູ້ວ່າ:

        ມວຍໄທ ໄດ້ພັດທະນາຢູ່ນະຄອນ ໂຮ່ຈີມິນ ຫຼາຍກ່ວາ. ຢູ່ນະຄອນ ໂຮ່ຈີມິນ ກໍ່ໄດ້ຈັດການແຂ່ງຂັນໃຫ້ໄວໜຸ່ມຫຼາຍກ່ວາຢູ່ ຮ່າໂນ້ຍ. ມີຫຼາຍສະໂມສອນນ້ອຍສອນມວຍໄທ. ແຕ່ຢູ່ຮ່າໂນ້ຍ ບໍ່ຄ່ອຍມີຫຼາຍ. ກ່ອນນີ້, ຂ້າພະເຈົ້າໄດ້ເຮັດວຽກຢູ່ສູນ California fitness ຢູ່ນະຄອນ ໂຮ່ຈີມິນ, ສອນ gym ແລະ ມວຍໄທ. ວຽກງານນີ້ຊ່ວຍໃຫ້ນ້ອງຫຼໍ່ລ້ຽງຄວາມເມົາມົວ ແລະ ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິ, ເງິນເດືອນປະມານແຕ່ 15 20 ລ້ານດົ່ງ”.

        ຕາມອາຈານ ຫງວຽນວັນອຽນ ແລ້ວ, ອາຊີບຄູຝຶກ ມວຍໄທ ພວມພັດທະນາຢ່າງກ້ວາງຂວາງຢູ່ ຫວຽດນາມ. ເພື່ອກາຍເປັນຄູຝຶກມວຍໄທ, ສິ່ງສຳຄັນທີ່ສຸດ ແມ່ນການພັດທະນາລະດັບຄວາມຮູ້ ຜ່ານການຝຶກແອບ ແລະ ຄົ້ນຄ້ວາ ເປັນເວລາແຕ່ 1 – 2 ປີ:

        ປະຈຸບັນ, ມີສະຫະພັນ ມວຍໄທ ນະຄອນ ໂຮ່ຈີມິນ, ໃຫຍ່ທີ່ສຸດແມ່ນກົມໃຫຍ່ ກິລາ - ກາຍຍະກຳ, ມີສອນປະເພດມວຍໄທ ແລະ ປັນຈັກສິລັດ. ນີ້ແມ່ນບ່ອນເພື່ອໃຫ້ບັນດາສະມາຊິກຂອງທິມກິລາແຫ່ຊາດ ລົງທະບຽນເຂົ້າຮ່ວມບັນດາກາແຂ່ງຂັນລະດັບສາກົນ, ຄື: seagame, ການແຂ່ງຂັນ ອາຊີ ແລະ ໂລກ”.

        ພາຍໃຕ້ແງ່ມູມຂອງບັນດານັກຊ່ຽວຊານຄົນຕ່າງປະເທດແລ້ວ, ມວຍໄທ ພວມພັດທະນາຢ່າງວ່ອງໄວຢູ່ ຫວຽດນາມ. ຄູຝຶກ ວິທະວັດ ຄ້າສົມ (ຄູ ດິນ), ຜູ້ກໍ່ຕັ້ງ ແລະ ເປັນຫົວໜ້າສະໂມສອນ Lannafighting ແລະ ຄູຝຶກຂອງທິມຊາດມວຍໄທ ຂອງ ໄທ, ໃຫ້ຂໍ້ສັງເກດວ່າ:

        ສຽງພາສາໄທ

 

    ປະຈຸບັນ, ແຕ່ລະປີ, ຢູ່ ຫວຽດນາມ ໄດ້ຈັດ 2 ການແຂ່ງຂັນລະດັບຊາດ, ນັ້ນແມ່ນ: ການແຂ່ງຂັນຊິງແຊ້ມລະດັບຊາດ ແລະ ຊິງຂັນ ລະດັບຊາດ ມວຍໄທ ໂດຍກົມໃຫຍ່ກິລາ ກາຍຍະກຳ ເປັນຜູ້ຈັດຂຶ້ນ. ແລະ ກໍ່ ມີແຕ່ 3 – 5 ຂະບວນການແຂ່ງຂັນໃຫຍ່, ມີການແຂ່ງຂັນຂັ້ນນະຄອນ, ຂັ້ນເມືອງ ແລະ ຂອງສະໂມສອນ ນຳອີກ… ນອກຈາກນັ້ນ,  ຫວຽດນາມ ກໍ່ພວມເອົາໃຈໃສ່ເຖິງການແຂ່ງຂັນສຳລັບໄວໜຸ່ມ, ຄື: ການແຂ່ງຂັນມວຍໄທສຳລັບນັກສຶກສາຢູ່ພາກເໜືອ ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນ ກຸມພາປີ 2024 ຈະມາເຖິງ./.

ຕອບກັບ