ພາລະກຳມະນຸດສະທຳຂອງອົງການກາແດງ ແລະ ຊີກວົງເດືອນແດງ ພາກພື້ນ ອາຊີ - ປາຊີຟິກ ໃນສະພາບການໃໝ່

Huyen
Chia sẻ
(VOVWORLD) -

ກອງປະຊຸມກາແດງ ແລະ ຊີກວົງເດືອນແດງສາກົນ ພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11 (AP 11) ດ້ວຍຫົວຂໍ້: “ອາຊີ - ປາຊີຟິກ: ກຽມພ້ອມຮັບມືກັບວິນາດສະກຳ”, ຫາກໍ່ຈັດຂຶ້ນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 21 23 ພະຈິກ. ກອງປະຊຸມຄັ້ງນີ້ແມ່ນຂີດໝາຍສຳຄັນໃນຄວາມມານະພະຍາຍາມຂອງສະພາກາແດງບັນດາປະເທດ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍມະນຸດສະທຳ ເຊິ່ງພາກພື້ນພວມຕ້ອງປະເຊີນໜ້າ, ສືບຕໍ່ປະຕິບັດພາລະກຳ ມະນຸດສະທຳໃນສະພາບການໃໝ່.

ພາລະກຳມະນຸດສະທຳຂອງອົງການກາແດງ ແລະ ຊີກວົງເດືອນແດງ ພາກພື້ນ ອາຊີ - ປາຊີຟິກ ໃນສະພາບການໃໝ່ - ảnh 1ທ່ານນາງ ບຸ່ຍທິຮວ່າ, ປະທານສູນກາງສະພາກາແດງ ຫວຽດນາມ

ປີ 1919, ສະຫະສະມາຄົມສະພາກາແດງ ແລະ ຊີກວົງເດືອນແດງ ສາກົນ ໄດ້ຮັບການສ້າງຕັ້ງຂຶ້ນ. ມາຮອດປະຈຸບັນ, ມີສະພາກາແດງ ແລະ ຊີກວົງເດືອນແດງຂອງ 192 ປະເທດໃນໂລກເປັນສະມາຊິກຂອງຂະບວນການ, ປະຕິບັດບັນດາການເຄື່ອນໄຫວມະນຸດສະທຳຢູ່ທຸກໆທະວີບ, ກາຍເປັນທ່າອ່ຽງພັດທະນາທີ່ກ້າວໜ້າໃນໂລກ. ໃນກະແສລວມນັ້ນ, ສະຫະສະມາຄົມກາແດງ ແລະ ຊີກວົງເດືອນແດງສາກົນ ພາກພື້ນ ອາຊີ - ປາຊີຟິກ ກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ, ຍາມໃດກໍ່ນຳໜ້າໃນບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳເຖິງບັນດາປະຊາຄົມທີ່ມີຄວາມສ່ຽງສູງກ່ວາເພິ່ນ.

ໃນຊຸມປີມໍ່ໆມານີ້, ການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທຳມະຊາດ, ໂລກລະບາດ... ນັບມື້ນັບມີການຜັນແປຢ່າງໄວວາ, ຫຼາຍ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ພາກພື້ນ ອາຊີ - ປາຊີຟິກ ແມ່ນພາກພື້ນທີ່ຮັບຜົນກະທົບຈາກຄວາມສ່ຽງ, ຜົນເສຍຫາຍຈາກບັນດາໄພພິບັດທຳມະຊາດຫຼາຍທີ່ສຸດເມື່ອທຽບໃສ່ບັນດາພາກພື້ນອື່ນ. ດັ່ງນັ້ນ, ກອງປະຊຸມ AP11 ໄດ້ວາງອອກຫົວຂໍ້ “ອາຊີ - ປາຊີຟິກ ກຽມພ້ອມຮັບມືກັບວິນາດສະກຳ” ໄດ້ບັນລຸຄວາມເຫັນດີເຫັນພ້ອມສູງສຸດ ກ່ຽວກັບໂຄງການເຄື່ອນໄຫວ. ຕາມນັ້ນແລ້ວ, ບັນດາສະຫະສະມາຄົມສະມາຊິກກໍ່ເຫັນດີເປັນເອກະພາບກັນວ່າ ໄລຍະຈະມາເຖິງ ຕ້ອງສຸມໃສ່ຫຼາຍກ່ວາເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍນີ້ ດ້ວຍກຳລັງແຮງລວມໝູ່, ດ້ວຍຫຼາຍແຫຼ່ງກຳລັງ. ທ່ານນາງ ບຸ່ຍທິຮວ່າ, ປະທານສູນກາງສະພາກາແດງ ຫວຽດນາມ, ປະເທດເຈົ້າພາບຈັດກອງປະຊຸມ AP11, ຖືວ່າ:

 “ບັນຫາມະນຸດສະທຳທົ່ວໂລກໃນປະຈຸບັນ ບໍ່ແມ່ນວ່າປະເທດດຽວຈະສາມາດເຮັດໄດ້, ຕ້ອງມີການເຊື່ອມຕໍ່, ສ້າງເປັນກຸ່ມກ້ອນເອກະພາບ, ເພື່ອພ້ອມກັນສ້າງກຳລັງແຮງ. ຍ້ອນເຫດນັ້ນ, ທີໜຶ່ງແມ່ນຕ້ອງມີການຮ່ວມສຳພັນຢ່າງແໜ້ນແຟ້ນກ່ວາ, ເຂັ້ມແຂງກ່ວາ, ເປັນເອກະພາບໃນການຮັບຮູ້ ແລະ ການເຄື່ອນໄຫວລວມໃຫ້ແກ່ແຕ່ລະໂຄງການ. ທີສອງແມ່ນ, ເປັນເອກະພາບບັນດາວິທີການນຳໃຊ້ ແລະ ຄຸ້ມຄອງບັນດາແຫຼ່ງກຳລັງທີ່ສະຫງວນໃຫ້ຂະບວນການມະນຸດສະທຳຢ່າງໂປ່ງໃສ, ຄົບຖ້ວນ. ທີສາມແມ່ນ, ເປັນເອກະພາບເພື່ອປະກອບໃຫ້ແຕ່ລະປະເທດມີກຳລັງຄວາມສາມາດຢ່າງພຽງພໍ, ກຽມພ້ອມຮັບມື ແລະ ປະຕິບັດໜ້າທີ່ມະນຸດສະທຳຂອງຕົນ”.

ກອງປະຊຸມ AP11 ກໍ່ຢັ້ງຢືນວ່າ ລັດຖະບານ, ອົງການຈັດຕັ້ງສາກົນ, ພາກພື້ນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຄວນສະຫງວນບຸລິມະສິດສູງ ແລະ ຫຼາຍແຫຼ່ງກຳລັງໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳກ່ວາອີກ. ວຽກງານມະນຸດສະທຳຕ້ອງແມ່ນໜ້າທີ່ລວມຂອງທົ່ວສັງຄົມ, ບົນພື້ນຖານນັ້ນ, ກໍ່ສືບຕໍ່ຍູ້ແຮງການຮ່ວມມືຢູ່ໃນລະດັບຊາດ, ສອງຝ່າຍ, ໃນພາກພື້ນ ແລະ ທົ່ວໂລກ, ພິເສດແມ່ນໃນການວາງແຜນຜັງຍຸດທະສາດ, ນະໂຍບາຍ, ລະດົມ ແລະ ຄຸ້ມຄອງບັນດາແຫຼ່ງກຳລັງ. ພ້ອມກັນນັ້ນ, ປະຊາຄົມສາກົນຄວນສືບຕໍ່ມານະພະຍາຍາສູງສຸດເພື່ອສະກັດກັ້ນການປະທະກັນ ແລະ ສົງຄາມ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຊຸກຍູ້ການພັດທະນາຍຸຕິທຳ, ຍືນຍົງ, ກວມລວມ; ຮັບປະກັນວ່າ ບໍ່ມີຊົນຊາດໃດ, ປະຊາຄົມໃດ ຖືກປະຢູ່ທາງຫຼັງໃນວິວັດການພັດທະນາຂອງມວນມະນຸດ.

ຫົວຂໍ້ “ອາຊີ - ປາຊີຟິກ ກຽມພ້ອມຮັບມືກັບວິນາດສະກຳ” ໄດ້ນຳມາປຶກສາຫາລືໃນ ກອງປະຊຸມສຳມະນາຫົວເລື່ອງສະເພາະທັງໝົດ 5 ຄັ້ງ ດ້ວຍຫຼາຍຄຳເຫັນ, ຈາກການກຽມພ້ອມຮັບມືກັບວິນາດສະກຳ, ກຽມພ້ອມກາຍເປັນສະມາຄົມແຫ່ງລັດທີ່ຍືນຍົງ, ກຽມພ້ອມກາຍເປັນອົງການທີ່ໜ້າໄວ້ເນື້ອເຊື່ອໃຈ, ກຽມພ້ອມເພື່ອສົມທົບກັນເປັນຢ່າງດີ, ໜູນຊ່ວຍເຊິ່ງກັນ ແລະ ກັນລະຫວ່າງສະພາກາແດງບັນດາປະເທດ... ກອງປະຊຸມ AP11 ໄດ້ຢັ້ງຢືນບັນດາສິ່ງທາຍທາຍ, ໂອກາດ, ສະແດງຄວາມເອົາໃຈໃສ່ຕໍ່ການກະກຽມ ແລະ ປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງໄພສູງກ່ວາເພິ່ນ; ແບ່ງປັນບັນດາສິ່ງທ້າທາຍ ແລະ ບັນດາປະສົບການຕົວຈິງໃນວຽກງານເພື່ອຊອກຫາວິທີການສຳຜັດ ແລະ ບັນດາມາດຕະການໃໝ່ທີ່ເໝາະສົມກ່ວາ.

ພາລະກຳມະນຸດສະທຳຂອງອົງການກາແດງ ແລະ ຊີກວົງເດືອນແດງ ພາກພື້ນ ອາຊີ - ປາຊີຟິກ ໃນສະພາບການໃໝ່ - ảnh 2ກອງປະຊຸມ AP11

 ການປຶກສາຫາລືໄດ້ສ້າງຈິນຕະນາການໃໝ່, ແບ່ງປັນບັນດາຄວາມເຂົ້າອົກເຂົ້າໃຈທີ່ເລິກເຊິ່ງ, ບັນດາຂໍ້ສະເໜີແນະທີ່ມີລັກສະນະສ້າງສັນສູງ. ທ່ານນາງປະທານສູນກາງສະພາກາແດງ ຫວຽດນາມ ບຸ່ຍທິຮວ່າ, ຢັ້ງຢືນວ່າ:

 “ບໍ່ພຽງແຕ່ແມ່ນ ຫວຽດນາມ ເທົ່ານັ້ນ, ຫາກບັນດາປະເທດໃນພາກພື້ນໄດ້ແບ່ງປັນ ທຸກປະສົບການ, ສ້າງຂະບວນການຖືກຕາມມາດຖານ, ຫຼັກການທີ່ໄດ້ວາງອອກ, ນັ້ນແມ່ນ: ມະນຸດສະທຳ - ບໍ່ລຳອຽງ - ເປັນກາງ - ເອກະລາດ - ເອກະພາບ - ທົ່ວໂລກ - ສະໝັກໃຈ. ດ້ວຍ 7 ຫຼັກຖານນີ້, ບໍ່ມີປະເທດໃດເຮັດໄດ້ໝົດ ຖ້າບໍ່ມີການແບ່ງປັນ, ການເຊື່ອມຕໍ່, ການສົມທົບຄວາມຮັບຜິດຊອບ ແລະ ກຳລັງແຮງຂອງຂະບວນການນັ້ນແມ່ນບັນລຸໄດ້ຄວາມສາມັກຄີ, ເປັນເອກະພາບເປົ້າໝາຍສູງສຸດ”.

ບັນດາການແບ່ງປັນທີ່ກອງປະຊຸມໄດ້ສົ່ງສານທີ່ຕັ້ງໜ້າ, ກຳນົດທິດບັນດາການເຄື່ອນໄຫວໃນອະນາຄົດ. ພິເສດ, ຫຼາຍແນວຄວາມຄິດ, ຂໍ້ລິເລີ່ມໄດ້ສ້າງຄວາມຫວັງໃຫ້ແກ່ການເຊື່ອມຕໍ່, ການຮ່ວມມືມະນຸດສະທຳໃນພາກພື້ນ. ນ້ຳໃຈຮ່ວມມື, ໃຫ້ຄຳໝັ້ນສັນຍາທຳການເຄື່ອນໄຫວມະນຸດສະທຳ ແລະ ຄວາມຕັດສິນໃຈສ້າງການປ່ຽນແປງທີ່ມີປະສິດທິຜົນໃຫ້ແກ່ກອງປະຊຸມ ແລະ ຂະບວນການມະນຸດສະທຳພາກພື້ນ ກໍ່ຄືທົ່ວໂລກ ໄດ້ແຜ່ຂະຫຍາຍຜ່ານກອງປະຊຸມຄັ້ງນີ້. ແຜນການເຄື່ອນໄຫວ ຮ່າໂນ້ຍ  - 2023 ຈະຫັນບັນດາການກະທຳທີ່ມີຜົນປະໂຫຍດໃຫ້ປະກົດຜົນເປັນຈິງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາຜູ້ມີຄວາມສ່ຽງໄພສູງຢູ່ແຕ່ລະປະເທດ ແລະ ພາກພື້ນ ໃນໄລຍະຈະມາເຖິງ./.

ຕອບກັບ