ພົບປະກັບອາຈານຊາວ ອິນໂດເນເຊຍ - ຜູ້ມີຄວາມຮັກຕໍ່ນະຄອນຫຼວງ ຮ່າໂນ້ຍ

Nguyen Ha
Chia sẻ
(VOVWORLD) - ບົດກະວີເກືອບ 50 ບົດທີ່ຂຽນກ່ຽວກັບນະຄອນຫຼວງ ຮ່າໂນ້ຍ ແມ່ນນ້ຳໃຈ ແລະ ຄວາມຮັກຂອງ Eko Widianto, ອາຈານຊາວ ອິນໂດເນເຊຍ ສະຫງວນໃຫ້ນະຄອນແຫ່ງນີ້.
ພົບປະກັບອາຈານຊາວ ອິນໂດເນເຊຍ - ຜູ້ມີຄວາມຮັກຕໍ່ນະຄອນຫຼວງ ຮ່າໂນ້ຍ - ảnh 1ອ້າຍ Eko Widianto ພາເມຍ ມາຢາມນະຄອນຫຼວງ ຮ່າໂນ້ຍ

ພາຍຫຼັງໄລຍະເວລາ 5 ປີ, ເມື່ອກັບຄືນມາ ນະຄອນຫຼວງ ຮ່າໂນ້ຍ ໃນຍາມປ່ຽນລະດູ, ອ້າຍບ່າວຄົນນີ້ຄືດັ່ງໄດ້ຫວນຄືນໄລຍະເວລາທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ເຂດດິນແດນແຫ່ງນີ້ ທີ່ເຕັມໄປດ້ວຍຄວາມຮູ້ສຶກຕື້ນຕັນໃຈ.

ຮ່າໂນ້ຍ ແມ່ນນະຄອນທີ່ມີຄວາມພິເສດທີ່ສຸດສຳລັບຂ້າພະເຈົ້າ. ສຳລັບຂ້າພະເຈົ້າແລ້ວ, ຮ່າໂນ້ຍ ແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງຕົນ. ຮ່າໂນ້ຍ ມີຄວາມພິເສດ ຍ້ອນໄດ້ຕ້ອນຮັບຂ້າພະເຈົ້າເຕັມໄປດ້ວຍຄວາມອົບອຸ່ນ. ປະຈຸບັນ, ຮ່າໂນ້ຍ ທັນສະໄໝ, ຄັບຄາໜາແໜ້ນ ແຕ່ລຽບງ່າຍ, ເກົ່າແກ່ດ້ວຍບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອ, ສິ່ງດັ່ງກ່າວເຮັດໃຫ້ຂ້າພະເຈົ້າຍິ່ຮັກນະຄອນແຫ່ງນີ້ຫຼາຍກ່ວາ”.

ຈິບກາເຟ ຈູງງວຽນ ຮ້ອນໆຢູ່ຮ້ານທີ່ລຶ້ງເຄີຍໃນຄຸ້ມຖະໜົນເກົ່າ, ອ້າຍ Eko Widianto ຄິດເຖິງຊ່ວງເວລາເດືອນ ກັນຍາ 2018, ນັ້ນແມ່ນຄັ້ງທຳອິດທີ່ໄດ້ມາຮ່າໂນ້ຍ. ຄາວນັ້ນ, ອາຈານ Eko, ອາຍຸ 27 ປີ, ມີຄວາມຕື້ນຕັນໃຈກ່ຽວກັບເຂດດິນແດນ ແລະ ປະຊາຊົນຢູ່ທີ່ນີ້. ໃນເວລາປະຕິບັດງານ 3 ເດືອນຢູ່ທີ່ນີ້, ອ້າຍໄດ້ຮັບໜ້າທີ່ໂຄສະນາພາສາ ແລະ ວັດທະນະທຳ ອິນໂດເນເຊຍ ເຖິງຊາວນະຄອນຫຼວງ ຮ່າໂນ້ຍ, ດ້ວຍຖານະເປັນຄູສອນ BIPA (ສອນພາສາ ອິນໂດເນເຊຍ ໃຫ້ແກ່ຊາວຕ່າງປະເທດ). ໃນໄລຍະເວລານີ້, ອ້າຍຄູຜູ້ນີ້ມີຄວາມພະຍາຍາມຊອກຮູ້ບັນດາຈຸດຄວາມງາມດ້ານວັດທະນະທຳ ແລະ ແບບແຜນການດຳລົງຊີວິດຂອງປະຊາຊົນຢູ່ແຫ່ງນີ້. ແຕ່ລະມື້, Eko ໄປມາດ້ວຍລົດເມ, ຊື້ເຄື່ອງຂອງຢູ່ຕະຫຼາດ, ກິນຊາໝາກນາວຢູ່ຮ້ານນ້ອຍແຄມທາງ, ຍ່າງຫຼິ້ນຢູ່ອ້ອມໜອງໂຮ່ເກືອມ, ໄປຢ້ຽມຢາມເຂດປູຊະນີຍະສະຖານຫຼາຍແຫ່ງຂອງນະຄອນ... ອ້າຍກໍ່ສະຫງວນເວລາເພື່ອຮຽນພາສາ ຫວຽດ ເພື່ອສາມາດໂອ້ລົມກັບຊາວທ້ອງຖິ່ນຫຼາຍກ່ວາ, ພິເສດແມ່ນເວລາອອກໄປນອກ, ໄດ້ເຈືອຈານເຂົ້າກັບບັນຍາກາດຂອງນະຄອນ.

        ຕົ້ນເດືອນ ພະຈິກ ຜ່ານມາ, ໃນການທ່ອງທ່ຽວເປັນເວລາ 4 ມື້ຢູ່ ຫວຽດນາມ, Eko ໄດ້ພາເມຍຂອງຕົນໄປຢາມບັນດາສະຖານທີ່ອ້າຍເຄີຍໄປ, ພົບປະກັບໝູ່ເພື່ອນ, ນັກຮຽນເກົ່າ ແລະ ໄປຊອກຫາຈຸດຄວາມງາມວັດທະນະທຳ, ຊີວິດປະຈຳວັນຂອງປະຊາຊົນຢູ່ຄຸ້ມຖະໜົນເກົ່າ ແລະ ຊອກຫາ, ຮ່ຳຮຽນຈຸດໃໝ່ໆແກ່ຊີວິດຂອງຕົນ:

        ທຸກສິ່ງທຸກຢ່າງຍັງເປັນທີ່ລຶ້ງເຄີຍ. ຖະໜົນສາຍຕ່າງໆ, ອາຫານການກິນ, ຄວາມສະໜິດສະໜົມຂອງປະຊາຊົນ ແລະ ພື້ນຖານວັດນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນ ແມ່ນບັນເງື່ອນໄຂທີ່ເຮັດໃຫ້ຂ້າພະເຈົ້າຮັກ, ມັກ ນະຄອນແຫ່ງນີ້. ຂ້າພະເຈົ້າໂຊກດີຫຼາຍຍ້ອນມີໝູ່ເພື່ອນ ແລະ ນັກຮຽນຫຼາຍຄົນຢູ່ແຫ່ງນີ້. ຍ້ອນໄດ້ຮັບການຊ່ວຍເຫຼືອ, ແນະນຳຂອງເຂົາເຈົ້າ, ຂ້າພະເຈົ້າຈຶ່ງຮູ້ຈັກສະຖານທີ່ຫຼາຍແຫ່ງຕື່ມອີກ, ຊ່ວຍໃຫ້ຂ້າພະເຈົ້າເຊື່ອມຕົວກັບຊີວິດການເປັນຢູ່ຢູ່ທີ່ນີ້ໄດ້ດີ. ບັນດານ້ຳໃຈ ແລະ ຄວາມຮູ້ສຶກນັ້ນ, ຂ້າພະເຈົ້າໄດ້ນຳເຂົ້າບັນດາຜົນງານຂອງຕົນ”.

ພົບປະກັບອາຈານຊາວ ອິນໂດເນເຊຍ - ຜູ້ມີຄວາມຮັກຕໍ່ນະຄອນຫຼວງ ຮ່າໂນ້ຍ - ảnh 2Eko Widianto ຢູ່ ພາກພາສາ ອິນໂດເນເຊຍ, VOV5

        ປະຈຸບັນ, Eko Widianto, ແມ່ນຄູສອນວັນນະຄະດີ ແລະ ພາສາ ອິນໂດເນເຊຍ, ຢູ່ມະຫາວິທະຍາໄລ UIN Walisongo, Semarang, ອ້າຍໄດ້ຮັບການຮູ້ຈັກເຖິງແມ່ນນັກກະວີໜຸ່ມ ທີ່ໄດ້ເຄື່ອນໄຫວຢ່າງຕັ້ງໜ້າຢູ່ ອິນໂດເນເຊຍ, ໃນຂະນະທີ່ມາຮອດປະຈຸບັນ, ໄດ້ມີປຶ້ມກະວີ 3 ເຫຼັ້ມ ດ້ວຍບົດກະວີ ນັບຮ້ອຍໆບົດ, ໃນນັ້ນ, ມີກ່ວາ 50 ບົດກະວີຂຽນກ່ຽວກັບ ຮ່າໂນ້ຍ. ຄົນ ຫວຽດນາມ ໄດ້ສະຫງວນຄວາມຮັກຕໍ່ຮ່າໂນ້ຍ ຜ່ານບັນດາຜົນງານວັນນະຄະດີສິລະປະແມ່ນເລື່ອງທຳມະດາແລ້ວ, ແຕ່ສຳລັບຊາວຕ່າງປະເທດຄື Eko, ມີບັນດາບົດກະວີກ່ຽວກັບ ຮ່າໂນ້ຍ ນັ້ນ ແມ່ນສະແດງເຖິງຄວາມຮັກແພງ ຮ່າໂນ້ຍ ເປັນທີ່ສຸດ. ແລະ ຄວາມຮັກນັ້ນ ໄດ້ຮັບການເລົ່າຄືນຢ່າງແທດຈິງທີ່ສຸດ, ມີຊີວິດຊີວາໃນບັນດາບົດກະວີ. 

          ໃນຫ້ອງອັດສຽງຂອງ VOV5, ວິທະຍຸກະາຍສຽງ ຫວຽດນາມ, Eko Widianto ພວມອ່ານບົດກະວີ “Selamat datang musim dingin” (ແປວ່າ: ສະບາຍດີລະດູໜາວ) ເພື່ອມອບໃຫ້ຜູ້ຟັງທຸກໆທ່ານ ໃນຄໍລຳ “ໂອ້ລົມກັບທ່ານຜູ້ຟັງ”. ບົດກະວີນີ້ແມ່ນນ້ຳໃຈຄວາມຮັກແພງຂອງ Eko ທີ່ສະຫງວນໃຫ້ແກ່ ຮ່າໂນ້ຍ, ແມ່ນຄວາມຮູ້ສຶກແປກປະຫຼາດໃຈຂອງແຂກທ່ອງທ່ຽວຄົນໜຶ່ງໃນເວລາປ່ຽນລະດູ, ໃນເວລາລະດູໜາວວຽນມາ  ແຕ່ອ້າຍບໍ່ທັນໄດ້ກຽມຜ້າຫົ່ມ, ເສື້ອກັນໜາວເທື່ອ:

        ເມື່ອ່ານບັນດາບົດກະວີຂອງຂ້າພະເຈົ້າ, ຊາວ ອິນໂດເນເຊຍ ຈະເຂົ້າໃຈກ່ຽວກັບ ຫວຽດນາມ, ກ່ຽວກັບນະຄອນຫຼວງ ຮ່າໂນ້ຍ ຫຼາຍກວ່າ. ສ່ວນສຳລັບເພື່ອນມິດ ຫວຽດນາມ ນັ້ນ, ພວກເພື່ອນຈະເຫັນ ຫວຽດນາມ ຜ່ານສາຍຕາຂອງຊາວຕ່າງປະເທດຄືຂ້າພະເຈົ້າ ແມ່ນຄືແນວໃດແດ່, ພິເສດແມ່ນສຳລັບບັນດານັກຮຽນຊາວ ຫວຽດນາມ ຂອງຂ້າພະເຈົ້າ, ເຂົາເຈົ້າຈະຮຽນພາສາ ອິນໂດເນເຊຍ ຜ່ານບົດກະວີກ່ຽວກັບປະເທດ ຫວຽດນາມ. ເມື່ອກາຍເປັນຄູສອນ BIPA, ຂ້າພະເຈົ້າມີກາດດຳລົງຊີວິດ ແລະ ຕິດັນກັບ ຮ່າໂນ້ຍ. ຂ້າເຈົ້າຮູ້ບຸນຄຸນສຳລັບສິ່ງເຫຼົ່ານັ້ນ”.

        ການຈຳໜ່າຍປື້ມບົດກະວີກ່ຽວກັບຮ່າໂນ້ຍ ແລະ ຫວຽດນາມ, ສືບຕໍ່ຊອກຫາໂອກາດເພື່ອກັບຄືນເມືອ ຫວຽດນາມ, ສອນພາສາ ອິນໂດເນເຊຍ, ແມ່ນ 2 ແຜນການເຊິ່ງ Eko Widianto ຢາກປະຕິບັດໃນອະນາຄົດອັນໃກ້ໆນີ້. ປະຈຸບັນ, ສຳລັບ Eko, ຮ່າໂນ້ຍ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຂາດໄດ້ໃນຊີວິດ, ແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງຕົນ. ເມື່ອອຳລາ ຮ່າໂນ້ຍ ແລະ ບັນດານັກຮຽນເກົ່າ, Eko Widianto ໄດ້ຮ້ອງເພງດ້ວຍພາສາຫວຽດ ໂດຍໝູ່ເພື່ອນ ຫວຽດນາມ ສອນໃຫ້ໃນເວລາທີ່ຢ້ຽມຊົມນະຄອນທີ່ສວຍງາມແຫ່ງນີ້ດ້ວຍຄວາມຕື້ນຕັນໃຈ.

 

ຕອບກັບ