ບົດ​ບາດ​ຂອງ​ຊາວ​ໜຸ່ມ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັ​ນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ

Nguyen Xuyen
Chia sẻ
(VOVWORLD) -ປະທານ ໂຮ່ຈີມິນ - ການນຳຜູ້ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງພວກເຮົາ ເຄີຍຢັ້ງຢືນວ່າ “ຊາວໜຸ່ມແມ່ນອະນາຄົດຂອງປະເທດຊາດ”. ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ຍາມໃດກໍຖືຄະນະຊາວໜຸ່ມແມ່ນແຂນຂວາຂອງພັກ, ຊາວໜຸ່ມແມ່ນກະດູກສັນຫຼັງຂອງປະເທດຊາດ. ແມ່ນແທ້ນໍ້ ທ່ານຜູ້ຟັງ, ໃນໄລຍະຜ່ານມາ, ການເຄື່ອນໄຫວພົບປະແລກປ່ຽນ ແລະ ການຮ່ວມມືຂອງຊາວໜຸ່ມສອງປະເທດ ໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ພິເສດແມ່ນໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງສອງປະເທດ ຫວຽດນາມ - ລາວ. ເມື່ອສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນຫຼາຍຢ່າງຄືໃນປັດຈຸບັນ, ການປະກອບສ່ວນຂອງຊາວໜຸ່ມໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນທີ່ຫາຍາກນີ້ ຍິ່ງຈຳເປັນກວ່າເວລາໃດໝົດ.

ການພົວພັນລະຫວ່າງຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ໄດ້ເລີ່ມຕົ້ນ ແລະ ພັດທະນາຄຽງຄູ່ກັບການພົວພັນ ຫວຽດນາມ - ລາວ ນັບແຕ່ຊຸມເດີອນປີຕ້ານສັດຕູໂຕດຽວກັນ, ດ້ວຍເປົ້າໝາຍປົດປ່ອຍທົ່ວ ອິນດູຈີນ ແລະ ມຸ່ງໄປສູ່ສັງຄົມນິຍົມ.

ບົດ​ບາດ​ຂອງ​ຊາວ​ໜຸ່ມ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັ​ນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 1ຊາວໜຸ່ມ ແຂວງ ຮວ່າບິ່ງ ແບ່ງປັນ ປະສົບການປູກຕົ້ນໝາກກ້ຽງ ໃຫ້ແກ່ຊາວໜຸ່ມລາວ 

ໃນໄລຍະຜ່ານມາ, ຄະນະຊາວໜຸ່ມສອງປະເທດ ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງ, ເປັນຕົ້ນແມ່ນ ລົງນາມໃນບົດບັກທຶກຊ່ວຍຈຳວ່າດ້ວຍການຮ່ວມມື; ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງຊຸດຝຶກອົບຮົມ, ບຳລຸງສ້າງໃຫ້ແກ່ພະນັກງານຊາວໜຸ່ມ, ເຍົາວະຊົນລວມທັງໝົດກວ່າ 900 ຄົນ; ສົມທົບກັນຈັດຕັ້ງ ງານພົບປະແລກປ່ຽນສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດ; ຈັດຕັ້ງກິດຈະກຳຊາວໜຸ່ມອາສາສະໝັກຢູ່ ລາວ; ແບ່ງປັນປະສົບການ ແລະ ຮູບແບບຊາວໜຸ່ມເຮັດທຸລະກິດເກັ່ງ; ຈັດຕັ້ງລາຍການເດີນຕາມຮອຍ ຕີນປະທານ ໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ… ບັນດາການເຄື່ອນໄຫວເຫຼົ່ານັ້ນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການອະນຸລັກຮັກສາ ແລະ ເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າອີກ. ທ່ານ ຄຳພາສີ ເວັນມະສອນ, ຮອງເລຂາຄະນະຊາວໜຸ່ມແຂວງ ອັດຕະປື (ລາວ) ຢັ້ງຢືນວ່າ:

  ເຖິງວ່າ ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັນສົນ ແລະ ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງການພົບປະແລກປ່ຽນ, ການຮ່ວມມືຂອງຄະນະຊາວໜຸ່ມສອງປະເທດກໍຕາມ, ແຕ່ດ້ວຍຄວາມມານະພະຍາຍາມຂອງແຕ່ລະຝ່າຍ, ໃນປີ 2020, ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ໜູນຊ່ວຍ ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ສ້າງຕັ້ງສະຫະພັນຊາວໜຸ່ມ ລາວ; ສອງຝ່າຍຍັງສືບຕໍ່ຈັດຕັ້ງສຳເລັດລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ລາວ ຢູ່ ແຂວງ ເງະອານ (ຫວຽດນາມ); ໂຄງການລົງທຶນກໍ່ສ້າງສູນຝຶກອົບຮົມ, ບຳລຸງສ້າງພະນັກງານຊາວໜຸ່ມ, ເຍົາວະຊົນ ລາວ - ຫວຽດ ຢູ່ ນະຄອນຫຼວງວຽງຈັນ ດ້ວຍຍອດເງິນລົງທຶນປະມານ 200 ຕື້ດົ່ງ ກໍໄດ້ຮັບການຮັບຮອງເອົາ ທີ່ກອງປະຊຸມຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນວາລະປະຊຸມຄັ້ງທີ 43 ທີ່ຖືກຈັດຂຶ້ນຢູ່ ຮ່າໂນ້ຍ. ຫວ່າງມໍ່ໆມານີ້, ທ່ານເລຂາສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ໄດ້ມີການໂອ້ລົມທາງໂທລະສັບ ແລະ ເຫັນດີເປັນເອກະພາບຫຼາຍເນື້ອໃນສຳຄັນ ສຳລັບແຜນການພົບປະແລກປ່ຽນ ແລະ ການຮ່ວມມືໃນໄລຍະຈະມາເຖິງ.
ບົດ​ບາດ​ຂອງ​ຊາວ​ໜຸ່ມ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັ​ນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 2ຊາວໜຸ່ມລາວ ໄປທັດສະນະຕົວຈິງ ຢູ່ແຂວງ ຫ໋າຍຟ່ອງ, ຫວຽດນາມ 

   ບັນດາການເຄື່ອນໄຫວດັ່ງກ່າວ ຖືກດຳເນີນກໍ່ແມ່ນທັດສະນະຂອງທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ. ທ່ານ ຖືວ່າ: ໜຶ່ງໃນວຽກງານ ເຊິ່ງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຕ້ອງເພີ່ມທະວີໃນໄລຍະຈະມາເຖິງ ແມ່ນຕ້ອງສຶກສາໃຫ້ແກ່ຄົນລຸ້ນຫຼັງ, ເພື່ອໃຫ້ເຂົາເຈົ້າສາມາດເຂົ້າໃຈໄດ້ວ່າ ການພົວພັນແບບພິເສດນີ້ມີຄວາມເປັນມາຄືແນວໃດ.

 
ບົດ​ບາດ​ຂອງ​ຊາວ​ໜຸ່ມ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັ​ນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 3ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ

ໂດຍຮັບຮູ້ໄດ້ບົດບາດ, ໜ້າທີ່ຂອງຕົນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມແຕ່ລະຄົນ ກໍໄດ້ເປັນເຈົ້າການໃນການສະເໜີບັນດາວຽກງານ ເຊິ່ງຊາວໜຸ່ມ, ສະມາຊິກຄະນະຊາວໜຸ່ມສອງປະເທດຕ້ອງເຮັດ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບເລິກເຊິ່ງກວ່າອີກ. ນາງ ພູມາໄລພອນ ຍົກໄຊຍະຄຳ - ພະນັກງານຄະນະຮ່ວມມືສາກົນ, ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ຖືວ່າ:

ປັດຈຸບັນ, ມະຫາວິທະຍາໄລຫຼາຍແຫ່ງຢູ່ ຫວຽດນາມ ກໍໄດ້ເປີດກວ້າງຮູບແບບສອນພາສາຂອງບັນດາປະເທດໃນກຸ່ມ ອາຊຽນ ເປັນຕົ້ນແມ່ນ ພາສາລາວ, ພາສາໄທ… ນັກສຶກສາ ຫວຽດນາມ ຫຼາຍຄົນ ໄດ້ເລືອກຮຽນເພີ່ມພາສາລາວ ເພື່ອສາມາດພົບປະແລກປ່ຽນກັບໝູ່ເພື່ອນ ແລະ ມີຄວາມເຂົ້າໃຈກ່ຽວກັບປະຊາຊົນ ແລະ ປະເທດລາວ ລ້ານຊ້າງ.

“ໂດຍເປັນພົນລະເມືອງ ຫວຽດນາມ ນ້ອງມີຄວາມເຄົາລົບນັບຖືສາຍພົວພັນນີ້ທີ່ສຸດ, ພາສາລາວ ແມ່ນລູກກຸນແຈເພື່ອໃຫ້ນ້ອງສາມາດພົວພັນແລກປ່ຽນກັບໝູ່ເພື່ອນລາວໄດ້ ແລະ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນນີ້ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງກວ່າ”.

“ນ້ອງຢາກໃຫ້ບັນດາເພື່ອນໜຸ່ມ ພິເສດແມ່ນ ຊາວໜຸ່ມ ຫວຽດນາມ ມີຄວາມເຂົ້າໃຈກ່ຽວກັບ ປະເທດລາວ ຫຼາຍກວ່າອີກ, ຢາກແນະນຳກັບເຂົາເຈົ້າກ່ຽວກັບປະເທດລາວ, ປະຊາຊົນ ລາວ ແລະ ປົກປັກຮັກສາໃຫ້ສາຍພົວພັນຖານອ້າຍນ້ອງທີ່ສະໜິດແໜ້ນ ເຊິ່ງລຸ້ນພໍ່ລຸ້ນອ້າຍຂອງພວກເຮົາ ໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງໃຫ້ໝັ້ນຄົງທະນົງແກ່ນ. ນ້ອງຢາກຮຽນພາສາລາວ ໃຫ້ເກັ່ງ ເພື່ອສາມາດທັກທາຍແລກປ່ຽນກັບບັນດາເພື່ອນລາວ ໄດ້ຫຼາຍກວ່າອີກ”.

    ດ້ວຍຄວາມເປັນເຈົ້າການ, ປະດິດຄິດສ້າງ, ຂະຫຍັນຂັນເຄື່ອນ, ສຸດຈິດສຸດໃຈ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບຂອງສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ແລະ ຍາມໃດກໍນຳໜ້າໃນການເຄື່ອນໄຫວຮ່ວມມືລະຫວ່າງຄະນະຊາວໜຸ່ມສອງປະເທດນັ້ນ ແມ່ນບັນດາສັນຍານທີ່ຕັ້ງໜ້າ, ປະກອບສ່ວນເຮັດໃຫ້ການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ./.

ຕອບກັບ