ທ່ານ​ໝໍ ຫງວຽນ​ຫວຽດ​ດຶກ: ແພດ​ທະ​ຫານ ຫວຽດ​ນາມ ຢູ່​ປະ​ເທດລາວ ລ້ານ​ຊ້າງ

Nguyen Xuyen
Chia sẻ
(VOVWORLD) -  ບໍ່ພຽງແຕ່ໄດ້ປະຕິບັດສຳເລັດວຽກງານວິຊາສະເພາະແມ່ນກວດ ແລະ ປິ່ນປົວພະຍາດໃຫ້ພໍ່ແມ່ປະຊາຊົນລາວ ຢູ່ເຂດຊາຍແດນເທົ່ານັ້ນ, ທ່ານໝໍ ດຶກ ຍັງເຂົ້າຮ່ວມການລາດຕະເວນໃນເສັ້ນຊາຍແດນລວມ ຫວຽດ - ລາວ ອີກດ້ວຍ. ທ່ານໝໍ ດຶກ ທັງຮັບຜິດຊອບເປັນຜູ້ເບິ່ງແຍງດູແລສຸຂະພາບໃຫ້ແກ່ທະຫານ, ນັກຮົບ ທັງເປັນພາສາແປ. ຮູບພາບຂອງທ່ານໝໍ ດຶກ ໄດ້ເປັນທີ່ຮູ້ຈັກກັນດີສຳລັບປະຊາຊົນໃນບ້ານມາແຕ່ດົນ ແລະ ເອີ້ນເພິ່ນວ່າ “ພໍ່ດຶກ”.

ໃນ 16 ປີຜ່ານມາ, ສຸກສາລາທະຫານ ທົ່ງແປ ຕັ້ງຢູ່ເມືອງຄຳເກີດ, ແຂວງ ບໍລິຄຳໄຊ ໄດ້ ແລະ ກຳລັງເສີມຂະຫຍາຍໜ້າທີ່ຂອງຕົນ ເປັນຢ່າງດີ ດ້ວຍການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍຫຼາຍຢ່າງ. ສຸກສາລາແຫ່ງນີ້ ໄດ້ກາຍເປັນບ່ອນເພິ່ງພາທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ ລາວ ຢູ່ເຂດຊາຍແດນ ແລະ ເປັນຊາຍຄາແຫ່ງນ້ຳໃຈມິດຕະພາບໃນເຂດຊາຍແດນ ລາວ - ຫວຽດນາມ. ເພື່ອສ້າງໄດ້ຜົນງານດັ່ງກ່າວ, ແມ່ນມີການປະກອບສ່ວນຈາກຫຼາຍສ່ວນບຸກຄົນ, ອົງການຈັດຕັ້ງ ແຕ່ພົ້ນເດັ່ນແມ່ນຕ້ອງເວົ້າເຖິງທ່ານໝໍ ຫງວຽນຫວຽດດຶກ - ຜູ້ທີ່ໄດ້ຜູກພັນກັບສະຖານທີ່ແຫ່ງນີ້ມາເປັນເວລາ 10 ກວ່າປີ. ບໍ່ພຽງແຕ່ເທົ່ານັ້ນ, ທ່ານໝໍ ດຶກ ຍັງໄດ້ຮັບຖືວ່າແມ່ນນັກການທູດແຫ່ງຄວາມຮັກແພງ, ສາມັກຄີປອງດອງ, ຮັດແໜ້ນສາຍໃຈ ຫວຽດ - ລາວ.

 
 ຍ້ອນທ່ານໝໍ ດຶກ ມີຄວາມເກັ່ງກ້າສາມາດ, ພໍ່ແມ່ປະຊາຊົນລາວ ຈຶ່ງບໍ່ຢາກໃຫ້ເພິ່ນກັບເມືອປະເທດ ຫຼື ຍັງມີສາເຫດອື່ນ? ເຊີນທ່ານຕິດຕາມບົດຂຽນທີ່ພາດຫົວຂໍ້ “ທ່ານໝໍ ຫງວຽນຫວຽດດຶກ: ແພດທະຫານ ຫວຽດນາມ ຢູ່ດິນແດນລາວ ລ້ານຊ້າງ” ເພື່ອມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບທ່ານໝໍໜຶ່ງດຽວ ແລະ ພິເສດ ຢູ່ສຸກສາລາແຫ່ງນີ້.
ທ່ານ​ໝໍ ຫງວຽນ​ຫວຽດ​ດຶກ: ແພດ​ທະ​ຫານ ຫວຽດ​ນາມ ຢູ່​ປະ​ເທດລາວ ລ້ານ​ຊ້າງ - ảnh 1ທ່ານໝໍ ດຶກ - ທ່ານໝໍໜຶ່ງດຽວຂອງສຸກສາລາທະຫານທົ່ງແປ
   ເມື່ອທ່ານໝໍ ດຶກ ພໍສົ່ງສຽງຕ້ອນຮັບ, ພວກຂ້າພະເຈົ້າກໍຮູ້ໂລດວ່າ ຜູ້ຊາຍໄວກາງຄົນດ້ວຍໃບໜ້າມີແວວເມດຕາກະລຸນາຄົນນີ້ ເປັນຊາວແຂວງ ຮ່າຕິງ ຂອງ ຫວຽດນາມ. ເພິ່ນເກີດປີ 1974. ຍ້ອນມີຄວາມຮັກມັກອາຊີບເປັນທະຫານ, ພາຍຫຼັງຮຽນຈົບສາຂາແພດໝຳຫຼາຍຂະແໜງ, ທ່ານໝໍ ຫງວຽນຫວຽດດຶກ ຈຶ່ງສູ້ຊົນເພື່ອໄດ້ເຂົ້າເປັນທະຫານປ້ອງກັນຊາຍແດນ. ພາຍຫຼັງເຮັດວຽກ ແລະ ເກັບປະສົບການຢູ່ ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ຮ່າຕິງ ມາເປັນເວລາຫຼາຍປີ, ຮອດປີ 2013, ເພິ່ນຈຶ່ງເດີນທາງໄປປະຕິບັດໜ້າທີ່ຢູ່ສຸກສາລາທະຫານທົ່ງແປ ຢ່າງເປັນທາງການ. ພາບບັນຍາກາດ ແລະ ຄວາມຮູ້ສຶກຂອງມື້ທຳອິດທີ່ມາຮອດບ້ານທົ່ງແປ ກໍຄື ຄວາມຫຍຸ້ງຍາກລຳບາກຂອງຊຸມວັນເດືອນທຳອິດມາຮັບໜ້າທີ່ຢູ່ດິນແຫ່ງນີ້ ແມ່ນຍັງຢູ່ໃນພູມປະຕິຂອງເພິ່ນໂດຍສະເໝີ.

“ຈາກດ່ານຊາຍແດນນ້ຳພາວ ຫາສຸກສາລາທະຫານທົ່ງແປ ແມ່ນກວ່າ 14 ກມ ແຕ່ບໍ່ມີເຮືອນປະຊາຊົນຈັກຫຼັງ, ປ່ຽວຫຼາຍ, ໂດຍປົກຄຸມໄປດ້ວຍພູຜາປ່າໄມ້, ຕອນນັ້ນຂ້າພະເຈົ້າຮູ້ສຶກເຫງົາຫຼາຍ. ແຕ່ຍ້ອນໜ້າທີ່ການເມືອງ, ສະນັ້ນ ຂ້າພະເຈົ້າກໍຄ່ອຍໆປັບຕົວເທື່ອລະເລັກລະໜ້ອຍ. ຕອນນັ້ນ, ເງື່ອນໄຂເສດຖະກິດຢູ່ນີ້ ແມ່ນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ປັດຈຸບັນ ມີການຄ້າຂາຍແລກປ່ຽນສິນຄ້າໄປໆມາໆຫຼາຍແລ້ວ, ສະນັ້ນ, ກໍດີຂຶ້ນຫຼາຍພໍສົມຄວນ. ນອກຈາກນັ້ນແລ້ວ, ພວກຂ້າພະເຈົ້າກໍບໍ່ໄດ້ຮຽນພາສາລາວມາກ່ອນ, ບວກກັບຄວາມແຕກຕ່າງທາງດ້ານວັດທະນະທຳ, ສະນັ້ນ ກໍປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ຕອນທຳອິດ, ຂ້າພະເຈົ້າກໍທຳຄວາມລຶຶ້ງເຄີຍກັບຄົນລາວ ທີ່ຮູ້ພາສາຫວຽດ. ແຕ່ລະເທື່ອກວດພະຍາດ, ຂ້າພະເຈົ້າຈະໂທຫາໝູ່ ເພື່ອຫາແປຊ່ວຍ, ຜ່ານນັ້ນ ຂ້າພະເຈົ້າກໍຮຽນພາສາລາວ ໄປນຳ. ຖ້າຫາກວ່າ ໝູ່ຂອງຂ້າພະເຈົ້າບໍ່ຮັບສາຍ, ຂ້າພະເຈົ້າກໍບໍ່ສາມາດເຮັດວຽກໄດ້”.

ຜ່ານການໂທລະສັບ “ສຸກເສີນ” ຄັ້ງຕ່າງໆນັ້ນ, ຜ່ານການພົບປະແລກປ່ຽນກັບພໍ່ແມ່ປະຊາຊົນໃນບ້ານທົ່ງແປ, ທ່ານໝໍ ດຶກ ກໍຄ່ອຍໆແກ້ໄຂໄດ້ບັນດາຄວາມຫຍຸ້ງຍາກໃນເບື້ອງຕົ້ນ. ແຕ່ວ່າ, ຄວາມຫຍຸ້ງຍາກຍັງມີຕະຫຼອດ. ຢູ່ທັງເຂດມີເຖິງ 9 ບ້ານ, ແຕ່ມີພຽງແຕ່ສຸກສາລາບ້ານ 1 ແຫ່ງ ແລະ ສຸກສາລາທະຫານ 1 ແຫ່ງ, ສະນັ້ນ ການກວດ ແລະ ປິ່ນປົວພະຍາດຍາມໃດກໍຕົກໃນສະພາບເກີນກຳລັງຮັບໄດ້. ບໍ່ພຽງແຕ່ເທົ່ານັ້ນ, 2/3 ຈໍານວນປະຊາກອນໃນເຂດກໍ່ແມ່ນຊົນເຜົ່າສ່ວນໜ້ອຍ. ເຂົາເຈົ້າໄດ້ປິ່ນປົວພະຍາດດ້ວຍບັນດາຮີດເກົ່າຄອງເດີມ ບໍ່ຍອມໄປໂຮງໝໍ. ມີປະຊາຊົນຫຼາຍຄົນບໍ່ມີເງື່ອນໄຂດູແລສຸຂະພາບ. ຕໍ່ໜ້າບັນດາບັນຫາດັ່ງກ່າວ, ທ່ານໝໍ ດຶກ ພ້ອມກັບພະຍາບານ ຕວ່ານ ໄດ້ລົງຢ້ຽມຢາມເຮືອນປະຊາຊົນແຕ່ລະຫຼັງ ເພື່ອກວດພະຍາດ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ.

ການປ່ຽນແປງຄວາມຊິນເຄີຍໃນການປິ່ນປົວພະຍາດນັ້ນ, ບໍ່ແມ່ນເລື່ອງຂອງມື້ໜຶ່ງສອງມື້, ຫາກຕ້ອງມີເວລາຫຼາຍ. ແທນທີ່ຈະຄັດຄ້ານແບບວິທີປິ່ນປົວຂອງປະຊາຊົນ, ພວກຂ້າພະເຈົ້າໄດ້ຍອມຮັບ ແລ້ວຄ່ອຍໆປັບປ່ຽນສະຕິຄວາມຮັບຮູ້ຂອງປະຊາຊົນ ດ້ວຍການລົງຢ້ຽມຢາມເຖິງທີ່ ແລະ ອະທິບາຍໃຫ້ປະຊາຊົນ”.

ທ່ານ​ໝໍ ຫງວຽນ​ຫວຽດ​ດຶກ: ແພດ​ທະ​ຫານ ຫວຽດ​ນາມ ຢູ່​ປະ​ເທດລາວ ລ້ານ​ຊ້າງ - ảnh 2ທ່ານໝໍ ດຶກ ລົງໄປແຕ່ລະບ້ານ, ແຕ່ລະຄອບຄົວ ເພື່ອໂຄສະນາກ່ຽວກັບວິທີການປ້ອງກັນ, ຕ້ານພະຍາດ (ພາບ: baohatinh.vn)

ຄວາມສຸດຈິດສຸດໃຈ ແລະ ຄວາມສາມາດຂອງທ່ານໝໍ ດຶກ ກໍສ້າງໄດ້ຄວາມເຊື່ອໝັ້ນໃນໝູ່ປະຊາຊົນໂດຍໄວ. ລຸງ ສີຟອງ ແລະ ປ້າ ສົມສີ ຢູ່ເຂດ ນາແປ ແມ່ນຄົນເຈັບ 2 ຄົນທີ່ເປັນອຳມະພາດເຄິ່ງຄີງ ແລະ ທ່ານໝໍດຶກ ປິ່ນປົວຫາຍດີ ໄດ້ແບ່ງປັນວ່າ:

 
 

ລຸງ ສີຟອງ ໄຊສຸທ ຍັງແບ່ງປັນຕື່ມອີກວ່າ: ຢູ່ຕາແສງ ນາແປ ມີທັງໝົດ 9 ບ້ານ, ບ້ານໃດທ່ານໝໍດຶກ ກໍລົງໄປຢາມ, ກວດພະຍາດໂດຍບໍ່ເກັບຄ່າໃຫ້ໝົດແລ້ວ ແລະ ໂຄສະນາແນະນຳວິທີປ້ອງກັນ, ຕ້ານພະຍາດ, ແນະນຳໃຫ້ປະຊາຊົນຮູ້ວິທີປູກຝັງ, ລ້ຽງສັດເພື່ອພັທະນາເສດຖະກິດ.” ສ່ວນທ່ານໝໍ ດຶກ ເວົ້າດ້ວຍຄວາມສະຫງ່ຽມຈຽມຕົວວ່າ:

ທະຫານປ້ອງກັນຊາຍແດນພວກຂ້າພະເຈົ້າ ມີຄຳຂວັນ 4 ຮ່ວມ: ກິນຮ່ວມກັນ, ຢູ່ຮ່ວມກັນ, ເຮັດຮ່ວມກັນ ແລະ ເວົ້າພາສາດຽວກັນ. ນອກຈາກການກວດ ແລະ ປິ່ນປົວພະຍາດແລ້ວ, ພວກຂ້າພະເຈົ້າກໍລົງຢ້ຽມຢາມຜູ້ເຖົ້າຜູ້ແກ່, ຖາມຂ່າວຄາວເດັກ, ພ້ອມກັນເຂົ້າຮ່ວມບັນດາກິດຈະກຳ, ແລກປ່ຽນກັບພໍ່ແມ່ປະຊາຊົນໃນບ້ານ. ໃນໂອກາດວັນພັກ, ວັນບຸນຂອງຊາວເຜົ່າມົ້ງ, ບຸນປີໃໝ່ ຫຼື ບຸນເຕັດຂອງ ຫວຽດນາມ ພວກຂ້າພະເຈົ້າກໍຈັດງານຢູ່ສຸກສາລາ, ກິນເຫຼົ້າໄຫກິນເຂົ້າມ່ວນຊື່ນໄປພ້ອມກັນ. ປັດຈຸບັນນີ້, ຂ້າພະເຈົ້າກໍເໝືອນດັ່ງເປັນລູກຫຼານຂອງບ້ານນີ້ແລ້ວ”.

ທ່ານ​ໝໍ ຫງວຽນ​ຫວຽດ​ດຶກ: ແພດ​ທະ​ຫານ ຫວຽດ​ນາມ ຢູ່​ປະ​ເທດລາວ ລ້ານ​ຊ້າງ - ảnh 3ປະຊາຊົນໃນທົ່ວເຂດ, ໃຜໆກໍຮັກແພງ ແລະ ນັບຖືທ່ານໝໍ ດຶກ (ພາບ: baohatinh.vn)

ບໍ່ພຽງແຕ່ໄດ້ປະຕິບັດສຳເລັດວຽກງານວິຊາສະເພາະແມ່ນກວດ ແລະ ປິ່ນປົວພະຍາດໃຫ້ພໍ່ແມ່ປະຊາຊົນລາວ ຢູ່ເຂດຊາຍແດນເທົ່ານັ້ນ, ທ່ານໝໍ ດຶກ ຍັງເຂົ້າຮ່ວມການລາດຕະເວນໃນເສັ້ນຊາຍແດນລວມ ຫວຽດ - ລາວ ອີກດ້ວຍ. ທ່ານໝໍ ດຶກ ທັງຮັບຜິດຊອບເປັນຜູ້ເບິ່ງແຍງດູແລສຸຂະພາບໃຫ້ແກ່ທະຫານ, ນັກຮົບ ທັງເປັນພາສາແປ. ຮູບພາບຂອງທ່ານໝໍ ດຶກ ໄດ້ເປັນທີ່ຮູ້ຈັກກັນດີສຳລັບປະຊາຊົນໃນບ້ານມາແຕ່ດົນ ແລະ ເອີ້ນເພິ່ນວ່າ “ພໍ່ດຶກ”. ຍ້ອນການກະທຳຕົວຈິງທີ່ໄດ້ເລີ່ມມາຈາກຄວາມຮັກແພງ ແລະ ຄວາມສຸດຈິດສຸດໃຈຂອງແພດທະຫານ ໄດ້ເປັນສາຍເຫດທີ່ພໍ່ແມ່ປະຊາຊົນລາວ ຢູ່ທີ່ນີ້ຢາກໃຫ້ ພໍ່ດຶກ ສືບຕໍ່ຜູກພັນກັບດິນແດນແຫ່ງນີ້. ເຂົາເຈົ້າຖືທ່ານໝໍ ດຶກ ຄືກັນກັບປະຊາຊົນຜູ້ໜຶ່ງຂອງບ້ານ. ແລະສຳລັບທ່ານໝໍ ດຶກ, ການຢ້ຽມຢາມ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນເຂດຊາຍແດນຂອງລາວ ແລະ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ ລາວ - ຫວຽດນາມ ບໍ່ພຽງແຕ່ແມ່ນໜ້າທີ່ການເມືອງເທົ່ານັ້ນ ຫາກຍັງແມ່ນພາລະກິດຂອງຕົນ. ທ່ານໝໍ ດຶກ ຕັດສິນໃຈຈະສືບຕໍ່ປະຕິບັດພາລະກິດອັນສູງສົ່ງນີ້./

ຕອບກັບ