ຊາ​ວ​ໜຸ່ມ ຫວຽດ​ນາມ - ກຳ​ປູ​ເຈຍ ຊຸກ​ຍູ້​ກາ​ນ​ພົບ​ປະ​ແລກ​ປ່ຽນ, ເພີ່ມ​ທະ​ວີ​ຄວາມ​ສະ​ໜິດ​ຕິດ​ພັນ

Chia sẻ

(VOVWORLD) - ໃນຊຸມປີມໍ່ໆມານີ້, ບັນດາລາຍການພົບປະແລກປ່ຽນປະຊາຊົນເວົ້າລວມ ແລະ ຊາວໜຸ່ມເວົ້າສະເພາະ ຍາມໃດກໍ່ແມ່ນຂົງເຂດໂດຍການນຳສອງປະເທດ ຫວຽດນາມ - ກຳປູເຈຍ ໃຫ້ບຸລິມະສິດຊຸກຍູ້. ບັນດາການເຄື່ອນໄຫວພົບປະແລກປ່ຽນຊາວໜຸ່ມ ໄດ້ດຳເນີນຢ່າງຟົດຟື້ນ ພາຍໃຕ້ຫຼາຍຮູບແບບ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ເດືອນພະຈິກ 2023ຜ່ານມາ, ລາຍການ “ພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ກຳປູເຈຍ” ປີ 2023 ໂດຍທີ່ຈັດຂຶ້ນ ຢູ່ ຮ່າໂນ້ຍ ແລະ ກ໋ວາງນິງ ໄດ້ປະກອບສວ່ນເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງຊາວໜຸ່ມ ສອງປະເທດ.



ຊາ​ວ​ໜຸ່ມ ຫວຽດ​ນາມ - ກຳ​ປູ​ເຈຍ ຊຸກ​ຍູ້​ກາ​ນ​ພົບ​ປະ​ແລກ​ປ່ຽນ, ເພີ່ມ​ທະ​ວີ​ຄວາມ​ສະ​ໜິດ​ຕິດ​ພັນ - ảnh 1ຢ້ຽມຢາມອ່າວຮະລອງ

ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາ ຫວຽດນາມ. ຂ້າພະເຈົ້າເຫັນວ່າ ຫວຽດນາມພັດທະນາຫຼາຍທີ່ສຸດ, ປະຊາຊົນມີຄວາມເປັນມິດ. ທີສອງແມ່ນຢູ່ໃນນະຄອນມີຫຼາຍສະຖານທີ່ຂຽວ, ຢູ່ໃສກໍ່ເຫັນຕົ້ນໄມ້, ໜອງນ້ຳ. ຂ້າພະເຈົ້າຄິດວ່າ ນີ້ແມ່ນສິ່ງແວດລ້ອມທີ່ດີ, ພິເສດສຳລັບຊາວໜຸ່ມຄືຂ້າພະເຈົ້າ ໃນຂະນະທີ່ພວກຂ້າພະເຈົ້າພວມດຳລົງຊີວິດໃນຍຸກສະໄໝດີຈີຕອນ, ເຮັດວຽກຫຼາຍ ບາງຄັ້ງກໍ່ຮູ້ສຶກກົດດັນຢ່າງແຮງ, ຕ້ອງການມີພື້ນຖານສີຂຽວ, ສະຫວາດສະເຫວີຍຄືຄືຈັງຊີ້ ເພື່ອຊ່ວຍຜ່ອນຄາຍ.

ເຂົ້າພະເຈົ້າຮູ້ສຶກດີໃຈຫຼາຍ ພາຍຫຼັງ 12 ປີທີ່ ໄດ້ກັບຄືນສະຖານທີ່ທີ່ມີຄວາມຊົງໃຈຫຼາຍຢ່າງເມື່ອຕອນເປັນນັກສຶກສາ, ໄດ້ກິນເຝີ, ກາເຟ ຮ່າໂນ້ຍແມ່ນຄັກຫຼາຍ. ປັດຈຸບັນ, ຫວຽດນາມ ມີການພັດທະນາຫຼາຍເມື່ອທຽບໃສ່ກັບເມື່ອກ່ອນ ແລະ ປະຊາຊົນກໍ່ຍັງເປັນມິດຄືເກົ່າ.

ເອື້ອຍ Chea Kunlak ແລະ ອ້າຍ Chhoing Huy ແມ່ນ 2 ໃນຈຳນວນ ຜູ້ແທນຊາວໜຸ່ມຂອງ ຄະນະຊາວໜຸ່ມພັກປະຊາຊົນ ກຳປູເຈຍ ແລະ ສະຫະພັນຊາວໜຸ່ມ ກຳປູເຈຍ 30 ຄົນ ທີ່ມາຍັງ ຫວຽດນາມ ເຂົ້າຮ່ວມ “ລາຍການພົບປະແລກປ່ຽນຊາວໜຸ່ມ” ປີ 2023. ໃນຈຳນວນນັ້ນ, ມີບາງຄົນມາຫວຽດນາມເປັນ ຄັ້ງທຳອິດ ແຕ່ກໍ່ມີບາງຄົນເຄີຍຮ່ຳຮຽນຢູ່ຫວຽດນາມ ແລະ ເວົ້າພາສາຫວຽດໄດ້ຢ່າງຄ່ອງແຄ້ວ. ໂດຍປະຕິບັດຕາມຂໍ້ຕົກລົງຮ່ວມມື ໄລຍະ 2013 – 2017 ລະຫວ່າງສູນກາງ ສະຫະພັນ ຊາວໜຸ່ມ ສອງປະເທດ, ລາຍການ “ພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ກຳປູເຈຍ” ໂດຍອົງການຊາວໜຸ່ມ ສອງປະເທດ ໝູນວຽນກັນຈັດຂຶ້ນ ດ້ວຍຄວາມປາດຖະໜາຢາກ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງຊາວໜຸ່ມ, ນັກສຶກສາສອງປະເທດ ຜ່ານບັນດາການເຄື່ອນໄຫວຢ້ຽມຊົມ, ຊອກຮູ້ກ່ຽວກັບສະພາບການເສດຖະກິດ - ການເມືອງ, ວັດທະນະທຳ - ສັງຄົມຂອງແຕ່ລະປະເທດ, ພ້ອມທັງແບ່ງປັນບົດຮຽນປະສົບການກ່ຽວກັບບັນດາບັນຫາຊາວໜຸ່ມສອງປະເທດ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ປີ2023, ລາຍການໄດ້ດຳເນີນແຕ່ວັນທີ 16 – 19 ພະຈິກ ຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນ ຮະລອງ (ກ໋ວາງນິງ). ທ່ານນາງ ເລຮົ່ງຍຸງ ຮອງຫົວໜ້າພະແນກຄະນະສາກົນສູນກາງຊາວໜຸ່ມ, ສະມາຊິກຄະນະຈັດຕັ້ງ ລາຍການ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຢາກແນະນຳເຖິງເພື່ອນໜຸ່ມກຳປູເຈຍ ບໍ່ພຽງແຕ່ກ່ຽວກັບທັດສະນີນະພາບ, ຮ່ອງຮອຍທີ່ມີຊື່ສຽງ ຕິດພັນກັບປະຫວັດສາດ, ວັດທະນະທຳ ຫວຽດນາມ ເທົ່ານັ້ນ ຫາກຍັງແນະນຳກ່ຽວກັບສິ່ງທີ່ລຽບງ່າຍ, ຕິດພັນກັບຊີວິດປະຈຳວັນຂອງຊາວຫວຽດນາມ ອີກດ້ວຍ. ນອກຈາກການເຄື່ອນໄຫວຢ້ຽມຊົມ, ພວກມຂ້າພະເຈົ້າກໍ່ປາດຖະໜາ ຢາກ ໃຫ້ຜູ້ຕາງໜ້າຊາວໜຸ່ມສອງປະເທດ ໄດ້ຊອກຮູ້, ປຶກສາຫາລືກ່ຽວກັບບັນດາເນື້ອໃນລົງເລິກຂະແໜງຫຼາຍກວ່າເກົ່າ, ເຊິ່ງແມ່ນທ່າແຮງຂອງຊາວໜຸ່ມໃນຍຸກປັດຈຸບັນ, ພິເສດແມ່ນການຫັນເປັນດີຈີຕອນ ແລະ ຮູບແບບການສຶກສາທີ່ກ້າວໜ້າ.

ໃນຊຸມວັນຢູ່ ຫວຽດນາມ, ຄະນະຜູ້ແທນຊາວໜຸ່ມ ກຳປູເຈຍ ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວຄື: ເຂົ້າໄວ້ອາໄລປະທານໂຮ່ຈີມິນ ຢູ່ສຸສານ, ຢ້ຽມຊົມເຂດອານຸສອນທຳນຽບປະທານປະເທດ, ພົບປະແລກປ່ຽນກັບການນຳ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ເຂົ້າຮ່ວມການໂອ້ລົມສົນທະນາກັບຊາວໜຸ່ມ ຫວຽດນາມ - ກຳປູເຈຍ ຜູ້ນຳໜ້າໃນການຫັນເປັນດີຈີຕອນ; ຢ້ຽມຢາມ ແລະ ພົບປະແລກປ່ຽນກັບມະຫາວິທະຍາໄລ Vin Uni, ຢ້ຽມຊົມ ວັນມຽວກວັກຕືຢາມ, Tour ຍາມຄ່ຳຄືນຢູ່ພາລະຊາວັງ ທັງລອງ, ຢ້ຽມຊົມ ອ່າວຮະລອງ, ຫໍພິພິທະພັນ ກ໋ວາງນິງ, ເຂົ້າຮ່ວມງານ ພົບປະແລກປ່ຽນສິລະປະ… ບັນດາການເຄື່ອນໄຫວດັ່ງກ່າວໄດ້ສ້າງຄວາມຊົງຈຳ ແລະ ຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຊາວໜຸ່ມສອງປະເທດ.

ຊາ​ວ​ໜຸ່ມ ຫວຽດ​ນາມ - ກຳ​ປູ​ເຈຍ ຊຸກ​ຍູ້​ກາ​ນ​ພົບ​ປະ​ແລກ​ປ່ຽນ, ເພີ່ມ​ທະ​ວີ​ຄວາມ​ສະ​ໜິດ​ຕິດ​ພັນ - ảnh 2ການຢ້ຽມຊົມມະຫາວິທະຍາໄລ Vin Uni

ການເຄື່ອນໄຫວປະທັບໃຈທີ່ສຸດສຳລັບຂ້າພະເຈົ້າແມ່ນການໂອ້ລົມສົນທະນາກ່ຽວກັບການຫັນເປັນດີຈຕອນ. ຂ້າພະເຈົ້າຄິດວ່າ ຊາວໜຸ່ມ ສອງປະເທດ ອາດຈະຮ່ວມມືກັນ, ຄົ້ນຄ້ວາກ່ຽວກັບໂຄງການ, ຮູບແບບໃດໜຶ່ງທີ່ເໝາະສົມກັບການພັດທະນາຂອງການປະຕິວັດດີຈີຕອນໃນປັດຈຸບັນ. ຖ້າມີໂອກາດພົບປະກັນເປັນປະຈຳ, ພວກເຮົາອາດຈະພ້ອມກັນແລກປ່ຽນ, ຄົ້ນຄ້ວາກ່ຽວກັບເຕັກໂນໂລຢີໃໝ່, ແນວຄິດໃໝ່, ວິທີການສົມທົບກັນປະຕິບັດ, ຜ່ານນັ້ນກໍ່ປະກອບສວ່ນຊຸກຍູ້ຂັ້ນຕອນ ການຫັນເປັນດີຈີຕອນຢູ່ແຕ່ລະປະເທດ ໃຫ້ນັບມື້ນັບກ້າວໜ້າ ແລະ ມີປະສິດທິຜົນກ່ວາເກົ່າ.

ພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈເມື່ອເພື່ອນ ຊາວໜຸ່ມກຳປູເຈຍ ຮູ້ສຶກດີໃຈ, ກະຕືລືລົ້ນ ເມື່ອໄດ້ໄປຄົ້ນຫາ ອ່າວຮະລອງ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຫວັງວ່າ ຈະມີຫຼາຍການເຄື່ອນໄຫວພົບປະແລກປ່ຽນກ່ວາອີກ ລະຫວ່າງ ຊາວໜຸ່ມ ຫວຽດນາມ ແລະ ກຳປູເຈຍເວົ້າສະເພາະ ກໍ່ຄືລະຫວ່າງຊາວໜຸ່ມ ຫວຽດນາມ ກັບບັນດາປະເທດ ຢູ່ອາຊີຕາເວັນອອກສ່ຽງໃຕ້ ເວົ້າລວມ, ເພື່ອຜ່ານນັ້ນ ໃຫ້ຊາວໜຸ່ມ ກ໋ວາງນິງ ພວກຂ້າພະເຈົ້າມີໂອກາດຍົກສູງທັກສະເຊື່ອມໂຍງເຂົ້າກັບສາກົນ. ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ຢາກແນະນຳກ່ຽວກັບຄວາມງາມທິວທັດທຳມະຊາດ, ວັດທະນະທຳ, ຊາວກ໋ວາງນິງ ຕໍ່ເພື່ອນມິດສາກົນ ແລະ ພາກພື້ນເປັນຈຳນວນຫຼວງຫຼາຍ.

ຫວ່າງແລ້ວນີ້, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ອີກຄັ້ງໜຶ່ງການນຳຂັ້ນສູງສອງຝ່າຍໄດ້ ເນັ້ນໜັກເຖິງບຸລິມະສິດຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືຂອງຊາວໜຸ່ມ. ທ່ານນາຍົກລັດຖະມົນຕີ ສອງປະເທດ ກໍ່ສະຫງວນເວລາ ມາຢ້ຽມຢາມ ແລະ ໂອ້ລົມກັບບັນດາຊາວໜຸ່ມ, ນັກສຶກສາ ມະຫາວິທະຍາໄລ ການຄ້າຕ່າງປະເທດ ຮ່າໂນ້ຍ. ຜ່ານນັ້ນ ກໍ່ສົ່ງສານ ໃຫ້ແກ່ໄວໜຸ່ມ ຕ້ອງມີຄວາມຮັບຜິດຊອບ, ມີພັນທະສືບທອດຕໍ່ບັນດາການນຳລຸ້ນກ່ອນ, ຕັດສິນໃຈຮັກສາ ແລະ ພັດທະນາການພົວພັນອັນດີງາມ ລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ ຕາມທິດນຳທີ່ວ່າ: “ບ້ານໃກ້ເຮືອນຄຽງທີ່ດີງາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”.

ຕອບກັບ