ຊຸກຍູ້ການຄ້າສອງຝ່າຍ ຫວຽດນາມ - ລາວ ຂຶ້ນເປັນ 2 ຕື້ໂດລາສະຫະລັດໃນອະນາຄົດອັນໃກ້ໆນີ້

VOV Lao, Dieu Hong
Chia sẻ
(VOVWORLD) - ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ລາວ ພ້ອມກັບບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງ ແລະ ຄວາມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ ເພື່ອບືນຕົວຂຶ້ນຢ່າງແຮງຂອງປະຊາຄົມວິສາຫະກິດ ສອງປະເທດ, ການພົວພັນ, ຮ່ວມມືດ້ານເສດຖະກິດ - ການຄ້າຂອງ ຫວຽດນາມ - ລາວ ນັບມື້ນັບມີສັນຍານທີ່ດີ ແລະ ເຕີບໂຕຢ່າງແຮງ.

ດ້ວຍຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຍັງໃຫຍ່ຫຼວງຢູ່, ວົງເງິນການຄ້າ ຫວຽດນາມ - ລາວ ບໍ່ພຽງແຕ່ໄດ້ເຕີບໂຕຢູ່ໃນລະດັບ 10 15%/ປີ ເທົ່ານັ້ນ ຫາກຍັງໄດ້ພັດທະນາຢ່າງເປັນປົກກະຕິ ແລະ ຍືນຍົງອີກດ້ວຍ.

ຊຸກຍູ້ການຄ້າສອງຝ່າຍ ຫວຽດນາມ - ລາວ ຂຶ້ນເປັນ 2 ຕື້ໂດລາສະຫະລັດໃນອະນາຄົດອັນໃກ້ໆນີ້ - ảnh 1ງານຕະຫຼາດນັດ ລາວ - ຫວຽດນາມ ປີ 2023
(ພາບ: VOV LAO)

ໃນສະພາບການເສດຖະກິດໂລກ ແລະ ພາກພື້ນສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ຄວາມຕ້ອງການໃຊ້ສອຍຖືກຫລຸດລົງ, ວົງເງິນການສົ່ງອອກຂອງ ຫວຽດນາມ ໄປກັບບັນດາຕະຫຼາດ ແລະ ພາກພື້ນເກືອບທັງໝົດລ້ວນແຕ່ຖືກຫລຸດລົງ, ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ລາວ ໃນປີ 2023 ກໍ່ໄປຕາມທ່າອ່ຽງຫລຸດລົງໜ້ອຍໜຶ່ງ. ຍອດວົງເງິນການຄ້າສອງຝ່າຍບັນລຸ ປະມານ 1,6 ຕື້ໂດລາສະຫະລັດ, ຫລຸດລົງ 2,1% ເມື່ອທຽບໃສ່ປີ 2022, ແຕ່ມູນຄ່າການນຳເຂົ້າຈາກ ສປປ ລາວ ພັດໄດ້ເພີ່ມຂຶ້ນ 4,2%. ໃນນັ້ນ, ການສົ່ງອອກຂອງ ຫວຽດນາມ ໄປ ລາວ ບັນລຸ 485 ລ້ານໂດລາສະຫະລັດ, ຫລຸດລົງ 12,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ການນຳເຂົ້າຂອງ ຫວຽດນາມ ຈາກຕະຫຼາດລາວ ບັນລຸ 977 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ ໄປຍັງ ລາວ ແມ່ນ: ນ້ຳມັນຊະນິດຕ່າງໆ; ຜະລິດຕະພັນຈາກເຫຼັກກ້າ; ເຫຼັກກ້າຊະນິດຕ່າງໆ; ຍານພາຫະນະຂົນສົ່ງ ແລະ ເຄື່ອງອາໄຫຼ່; ເຄື່ອງຈັກ, ອຸປະກອນ, ຝຸ່ນ, ຜັກ, ໝາກໄມ້…

ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ລາວ ໃຫ້ຮູ້ວ່າ: ສອງພັກ, ສອງລັດ ຍາມໃດກໍ່ເອົາໃຈໃສ່ຮ່ວມມືດ້ານເສດຖະກິດ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ນຳປະເທດຊາດພັດທະນາຢ່າງສະຖຽນລະພາບ, ເສດຖະກິດໝັ້ນຄົງເຂັ້ມແຂງ, ປະຊາຊົນຮັ່ງມີ ແລະ ກ້າວໜ້າ:

  ສຽງທ່ານ ມະໄລທອງ ກົມມະສິດ
 
ຊຸກຍູ້ການຄ້າສອງຝ່າຍ ຫວຽດນາມ - ລາວ ຂຶ້ນເປັນ 2 ຕື້ໂດລາສະຫະລັດໃນອະນາຄົດອັນໃກ້ໆນີ້ - ảnh 2ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ລາວ
(ພາບ: VOV LAO)

ການຄ້າສອງປະເທດພວມໄດ້ຮັບບັນດາຜົນປະໂຫຍດຈາກການຫລຸດພາສີອາກອນລົງເປັນ 0% ສຳລັບບັນດາປະເພດສິນຄ້າເກືອບທັງໝົດຂອງສອງປະເທດຕາມສັນຍາການຄ້າສິນຄ້າ ອາຊຽນ, ສັນຍາການຄ້າສອງຝ່າຍ ຫວຽດນາມ - ລາວ, ສັນຍາການຄ້າຊາຍແດນ ຫວຽດນາມ - ລາວ. ນອກຈາກນັ້ນ, ຕະຫຼາດລາວ ກໍ່ບໍ່ຮຽກຮ້ອງກ່ຽວກັບຄຸນນະພາບຜະລິດຕະພັນເຄັ່ງຂັດປານໃດ, ຜູ້ບໍລິໂພກ ມີຄວາມນິຍົມສິນຄ້າມາຈາກ ຫວຽດນາມ, ພິເສດແມ່ນຕະຫຼາດລາວ ຍາມໃດກໍ່ໄດ້ຮັບການຕີລາຄາວ່າແມ່ນປະຕູສຳຄັນ ເພື່ອໃຫ້ວິສາຫະກິດ ຫວຽດນາມ ພັດທະນາເຂົ້າບັນດາຕະຫຼາດບັນດາປະເທດສະມາຊິກ ອາຊຽນ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມສາມາດບົ່ມຊ້ອນພັດທະນາການຄ້າລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່ ແລະ ກະຊວງອຸດສາຫະກຳ ການຄ້າສອງປະເທດໄດ້ຍົກອອກການກຳນົດທິດການຮ່ວມມືພັດທະນາເພື່ອບັນລຸຕົວເລກທີ່ໜ້າປະທັບໃຈ ໃນໄລຍະຈະມາເຖິງ. ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ລາວ, ໃຫ້ຮູ້ຕື່ມອີກວ່າ:

ສຽງທ່ານ ທ່ານ ມະໄລທອງ ກົມມະສິດ

 

ເມື່ອຕີລາຄາລວມໆ, ຕະຫຼາດ ລາວ ໄດ້ຖືກຈັດອັນດັບທີ 33 ໃນຈຳນວນ 200 ຕະຫຼາດສົ່ງອອກຂອງ ຫວຽດນາມ ແລະ ກວມເອົາພຽງ 0,32% ຍອດວົງເງິນການສົ່ງອອກສິນຄ້າຂອງ ຫວຽດນາມ. ໃນໄລຍະນີ້, ຄວນຜັນຂະຫຍາຍ, ຍູ້ແຮງການພົວພັນໃນຂົງເຂດອຸດສາຫະກຳ ແລະ ການຄ້າ. ລັດຖະບານ ຫວຽດນາມ ແລະ ລາວ ປາດຖະໜາຢາກເພີ່ມມູນຄ່າການຄ້າສອງຝ່າຍຂຶ້ນເປັນ 2 ຕື້ໂດລາສະຫະລັດ ໃນອະນາຄົດອັນໃກ້ໆນີ້ ດ້ວຍການຫັນບັນດາຄວາມສາມາດບົ່ມຊ້ອນການຮ່ວມມືການຄ້າສອງປະເທດໃຫ້ສູງທີ່ສຸດ. ເມື່ອແບ່ງປັນກ່ຽວກັບວິທີການຍູ້ແຮງການພົວພັນການຄ້າສອງຝ່າຍໃນໄລຍະຈະມາເຖິງ, ທ່ານນາງ ຄຳເຜົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ຫວັງວ່າ:

  ສຽງທ່ານນາງ  ຄຳເຜົາ ເອີນທະວັນ
 
ຊຸກຍູ້ການຄ້າສອງຝ່າຍ ຫວຽດນາມ - ລາວ ຂຶ້ນເປັນ 2 ຕື້ໂດລາສະຫະລັດໃນອະນາຄົດອັນໃກ້ໆນີ້ - ảnh 3ທ່ານນາງ ຄຳເຜົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ
(ພາບ: VOV5)

 ເຖິງວ່າຍັງຮັກສາການຮ່ວມມືໃຫ້ແໜ້ນແຟ້ນ, ແຕ່ການນຳເຂົ້າ - ສົ່ງອອກຂອງ ຫວຽດນາມ ແລະ ລາວ ຍັງບໍ່ທັນໄດ້ຄືດັ່ງຄວາມມຸ່ງຫວັງເທື່ອ, ໂຄງປະກອບສິນຄ້າສົ່ງອອກ - ນຳເຂົ້າລະຫວ່າງສອງປະເທດບໍ່ຫຼາຍຮູບຫຼາຍແບບປານໃດ. ການເຄື່ອນໄຫວການຄ້າຊາຍແດນ ຫວຽດນາມ - ລາວ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງທີ່ຍັງຄົງຕົວ, ຍັງບໍ່ທັນໄດ້ປະກອບສ່ວນຫຼາຍເຂົ້າໃນການປະຕິບັດເປົ້າໝາຍແລກປ່ຽນການຄ້າສອງຝ່າຍ…ນັ້ນແມ່ນບາງບັນຫາທີ່ຍັງຄົງຄ້າງໃນການພົວພັນການຄ້າຂອງສອງປະເທດ. ຢາກແກ້ໄຂໄດ້ບັນດາບັນຫາທີ່ຍັງຄົງຄ້າງນັ້ນ, ຕ້ອງມີການຮ່ວມແຮງຮ່ວມໃຈຂອງບັນດາກະຊວງ, ຄະນະ, ຂະແໜງການກ່ຽວຂ້ອງຂອງທັງສອງປະເທດ, ພິເສດແມ່ນກະຊວງ ອຸດສາຫະກຳ - ການຄ້າ, ຄະນະກຳມະການຮ່ວມມືລະຫວ່າງລັດຖະບານ. ຫວັງວ່າ, ບັນດາບັນຫາຄົງຄ້າງນີ້ຈະໄດ້ຮັບການແກ້ໄຂໃນໄວໆນີ້, ດັ່ງຄືຄຳເຫັນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮູ່ງ, ທີ່ວ່າ: “ພັກ, ລັດຖະບານ ຫວຽດນາມ - ລາວ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືເສດຖະກິດຢູ່ໃນລະດັບສູງກວາ ເພື່ອສົມກັບການພົວພັນທາງດ້ານການເມືອງ - ການທູດ ທີ່ດີງາມຂອງສອງປະເທດ”./.

ຕອບກັບ