ຂະແໜງ ອິນໂດເນເຊຍ ວິທະຍາ, ມະຫາວິທະຍາໄລ ນະຄອນ ໂຮ່ຈີມິນ - 30 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ

Nguyen Ha
Chia sẻ
(VOVWORLD) - ຂະແໜງ ອິນໂດເນເຊຍ ວິທະຍາ, ຂຶ້ນກັບພະແນກ ອາຊີຕາເວັນອອກວິທະຍາ, ມະຫາວິທະຍາໄລ ວິທະຍາສາດ ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລ ນະຄອນ ໂຮ່ຈີມິນ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1993.
ຂະແໜງ ອິນໂດເນເຊຍ ວິທະຍາ, ມະຫາວິທະຍາໄລ ນະຄອນ ໂຮ່ຈີມິນ - 30 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ - ảnh 1ການສະແດງສິລະປະທີ່ພິທີ

ຍ້ອນຄວາມຕ້ອງການພັດທະນາຂະແໜງ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ໃນເດືອນ ມັງກອນ 2016, ອະທິການບໍດີມະຫາວິທະຍາໄລວິທະຍາສາດ ສັງຄົມ ແລະ ມະນຸດສາດ ໄດ້ຕັດສິນໃຈສ້າງຂະແໜງ ອິນໂດເນເຊຍ ວິທະຍາ, ແຍກຕົວອອກຈາກຂະແໜງ ອາຊີຕາເວັນອອກສ່ຽງໃຕ້ ວິທະຍາ. ຜ່ານໄລຍະ 30 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ຂະແໜງ ອິນໂດເນເຊຍ ວິທະຍາ ບັນລຸໄດ້ຫຼາຍຜົນງານ, ສ້າງຂີດໝາຍສະເພາະໃນຂົງເຂດວິທະຍາສາດ ສັງຄົມ ແລະ ມະນຸດສາດ.

ໃນຊຸດອາພອນປະເພນີຂອງຊາວເຜົ່າ Papua, ປະເທດ ອິນໂດເນເຊຍ, ບັນດານັກສຶກສາຂອງຂະແໜງ ອິນໂດເນເຊຍ ວິທະຍາ ລຸ້ນ K20, K21 ແລະ K22 ພວມພ້ອມກັນຟ້ອນບົດ Mambri ໃນພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງຂະແໜງ ອິນໂດເນເຊຍ ວິທະຍາ (1993 – 2023) ທີ່ໄດ້ຈັດຂຶ້ນຫວ່າງແລ້ວນີ້. ໂດຍແມ່ນໜຶ່ງໃນບັນດາແຂກຖືກເຊີນເກືອບ 300 ຄົນໃນຫໍປະຊຸມ, ເອື້ອຍ ເຢືອງທິງາ, ອະດີດນັກສຶກສາຂະແໜງ ອິນໂດເນເຊຍ ວິທະຍາ ລຸ້ນ K06 ມີຄວາມຕື້ນຕັນໃຈ ຄືດັ່ງໄດ້ເຫັນຕົວເອງໃນຫຼາຍປີກ່ອນໆ:

ມື້ນີ້, ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍ. ໃນເບື້ອງຕົ້ນ, ຂະແໜງ ອິນໂດເນເຊຍ ວິທະຍາ ມີນັກສຶກສາພຽງ 10 ຄົນເທົ່ານັ້ນ, ແຕ່ປະຈຸບັນມີຫຼາຍກ່ວາແລ້ວ. ຂ້າພະເຈົ້າຮູ້ສຶກວ່າຂະແໜງຂອງຕົນພັດທະນາແຮງກ່ວາ ແລະ ບັນດານ້ອງນັກສຶກສາລຸ້ນໜຸ່ມກໍ່ຂະຫຍັນຂັນເຄື່ອນກວ່າ. ຂ້າພະເຈົ້າຮູ້ສຶກດີໃຈນຳບັນດາຄູອາຈານ ຍ້ອນຜ່ານຫຼາຍປີທີ່ໄດ້ມານາພະຍາຍາມ, ປະກອບສ່ວນໃຫ້ຂະແໜງອິນໂດເນເຊຍ ວິທະຍາ ນັບມື້ນັບພັດທະນາ”.

ຂະແໜງ ອິນໂດເນເຊຍ ວິທະຍາ, ມະຫາວິທະຍາໄລ ນະຄອນ ໂຮ່ຈີມິນ - 30 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ - ảnh 2ບັນດາຜູ້ແທນທີ່ລາຍການ

ແຕ່ລະປີ, ຂະແໜງ ອິນໂດເນເຊຍ ວິທະຍາ ໄດ້ບຳລຸງສ້າງນັກສຶກສາ 25 ຄົນ. ດ້ວຍແຜນການສຶກສາບຳລຸງສ້າງທີ່ອຸດົມສົມບູນ, ສະພາບແວດລ້ອມການຮ່ຳຮຽນປະດິດຄິດສ້າງ, ນັກສຶກສາມີຄວາມຮູ້ສັງລວມ ແລະ ເລິກເຊິ່ງກ່ຽວກັບດ້ານພາສາ, ວັດທະນະທຳ, ປະຫວັດສາດ, ສັງຄົມ, ເສດຖະກິດ ແລະ ການເມືອງຂອງປະເທດອິນໂດເນເຊຍ. ມາຮອດປະຈຸບັນ, ຈຳນວນນັກສຶກສາຮຽນຈົບຂະແໜງ ອິນໂດເນເຊຍ ວິທະຍາ ແມ່ນກ່ວາ 310 ຄົນ, ພວມເຮັດວຽກໃນບັນດາອົງການ, ບໍລິສັດຕ່າງໆທີ່ກ່ຽວຂ້ອງເຖິງ ອິນໂດເນເຊຍ ຄື: ການທູດ, ໂທລະພາບ - ກະຈາຍສຽງ, ຊັບພະຍາກອນມະນຸດ, ດຳເນີນທຸລະກິດ… ທ່ານ ຫງວຽນແທັງຕວັນ, ຫົວໜ້າພະແນກ ຕາເວັນອອກວິທະຍາ, ຫົວໜ້າຂະແໜງ ອິນໂດເນເຊຍ ວິທະຍາ, ໃຫ້ຮູ້ວ່າ:

ພາຍຫຼັງ 6 ພາກຮຽນ, ນັກສຶກສາສາມາດເວົ້າພາສາ ອິນໂດເນເຊຍ ໄດດີ. ນັກສຶກສາທີ່ຮຽນຈົບຂະແໜງ ອິນໂດເນເຊຍ ທະຍາ ປະມານ 75% ລ້ວນແຕ່ຊອກຫາວຽກງານທີ່ເໝາະສົມກັບທັກສະຂອງເຂົາເຈົ້າ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າຂະແໜງ ອິນໂດເນເຊຍ ວິທະຍາແມ່ນຂະແໜງສຳຄັນໃນຂົງເຂດ ວິທະຍາສາດ ສັງຄົມ ແລະ ມະນຸດສາດ. ບັນດາເພື່ອນນັກສຶກສາຈົບຈາກຂະແໜງ ອິນໂດເນເຊຍ ວິທະຍາ ຕອບສະໜອງໄດ້ຄວາມຕ້ອງການດ້ານຊັບພະຍາກອນມະນຸດຂອງສັງຄົມ, ພ້ອມທັງເພີ່ມທະວີການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ອິນໂດເນເຊຍ”.

ຈຸດເດັ່ນຂອງຂະແໜງ ອິນໂດເນເຊຍ ວິທະຍາ ແມ່ນວຽກງານການຕ່າງປະເທດ, ໃນນັ້ນ ຍາມໃດກໍ່ມຸ່ງໄປເຖິງການຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນສາກົນກັບ ອິນໂດເນເຊຍ ແລະ ບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ປະຈຸບັນ, ຂະແໜງມີການພົວພັນທີ່ສະໜິດສະໜົມກັບຫຼາຍອົງການການທູດ, ບັນດາມະຫາວິທະຍາໄລ, ສະຖາບັນ ແລະ ສູນຄົ້ນຄ້ວາສາກົນຫຼາຍແຫ່ງ…

ແຕ່ລະປີ, ນັກສຶກສາຂອງຂະແໜງ ອິນໂດເນເຊຍ ວິທະຍາ ລ້ວນແຕ່ໄດ້ຮັບທຶນການສຶກສາ Darmasiswa ຈາກລັດຖະບານ ອິນໂດເນເຊຍ ໄປຮຽນພາສາ ແລະ ວັດທະນະທຳ ຢູ່ບັນດາມະຫາວິທະຍາໄລຂອງ ອິນໂດເນເຊຍ. ເມື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງໃນປີນີ້, ມີແຂກຖືກເຊີນຫຼາຍທ່ານແມ່ນຜູ້ຕາງໜ້າບັນດາອົງການການທູດ ປະຈຳ ຫວຽດນາມ ແລະ ກ່ວາ 60 ທ່ານມາຈາກບັນດາມະຫາວິທະຍາໄລໃນທົ່ວປະເທດ ອິນໂດເນເຊຍ. ທ່ານນາງ Maskota Delfi, ພະແນກວັດທະນະທຳມະນຸດສາດ, ມະຫາວິທະຍາໄລ Andalas, ອາຈານສອນຂອງຂະແໜງ ອິນໂດເນເຊຍ ໃນເວລາຫຼາຍປີ ໄດ້ແບ່ງປັນວ່າ:

ຍ້ອນການພົວພັນອັນດີງາມລະຫວ່າງຂະແໜງຂອງພວຂ້າພະເຈົ້າ ແລະ ຂະແໜງ ອິນໂດເນເຊຍ ວິທະຍາ, ພວກຂ້າພະເຈົ້າມີຫຼາຍໂອກາດໄດ້ພົບປະກັບບັນດາຄູອາຈານ ແລະ ນັກສຶກສາຂອງຂະແໜງ. ຂ້າພະເຈົ້າປາດຖະໜາຢາກສືບຕໍ່ມີການຮ່ວມມືໃນອະນາຄົດ. ຂະແໜງ ອິນໂດເນເຊຍ ວິທະຍາ ໄດ້ຮັບການຮັບຮູ້ຢ່າງກ້ວາງຂວາງຍ້ອນວິທີການສຶກສາປ່ຽນແປງໃໝ່, ແລະ ມີບັນດາຄູອາຈານຄຸນນະພາບສູງ, ມີຄວາມເມົາມົວພັທະນາການສຶກສາ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນ່ວແນ່ວ່າ ຂະແໜງ ອິນໂດເນເຊຍ ວິທະຍາ ສືບຕໍ່ສວບົດບາດຄັນໃນວຽກງານຍົກສູງທັກສາດ້າພາສາຢູ່ນະຄອນ ໂຮ່ຈີມິນ ແລະ ພາກພື້ນ”.

ເພື່ອມີການພັດທະນາຢ່າງແຮງຂອງຂະແໜງ ອິນໂດເນເຊຍ ວິທະຍາ, ຕ້ອງເວົ້າເຖິງການໜູນຊ່ວຍ ແລະ ການຮ່ວມມືຂອງສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນະຄອນໂຮ່ຈີມິນ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງຂະແໜງ ອິນໂດເນເຊຍ ວິທະຍາ, ທ່ານ Agustaviano Sofjan, ກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ, ເນັ້ນໜັກວ່າ:

ນີ້ບໍ່ພຽງແຕ່ແມ່ນພິທີສະເຫຼີມສະຫຼອງແຫ່ງວັນສ້າງຕັ້ງເທົ່ານັ້ນ ຫາກຍັງແມ່ນການສະແດງການອຸທິດສ່ວນ ແລະ ຄຳໝັ້ນສັນຍາຢ່າງຈະແຈ້ງຂອງຖັນແຖວຄູອາຈານ ແລະ ພາລະກອນຂອງຂະແໜງ ອິນໂດເນເຊຍ ວິທະຍາ ເວົ້າສະເພາ ແລະ ມະຫາວິທະຍາໄລ ວິທະຍາສາດ ສັງຄົມ ແລະ ມະນຸດສາດ ເວົ້າລວມ ທີ່ມີຕໍ່ການພົວພັນສອງຝ່າຍ ອິນໂດເນເຊຍ -ຫວຽດນາມ ໃນ 3 ທົດສະວັດຜ່ານມາອີກດ້ວຍ. ຜ່ານຄວາມມານະພະຍາຍາມລວມຂອງຄູອາຈານ, ນັກຮຽນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ, ຂະແໜງ ອິນໂດເນເຊຍ ວິທະຍາ ໄດ້ສ້າງສະພາບແວດລ້ອມການຮ່ຳຮຽນທີ່ເຕັມໄປດ້ວຍຄວາມຮູ້ສຶກ, ເປັນສະຖານທີ່ພັດທະນາພູມປັນຍາ ແລະ ນ້ຳໃຈມິດຕະພາບຢ່າງເລິກເຊິ່ງ”.

ການພັດທະນາຢ່າງແຮງກ່ຽວກັບຈຳນວນນັກສຶກສາ, ຄຸນນະພາບການສິດສອນ ພ້ອມກັບການພົວພັນ ໄດ້ສະແດງໃຫ້ເຫັນຄວາມມາພະຍາຍາມຢ່າງບໍ່ຢຸດຢັ້ງຂອງຂະແໜງ ອິນໂດເນເຊຍ ວິທະຍາ ຜ່ານໄລຍະຕ່າງໆ  ໃນການແຜ່ຂະຫຍາຍບັນດາຄຸນຄ່າຂອງວັດທະນະທຳ ແລະ ປະກອບສ່ວນພັດທະນາການພົວພັນມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໃຫ້ດີງາມກ່ວາອີກ./.

ຕອບກັບ