ການສະແດງສິລະປະ ເພື່ອເຊີດຊູສີສັນ ອາຊຽນ

Phuong Thao - Nguyen Ha
Chia sẻ
(VOVWORLD) -

ເພື່ອສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽໃຕ້ (ອາຊຽນ) (8/8/1967 8/8/2023) ແລະ 78 ປີແຫ່ງວັນສະຖາປະນາປະເທດ ຫວຽດນາມ (2/9/1945 2/9/2023), ສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ (HAUFO) ໄດ້ສົມທົບກັບສະຖານທູດບັນດາປະເທດ ອາຊຽນ ຈັດລາຍການສະແດງສິລະປະສາກົນ. ລາຍການໄດ້ປະກອບສ່ວນເຊີດຊູສີສັນວັດທະນະທຳຂອງແຕ່ລະປະເທ, ເພີ່ມທະວີຄວາມສາມັກຄີ, ມິດຕະພາບພາຍໃນກຸ່ມ.

ການສະແດງສິລະປະ ເພື່ອເຊີດຊູສີສັນ ອາຊຽນ - ảnh 1ການສະແດງຊຸດອາພອນຂອງບັນດາປະເທດ (ພາບ:KBRI)

        ເມື່ອສຽງບົດເພງ “Asean as one” ດັງຂຶ້ນ, ພາຍໃຕ້ແສງສີຂອງເວທີສະແດງ, ມີນາງແບບສອງຄົນທີ່ນຸ່ງຊຸດ Baju cara melayu ແລະ baju Kurung - ເຊິ່ງເປັນຊຸດອາພອນປະເພນີຂອງປະເທດ ບຣູໄນ ໄດ້ປະກົດຕົວ, ເປີດສາກໃຫ້ແກ່ການສະແດງຊຸດອາພອນທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ. ຖັດມາແມ່ນ Sampot ຈາກ ກຳປູເຈຍ, ສິ້ນ ຈາກລາວ, Kebaya ຈາກ ອິນໂດເນເຊຍ, Barong Tagalog ຈາກ ຟີລິບປິນ, ຊຸດເສື້ອຍາວຂອງ ຫວຽດນາມ, Longyi ຈາກ ມຽນມາ...

        ມິດຊິດ, ແຕ່ອ່ອນໂຍນ, ມີສະເໜ່ ແລະ ສ້າງຄວາມປະທັບໃຈແມ່ນສີສັນທີ່ບັນດາເພື່ອນຍິງ, ຊາຍ, ນາງແບບ, ນາຍແບບ ນຳມາໃຫ້ຜູ້ຊົມປະມານ 300 ຄົນທີ່ເຂົ້າຮ່ວມການສະແດງຢູ່ ໂຮງລະຄອນ ດ້າຍນາມ, ຮ່າໂນ້ຍ. ສິ່ງທີ່ພິເສດແມ່ນຊຸດອາພອນປະເພນີຈາກບັນດາປະເທດ ໄດ້ຮັບການສະແດງດ້ວຍບັນດານາງແບບ, ນາຍແບບສະໝັກຫຼິ້ນ. ເຂົາເຈົ້າແມ່ນພະນັກງານຂອງສະຖານທູດບັນດາປະເທດ ອາຊຽນ ຫຼື ນັກສຶກສາບັນດາປະເທດ ອາຊຽນ ປະຈຳ ຮ່າໂນ້ຍ. ນີ້ກໍແມ່ນຈຸດພົ້ນເດັ່ນໃນລາຍການສະແດງສິລະປະທີ່ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້.

        ນ້ອງຮູ້ສຶກດີໃຈຫຼາຍຍ້ອນວ່າໄດ້ແນະນຳວັດທະນະທຳຂອງປະເທດ ກຳປູເຈຍ ມາສູ່ເພື່ອນມິດຂອງບັນດາປະເທດ ອາຊຽນ. ຜ່ານລາຍການນີ້, ເພື່ອນຸ່ມຂອງ ອາຊຽນ ຈະມີໂອກາດຊອຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳຂອງບັນດາປະເທດອື່ນ”.

ການສະແດງສິລະປະ ເພື່ອເຊີດຊູສີສັນ ອາຊຽນ - ảnh 2ທ່ານ Denny Abdi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ
(ພາບ:KBRI)

        ລາຍການສະແດງສິລະປະກໍ່ໄດ້ມີຄວາມປະທັບໃຈຂຶ້ນຕື່ມ ດ້ວຍບັນດາລາຍການສະແດງສິລະປະ, ບົດເພງ, ວາດຟ້ອນໂດຍບັນດານັກສິລະປະການຂອງໂຮງລະຄອນ ແຈ່ວ ຮ່າໂນ້ຍ ແລະ ບັນດານັກສິລະປິນສະໝັກຫຼີ້ນທີ່ມາຈາກ ສະຖານທູດບັນດາປະເທດ ອາຊຽນ ສະແດງ. ທ່ານ Denny Abdi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ, ຕາງໜ້າໃຫ້ປະເທດປະທານ ອາຊຽນ 2023, ໄດ້ເນັ້ນໜັກວ່າ:

        ການສະແດງຂອງຜູ້ຕາງໜ້າບັນດາປະເທດ ອາຊຽນ ແມ່ນຈຸດເດັ່ນໃຫ້ແກ່ຄວາມມານະພະຍາຍາມຂອງພວກເຮົາໃນການຊຸກຍູ້ພື້ນຖານວັດທະນະທຳຂອງສັນຕິພາບ ແລະ ຄວາມໂອບເອື້ອຍອາລີ. ຈົ່ງໃຫ້ນ້ຳໃຈມິດຕະພາບລະຫວ່າງບັນດາປະເທດພວກເຮົາ  ແມ່ນພື້ນຖານໃຫ້ແກ່ຜົນສຳເລັດໃນພາກພື້ນ, ເພື່ອໃຫ້ພວກເຮົາມີຄວາມເຂົາໃຈກັນກ່ຽວກັບໄສທັດ, ສີສັນ ອາຊຽນ ກ່ວາອີກ”.

        ບັນດາບົດເພງ, ວາດຟ້ອນທີ່ຍ້ອງຍໍຄວາມງາມ, ປະເທດຊາດ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ ໃນລາຍການແມ່ນຂອງຂວັນອັນລ້ຳຄ່າ, ພິເສດທີ່ສະຫງວນໃຫ້ແກ່ບັນດາຜູ້ແທນ ຫວຽດນາມ ແລະ ເພື່ອນມິດສາກົນທີ່ພວມປະຕິບັດງານຢູ່ ຫວຽດນາມ. ຜູ້ຊົມມີຄວາມນິຍົມຊົມຊອບກັບວາດຟ້ອນ Manggaro ຂອງ ອິນໂດເນເຊຍ, ວາດຟ້ອນ Bidu ຂອງ ຕີມໍເລັດເຕ, ບົດເພງ ຊາວນາມ່ວນຊື່ນ ຂອງ ລາວ… ເພື່ອນ ເລເຈິ່ນຖາວຍີ, ນັກສຶກສາມະຫາວິທະຍາໄລ ເວທີການສະແດງ ຮ່າໂນ້ຍ, ເຄີຍເປັນນັກສຶກສາ ຫວຽດນາມ ທີ່ຮຽນຢູ່ ອິນໂດເນເຊຍ, ຮູ້ສຶກເອກອ້າງທະນົງໃຈ ເມື່ອໄດ້ສະແດງວາດຟ້ອນທີ່ເປັນມູນເຊື້ອ Manggaro ຂອງປະເທດ ອິນໂດເນເຊຍ ຢູ່ບ້ານເກີດເມືອງນອນຂອງຕົນ:

        ນ້ອງຮູ້ສຶກເປັນກຽດຫຼາຍເມື່ອເປັນນັກສຶກສາ ຫວຽດນາມ ແຕ່ໄດ້ສະແດງວາດຟ້ອນຂອງປະເທດເພື່ອນມິດ. ວາດຟ້ອນນີ້ຍາກຫຼາຍ ຍ້ອນຕ້ອງສະແດງໄດ້ຈິດໃຈຂອງປະເທດ ອິນໂດເນເຊຍ ຜ່ານທ່າທີທີ່ຍາກໆ. ພວກນ້ອງໄດ້ຝຶກແອບ, ເບິ່ງລະອຽດ, ຮ່ຳຮຽນເອົານຳບັນດານັກສິລະປິນຂອງອິນໂດເນເຊຍ ເພື່ອສະແດງໄດ້ວາດຟ້ອນອັນອ່ອນໂຍນ, ງາມຕາທີ່ໄດ້ສະແດງບົນເວທີໃນມື້ນີ້”.

ການສະແດງສິລະປະ ເພື່ອເຊີດຊູສີສັນ ອາຊຽນ - ảnh 3ການສະແດງວາດຟ້ອນຂອງ ຫວຽດນາມ
(ພາບ: KBRI)

        ເພື່ອແນໃສ່ແນະນຳບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງປະເທດ ຫວຽດນາມ ມາໃຫ້ເພື່ອນມິດສາກົນ, ບັນດານັກສິລະປິນ ຫວຽດນາມ ໄດ້ນຳບົດເພງ, ວາດຟ້ອນ Dieu Xuan Duong - ວາດຟ້ອນລະດູບານໃໝ່ ແລະ ບົດເພງ Co doi thuong ngan - ນາງງາມເຂດພູສູງ ມາສະແດງທີ່ລາຍການ. ປະເພດສິລະປະຂັບ ເຈົ່າວັນ ຂອງ ຫວຽດນາມ, ເຊິ່ງເປັນປະເພດສິລະປະຂັບລຳທີ່ເປັນມູນເຊື້ອຕິດພັນກັບພິທີກຳການເຫຼື້ອມໃສບູຊາພະແມ່ ຂອງຫວຽດນາມ ດ້ວຍຈັງຫວະຕອນຕ່ຳ - ຕອນສູງ ແລະ ນັກສິລະປິນນຸ່ງຊຸດອາພອນທີ່ສີສັນງາມຕາ ໄດ້ພິຊິດໃຈບັນດາຜູ້ແທນ ແລະ ເພື່ອນມິດສາກົນທີ່ເຂົ້າຮ່ວມລາຍການ:

        ຍິ: ລາຍການໄດ້ສ້າງຄວາມປະທັບໃຈຫຼາຍ. ບັນດາບົດເພງ, ວາດຟ້ອນທີ່ສະແດງຢູ່ທີ່ນີ້ມ່ວນຫຼາຍ, ເຊິ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງບັນດາປະເທດ ອາຊຽນ. ໂດຍເປັນຜູ້ມາຊົມລາຍການ, ຂ້າພະເຈົ້າຫວັງວ່າ ຈະມີຫຼາຍເຫດການຄືແນວນີ້ໄດ້ຈັດຂຶ້ນຕື່ມອີກ.

 ຊາຍ: ລາຍການສະແດງສິລະປະໃນມື້ນີ້ປະສົບຜົນສຳເລັທີ່ສຸດ. ຂ້າພະເຈົ້າຮູ້ສຶກດີໃຈເມື່ອໄດ້ຮູ້ຈັກບັນດາຮີດຄອງປະເພນີຂອງແຕ່ລະປະເທດຜ່ານບັນດາບົເພງ, ວາດຟ້ອນ ຫຼື ຊຸດອາພອນຂອງແຕ່ລະປະເທດ. ຂ້າພະເຈົ້າຮູສຶກເປັນກຽດເມື່ອເປັນຄົນ ຫວຽດນາມ, ເອກອ້າງທະນົງໃຈເມື່ອ ຫວຽດນາມ ບືນຕົວຂຶ້ນທຽບເທົ່າກັບໂລກ. ຂ້າພະເຈົ້າກໍ່ຮູ້ສຶກດີໃຈຫຼາຍເມື່ເຫັນໄດ້ຄວາມຜູກພັນຂອງ ອາຊຽນ  ຜ່ານລາຍການນີ້”.

ລາຍການສະແດງສິລະປະໄດ້ນຳມາເຊິ່ງຮູບພາບທີ່ມີສີສັນຫຼາກຫຼາຍ ໂດຍໄດ້ແຕ້ມດ້ວຍບັນດາປະເທດໃນກຸ່ມກ້ອນມະຫາສາມັກຄີ ອາຊຽນ ພ້ອມກັບການເຂົ້າຮ່ວມທີ່ສຸດຈິດສຸດໃຈຂອງພະນັກງານການທູດ ກໍ່ຄືນັກສຶກສາຂອງບັນດາປະເທດສະມາຊິກ. ຜ່ານນັ້ນ, ກໍ່ໄດ້ຢັ້ງຢືນ ສະມາຄົມ ອາຊຽນ ທີ່ໝັ້ນຄົງໜັກແໜ້ນ, ສະໜິດຕິດພັນປະຊາຊົນອາຊຽນ, ຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈກ່ວາກ່ຽວກັບວັດທະນະທຳ, ສີສັນຂອງບັນດາປະເທດເພື່ອນບ້ານ. ພ້ອມກັນນັ້ນ, ລາຍການກໍ່ແມ່ນໂອກາດໂຄສະນາກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ ເຖິງເພື່ອນມິດ ອາຊຽນ.

 

ຕອບກັບ