THAGRICO - ຮູບ​ແບບ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ ຢູ່ ກຳ​ປູ​ເຈຍ

Van Hoa
Chia sẻ
(VOVWORLD) -ປີ 2020 ຜ່ານມາ, ຢູ່ ຫວຽດນາມ ແລະ ກຳປູເຈຍ ລ້ວນແຕ່ຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ຕໍ່ທຸກດ້ານໃນຊີວິດສັງຄົມ. ເຖິງຢ່າງໃດກໍຕາມ, ດ້ວຍບັນດາຄວາມມານະພະຍາຍາມຂອງທັງສອງຝ່າຍ, ການແລກປ່ຽນການຄ້າລະຫວ່າງສອງຝ່າຍ ຍັງສືບຕໍ່ບັນລຸໄດ້ຫຼາຍກວ່າ 5,3 ຕື້ USD. ພ້ອມກັນນັ້ນ, ບັນດາວິສາຫະກິດ ຫວຽດນາມ ທີ່ລົງທຶນຢູ່ ກຳປູເຈຍ ຍັງຄົງຕົວໄດ້ຢ່າງໝັ້ນຄົງ, ໃນນັ້ນ ມີບໍລິສັດ ຫຸ້ນສ່ວນຜະລິດປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນກະເສດ THADI (THAGRICO), ເຊິ່ງໄດ້ຮັບຖືວ່າ ແມ່ນຮູບແບບດີເດັ່ນຂອງວິສາຫະກິດ ຫວຽດນາມ ທີ່ລົງທຶນເຂົ້າໃນບັນດາໂຄງການກະສິກຳ ຢູ່ ກຳປູເຈຍ.
 

   ປີ 2018, ບໍລິສັດຫຸ້ນສ່ວນຜະລິດປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນກະເສດ THADI ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານຂອງການຮ່ວມມືລະຫວ່າງ ບໍລິສັດ THACO ແລະ ບໍລິສັດຫຸ້ນສ່ວນກະສິກຳສາກົນ ຮວ່າງແອັງຢາລາຍ ເພື່ອລົງທຶນເຂົ້າໃນຂົງເຂດກະສິກຳ ຢູ່ ກຳປູເຈຍ. THADI ມີແຜນນະໂຍບາຍລົງທຶນກໍ່ສ້າງນິຄົມກະເສດ ທີ່ມີຂອບຂະໜາດໃຫຍ່ຢູ່ ກຳປູເຈຍ ດ້ວຍແຜນການເກັບກ່ຽວໝາກໄມ້ໄດ້ປະລິມານ 550.000 ໂຕນໃນ ປີ 2021. ສະເພາະຢູ່ ກຳປູເຈຍ, THADI ແລະ ບໍລິສັດ ຮວ່າງແອັງຢາລາຍ ໄດ້ລົງທຶນໃນເນື້ອທີ່ຫຼາຍກວ່າ 50.000 ເຮັກຕາ, ມາຮອດປັດຈຸບັນ ປູກຕົ້ນໄມ້ກິນໝາກໄດ້ຫຼາຍກວ່າ 34.000 ເຮັກຕາ, ໃນນັ້ນ ໄດ້ພັດທະນາບັນດາໂຄງການປູກຕົ້ນໄມ້ກິນໝາກຢູ່ສອງແຂວງ Kraitie (ປະມານ 10.000 ເຮັກຕາ) ແລະ Rattanakiri (26.000 ເຮັກຕາ) ໃນນັ້ນສ່ວນຫຼາຍແມ່ນປູກຕົ້ນໝາກກ້ວຍ, ໝາກມ່ວງ, ໝາກພ້າວ, ລຳໄຍ, ໝາກມີ້ ແລະ ໝາກນັດ. ຈຳນວນແຮງງານທັງໝົດຂອງ THADI ຢູ່ສອງແຂວງດັ່ງກ່າວ ແມ່ນຫຼາຍກວ່າ 13.000 ຄົນ, ໃນນັ້ນ ມີແຮງງານກວ່າ 1000 ຄົນ ແມ່ນນັກຊ່ຽວຊານ, ຜູ້ໃຫ້ຄຳປຶກສາທີ່ມາຈາກ ຟີລິບປິນ, ຈີນ ແລະ ໄທ. ທ່ານ ເລແທັງຮວ່າງ - ຜູ້ອຳນວຍການຝ່າຍບໍລິຫານເຂດປະສົມ ບໍລິສັດ THADI ໃຫ້ຮູ້ວ່າ:

        “ໃນປີ 2020, ດ້ວຍຂອບຂະໜາດພັດທະນາເນື້ອທີ່ປູກຝັງຕື່ມອີກນັ້ນ, ຄາດວ່າ ເຂດປະສົມຈະຮັບສະໝັກແຮງງານຕື່ມອີກ 10.000 ຄົນ ຈຶ່ງຈະສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງການຜະລິດ. ນີ້ແມ່ນໂອກາດໃຫຍ່ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ປ່ຽນອາຊີບ ແລະ ຊ່ວຍໃຫ້ຊາວ ກຳປູເຈຍ ສາມາດຮັກສາຊີວິດການເປັນຢູ່ເປັນປົກກະຕິໃນໄລຍະຍາວນານໄດ້”.

THAGRICO - ຮູບ​ແບບ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ ຢູ່ ກຳ​ປູ​ເຈຍ - ảnh 1ບໍລິສັດ THADI ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນນັບໝື່ນຄົນ (ພາບ: TTXVN)

ໃນສະພາບການທີ່ມີຫຼາຍຂະແໜງເສດຖະກິດຂອງ ກຳປູເຈຍ ຖືກຖອຍຫຼັງ, ຊາວຜູ້ອອກແຮງງານນັບສິບພັນຄົນຖືກວ່າງງານ ຫຼື ພັກວຽກຊົ່ວຄາວ ເປັນຕົ້ນແມ່ນຜູ້ທີ່ເຮັດວຽກໃນຂົງເຂດຕ່ຳແຜ່ນຕັດຫຍິບ ແລະ ການທ່ອງທ່ຽວ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ນັບແຕ່ຕົ້ນປີ 2020, ເຖິງຢ່າງໃດກໍຕາມ, ການເຄື່ອນໄຫວຜະລິດໃນຂົງເຂດກະສິກຳຂອງບໍລິສັດ THADI ຍັງເຄື່ອນໄຫວເປັນປົກກະຕິ, ເສີມຂະຫຍາຍໄດ້ທ່າແຮງ ແລະ ລັກສະນະຍືນຍົງ, ສ້າງວຽກເຮັດງານທຳໃຫ້ແກ່ຊາວ ກຳປູເຈຍ. ລະອຽດແມ່ນ, ໄລຍະຜ່ານມາ, ທາງບໍລິສັດໄດ້ຮັບສະໝັກແຮງງານຫຼາຍກວ່າ 500 ຄົນເຂົ້າມາເຮັດວຽກຢູ່ເຂດທະເລ Tonle Sap ແລະ ແຮງງານ ກຳປູເຈຍ ນັບພັນຄົນເຂົ້າມາເຮັດວຽກຢູ່ບັນດາແຂວງອ້ອມຂ້າງຂອງໂຄງການກະສິກຳນີ້. ເອື້ອຍ ຫງວຽນທິມາຍ, ອາຍຸ 34 ປີ, ພາຍຫຼັງໄດ້ຮັບການຂົນຂວາຍລະດົມກຳລັງໃຈຈາກພະນັກງານສະຖານທູດ, ສະມາຄົມ ຂະແມ - ຫວຽດນາມ ແລະ ວິສາຫະກິດ, ເອື້ອຍພ້ອມດ້ວຍລູກນ້ອຍ 3 ຄົນ ກໍຕັດສິນໃຈອອກຈາກທະເລ Tonle Sap ໄປຕັ້ງຖິ່ນຖານໃໝ່ຢູ່ເຂດປະສົມ ກະສິກຳ Snuol ຂອງບໍລິສັດ ຫຸ້ນສ່ວນ THADI ຢູ່ແຂວງ Kratie, ລາຊະອານາຈັກ ກຳປູເຈຍ. ເອື້ອຍ ມາຍ ດີໃຈຫຼາຍທີ່ໄດ້ຮັບການຊ່ວຍເຫຼືອຈາກທາງບໍລິສັດ ແລະ ເປັນກຳມະກອນບົວລະບັດ, ເກັບກ່ຽວກ້ວຍຢູ່ທີ່ນີ້. ເອື້ອຍແບ່ງປັນວ່າ:

        “ເມື່ອມາເຮັດວຽກຢູ່ທີ່ນີ້, ທາງບໍລິສັດກໍ່ໄດ້ອຳນວຍຄວາມສະດວກໃຫ້ ນັບທັງບ່ອນຢູ່ບ່ອນກິນ, ມີບ່ອນກວດສຸຂະພາບ, ມີເງິນເດືອນເປັນປົກກະຕິ, ຊີວິດການເປັນຢູ່ ແລະ ການເຮັດວຽກຢູ່ທີ່ນີ້ບໍ່ລຳບາກຄືເມື່ອກ່ອນ. ຂ້າພະເຈົ້າຂໍຂອບໃຈບໍລິສັດ THADI ທີ່ໄດ້ຊ່ວຍເຫຼືອ, ເອື້ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນຢູ່ເຂດທະເລ Tonle Sap, ໃນນັ້ນ ມີຄອບຄົວຂ້າພະເຈົ້າ ໄດ້ມາເຮັດວຽກຢູ່ທີ່ນີ້, ຊີວິດການເປັນຢູ່່ກໍມີຄວາມໝັ້ນຄົງ, ອະນາຄົດຂອງລູກຫຼານກໍສົດໃສກວ່າ”.

     ດ້ວຍເນື້ອໃນຈິດໃຈ ຍາມໃດກໍຮ່ວມເດີນທາງໜູນຊ່ວຍ ແລະ ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ປະຊາຊົນ, ສະຖານທູດ ແລະ ບັນດາວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍ ສົມທົບກັບ ສະມາຄົມ ຂະແມ - ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຂົນຂວາຍ, ສັບຊ້ອນໃຫ້ແກ່ຫຼາຍຄອບຄົວຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ຢູ່ເຂດທະເລ Tonle Sap ໄປຢ້ຽມຢາມບັນດາໂຄງການປູກຢາງພາລາ ແລະ ຕົ້ນໄມ້ກິນໝາກຢູ່ທ້ອງຖິ່ນແຫ່ງຕ່າງໆ ເພື່ອລະດົມກຳລັງໃຈໃຫ້ເຂົາເຈົ້າຕັດສິນໃຈຫັນປ່ຽນອາຊີບ, ຍ້າຍໄປສ້າງຊີວິດການເປັນຢູ່ໃໝ່ທີ່ມີຄວາມໝັ້ນຄົງກວ່າ. ໄປຄຽງຄູ່ກັນນັ້ນ, ບັນດານິຄົມກະເສດຂອງ THADI ກໍມານະພະຍາຍາມສ້າງບັນດາວຽກເຮັດງານທຳ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງບັນດາຄອບຄົວທຸກຍາກຢູ່ ກຳປູເຈຍ ມີຄວາມໝັ້ນຄົງກວ່າ ດ້ວຍລະດັບລາຍຮັບທີ່ດີກວ່າ. ທ່ານ ເຈິ່ນວັນຈີ - ຊາວກຳປູເຈຍ ເຊື້ອຊາດ ຫວຽດນາມ ແບ່ງປັນດ້ວຍຄວາມດີໃຈວ່າ:

“ຂ້າພະເຈົ້າເຫັນວ່າ ວຽກເຮັດງານທຳຢູ່ທີ່ນີ້ໝັ້ນຄົງດີ, ມື້ໃດກໍມີລາຍຮັບ. ວຽກງານເກົ່າຂອງຂ້າພະເຈົ້າ ບາງມື້ຫາເງິນໄດ້ ແຕ່ບາງມື້ກໍບໍ່ມີ. ແຕ່ເມື່ອມາເຮັດວຽກຢູ່ທີ່ນີ້ ແມ່ນມີລາຍຮັບທຸກມື້ເລີຍ. ຂ້າພະເຈົ້າຮູ້ສຶກໂຊກດີທີ່ມີວຽກເຮັດງານທຳທີ່ໝັ້ນຄົງ, ມີເງິນເດືອນເປັນປົກກະຕິ ເພື່ອໃຊ້ຈ່າຍ ແລະ ປົວແປງຊີວິດການເປັນຢູ່ຂອງຄົບຄອບໃຫ້ນັບມື້ນັບດີຂຶ້ນກວ່າເກົ່າ”.

THAGRICO - ຮູບ​ແບບ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ ຢູ່ ກຳ​ປູ​ເຈຍ - ảnh 2ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫວູກວາງມິນ  ມອບຂອງຂວັນໃຫ້ແກ່ປະຊາຊົນ (ພາບ: nhandan.com.vn)

ໂດຍຮັບຮູ້ປະສິດທິຜົນ ແລະ ມູນຄ່າເສດຖະກິດ - ສັງຄົມຂອງບັນດາໂຄງການກະສິກຳຂອງບໍລິສັດ THADI, ໃນການຢ້ຽມຢາມ ແລະ ເຮັດວຽກກັບ 4 ແຂວງ (Kampong Thom, Kratie, Rattanakiri, Moldulkiri) ພ້ອມກັບຜູ້ຕາງໜ້າສະໂມສອນວິສາຫະກິດ ຫວຽດນາມ (VBCC), ທ່ານເອກອັກຄະລັດຖະທູດ  ຫວຽດນາມ ປະຈຳ ກຳປູເຈຍ ຫວູກວາງມິນ ຖືວ່າ ບັນດາໂຄງການກະສິກຳ ອາດຈະເປີດອະນາຄົດໃໝ່ໃຫ້ແກ່ປະຊາຄົມຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ຢູ່ 5 ແຂວງ ເຊິ່ງລວມມີ Bamttambang, Siem Reap, Pursat, Kampong Chhang ແລະ Kampong Thom ທີ່ນອນໃນບໍລິເວນຕ້ອງຍົກຍ້າຍອອກຈາກເຂດທະເລ Tonle Sap ຕາມນະໂຍບາຍຂອງລັດຖະບານ ກຳປູເຈຍ. ບັນດາຜະລິດຕະພັນກະເສດສົ່ງອອກຂອງ THADI ຈະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຂະແໜງກະສິກຳ - ຂະແໜງເສດຖະກິດປາຍແຫຼມຂອງລັດຖະບານ ກຳປູເຈຍ ໃນໄລຍະປັດຈຸບັນ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫວູກວາງມິນ ຕີລາຄາວ່າ:

“ບັນດາວິສາຫະກິດ ຫວຽດນາມ ເຄື່ອນໄຫວລົງທຶນ ຫຼື ດຳເນີນທຸລະກິດ ຢູ່ ກຳປູເຈຍ, ບໍ່ພຽງແຕ່ບັນລຸຜົນສຳເລັດດ້ານການເງິນໃຫ້ແກ່ວິສາຫະກິດຂອງຕົນເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ວຽກງານຄວາມສະຫງົບສັງຄົມໃຫ້ແກ່ປະເທດເພື່ອນບ້ານອີກດ້ວຍ. ສິ່ງດັ່ງກ່າວກໍໄດ້ຮັບຄວາມຮັບຮູ້ ແລະ ຕີລາຄາສູງຈາກການນຳ ກຳປູເຈຍ, ອັນໄດ້ປະກອບສ່ວນເຂົ້າໃນການສ້າງຂົວເຊື່ອມຕໍ່ລະຫວ່າງປະຊາຊົນສອງປະເທດ”.

ໃນໄລຍະຈະມາເຖິງ, ດ້ວຍຄວາມຕ້ອງການຮັບສະໝັກແຮງງານກວ່າ 8.000 ຄົນ ເພື່ອຜັນຂະຫຍາຍຍຸດທະສາດກະສິກຳຂອບຂະໜາດໃຫຍ່ ແລະ ຍືນຍົງ ຕາມລະບົບຄົບວົງຈອນໃນນິຄົມກະເສດຂອງ THADI ຢູ່ ກຳປູເຈຍນັ້ນ, ປະຊາຊົນຢູ່ທີ່ນີ້ ກໍມີຄວາມປາດຖະໜາວ່າຈະສືບຕໍ່ໄດ້ຮັບຄວາມສົນໃຈຈາກບັນດາວິສາຫະກິດ ຫວຽດນາມ ຫຼາຍກວ່າອີກ ແລະ ປະເທດປະຈຳຖິ່ນ ຈະສືບຕໍ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຍູ້ແຮງວຽກງານຍົກສູງຄ່າຄອງຊີບ, ເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນເທື່ອລະກ້າວ, ປະກອບສ່ວນສ້າງສາສອງປະເທດ ຫວຽດນາມ ແລະ ກຳປູເຈຍ ໃຫ້ນັບມື້ນັບພັດທະນາແບບໝັ້ນຍືນ ແລະ ຍາວນານ/. 

ຕອບກັບ