Medlatec Cambodia ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ກຳ​ປູ​ເຈຍ

Chia sẻ
(VOVWORLD) - ຕົ້ນເດືອນຕຸລາ ປີ 2023, ຄລີນິກ Medlatec Cambodia ຂຶ້ນກັບລະບົບສາທາລະນະ Medlatec ຫວຽດນາມ ໄດ້ເປີດຕົວຢ່າງເປັນທາງການ, ນຳການບໍລິການສາທາລະນະສຸກທີ່ສະດວກ, ນຳໃຊ້ເຕັກໂນໂລຢີສູງມາຮັບໃຊ້ປະຊາຊົນ, ກໍ່ຄືສ້າງໂອກາດຮ່ວມມືໃຫ້ແກ່ທ່ານໝໍ, ໂຮງໝໍ, ຄລີນິກ ໃນທົ່ວປະເທດ ກຳປູເຈຍ ກ່ຽວກັບການວິໄຈ ແລະ ບົ່ງມະຕິພະຍາດດ້ວຍພາບຖ່າຍ 4.0. ໂດຍຕັ້ງຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, Medlatec Cambodia ໄດ້ຮັບສ້າງຕັ້ງຕາມດ້ວຍຄວາມຫວັງຢາກປະກອບສ່ວນເຂົ້າໃນການພັດທະນາຂະແໜງສາທາລະນະສຸກ ຂອງນະຄອນຫຼວງ ພະນົມເປັນ ກໍ່ຄືຂອງປະເທດ ກຳປູເຈຍ.

Medlatec Cambodia ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ກຳ​ປູ​ເຈຍ - ảnh 1ຄລີນິກ Medlatec Cambodia ຢູ່ກຳປູເຈຍ (ພາບ: medlatec)

ໂດຍໄດ້ສ້າງຕັ້ງແຕ່ປີ 1996, ການບໍລິການເອົາຕົວຢ່າງ ວິໄຈ / ວິເຄາະ ເຖິງທີ່ ຂອງ Medlatec ໄດ້ສ້າງຕັ້ງຂຶ້ນດ້ວຍພາລະກິດນຳການບໍລິການສາທາລະນະສຸກທີ່ສະດວກ ໃນການຮັບການເບິ່ງແຍງດູແລສຸຂະພາບຂອງປະຊາຊົນຫວຽດນາມ. ມາຮອດປັດຈຸບັນ, ພາຍຫຼັງໄດ້ພັດທະນາມາເປັນເວລາ 26 ປີ, ການບໍລິການນີ້ບໍ່ພຽງແຕ່ຢັ້ງຢືນເຄື່ອງໝາຍສາທາລະນະສຸກທີ່ໄດ້ຮັບຄວາມນິຍົມ, ມີຄວາມສະດວກອັນດັບທີ 1 ເທົ່ານັ້ນ ຫາກຍັງບືນຕົວຂຶ້ນແຜ່ຂະຫຍາຍໃນທົ່ວປະເທດ ແລະ ບາດກ້າວທຳອິດບືນຕົວຂຶ້ນອອກສູ່ໂລກ.

Medlatec ແມ່ນຫົວໜ່ວຍສາທາລະນະສຸກແຫ່ງທຳອິດຢູ່ ຫວຽດນາມ ໄດ້ຜັນຂະຫຍາຍການບໍລິການວິໄຈຢູ່ກັບທີ່ຢ່າງວ່ອງໄວ, ຊັດເຈນ, ສະດວກໃນທົ່ວປະເທດດ້ວຍລາຄາທີ່ເໝາະສົມ, ບໍ່ປ່ຽນແປງລາຄາໃນຕະຫຼອດໄລຍະ 30 ປີຜ່ານມາ. ດ້ວຍຄວາມສະດວກ ແລະ ນຳມາມູນຄ່າໃຫ້ວົງຄະນະຍາດການບໍລິການ, Medlatec ໄດ້ຮັບຫຼາຍລາງວັນທີ່ມີຄຸນຄ່າຢູ່ ຫວຽດນາມ ແລະ ພາກພື້ນ, ການບໍລິການນີ້ ໄດ້ຮັບໃບຢັ້ງຢືນຄຸນນະພາບການບໍລິການ ອາຊຽນ ແລະ ລາງວັນວິສາຫະກິດດີເດັ່ນ (APEA 2023). ນັບແຕ່ເວລາໄດ້ ຜັນຂະຫຍາຍການບໍລິການເອົາຕົວຢ່າງວິໄຈຢູ່ເຮືອນ, ຮັບໃຊ້ການເບິ່ງແຍງດູແລສຸຂະພາບຂອງປະຊາຊົນໃນດິນແດນປະເທດກຳປູເຈຍ, ດ້ວຍລາຄາການເອົາແບບຢ່າງ ແລະ ສົ່ງຜົນໃຫ້ຢູ່ເຮືອນ ພຽງແຕ່ 1USD/ຈຸດ. ທ່ານ ສາດສະດາຈານ ຫງວຽນແອັງຈີ, ສະມາຊິກປະດິດຄິດສ້າງ, ປະທານສະພາທີ່ປຶກສາ ໂຮງໝໍຫຼາຍຂະແໜງ Medlatec ແບ່ງປັນວ່າ:

ພວກຂ້າພະເຈົ້າໄດ້ຮັບໃຊ້ປະຊາຊົນກຳປູເຈຍ ດ້ວຍການບໍລິການທີ່ມີລັກສະນະມີໜຶ່ງບໍ່ມີສອງຂອງລະບົບສາທາລະນະສຸກ Medlatec ນັ້ນແມ່ນມາເອົາຕົວຢ່າງການບໍລິການດ້ານສາທາລະນະສຸກຢູ່ກັບເຮືອນ ດ້ວຍຈຸດຫຼັກແຫຼ່ງນັ້ນແມ່ນ ການສ້າງຮາກຖານວິໄຈຢູ່ຫຼາຍບອ່ນ. ຜົນສຳເລັດຂອງ Medlatec ຢູ່ ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກທົ່ວສັງຄົມ, ໄດ້ຮັບການຄັດເລືອກຈາກ ບັນດາທ່ານໝໍ, ມີຫຼາຍໂຮງໝໍໄດ້ຖືຫ້ອງວິໄຈຂອງ Medlatec ເປັນມາດຖານ.

Medlatec ກໍ່ແມ່ນຫົວໜ່ວຍສາທາລະນະສຸກແຫ່ງທຳອິດຢູ່ ຫວຽດນາມ ບັນລຸໃບຢັ້ງຢືນຄຸນນະພາບໃນການວິໄຈສາກົນ CAP, ໂດຍສະຫະສະມາຄົມໂຮງໝໍ ອາເມລິກາ ຢັ້ງຢືນ. ດ້ວຍໃບຢັ້ງຢືນນີ້, ໝາກຜົນການວິໄຈ ຂອງ Medlatec ສາມາດນຳໃຊ້ຢູ່ 53 ປະເທດໃນທົ່ວໂລກ ເມື່ອຄົນຈັບໄປກວດ ແລະ ປິ່ນປົວພະຍາດ. ບັນດາມາດຖານກ່ຽວກັບການວິໄຈໄດ້ນຳໃຊ້ໃນທົ່ວລະບົບສາທາລະນະສຸກຂອງ Medlatec, ລວມທັງ Medlatec Cambodia. ທ່ານນາງ ປະລິນຍາເອກ Lucia Grajewski ສະມາຊິກສະຫະສະມາຄົມກວດພະຍາດ ອາເມລິກາ, ຜູ້ອຳນວຍການຝ່າຍບໍລິຫານຫ້ອງທົດລອງໂຮງໝໍ Saint Francis (ອາເມລິກາ) ໃຫ້ຂໍ້ສັງເກດວ່າ:

Medlatec ແມ່ນຮາກຖານວິໄຈທີ່ໄດ້ຮັບການໄວ້ເນື້ອເຊື່ອໃຈຢ່າງກວ້າງຂວາງໃນທົ່ວປະເທດ, ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ເຂົາເຈົ້າພວມຢູ່ໃນເສັ້ນທາງບືນຕົວຂຶ້ນອອກສູ່ໂລກ. ຂ້າພະເຈົ້າເຫັນວ່າ ນັບມື້ນັບ ມີຫຼາຍຫ້ອງວິໄຈນອກອາເມລິກາ ຮັບຮອງເອົາ ຫຼາຍໝາກຜົນ ຂອງ Medlatec

Medlatec Cambodia ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ກຳ​ປູ​ເຈຍ - ảnh 2ພິທີເປີດນຳໃຊ້ ຄລີນິກ Medlatec Cambodia (ພາບ: medlatec)

ດ້ວຍວິວັດການຄຸ້ມຄອງຄຸນນະພາບການວິໄຈຢ່າງເຂັ້ມງວດ, ພ້ອມກັບການລົງທຶນລະບົບເຄື່ອງຈັກວິໄຈແບບອັດຕະໂນມັດຢ່າງຄົບຊຸດຂອງບັນດາບໍລິສັດວັດຖຸອຸປະກອນການແພດແຖວໜ້າໂລກ, ພ້ອມກັບການເຊື່ອມຕໍ່ການໜູນຊ່ວຍຈາກລະບົບ ຄລີນິກ Medlatec ຢູ່ ຫວຽດນາມ, Medlatec Cambodia ສາມາດຕອບສະໜອງໄດ້ການວິໄຈກ່ວາ 2.000 ຊະນິດແຕ່ຂັ້ນພື້ນຖານຮອດຂັ້ນລົງເລິກວິຊາສະເພາະ. ທ່ານ ປະລິນຍາເອກ Y Lima, ຜູ້ອຳນວຍການສູນຝືກອົບຮົບວິຊາສະເພາະ ໜຶ່ງໃນບັນດາຄູ່ຮ່ວມມືທຳອິດຂອງ Medlatec ຢູ່ກຳປູເຈຍ ຕີລາຄາວ່າ:

ຂ້າພະເຈົ້າໄດ້ຮູ້ວ່າ Medlatec ແມ່ນສູນວິໄຈທີ່ໃຫຍ່ ແລະ ມີຊື່ສຽງຢູ່ ຫວຽດນາມ ດ້ວຍແພດໝໍກ່ວາ 17.000 ຄົນ ທີ່ເຮັດວຽກຢູ່ໂຮງໝໍແຫ່ງຕ່າງໆ ພ້ອມກັບຮາກຖານເກັບຕົວຢ່າງວິໄຈຢູ່ກັບເຮືອນກ່ວາ 200 ແຫ່ງ. ຂ້າພະເຈົ້າຄິດວ່າ ນີ້ແມ່ນເງື່ອນໄຂທີ່ດີເມື່ອນຳບັນດາໝາກຜົນ Medlatec ທີ່ບັນລຸໄດ້ຢູ່ ຫວຽດນາມ ມາຜັນຂະຫຍາຍຢູ່ ກຳປູເຈຍ. ຂ້າພະເຈົ້າຖືວ່າ ນີ້ແມ່ນການບໍລິການບໍ່ພຽງແຕ່ມີຄຸນນະພາບດີເທົ່ານັ້ນ ຫາກຍັງມີລາຄາທີ່ສົມເຫດສົມຜົນອີກດ້ວຍ. ດີຫຼາຍເມື່ອການບໍລິການນີ້ ໄດ້ຜັນຂະຫຍາຍຢູ່ ກຳປູເຈຍ.

ຂະບວນວິວັດນຳການບໍລິການສາທາລະນະສຸກທີ່ສະດວກ, ນຳໃຊ້ເຕັກໂນໂລຢີສູງເພື່ອຮັບໃຊ້ປະຊາຊົນກຳປູເຈຍ ແມ່ນສິ່ງພິສູດໃຫ້ບັນດາຄວາມມານະພະຍາຍາມພັດທະນາຢ່າງບໍ່ຢຸດຢັ້ງເພື່ອບູລະນະລະບົບເບິ່ງແຍງດູແລສຸຂະພາບ Medlatec ໃຫ້ສົມບູນແບບ. ຂະບວນວິວັດນີ້ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ເຕັມໄປດ້ວຍຄວາມໝັ້ນໝາຍ ແຕ່ກໍ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ, ແຕ່ດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມານະພະຍາຍາມຂອງຕົນ, Medlatec ຍັງຢຶດໝັ້ນກັບເປົ້າໝາຍນຳການບໍລິການເບິ່ງແຍງດູແລສຸຂະພາບທີ່ດີທີ່ສຸດມາຮັບໃຊ້ປະຊາຊົນ, ໂດຍບໍ່ຈຳແນກເຊື້ອຊາດ.

ຕອບກັບ